ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກສະໜັບສະໜຸນ ​ຊາວ​ປາ​​ແລສ​ໄຕນ໌ ຫຼາຍພັນ​ຄົນ ເດີນຂະບວນ ໄປທຳນຽບຂາວ


ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ຢູ່ຫ້ອງຖະແຫລງຂ່າວ Brady ຂອງທຳນຽບຂາວ ໃນວໍຊິງຕັນ, ວັນທີ 1 ສິງຫາ 2014.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ຢູ່ຫ້ອງຖະແຫລງຂ່າວ Brady ຂອງທຳນຽບຂາວ ໃນວໍຊິງຕັນ, ວັນທີ 1 ສິງຫາ 2014.

ພວກສະໜັບສະໜຸນ​ຊາວ​ປາແລສ​ໄຕນ໌ ຫຼາຍພັນ​ຄົນ ຊຶ່ງ​
ຈຳນວນນຶ່ງ ພາກັນຖື​ປ້າຍ​ ທີ່​ວາດ​ພາບ​ໃຫ້​ເຫັນພົນ​ລະ​ເຮືອນ
ທີ່​ໄດ້​ຮັບ​ບາດ​ເຈັບ​ໃນ​ເຂດ Gaza ພາກັນ​ເດີນ​ຂະ​ບວນ​ໄປ
​ຍັງ​ທຳ​ນຽບຂາວ ​ໃນ​ວັນ​ເສົາ​ວານ​ນີ້.

ພວກປະ​ທ້ວງ​ເຫຼົ່ານັ້ນ ​ພາກັນປະນາມການໃຫ້​ທຶນ​ຊ່ວຍ​
ເຫລືອຂອງສະຫະລັດ ແກ່ອິສຣາ​ແອ​ລ ​ແລະ​ຕຳ​ນິຕິ​ຕຽນປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ
ທີ່​ໄດ້​ຢືນຢັນ​ວ່າ ລັດ​ຂອງ​ຊາວ​ຍິວມີ​ສິດ ໃນ​ການ​ປ້ອງ​ກັນ​ຕົ​ວ. ພວກ​ປະ​ທ້ວງ​ຈຳນວນ​ນຶ່ງ
ພາກັນ​ຫາມ​ຫີບ​ສົບ​ຈຳລອງ ຫຼາຍໆ​ຫີບ ເປັນ​ຕົ​ວ​ແທນ​ຂອງຊາວ​ປາ​ແລ​ສ​ໄຕ​ນ໌ ທີ່​ໄດ້​
ເສຍ​ຊີວິດ​ ໃນເຂດກາຊານັ້ນ.

ພວກ​ປະ​ທ້ວງ​ທີ່​ສະໜັບສະໜຸນຊາວ​ປາ​ແລ​ສ​ໄຕ​ນ໌ ຈຳນວນ​ນຶ່ງ ​ໄດ້ສົ່ງ​ສຽງຮ້ອງຕອບ​ໂຕ້
​ກັບພວກ​ເດີນ​ຂະ​ບວນ ກຸ່ມນ້ອຍ​ກຸ່ມ​ນຶ່ງ ທີ່​ສະໜັບສະໜຸນຊາວອິສຣາ​ແອ​ລ ກ່ອນ​ທີ່​ຕຳຫລວດຈະ​ເຂົ້າ​ໄປ​ແຍກ​ທັງ​ສອງ​ຝ່າຍ​ ອອກຈາກ​ກັນ.

Thousands of Palestinian supporters, some holding signs depicting civilian casualties in Gaza, marched to the White House Saturday.

The demonstrators denounced U.S. funding for Israel and criticized President Barack Obama's assertion that the Jewish state has a right to self-defense. Some protesters carried mock coffins to represent the Palestinians killed in Gaza.

Some of the pro-Palestinian protesters got into a shouting match with a small group of pro-Israeli marchers before police stepped in to keep the two sides apart.

XS
SM
MD
LG