ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ປ່ອນບັດ ເອົາຜູ້ສະໝັກ ປະທານາທິບໍດີ ຈາກພັກທີສາມ ໃນປີ 2016 ບໍ່ຄາດວ່າ ຈະມີຂຶ້ນ ໃນປີ 2020


ລິງໂດຍກົງ

ເຊີນຊົມກ່ຽວກັບການເລືອກຕັ້ງເອົາ ປະທານາທິບດີ ສະຫະລັດ ຂອງພັກທີສາມ

ບັນດາຜູ້ສະໝັກເປັນປະທານາທິບໍດີ ຈາກພັກຣີພັບບລິກັນແລະພັກເດໂມ-ແຄຣັດ ອາດ
ຈະຄອບງໍາຫົວຂໍ້ຂ່າວ ແຕ່ບໍ່ແມ່ນມີພຽງແຕ່ເຂົາເຈົ້າເທົ່ານັ້ນ ທີ່ລົງສະໝັກເປັນປະທານາ
ທິບໍດີສະຫະລັດ. ອັນເປັນທີ່ຮູ້ກັນວ່າບັນດາຜູ້ສະໝັກຈາກພັກທີສາມ ທີ່ໄດ້ຫຼິ້ນບົດບາດ
ການເລືອກຕັ້ງທີ່ສຳຄັນຫວ່າງໆມໍ່ໆມານີ້. ເອລີຊາ-ເບັດ ລີ ນັກຂ່າວຂອງວີໂອເອ ມີລາຍ
ງານເພີ້ມເຕີມວ່າ ເຂົາເຈົ້າຈະມີຜົນກະທົບ ຕໍ່ການເລືອກຕັ້ງ ຄັ້ງຈະມານີ້ຫຼຶບໍ່ ຊຶ່ງ
ກິ່ງສະຫັວນຈະນຳລາຍລະອຽດມາສະເໜີ ທ່ານ ໃນອັນດັບຕໍ່ໄປ.

ຢູ່ໃນການແຂ່ງຂັນເອົາຕຳແໜ່ງຢູ່ທຳນຽບຂາວ ເປັນທີ່ຮູ້ກັນດີຢູ່ແລ້ວວ່າ ປະທານາທິບໍດີ
ດໍໂນລ ທຣໍາ ກຳລັງລົງສະໝັກເລືອກຕັ້ງ ເພື່ອແຂ່ງຂັນເອົາຕຳແໜ່ງຕື່ມອີກ ໃນນາມພັກ
ຣີພັບບລິກັນ ແລະລົງສະໝັກແຂ່ງກັບທ່ານນັ້ນ ແມ່ນອະດີດຮອງປະທານາທິບໍດີ ທ່ານໂຈ
ໄບເດັນ ສັງກັດພັກເດໂມແຄຣັດ.

ສິ່ງທີ່ບໍ່ຄ່ອຍເປັນທີ່ຮູ້ກັນດີນັ້ນກໍຄື ຍັງມີຜູ້ລົງສະໝັກແຂ່ງຂັນເປັນປະທານາທິ ບໍດີສະຫະ
ລັດຈາກພັກອື່ນໆອີກ.

ທ່ານແທັດ ຄູເຊີ ນັກລັດຖະສາດ ຈາກມະຫາວິທະຍາໄລແຊນດີເອໂກ ກ່າວວ່າ “ພັກສັນຕິ
ພາບແລະເສລີພາບ ພັກເອກກະລາດອາເມຣິກັນ ພວກເຂົາເຈົ້າ ທີ່ຈິງ ແລ້ວຜູ້ຄົນບໍ່ຄ່ອຍ
ຮູ້ເຂົາເຈົ້າແທ້ໆວ່າພັກເຫລົ່ານີ້ແມ່ນໃຜ.”

ພວກທີ່ລົງສະໝັກຢູ່ບັນດາພັກທີ່ນ້ອຍກວ່າເຮົາຈະຮ້ອງວ່າ ບັນດາຜູ້ສະໝັກຈາກພັກທີ
ສາມ. ຢູ່ໃນປີ 2020 ຂອງການແຂ່ງຂັນປະທານາທິບໍດີ ມີຜູ້ສະໝັກສອງ ຄົນທີ່ຮູ້ກັນດີຈາກ
ພັກທີສາມ ຮວມທັງທ່ານໂຈ ຈໍເກີນສັນ ຈາກພັກລີເບີເຕລຽນ.

ແລະ ທ່ານໂຮວີ ຮັອກກິນ ຈາກພັກສີຂຽວ. ບຸກຄົນອື່ນໆ..ທີ່ເປັນຜູ້ສະໝັກຈາກພັກທີສາມ
ທີ່ໄດ້ເປັນຫົວຂໍ້ຂ່າວ ກໍຄື ນັກຮ້ອງແຣັບ ເຄນ ແວັສ.

ທ່ານຄູເຊີ ກ່າວວ່າ “ເປັນການໂຄສະນາຫາສຽງທີ່ສັບສົນທີ່ສຸດ ແຕ່ວ່າການເຕົ້າໂຮມ ທີ່
ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດສຳລັບພັກຂອງທ່ານກໍແມ່ນງານວັນເກີດ”.

“ທ່່ານມັກເວົ້າກ່ຽວກັບສາດສະໜາຢ່າງເປີດເຜີຍ ຢູ່ໃນເພງແຣັບ ແລະດັ່ງນັ້ນ ທ່ານອາດ
ໄດ້ຮັບຄວາມສົນໃຈຈາກພວກປ່ອນບັດທີ່ນັບຖືສາດສະໜາຢ່າງເຄັ່ງຄັດ.”

ໃນຂະນະທີ່ບັນດາຜູ້ສະໝັກຈາກພັກທີສາມ ໂດຍທົ່ວໄປແລ້ວເປັນຜູ້ແຂ່ງຂັນທີ່ ບໍ່ເອົາຈິງ
ເອົາຈັງປານໃດທີ່ຈະເປັນປະທານາທິບໍດີ ແຕ່ເຂົາເຈົ້າສາມາດຫຼິ້ນບົດ ບາດ ເພື່ອປ່ຽນແປງ
ການເລືອກຕັ້ງໄດ້. ໂຕຢ່າງນຶ່ງກໍຄື ໃນການເລືອກຕັ້ງ ປີ 2016 ລະຫວ່າງທ່ານທຣໍາ ແລະ
ທ່ານນາງຮິລລາຣີ ຄລິນຕັນ.

ທ່ານຈອນ ຟາມເມີ ຈາກສະຖາບັນການເມືອງອິເກລີຕັນ ມະຫາວິທະຍາໄລຣັດເກີ ກ່າວວ່າ
“ບໍ່ມີຄຳຖາມວ່າໃນປີ 2016 ບັນດາຜູ້ສະໝັກຈາກພັກທີສາມ ໄດ້ ສ້າງຄວາມເສຍຫາຍໃຫ້
ແກ່ທ່ານາງຮິລລາຣີ ຄລິນຕັນ ຈາກຜົນຂອງການສອບ ຖາມຜູ້ປ່ອນບັດ ສະແດງໃຫ້ເຫັນວ່າ
ການລົງຄະແນນສຽງ ທີ່ເຂົາເຈົ້າໄດ້ປ່ອນ ເອົາບັນດາຜູ້ສະໝັກຈາກພັກທີສາມ ເປັນການລົງຄະແນນສຽງທີ່ເຫັນວ່າ ຄວນໄປຫາພັກເດໂມແຄຣັດ.”


ທ່ານຄູເຊີ ກ່າວວ່າ “ປີ 2016 ໄດ້ເປັນປີທີ່ຊາວອາເມຣິກັນຫຼາຍຄົນ ເບິ່ງໄປຫາ ທ່ານດໍໂນລ
ທຣໍາ ແລະທ່ານນາງຮິລລາຣີ ຄລິນຕັນ ພວກເຂົາເຈົ້າບໍ່ສົນໃຈຈະເລືອກເອົາຜູ້ໃດຜູ້ນຶ່ງ ແລະເຂົາເຈົ້າຈຶ່ງໄດ້ລົງຄະແນນສຽງເພື່ອເປັນການປະທ້ວງເອົາພວກນີ້.”

ແຕ່ບັນດາຜູ້ຊ່ຽວຊານ ເຫັນພ້ອມນຳວ່າ ການເລືອກຕັ້ງປີ 2020 ແມ່ນມີຄວາມ ແຕກຕ່າງ.

“ທ່ານຄູເຊີ ກ່າວວ່າ “ບັດນີ້ເປັນທີ່ຈະແຈ້ງແລ້ວວ່າ ມີຄວາມສ່ຽງສູງ ທີ່ທ່ານໂຈ ໄບເດນ ຫຼື
ທ່ານດໍໂນລ ທຣໍາ ຈະເປັນປະທານາທິບໍດີຄົນຕໍ່ໄປ ແລະບໍ່ມີໃຜຢາກ ຖິ້ມ ການລົງຄະແນນ
ສຽງຂອງເຂົາເຈົ້າໄປລ້າໆ ແລະເພາະສະນັ້ນ ພວກເຮົາຈຶ່ງ ເຫັນການຢັ່ງສຽງຂອງບັນດາຜູ້
ສະໝັກພັກທີສາມເຫລົ່ານີ້ຢູ່ໃນຈຳນວນທີ່ຕໍ່າກວ່າ.”

ທ່ານນາງຄລິນຕັນ ອາດໄດ້ສູນເສຍການລົງຄະແນນສຽງຈຳນວນນຶ່ງໃຫ້ແກ່ບັນດາຜູ້ສະ
ໝັກຈາກພັກທີສາມ ໃນປີ 2016 ເພາະວ່າຊາວອາເມຣິກັນເຫັນ ທ່ານນາງວ່າ ເປັນຄົນຢ່າງໃດ ແຕ່ວ່າທ່ານໄບເດີນບໍ່ໄດ້ປະເຊີນໜ້າກັບການມີຄວາມ ເຫັນດັ່ງກ່າວ.

ທ່ານຈອນ ຟາມເມີ ກ່າວວ່າ “ທ່ານນາງຄລິນຕັນ ແມ່ນຖືກເບິ່ງກັນວ່າເປັນສຸດທີ່ ຮັກຂອງ
ຕະຫຼາດຮຸ້ນ Wall Street ແລະການເງິນສູງ ແລະການເຫັນພ້ອມໃນ ເລື້ອງການຄ້າຢູ່ທົ່ວ
ໂລກ ທີ່ບໍ່ໃຫ້ຄວາມສົນໃຈພຽງພໍ ກັບຄົນທຳມະດາສາມັນ ແລະໜ້າທີ່ພວກອອກແຮງງານ
ຢູ່ທົ່ວອາເມຣິກາ. ຂ້າພະຈົ້າຄິດວ່າທ່ານໂຈເຊັບ ໄບເດັນມາຈາກພື້ນຖານຊົນຊັ້ນອອກ
ແຮງງານຈາກເມືອງສະແກຣນຕັນ ລັດເພັນ ຊີລເວເນຍ. ແລະຂ້າພະເຈົ້າຄິດວ່າ ທ່ານ
ສາມາດເຊື່ອມໂຍງ ເຂົ້າກັບພູມີພາກ ເຖິງແມ່ນວ່າທ່ານພົວພັນກັບຈຳນວນນຶ່ງກັບຂໍ້ຕົກ
ລົງການຄ້າເຫລົ່ານັ້ນ.”

ການແຜ່ລະບາດຂອງພະຍາກໂຄວິດ-19 ຍັງເຮັດໃຫ້ບັນດາຜູ້ສະໝັກຈາກພັກ ທີສາມ
ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ໃນປີ 2020 ເພາະວ່າ ມັນເປັນການສໍາລັບແກ່ເຂົາເຈົ້າ ທີ່ຈະ
ໂຄສະນາດ້ວຍຕົນເອງ. ບັນດາຜູ້ສະໝັກຈາກພັກທີສາມ ຍັງ ບໍ່ມີເງິນທຶນທີ່ຈຳເປັນເພື່ອ
ຈ່າຍຄ່າການໂຄສະນາຫາສຽງຢ່າງໃຫຍ່ ຢູ່ໜ້າໂທ ລະພາບ.

ທ່ານຟາມເມີ ກ່າວວ່າ “ການຂາດຜູ້ສະໝັກທີ່ແຂງຂັນ ຈາກພັກທີສາມໃນປີນີ້ ຄວນຈະ
ໃຫ້ຜົນປະໂຫຍດແກ່ພັກເດໂມແຄຣັດ."


ແຕ່ດັ່ງທີ່ຜົນອອກມາໃນປີ 2016 ໄດ້ພິສູດໃຫ້ເຫັນວ່າ ການເລືອກຕັ້ງປະທານາທິບໍດີ
ແມ່ນເປັນສິ່ງທີ່ຄາດບໍ່ໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG