ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກ May ກ່າວວ່າ ອັງກິດ ກັບ ສະຫະລັດ ສາມາດເປັນຜູ້ນຳ ຮ່ວມກັນໄດ້


US Britain
please wait
Embed

No media source currently available

0:00 0:01:08 0:00

ນາຍົກລັດຖະມົນຕີອັງກິດ ທ່ານ​ນາງ Theresa May ມີ​ໝາຍ​ກຳໜົດ​ທີ່​ຈະ​ຮຽກຮ້ອງ​ໃຫ້ ຟື້ນຟູ “ສາຍ​ພົວພັນພິ​ເສດ” ກັບ​ສະຫະລັດ ​ໃນ​ຂະນະ​ທີ່​ອັງກິດ ກະກຽມ​ທີ່​ຈະ​ຖອນຕົວ​ ອອກ​ຈາກ​ສະຫະພາບ​ຢູ​ໂຣບ ​ແລະ ​ປະທານາທິບໍດີ​ສະຫະລັດ ທ່ານ Donald Trump
ເລີ່​ມການ​ເຂົ້າຮັບ​ຕຳ​ແໜ່​ງ ໃນ​ຖານະ​ເປັນ​ປະທານາທິບໍດີຄົນ​ໃໝ່ຂອງ​ສະຫະລັດ.

ທ່ານ​ນາງ May ​ແມ່ນເດີນທາງ​ໄປ​ນະຄອນ Philadelphia ​ໃນ​ວັນ​ພະຫັດ​ມື້​ນີ້ ກ່ອນ​ການ​ຢ້ຽມຢາມ​ທຳນຽບຂາວ ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້. ທ່ານ​ນາງ​ຈະ​ເປັນ​ຜູ້ນຳ​ຕ່າງປະ​ເທດ​ຄົນ​ທຳ​ອິດ​
ທີ່​ຈະ​ພົບ​ປະ​ກັບທ່ານ Trump ​ທີ່​ນະຄອນ​ວໍ​ຊີງ​ຕັນ ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ເຂົ້າຮັບ​ຕຳ​ແໜ່​ງ.

ທ່ານ​ນາງ May ​ມີ​ໝາຍ​ກຳໜົດ ​ທີ່​ຈະ​ໃຫ້ການ​ຖະ​ແຫຼ​ງ​ໃນ​ວັນ​ພະຫັດ​ມື້​ນີ້ ຢູ່​ບ່ອນ​ພັກຜ່ອນ​ຂອງ​ບັນດາສະມາ​ຊິກ​ພັກ Republican ຊຶ່ງ​ອີງ​ຕາມຄຳຖະ​ແຫຼ​ງຂອງ​ທ່ານ​ນາງ ທີ່​ໄດ້​ມີ​ການ​ກະກຽມ​ໄວ້​ລ່ວງ​ໜ້າ​ແລ້ວນັ້ນ ທ່ານ​ນາງ​ຈະເນັ້ນໜັກ​ເຖິງ​ປະຫວັດຂອງ​ສາຍ​ພົວພັນທີ່​ທ່ານ​ນາງ​ກ່າວ​ວ່າ “ເຮັດໃຫ້​ໂລກ​ກ້າວໜ້າ​ທັນ​ສະ​ໄໝ.” ທ່ານ Trump ​ແລະ​ຮອງ​ປະທາ ນາທິບໍດີ Mike Pence ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢູ່​ບ່ອນ​ພັກຜ່ອນ​ດັ່ງກ່າວໃນ​ວັນ​ພະຫັດ ​ມື້​ນີ້.

ອີງ​ຕາມ​ຄຳ​ເວົ້າບາງ​ຕອນທີ່​ມີ​ການ​ກະກຽມ​ໄວ້​ນັ້ນ ທ່ານ​ນາງ May ຈະ​ກ່າວ​ວ່າ “​ເພາະສະ​ນັ້ນ ພວກ​ເຮົາຈະ​ຄົ້ນ​ພົບອີກ ​ໃນ​ຄວາມ​ໝັ້ນ​ໃຈ​ນຳ​ກັນ ​ໃນ​ຂະນະ​ທີ່​ທ່ານ​ ເລີ້ມການ​ປ່ຽນ​ແປງ​ໃໝ່​ໃນ​ປະ​ເທດ​ຂອງ​ທ່ານ ກໍ​ຄື​ກັນກັບ​ພວກ​ເຮົາ​ທີ່ເລີ້ມການ​ປ່ຽນ​ແປງ​ໃໝ່​ຢູ່​ໃນ ປະ​ ເທດ​ພວກເຮົາ. ພວກ​ເຮົາ​ມີ​ໂອກາດ ແນ່ນອນ ພວກ​ເຮົາກໍ​ມີ​ຄວາມ​ຮັບຜິດຊອບ ​ເພື່ອ ຟື້ນຟູ​ສາຍ​ພົວພັນພິ​ເສດ ​ສຳລັບ​ສັກກະ​ລາດ​ໃໝ່​ນີ້. ພວກ​ເຮົາ​ມີ​ໂອກາດ​ທີ່​ຈະ​ນຳພານຳ ​ກັນຕື່ມອີກ​ຄັ້ງ​ນຶ່ງ.”

ພວກ​ຜູ້ນຳທັງ​ສອງ​ໄດ້​ເອົາ​ບາດກ້າວ​ເພື່ອ​ປະຕິ​ຮູບ​ສາຍ​ພົວພັນກັບ​ຕ່າງປະ​ເທດ​ຂອງ​ພວກ​ເພິ່ນ ​ໂດຍ​ສະ​ເພາະ​ເລື່ອງ​ການຄ້າ. ອັງກິດ​ໄດ້ຖອນ​ຕົວ​ອອກ​ຈາກ​ສະຫະພາບ​ຢູ​ໂຣບ ​
ແລະ​ທ່ານ Trump ກໍຖອນ​ຕົວ​ອອກ​ຈາ​ກສົນ​ທິສັນຍາ​ການ​ຄ້າພາຄີ​ຂ້າ​ມມະຫາ​ສະໝຸດ​
ປາຊິ​ຟິກ ຫຼື TPP ຊຶ່ງ​ມີີ​ຄວາມ​ຈຳ​ເປັນ​ທີ່​ຈະ​ໄດ້​ເຈລະຈາ​ຂໍ້​ຕົກລົງ​ສະບັບ​ໃໝ່ຢູ່ ​ໃນ​ທົ່ວ​ໂລກ.

​ແຜນການ​ຂອງ​ທ່ານ​ນາງ May ​ໃນການ​ຖອນ​ຕົວ​ອອກ​ຈາກສະຫະພາບ​ຢູ​ໂຣບ​ແມ່ນ​ຮວມ ທັງ ​ໃຫ້ບູລິມະ​ສິດ ​ໃນ​ການ​ຄວບ​ຄຸມ​ຄົນ​ເຂົ້າ​ເມືອງ ​ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ ທ່ານ​ນາງ​ຍັງ​ບໍ່ ທັນ​ໄດ້​ປະກາດກ່ຽວ​ກັບລາຍ​ລະອຽດໃນ​ຂັ້ນ​ຕອນ​ການ​ປະຕິບັດ​ງານ​ເທື່ອ.

ການ​ມາ​ຢ້ຽມຢາມ​ສະຫະລັດ​ຂອງ​ທ່ານ​ນາງ ມີ​ຂຶ້ນ ​ໃນ​ຂະນະ​ທີ່​ທ່ານ Trump ​ໄດ້​ລົງ​ນາມ​
ໃນ​ດຳລັດ​ຝ່າຍບໍລິຫານ​ ທີ່​ຈະ​ສ້າງ​ກຳ​ແພງ​ໃນ​ເຂດ​ຊາຍ​ແດນລະ​ຫວ່າງ​ສະຫະລັດ ກັບ Mexico ​ແລະ​ກະກຽມ​ທີ່​ຈະ​ອອກດຳລັດ ບໍ່​ຮັບ​ເອົາ​ພວກ​ອົບ​ພະຍົບຕື່ມ​ແລະ​ຫ້າມບໍ່​ໃຫ້​ຮັບ​ເອົາ​ພວກ​ຄົນເຂົ້າ​ເມືອງ​ຈາກ​ກຸ່ມ​ 6 ປະ​ເທດມຸສລິ​ມ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG