ພວກກະບົດຢູ່ໃນປະເທດເຄັນຢາ ໄດ້ສັງຫານ 3 ຄົນ ທີ່ເມືອງກາຣີຊາ ຕັ້ງຢູ່ໃກ້ກັບເຂດຊາຍແດນຂອງປະເທດ ຕິດກັບປະເທດໂຊມາເລຍ.
ພວກຫົວຮຸນແຮງດັ່ງກ່າວ ຍັງໄດ້ທຳລາຍເຄື່ອງໂທລະຄົມມະນາຄົມ ແລະກົມຕຳຫຼວດ ໃນການໂຈມຕີ ເມື່ອວັນຈັນມື້ນີ້.
ອົງການຂ່າວເອພີ ໄດ້ລາຍງານວ່າ ກຸ່ມຫົວຮຸນແຮງອາລ-ຊາບາບ ເປັນຜູ້ຮັບຜິດຊອບສຳລັບການໂຈມຕີດັ່ງກ່າວນັ້ນ.
ກຸ່ມອາລ-ຊາບາບ ໄດ້ເລີ້ມການໂຈມຕີຢູ່ໃນເຄັນຢາມາຫຼາຍຄັ້ງແລ້ວ ທີ່ລວມທັງ ການບຸກໂຈມຕີໂຮງຮຽນຫຼາຍແຫ່ງ ແລະສູນການຄ້າຕ່າງໆ.
ການໂຈມຕີທາງອາກາດຂອງສະຫະລັດ ທີ່ແນເປົ້າໝາຍໃສ່ ກຸ່ມດັ່ງກ່າວ ທີ່ເປັນເຄືອຂ່າຍຂອງກກຸ່ມອາລ-ກາອີດາ ກໍໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍ ໃນລະຫວ່າງ ລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ.
Insurgents in Kenya have killed three people in Garissa county, near the country's border with Somalia.
The militants also damaged a telecommunications mast and a police station in the attack Monday.
The Associated Press reported al-Shabab militants were responsible for the attack.
Al-Shabab has launched several attacks inside Kenya, including assaults on schools and shopping malls.
U.S. airstrikes in Somalia targeting the al-Qaida affiliate have drastically increased during President Donald Trump's administration.