ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນ​ເສ​ຍຊີວິດ ຮວ​ມ​ທັງ​ມື​ປືນ ທີ່​ເປັນຜູ້​ຕ້ອງ​ສົງ​ໄສ​ ຢູ່ ​ໂຮງຮຽນມັດ​ທະ​ຍົມ ໃນ​ລັດ​ມິ​ສ​ຊູຣີ


​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ກຳ​ລັງ​ສຶບ​ສວນ ຢູ່​ບ່ອນ​ເກີດ​ເຫດ​ຍິງ​ກັນ​ຢູ່ ທັດ​ທະ​ຍົມ Central Visual and Performing Arts ໃນ​ທີ 24 ຕຸ​ລາ 2022 ໃນ ​ເຊນ ຫລຸຍ
​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ກຳ​ລັງ​ສຶບ​ສວນ ຢູ່​ບ່ອນ​ເກີດ​ເຫດ​ຍິງ​ກັນ​ຢູ່ ທັດ​ທະ​ຍົມ Central Visual and Performing Arts ໃນ​ທີ 24 ຕຸ​ລາ 2022 ໃນ ​ເຊນ ຫລຸຍ

ໃນ​ວັນ​ຈັນ​ວ​ານ​ນີ້ ມື​ປືນ​ຄົນ​ນຶ່ງ​ໄດ້​ເປີດ​ສາກ​ຍິງ ຢູ່​ໃນ​ໂຮງ​ຮຽນ​ມັ​ດ​ທະ​ຍົມແຫ່ງນຶ່ງ ທີ່ເມືອງ​ເຊັງ​ຫລຸຍ ລັດ​ມິ​ສ​ຊູ​ຣີ ​ຕັ້ງ​ຢູ່ພາກ​ກາງ​ກ້ຳທິດ​ຕາ​ເວັນ​ຕົກ ​ຂອງ​ສະ​ຫະ​ລັດ ໂດຍໄດ້ສັງ​ຫານ​ສອງ​ຄົນ ແລະ​ ​ອີກ​ຫົກຄົນ​ໄດ້​ຮັບ​ບາດ​ເຈັບ ກ່ອນ​ທີ່​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໄດ້​ຍິງ​ຜູ້​ຕ້ອງ​ສົງ​ໄສ​ຕາຍ.

​ຫົວ​ໜ້າ​ຕຳ​ຫລວດ​ເມືອງເຊັງ​ຫລຸຍ ທ່າ​ນ​ໄມ​ເກີ​ລ ແ​ຊັກ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ຜູ້​ເສຍ​ຊີ​ວິດສອງຄົນ ​ແມ່ນນ​າຍ​ຄູ​ ແລະ​ນັກ​ຮຽ​ນ​ແມ່​ຍິງ​ ຢູ່​ທີ່ໂຮງ​ຮຽນ​ມັດ​ທະ​ຍົມ Central Visual ແລະ Performing Arts (CPVA) ​ທ່ານ​ກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ຄົນ​ອື່ນໆ​ໄດ້​ຖືກຍິງບາດ​ເຈັບດ້ວຍລູກປືນ ຫລື​ສະ​ເກັດ​ລູກ​ປືນ.

​ທ່ານ​ແຊັກ ກ່າວ​ວ່າ ພວກ​ເຈົ້າ​ໜ້​າ​ທີ່​ຕຳ​ຫລວດ “ແລ່ນໄປ​ຫາ​ບ່ອນສຽງ​ຍິງປືນ” ​ແລະ​ຍິງຕອບໂຕ້ກັບມືປືນ ຊຶ່ງ​ທ່ານ​ກ່າວ​ວ່າ​ໄດ້​ຊ່ວຍໃຫ້ການຍິງສັງຫານ​ສິ້ນ​ສຸດ​ລົງ ກ່ອນ​ທີ່ອີກ​ຫລ​າຍ​ຄົນຈະ​ຖືກຍິງ.

ພວກນັກຮຽນຢູ່ໂຮງຮຽນໄດ້ບອກໜັງສືພິມ St. Louise Po​st-Dispatch ວ່າ ເຂົາເຈົ້າຫລາຍຄົນໄດ້ພາກັນປິດກັ້ນຕົນເອງໄວ້ຢູ່ພາຍໃນຫ້ອງຽນເພື່ອວາມປອດໄພ.

ທ່ານເດວິດ ວິລຽ ນາຍຄູຄະນິດສາດຄົນນຶ່ງຢູ່ໂຮງຮຽນ ກ່າວຕໍ່ໜັງສືພິມວ່າ ອະທິການບໍດີໂຮງຮຽນໄດ້ກ່າວຜ່ານເຄື່ອງກະຈາຍສຽງໃນຕອນປະມານ 9 ໂມເຊົ້າ ແລະກ່າວເປັນລະຫັດ ທີ່ບົ່ງບອກໃຫ້ຮູ້ວ່າ ມືປືນໄດ້ຢູ່ໃນອາຄານຂອງໂຮງຮຽນ.

ບັນດາໂຮງຮຽນຫຼວງຂອງເມືອງເຊັງຫລຸຍ ກ່າວຢູ່ທາງທວິດເຕີວ່າ ມືປືນໄດ້ຖືກລະງັບໂດຍຕຳຫລວດຢ່າງວ່ອງໄວຢູ່ໃນໂຮງຮຽນ CPVA.”

ມືປືນທີ່ເປັນຜູ້ຕ້ອງສົງໄສ ຍັງບໍ່ທັນໄດ້ຖືກລະບຸໂຕ ແຕ່ໄດ້ຖືກອະທິບາຍໂດຍຕຳຫລວດວ່າ ເປັຜູ້ຊາຍອາຍຸ 20 ປີ. ​ພວກເຈົ້າໜ້າທີ່ກ່າວວ່າ ເຂົາເຈົ້າບໍ່ຮູ້ວ່າແມ່ນຫຍັງເປັນເຈດຕະນາຂອງລາວ.

ໂຮງຮຽນມັດທະຍົມ Central Visual ແລະ Performing Arts ມີຄວາມຊຳ​ນານ​ໃນ​ສິນ​ລະ​ປະກຳດ້ານຮູບ​ແຕ້ມ ແລະ​ການ​ສະ​ແດງ ແລະ​ມີ​ນັກ​ຮຽນ​ທັງ​ໝົດປະ​ມານ 380 ຄົນ.

​ຄວາມ​ຮຸນ​ແຮງ​ແມ່ນ​ເທື່ອ​ຫລ້າ​ສຸດ​ທີ່​ເກີດ​ການ​ຍິງ​ກັນເຊັ່ນນີ້ ຢູ່​ໃນ​ໂຮງ​ຮຽນ​ສະ​ຫະ​ລັດ. ນຶ່ງ​ໃນການ​ຍິງ​ສັງຫານໃນໂຮງຮຽນ​ທີ່​ຮ້າຍ​ແຮງ​ສຸດ ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ ເວ​ລ​າ​ມື​ປືນ​ໄດ້​ສັງ​ຫານ​ພວກ​ເດັກ​ນ້ອຍ 19 ຄົນ ​ແລະ​ຜູ້​ໃຫຍ່​ສອງ​ຄົນຢູ່​ເມືອງ Uvalde ລັດເທັກຊັ​ສ.

​ໂຄສົກທຳນຽບຂາວ ທ່ານນາງ ແຄຣິນ ຊັງ​-ປີແອ ໄດ້ກ່າວວ່າ ບັນດາສະມາຊິກສະພາ ຕ້ອງເອົາມາດຕະການເພື່ອຢຸດຄວາຮຸນແຮງຍ້ອນປືນ.

ທ່ານນາງຊັງ-​ປີແອ ກ່າວວ່າທຸກໆມື້ທີ່ສະພາສູງບໍ່ສາມາດ ສົ່ງການຫ້າມອາວຸດສົງຄາມໄປຫາໂຕະຂອງປະທານາທິບໍດີ ຫລືລໍຖ້າເພື່ອເອົາການປະຕິບັດທີ່ເຫັນເໝາະສົມນັ້ນ ກໍເປັນມື້ທີ່ຫລ້າຊ້າເກີນໄປ ສຳລັບບັນດາຄອບຄົວ ແລະຜົກະທົບຕໍ່ບັນດາປະຊາຄົມໂດຍຄວາຮຸນແຮງຍ້ອນປືນ.”

A gunman opened fire Monday inside a high school in the Midwestern U.S. city of St. Louis, Missouri, killing two people and wounding six others before police fatally shot the suspect.

St. Louis Police Commissioner Michael Sack told reporters the two deaths were a teacher and a teenage girl at Central Visual and Performing Arts High School. He said the other victims suffered gunshot or shrapnel wounds.

Sack said police officers “ran to the gunfire” and exchanged fire with the shooter, which he said helped to end the shooting before more people were hurt.

Students at the school told the St. Louis Post-Dispatch that many of them barricaded themselves in their classrooms to stay safe.

David Williams, a math teacher at the school, told the paper that the school principal came over the loudspeaker around 9 a.m. and said the code word that indicated a school shooter was in the building.

St. Louis Public Schools said on Twitter that the shooter was “quickly stopped by police inside CPVA.”

The suspected shooter has not been identified but was described by police as a man about 20 years old. Authorities said they did not yet know the shooter’s motive.

Central Visual and Performing Arts High School specializes in the visual and performing arts and has a student body of around 380.

The violence was the latest such shooting to take place at a U.S. school. One of the deadliest school shootings took place in May when a gunman killed 19 children and two adults in Uvalde, Texas.

White House press secretary Karine Jean-Pierre said lawmakers must take measures to stop gun violence.

“Every day that the Senate fails to send an assault-weapons ban to the president’s desk or waits to take any other common-sense action is a day too late for families and communities impacted by gun violence," Jean-Pierre said.

XS
SM
MD
LG