ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ກວດພົບວ່າ ມີປະຊາຊົນລາວ ທີ່ຕິດເຊື້ອ HIV-AIDS ມີຫຼາຍກວ່າ 5,400 ຄົນ


ບັນດາເຈົ້າໜ້າທີ່ ຂອງລັດຖະບານລາວ ຈັດກອງປະຊຸມ ເພື່ອວາງແຜນ ຍຸດທະສາດ ຕ້ານເຊື້ອໂຣກ HIV-AIDS
ບັນດາເຈົ້າໜ້າທີ່ ຂອງລັດຖະບານລາວ ຈັດກອງປະຊຸມ ເພື່ອວາງແຜນ ຍຸດທະສາດ ຕ້ານເຊື້ອໂຣກ HIV-AIDS

ທາງການລາວ ກວດພົບວ່າ ມີປະຊາຊົນລາວ ທີ່ຕິດເຊື້ອ
HIV-AIDS ຫຼາຍກວ່າ 5,400 ຄົນທີ່ບໍ່ໄດ້ຮັບ ບໍລິການ
ດ້ານການປິ່ນປົວ ຈາກພາກລັດ ທັງຍັງມີປະຊາກອນ 3 ກຸ່ມ
ທີ່ມີຄວາມສ່ຽງສູງ ທີ່ຈະຕິດເຊື້ອໂຣກນີ້.

ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ແລະປະທານ
ຄະນະກຳມະການແຫ່ງຊາດຕ້ານເຊື້ອໂຣກເອດສ໌ ຢືນຢັນວ່າ ເປົ້າໝາຍສຳຄັນທີ່ສຸດ ຂອງ
ການຕ້ານ AIDS ໃນລາວ ກໍແມ່ນການປ້ອງກັນການລະບາດ ຂອງເຊື້ອໂຣກໃຫ້ໄດ້ຕາມ
ເປົ້າໝາຍສະຫັດສະວັດ ການພັດທະນາ ກໍຄືການຄວບຄຸມ ການຕິດເຊື້ອໂຣກ AIDS ຂອງ
ປະຊາຊົນລາວ ໃຫ້ຕ່ຳກວ່າ 1 ເປີເຊັນ ຂອງປະຊາກອນທັງໝົດໃນປີນີ້.

ພິທີມອບຮັບ ອຸປະກອນ CD4 ຈາກ ລັດຖະບານຍີ່ປຸ່ນ ໃຫ້ແກ່ກະຊວງ ສາທາລະນະສຸກ ເພື່ອນຳໃຊ້ ໃນວຽກງານ ຕ້ານເຊື້ອໂຣກ HIV-AIDS ຢູ່ໃນລາວ.
ພິທີມອບຮັບ ອຸປະກອນ CD4 ຈາກ ລັດຖະບານຍີ່ປຸ່ນ ໃຫ້ແກ່ກະຊວງ ສາທາລະນະສຸກ ເພື່ອນຳໃຊ້ ໃນວຽກງານ ຕ້ານເຊື້ອໂຣກ HIV-AIDS ຢູ່ໃນລາວ.

ໂດຍການດຳເນີນງານໃນລະຍະ ທີ່ຜ່ານມາ ກໍປາກົດວ່າ ສາມາດ
ຄວບຄຸມການຕິດເຊື້ອ HIV-AIDS ໄດ້ດີພໍສົມຄວນ ເພາະວ່າ ມີ
ປະຊາຊົນລາວຕິດເຊື້ອ HIV-AIDS ຈຳນວນ 7,072 ຄົນ ແລະ
ໃນນີ້ ກໍໄດ້ເສຍຊີວິດໄປແລ້ວ 1,659 ຄົນ ຈຶ່ງຍັງເຫຼືອ 5,413 ຄົນ
ທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼືອ ໃນການປິ່ນປົວ ຕໍ່ໄປຊຶ່ງຖືເປັນ
ອັດຕາ ສະເລ່ຍທີ່ຕ່ຳກວ່າ 1 ເປີເຊັນ ຂອງປະຊາກອນລາວທັງ
ໝົດ 6 ລ້ານ 8 ແສນກວ່າຄົນ ໃນປັດຈຸບັນ.

ທາງດ້ານທ່ານສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າ ກົມ
ຄວບຄຸມພະຍາດຕິດຕໍ່ ຂອງກະຊວງສາທາລະນະສຸກ ຖະແຫລງ
ວ່າ ນັບແຕ່ປີ 1990 ເຖິງທ້າຍປີ 2014 ໄດ້ກວດພົບຜູ້ຕິດເຊື້ອໂຣກໄວຣັສ HIV ຈຳນວນ
7,072 ຄົນ ໃນທົ່ວປະເທດ ໂດຍໃນນີ້ ກໍປາກົດວ່າ ມີເຖິງ 4,339 ຄົນ ທີ່ເປັນໂຣກ AIDS
ຢ່າງສົມບູນແບບແລ້ວ ທັງຍັງມີເຖິງ 1,659 ຄົນ ທີ່ເສຍຊີວິດຍ້ອນໂຣກ AIDS ໃນຊ່ວງ
ດັ່ງກ່າວນີ້.

ການລົນນະລົງ ໃນການຕ້ານເຊື້ອ HIV-AIDS ໂດຍຜ່ານການສະແດງ ລະຄອນເວທີ ເນື່ອງໃນວັນໂຣກເອດສ໌ສາກົນ ທີ 1 ທັນວາ.
ການລົນນະລົງ ໃນການຕ້ານເຊື້ອ HIV-AIDS ໂດຍຜ່ານການສະແດງ ລະຄອນເວທີ ເນື່ອງໃນວັນໂຣກເອດສ໌ສາກົນ ທີ 1 ທັນວາ.

ໂດຍເຖິງແມ່ນວ່າ ອັນຕາການຕິດເຊື້ອ HIV-AIDS ໃນລາວ ຈະ
ຍັງຕ່ຳ ເມື່ອທຽບກັບປະເທດສະມາຊິກຂອງກຸ່ມອາຊຽນດ້ວຍກັນ
ກໍຕາມ ຫາກແຕ່ວ່າ ລາວກໍມີປັດໄຈສ່ຽງ ໃນຫຼາຍດ້ານ ທີ່ຈະເຮັດ
ໃຫ້ປະຊາຊົນໄດ້ຮັບເຊື້ອ HIV-AIDS ເພີ່ມຂຶ້ນອີກ ໂດຍສະເພາະ
ແມ່ນການເຄື່ີອນຍ້າຍແຮງງານ ການທີ່ປະຊາຊົນ ໃນເຂດຊົນນະ
ບົດ ຍັງຂາດຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບການປ້ອງກັນໂຣກ
AIDS ແລະການໂຄສະນາວຽກງານຕ້ານໂຣກ AIDS ຂອງທາງ
ການລາວກໍຍັງບໍ່ກວ້າງຂວາງດ້ວຍນັ້ນ.

ແຕ່ຢ່າງໃດກໍຕາມ ສູນຕ້ານໂຣກ HIV-AIDS ແລະພະຍາດຕິດ
ຕໍ່ໃນລາວ ກໍລາຍງານວ່າ ໃນປັດຈຸບັນ ມີປະຊາຊົນລາວ 3 ກຸ່ມດ້ວຍກັນ ທີ່ຖືວ່າ ເປັນກຸ່ມ
ປະຊາກອນທີ່ມີຄວາມສ່ຽງສູງສຸດ ທີ່ຈະຕິດເຊື້ອໂຣກ HIV-AIDS ເພີ່ມຂຶ້ນຢ່າງຕໍ່ເນື່ອງ
ຊຶ່ງປະກອບດ້ວຍກຸ່ມແມ່ຍິງລາວ ທີ່ຂາຍບໍລິການທາງເພດ ກຸ່ມຮັບຮ່ວມເພດດຽວກັນ ແລະ
ກຸ່ມທີ່ຊົມໃຊ້ຢາເສບຕິດ ດ້ວຍການສີດເຂົ້າເສັ້ນເລືອດ ຕາມລຳດັບ.

ທັງນີ້ ໂດຍຈາກການເກັບກຳຂໍ້ມູນພາກສະໜາມ ໃນຂັ້ນເບື້ອງຕົ້ນ ເມື່ອບໍ່ນານມານີ້ ກໍເຮັດ
ໃຫ້ທາງການລາວໄດ້ປະເມີນສະພາບການວ່າ ມີແມ່ຍິງລາວຫຼາຍກວ່າ 11,000 ຄົນ ທີ່
ຂາຍບໍລິການທາງເພດເປັນອາຊີບ ໃນຂະນະດຽວກັນ ກໍມີຜູ້ຊາຍຫຼາຍກວ່າ 50,000 ຄົນ
ທີ່ຮັບຮ່ວມເພດດຽວກັນ ແລະອີກຫຼາຍກວ່າ 50,000 ຄົນ ກໍຢູ່ໃນກຸ່ມທີ່ຊົມໃຊ້ຢາເສບຕິດ
ເປັນປະຈຳ ໂດຍສະເພາະແມ່ນກຸ່ມ ທີ່ຊົມໃຊ້ຢາເສບຕິດ ດ້ວຍການສີດເຂົ້າເສັ້ນເລືອດນັ້ນ
ກໍນັບເປັນກຸ່ມປະຊາກອນ ທີ່ຕິດເຊື້ອ HIV-AIDS ເພີ່ມຂຶ້ນຢ່າງວ່ອງໄວອີກດ້ວຍ.

ຊຶ່ງດ້ວຍສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ສູນຕ້ານໂຣກ HIV-AIDS ແລະພະຍາດຕິດຕໍ່
ໃນສັງກັດກະຊວງສາທາລະນະສຸກຂອງລາວ ໄດ້ໃຫ້ຄວາມສຳຄັນເປັນພິເສດ ທີ່ຈະດຳ
ເນີນໃນທຸກມາດຕະການເພື່ອລົດ ຈຳນວນ ຜູ້ຕິດເຊື້ອ HIV-AIDS ໃນທັງ 3 ກຸ່ມດັ່ງກ່າວນີ້
ໃຫ້ມີປະສິດທິພາບທີ່ສູງຂຶ້ນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນສູນຕ້ານ HIV-AIDS ແລະພະຍາດ
ຕິດຕໍ່ ໃນລາວ ໄດ້ໃຫ້ການຢືນຢັນວ່າ:

“ທີ່ໜ້າເປັນຫ່ວງອີກອັນໜຶ່ງເນາະ ໃນການຕິດເຊື້ອໂຣກເອດສ໌ ຢູ່ປະເທດລາວ
ພວກເຮົານີ້ ສ່ວນຫຼາຍກໍແມ່ນເກີດກັບຜູ້ທີ່ມີການເຄື່ອນຍ້າຍ ໂດຍສະເພາະກໍ
ແມ່ນ ການເຄື່ອນຍ້າຍເພື່ອການຫາວຽກເຮັດງານທຳ ແຕ່ວ່າແນວໃດກໍຕາມ
ສຳລັບ ນະໂຍບາຍທາງດ້ານແຮງງານນັ້ນ ຍັງບໍ່ທັນໄດ້ມີການກຳນົດ ລະອຽດ
ແລ້ວ ກະຊັດເຈນກ່ຽວກັບການປ້ອງກັນ ຫຼືວ່າ ການຕ້ານການແຜ່ລະບາດ ຂອງ
ເຊື້ອໂຣກເອດສ໌ ກໍຄືໂຣກເອດສ໌ ຢູ່ໃນສະຖານທີ່ເຮັດວຽກ.”

ຊຶ່ງຕໍ່ກໍລະນີດຽວກັນນີ້ ທ່ານພອນເທຍ ພົນເສນາ ສະມາຊິກສະພາແຫ່ງຊາດລາວ ກໍໄດ້
ໃຫ້ການອະທິບາຍວ່າ ເຖິງແມ່ນວ່າ ອັນຕາການຕິດເຊື້ອ HIV-AIDS ໃນລາວ ຈະຍັງຄົງ
ຢູ່ໃນລະດັບທີ່ຕ່ຳກໍຕາມ ແຕ່ສະຖານະການທີ່ໜ້າເປັນຫ່ວງຢ່າງຍິ່ງ ກໍຄືລະບົບໃຫ້ບໍລິການ
ດ້ານການປິ່ນປົວ ແລະການຮັກສາສຸຂະພາບຂອງລັດຖະບານ ຍັງບໍ່ສາມາດທີ່ຈະໃຫ້ການ
ເບິ່ງແຍງ ບັນດາຄົນລາວທີ່ຕິດເຊື້ອໂຣກ ດັ່ງກ່າວນີ້ໄດ້ ຢ່າງທົ່ວເຖິງ ແລະພຽງພໍ ກັບສະ
ພາບບັນຫາທີ່ເປັນຈິງນັ້ນເອງ.

XS
SM
MD
LG