ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຊູດານໃຕ້ ອີກຫຼາຍພັນຄົນ ໄດ້ກາຍເປັນອົບພະຍົບ ຍ້ອນບັນຫາຂັດແຍ້ງ ພາຍໃນປະເທດ (ວີດີໂອ/ສະໄລດ໌)


ພວກ​ອົບ​ພະຍົບຊູ​ດານ​ໃຕ້​ປະມານ 1 ໝື່ນ​ຄົນ​ ໄດ້​ພາກັນ​ຫຼົບ
ໜີ​ໄປ​ທາງ​ທິດ​ເໜືອ​ ເຂົ້າ​ໄປ​ໃນຊູ​ດານ ​ໃນ​ຂະນະ​ທີ່​ປະຊາຊົນ
​ ຫລາຍແສນ​ຄົນ​ ​ໄດ້ພັດ​ພາກ​ຈາກ​ບ້ານ​ເຮືອນ ຍ້ອນບັນຫາ​
ຂັດ​ແຍ່ງ​ກັນ ທີ່​ມີ​ມາເປັນ​ເວລາເກືອບ​ນຶ່ງ​ເດືອນ​ແລ້ວນັ້ນ.

ອົງການ​ອົບ​ພະຍົບຂອງສະຫະ​ປະຊາ​ຊາດ ​ກ່າວ​ໃນ​ວັນ​ອາທິດ​
ວານ​ນີ້​ວ່າ ປະຊາຊົນ​ຕື່ມອີກ ​ຫຼາຍ​ພັນ​ຄົນ​ ພາກັນ​ນອນ​ແລະ​ຄົວ
ກິນ​ ຢູ່​ໃນ​ຄ້າຍ​ອົບ​ພະຍົບກາງ​ແຈ້ງ​ແຫ່ງ​ນຶ່ງ​ໃນ​ເມືອງ Turalei ​
ໃນ​ພາກ​ເໜືອ​ຂອງ​ຊູ​ດານ​ໃຕ້.

ວິ​ກິດ​ການ​ໃນ​ຂູ​ດານ​ໃຕ້ ຊຶ່ງ​ເປັນ​ປະ​ເທດ​ໃໝ່​ທີ່​ສຸດຂອງ​ໂລກ ​ໄດ້
​ເລີ້ມ​ຂຶ້ນ​ຫຼັງ​ຈາກ​ປະທານາທິບໍດີ Salva Kiir ປົດ​ຮອງ​ປະທານາທິບໍດີ Riek Machar ອອກ​ຈາກ​ຕຳ​ແໜ່​ງ.

ທ່ານ Kiir ຊຶ່ງ​ເປັນ​ຊົນເຜົ່າ Dinka ກ່າວ​ຫາ​ທ່ານ Machar ຊຶ່ງ​ເປັນ​ຊົນ​ເຜົ່າ Nuer ວ່າ​ ພະຍາຍາມ​ຈະໂຄ່ນ​ລົ້ມ​ລັດຖະບານ​.

ທ່ານ Machar ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ ​ແລະກ່າວ​ຫາ​ລັດຖະບານຄືນ​ວ່າ ທຳ​ການ​ທັບ​ມ້າງ​ພວກ​ຝ່າຍ​ຄ້ານ​ດ້ານ​ການເມືອງ​.

​ໃນ​ລະຫວ່າງ​ນີ້ ພວກ​ນັກ​ເຈລະຈາ​ກໍກຳລັງ​ສືບ​ຕໍ່​ທຳ​ຄວາມ​ກົດ​ດັນ​ໃຫ້​ທັງ​ສອງ​ຝ່າຍ​ຕົກລົງ​ຢຸດ​ຍິງກັນ ​ໃນ​ການເຈລະຈາ​ສັນຕິພາບ​ທີ່​ກຳລັງ​ດຳ​ເນີນ​ໄປໃນ​ອີທິ​ໂອ​ເປຍ​.

South Sudan’s Displaced: Running from Violence, Longing for Peace
please wait

No media source currently available

0:00 0:02:16 0:00
ລິງໂດຍກົງ
XS
SM
MD
LG