ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຼາຍພັນຄົນ ໄດ້ພາກັນປະທ້ວງ ດຳລັດຫ້າມ ການເດີນທາງ ຂອງ ປ. ທຣຳ ໃນທົ່ວໂລກ


Trump Protests
please wait
Embed

No media source currently available

0:00 0:01:43 0:00

ການປະທ້ວງໄດ້ລະເບີດຂຶ້ນອີກ ເປັນສັບປະດາທີສາມລຽນຕິດ ທົ່ວສະຫະລັດ ແລະ
ແຫ່ງອື່ນໆນອກສະຫະລັດ ໂດຍແນເປົ້າໝາຍໃສ່ນະໂຍບາຍຕ່າງໆຂອງທ່ານດໍໂນລ
ທຣຳ ແລະ ຕຳນິມາລະຍາດຂອງການເປັນປະທານາທິບໍດີ ຂອງທ່ານ.

ຫຼາຍພັນຄົນ ເຕົ້າໂຮມກັນ ຢູ່ທີ່ສວນໃນກາງເມືອງDenver ຂອງລັດ Colorado ສຳລັບການຊຸມນຸມ ເພື່ອສະໜັບສະໜູນປະຊາຄົມ ຊາວມຸສລິມ ແລະ ເພື່ອປະທ້ວງ ດຳລັດຝ່າຍບໍລິຫານ ຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ຫ້າມອົບພະຍົບຈາກເຈັດປະເທດ ທີ່ມີຜູ້ຄົນສ່ວນໃຫຍ່ເປັນມຸສລິມຊົ່ວຄາວ, ວັນທີ 4 ກຸມພາ 2017.
ຫຼາຍພັນຄົນ ເຕົ້າໂຮມກັນ ຢູ່ທີ່ສວນໃນກາງເມືອງDenver ຂອງລັດ Colorado ສຳລັບການຊຸມນຸມ ເພື່ອສະໜັບສະໜູນປະຊາຄົມ ຊາວມຸສລິມ ແລະ ເພື່ອປະທ້ວງ ດຳລັດຝ່າຍບໍລິຫານ ຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ຫ້າມອົບພະຍົບຈາກເຈັດປະເທດ ທີ່ມີຜູ້ຄົນສ່ວນໃຫຍ່ເປັນມຸສລິມຊົ່ວຄາວ, ວັນທີ 4 ກຸມພາ 2017.


ເມື່ອຕອນແລງວັນສຸກມື້ກ່ອນ ຜູ້ພິພາກສາລັດຖະບານກາງສະຫະລັດ ທ່ານນຶ່ງ ໄດ້
ຢຸດຢັ້ງ ເປັນການຊົ່ວຄາວ ດຳລັດຝ່າຍບໍລິຫານ ຂອງປະທານາທິບໍດີ ທີ່ໄດ້ຖືກລົງນາມ
ເມື່ອວັນທີ 27 ມັງກອນ ຜ່ານມາ ເຊິ່ງໄດ້ຫ້າມບັນດາຜູ້ທີ່ເດີນທາງມາກຈາກ ເຈັດ
ປະເທດ ທີ່ຜູ້ຄົນສ່ວນໃຫຍ່ ເປັນມຸສລິມ ເຂົ້າມາໃນສະຫະລັດ.

ເຖິງຢ່າງໃດກໍຕາມ ອັນນັ້ນກໍບໍ່ໄດ້ຢຸດຢັ້ງ ການເຕົ້າໂຮມຊຸມນຸມ ເພື່ອເດີນຂະບວນ
ປະທ້ວງ ໃນທົ່ວໂລກ.

ພວກຄົນຖືປ້າຍ ໃນລະຫວ່າງ ການເຕົ້າໂຮມຊຸມນຸມ ເພື່ອປະທ້ວງຄຳສັ່ງຫ້າມເດີນທາງເມື່ອບໍ່ນານມານີ້ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໃນນະຄອນ ປາຣີ, ວັນທີ 4 ກຸມພາ 2017.
ພວກຄົນຖືປ້າຍ ໃນລະຫວ່າງ ການເຕົ້າໂຮມຊຸມນຸມ ເພື່ອປະທ້ວງຄຳສັ່ງຫ້າມເດີນທາງເມື່ອບໍ່ນານມານີ້ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໃນນະຄອນ ປາຣີ, ວັນທີ 4 ກຸມພາ 2017.

ຢູ່ໃນນະຄອນ ລອນດອນ ຫຼາຍພັນຄົນ ໄດ້ເຕົ້າໂຮມກັນ ຢູ່ນອກສະຖານທູດສະຫະລັດ
ໃນວັນເສົາວານນີ້ ດ້ວຍການຖືປ້າຍຕ່າງໆນາໆ ແລະ ຮ້ອງໂຮຄຳຂວັນຕໍ່ຕ້ານທ່ານ
ທຣຳ ຕ່າງໆ. ການປະທ້ວງໄດ້ຖືກຈັດຕັ້ງຂຶ້ນ ໂດຍກຸ່ມຕໍ່ສູ້ເພື່ອຕ້ານການຈຳແນກ
ເຊື້ອຊາດ ແລະ ຊາວມຸສລິມ ຜູ້ທີ່ໄດ້ປະນາມ ການຫ້າມເດີນທາງຂອງສະຫະລັດ
ພ້ອມກັນນັ້ນ ກໍໄດ້ປະນາມ ລັດຖະບານ ຂອງນາຍົກລັດຖະມົນຕີ ອັງກິດ ທ່ານາງ
Theresa May ທີ່ຄອຍຖ້າດົນເກີນໄປ ກ່ອນຈະອອກມາຕຳນິ.

ເມື່ອຕອນແລງຂອງມື້ດຽວກັນ ພວກປະທ້ວງ ໄດ້ເດີນຂະບວນ ຈາກສະຖານທູດ
ໃນຈະຕຸລັດ Grosvenor ໄປຍັງ ຖະໜົນ Downing ຂອງຫ້ອງການລັດຖະບານ.

ເມື່ອສັບປະດາແລ້ວນີ້ ຫຼາຍຮ້ອຍຄົນ ໄດ້ເຕົ້າໂຮມກັນ ຢູ່ໃຈກາງນະຄອນ Toronto
ເພື່ອປະທ້ວງການຫ້າມເດີນທາງ ທີ່ໄດ້ວາງອອກໂດຍປະທານາທິບໍດີ ສະຫະລັດ
ຄົນໃໝ່. ໃນວັນເສົາວານນີ້ ຫຼາຍພັນຄົນ ໄດ້ໄປເຕົ້າໂຮມກັນ ຢູ່ນອກສະຖານກົງສຸນ
ສະຫະລັດ ໃນຕົວເມືອງ ແລະ ໄດ້ເດີນຂະບວນຕໍ່ຕ້ານ ຄວາມຢ້ານກົວ ຕໍ່ສາສະໜາ
ອິສລາມ ພ້ອມທັງ ຜູ້ນຳສະຫະລັດ ນຳດ້ວຍ.

ການເດີນຂະບວນປະທ້ວງ ໃນນະຄອນ ລອນດອນ ຕໍ່ຕ້ານ ການຫ້າມເດີນທາງ

Protesters in London Rally Against Trump, Travel Ban
please wait

No media source currently available

0:00 0:01:45 0:00

ການປະທ້ວງທີ່ຄ້າຍຄືກັນນັ້ນ ໄດ້ມີຂຶ້ນຢູ່ໃນນະຄອນ Paris ແລະ Berlin ເຊິ່ງໄດ້
ດຶງດູດຝຸງຄົນທີ່ໜ້ອຍກວ່າ ໂດຍມີຄົນອອກມາປະທ້ວງ ປະມານ 1000 ຄົນ ຢູ່ແຕ່
ລະບ່ອນ.

ສ່ວນຢູ່ໃນອອສເຕຣເລຍ ປະມານ 1,000 ຄົນ ໄດ້ເຕົ້າໂຮມຊຸມນຸມກັນ ໃນນະຄອນ Sydney ຢູ່ທາງພາກຕາເວັນອອກຂອງປະເທດ ເພື່ອປະທ້ວງ ດຳລັດຝ່າຍບໍລິຫານ ແລະຮຽກຮ້ອງໃຫ້ ບັນດາຜູ້ນຳອອສເຕຣເລຍ ປິດສູນຂຶ້ນທະບຽນອົບພະຍົບທັງຫຼາຍ ຂອງປະເທດ.

ພວກປະທ້ວງຕໍ່ຕ້ານ ການຫ້າມເດີນທາງ ຂອງທ່ານທຣຳ ໃນເມືອງ Palm Beach ລັດ Florida

Anti-Trump Protesters Rally in Palm Beach, Florida
please wait

No media source currently available

0:00 0:04:36 0:00


ກຸ່ມນ້ອຍກຸ່ມນຶ່ງຂອງພວກນັກເຄືອນໄຫວ 30 ຄົນ ໄດ້ເຕົ້າໂຮມກັນຢູ່ນອກສະຖາທູດ
ສະຫະລັດ ໃນປະເທດອິນໂດເນເຊຍ ເພື່ອປະທ້ວງການຫ້າມເດີນທາງ ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG