ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍພັນຄົນ ເດີນຂະບວນ ຕໍ່ຕ້ານ ຄວາມຮຸນແຮງ ຕໍ່ແມ່ຍິງ


ແມ່ຍິງເດີນຂະບວນ ເພື່ອສະຫຼອງວັນລົບລ້າງຄວາມຮຸນແຮງ
ຕໍ່ແມ່ຍິງສາກົນ. ນະຄອນຫຼວງ ເມັກຊິໂກ ຊິຕີ້. ປະເທດ ເມັກຊິໂກ. 25 ພະຈິກ, 2017
ແມ່ຍິງເດີນຂະບວນ ເພື່ອສະຫຼອງວັນລົບລ້າງຄວາມຮຸນແຮງ ຕໍ່ແມ່ຍິງສາກົນ. ນະຄອນຫຼວງ ເມັກຊິໂກ ຊິຕີ້. ປະເທດ ເມັກຊິໂກ. 25 ພະຈິກ, 2017

ພວກຜູ້ຄົນນັບເປັນຈຳນວນຫຼາຍຄົນ ພາກັນເດີນຂະບວນ ໃນການປະທ້ວງຢູ່ໃນຫຼາຍ
ປະເທດທົ່ວ ຢູໂຣບໃນວັນເສົາວານນີ້ ເພື່ອເປັນຂີດໝາຍວັນສາກົນເພື່ອການລົບລ້າງ
ຄວາມຮຸນແຮງຕໍ່ແມ່ຍິງ.

ຢູ່ນະຄອນຫຼວງ ປາຣີ ຫຼາຍຮ້ອຍຄົນ ໄດ້ພາກັນຍ່າງປະທ້ວງ ລຸນຫຼັງປະທານາທິບໍດີ
ເອັມມານູແອລ ມາຄຣົງ ໄດ້ປະກາດເຖິງການລິເລີ່ມເພື່ອຮັບມືກັບຄວາມຮຸນແຮງ,
ການຮາວີລົບກວນແມ່ຍິງຢູ່ພາຍໃນປະເທດ. ທ່ານເວົ້າວ່າ ໃນປີ 2016 ແມ່ຍິງໄດ້ຖືກ
ຄູ່ຮ່ວມຊີວິດ ຫຼື ອະດີດຄູ່ຮ່ວມຊີວິດຂ້າຕາຍ 123 ຄົນ ຢູ່ໃນປະເທດ ຟຣັ່ງ.

ທ່ານ ມາຄຣົງ ກ່າວວ່າ ແຜນການຂອງທ່ານແມ່ນປະກອບດ້ວຍ ການເຂັ້ມງວດຂຶ້ນຕື່ມ
ກົດໝາຍຕ້ານພວກທີ່ສ້າງຄວາມຮຸນແຮງຕໍ່ແມ່ຍິງ ສົ່ງເສີມໃຫ້ພວກແມ່ຍິງມີບົດບາດ
ເພີ່ມການສຶກສາຂຶ້ນ ກ່ຽວກັບ ບັນຫາດັ່ງກ່າວ ເລີ່ມມາແຕ່ກ່ອນຊັ້ນອະນຸບານໃນໂຮງ
ຮຽນ, ທ່ານກ່າວວ່າ ທ່ານຫວັງວ່າ ຈະລົບລ້າງຄວາມຮູ້ສຶກລະອາຍຂອງພວກທີ່ໄດ້ຮັບ
ເຄາະ ທັງຈະສາມາດປ່ຽນແປງວັດທະນະທຳທາງດ້ານເພດໃນປະເທດ ຝຣັ່ງ ໃຫ້ໄດ້.

ພວກກຸ່ມແມ່ຍິງທີ່ມີຊື່ວ່າ Dare Feminism ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ
ຂໍ້ສະເໜີຂອງທ່ານ ມາຄຣົງ ເປັນໄປໃນທາງສ້າງສັນ ແຕ່ວ່າຄວາມພະຍາຍາມນີ້ ຈຳ
ເປັນຈະຕ້ອງໄດ້ຮັບທຶນທີ່ເໝາະສົມ.

ຢູ່ໃນທົ່ວໂລກ ໄດ້ມີການປະທ້ວງເຊັ່ນນີ້ ຢູ່ໃນປະເທດ ບຣາຊີລ ໄປຫາປະເທດ
ໂມຊຳບິກ ໄປຫາ ເທີກີ.

ທີ່ນະຄອນຫຼວງ ໂຣມ ໄດ້ມີການເດີນຂະບວນຢ່າງຟົດສະໜັ່ນຫວັ່ນໄຫວ ປະກອບ
ດ້ວຍຜູ້ຄົນທີ່ບໍລິຫານຫໍພັກ ເພື່ອຄວາມປອດໄພ ສຳລັບພວກແມ່ຍິງທີ່ຜ່າຍໜີຈາກ
ພວກຜົວ ຫຼື ຊູ້ທີ່ສ້າງຄວາມຮຸນແຮງ.

ພວກປະທ້ວງທັງຫຼາຍ ໄດ້ຊຸກຍູ້ໃຫ້ພວກນັກການເມືອງສຸມໃຈໃສ່ບັນຫາດັ່ງກ່າວ ທັງ
ໃຫ້ເພີ່ມເງິນທຶນ ໃສ່ບ່ອນພັກຊົ່ວຄາວ ແລະ ສະຖາບັນຕ່າງໆທີ່ຊ່ອຍເຫຼືອພວກແມ່ຍິງ.

ຢ່າງໃດກໍຕາມຢູ່ໃນປະເທດ ເທີກີ ຕຳຫຼວດໄດ້ພະຍາຍາມຂັດຂວາງພວກປະທ້ວງຫຼາຍ
ຮ້ອຍຄົນ ແລະ ບອກເຂົາເຈົ້າວ່າ ການປະທ້ວງໄດ້ຖືກຫ້າມ. ແຕ່ລຸນຫຼັງການເຈລະຈາ
ກັບພວກເຈົ້າໜ້າທີ່ແລ້ວ ການຊຸມນຸມຢ່າງສັນຕິ ກໍໄດ້ຮັບອະນຸຍາດໃຫ້ມີຂຶ້ນ ຢູ່ເລາະ
ຕາມທາງຍ່າງສາຍໃຫຍ່ສຳລັບຄົນຍ່າງຢູ່ໃນຕົວເມືອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG