ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື້ທີ 3 ຂອງການໂຮມຊຸມນຸມໃນ ໄນເຈີ ເພື່ອຮຽກຮ້ອງໃຫ້ທະຫານ ຝຣັ່ງ ອອກຈາກ​ປະ​ເທດ


ຜູ້ສະໜັບສະໜູນສະພາປົກປ້ອງບ້ານເກີດເມືອງນອນແຫ່ງຊາດໄນເຈີ (CNSP), ໄດ້ຖືກພົບເຫັນຢູ່ນອກຖານທັບອາກາດໄນເຈີຂອງທະຫານຝຣັ່ງ ໃນນະຄອນຫຼວງນິອາເມ (Niamey), ວັນທີ 3 ກັນຍາ 2023 ເພື່ອຮຽກຮ້ອງໃຫ້ພວກເຂົາເຈົ້າອອກໄປຈາກໄນເຈີ
ຜູ້ສະໜັບສະໜູນສະພາປົກປ້ອງບ້ານເກີດເມືອງນອນແຫ່ງຊາດໄນເຈີ (CNSP), ໄດ້ຖືກພົບເຫັນຢູ່ນອກຖານທັບອາກາດໄນເຈີຂອງທະຫານຝຣັ່ງ ໃນນະຄອນຫຼວງນິອາເມ (Niamey), ວັນທີ 3 ກັນຍາ 2023 ເພື່ອຮຽກຮ້ອງໃຫ້ພວກເຂົາເຈົ້າອອກໄປຈາກໄນເຈີ

ຜູ້ປະ​ທ້ວງ​ຫລາຍ​ພັນ​ຄົນ​ໃນ​ປະ​ເທດໄນເຈີ (Niger) ​ໄດ້​ຈັດ​ການ​ໂຮມ​ຊຸມ​ນຸມ​ເປັນ​ມື້​ທີ 3 ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ຮຽກຮ້ອງ​ໃຫ້​ອະດີດ​ເຈົ້າອະນານິຄົມ​ ຝຣັ່ງ ຖອນ​ທະຫານ​ອອກ ​ຕາມການຮ້ອງຂໍຂອງ​ລັດຖະບານທະຫານ​ທີ່​ໄດ້​ຍຶດອຳນາດ​ໃນ​ເດືອນ​ກໍລະກົດ.

“ລົງໄປພ້ອມກັບ​ຝ​ຣັ່ງ! ຝ​ຣັ່ງ​ ​ອອກ​ໄປ”. ພວກ​ປະ​ທ້ວງ​ໄດ້​ຮ້ອງ​ຄຳ​ຂວັນຊ້ຳ​ແລ້ວ​ຊ້ຳ​ອີກ ເຊິ່ງ​ໄດ້​ຍິນຈາກ​ການ​ໂຮມ​ຊຸມ​ນຸມຕ່າງໆ​ ​ໃນ​ນະ​ຄອນຫຼວງ ນິອາເມ (Niamey) ນັບ​ຕັ້ງ​ແຕ່​ການ​ກໍ່​ລັດຖະປະ​ຫານໃນ​ວັນ​ທີ 26 ກໍ​ລະ​ກົດ.

ລັດຖະບານ​ທະຫານ​ຂອງ​ໄນ​ເຈີ ​ໄດ້​ໂຈມຕີຝຣັ່ງດ້ວຍ​ຄຳ​ເວົ້າຄັ້ງໃໝ່ຢ່າງກວ້າງ ຂວາງ, ​ໂດຍ​ກ່າວ​ຫາ​ປາຣີວ່າ "​ແຊກ​ແຊງ​ຢ່າງຈະແຈ້ງ" ​ໃນ​ວັນ​ສຸກທີ່​ຜ່ານ​ມາ​ ​ໂດຍ​ສະໜັບສະໜູນ​ປະທານາທິບໍດີ​ທີ່​ຖືກໂຄ່ນລົ້ມຂອງປະເທດນີ້.

ນັບ​ແຕ່​ນັ້ນ​ມາ, ປະຊາຊົນຫຼາຍສິບພັນ​ຄົນ​ໄດ້​ເຂົ້າ​ຮ່ວມໃນ​ການ​ປະ​ທ້ວງ​ຢູ່​ເຂດ​ວົງວຽນ, ໃກ້​ກັບ​ຖານ​ທັບ​ທະຫານ ໄນເຈີ ເຊິ່ງເປັນບ່ອນ​ທີ່​ທະຫານ ​ຝຣັ່ງ​ປະຈຳ ການ​ຢູ່.

ຄວາມສຳພັນ​ກັບ​ຝຣັ່ງ, ອະດີດ​ເຈົ້າ​ອາ​ນາ​ນິ​ຄົມ​ຂອງ​ປະ​ເທດ​ນີ້ ​ແລະ ​ເປັນ​ພັນ ທະ​ມິດ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ກໍ່​ການ​ຮ້າຍ, ​ໄດ້​ຕົກຕໍ່າ​ລົງ​ຢ່າງ​ວ່ອງ​ໄວ ພາຍຫຼັງ​ທີ່​ປາຣີ ຢືນຢັດຢູ່ຄຽງຂ້າງ​ປະທານາທິບໍດີໂມຮາມເມດ ບາຊູມ (Mohamed Bazoum) ທີ່ຖືກໂຄ່ນລົ້ມ ເມື່ອວັນທີ 3 ສິງຫາ, ລັດຖະບານໄດ້ປະກາດຍົກເລີກບັນດາສັນຍາທາງທະຫານກັບຝຣັ່ງ,​ ເຊິ່ງມີທະ ຫານປະມານ 1,500 ຄົນທີ່ປະຈຳການຢູ່ໃນປະເທດ.

ບັນດາ​ຜູ້​ນຳ​ທາງ​ການ​ທະຫານ​ຂອງ​ໄນ​ເຈີ​ຍັງ​ໄດ້​ປະກາດ​ "ຂັບ​ໄລ່" ​ເອກ​ອັກຄະ​ລັດຖະທູດ​ຝຣັ່ງ ທ່ານ ຊິລແວັງ ອິດເຕ (Sylvain Itte) ແລະ ກ່າວ​ວ່າ ພວກ​ເຂົາ​ກຳລັງ​ຖອນ​ການ​ຄຸ້ມ​ຄອງ​ທາງ​ການ​ທູດຂອງທ່ານ. ພວກ​ເຂົາກ່າວ​ວ່າ ການ​ມີ​ໜ້າ​ຂອງ​ທ່ານ​ຖືເປັນໄພຂົ່ມ​ຂູ່​ຕໍ່​ຄວາມ​ສະຫງົບຮຽບຮ້ອຍຂອງສາທາລະນະ.

ແຕ່ປະທານາທິບໍດີຝຣັ່ງທ່ານ ເອັມມານູແອລ ມາກຣົງ (Emmanuel Macron) ໃນວັນຈັນທີ່ຜ່ານມາໄດ້ຊົມເຊີຍຜົນງານຂອງທ່ານ ອິດເຕ (Itte) ໃນໄນເຈີ ແລະກ່າວວ່າທ່ານຈະຍັງຄົງຢູ່ໃນປະເທດນີ້ ເຖິງແມ່ນວ່າຈະຖືກກໍານົດເສັ້ນ​ຕາຍ​ໃຫ້​ເດີນທາງອອກພາຍ​ໃນ 48 ຊົ່ວໂມງກໍ່ຕາມ.

​ໃນ​ວັນ​ອາທິດ​ວານ​ນີ້ ຝຣັ່ງ ​ອີກຄັ້ງນຶ່ງໄດ້ຢັ້ງຢືນຄວາມຖືກຕ້ອງ​ໃນການ​ຮັກສາ​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນໄວ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG