ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດເອກະຊົນ ຈາກ 53 ປະເທດ ເຂົ້າມາລົງທຶນ ໃນລາວ ມູນຄ່າ ຫຼາຍກວ່າ 25 ຕື້ໂດລາ


ກອງປະຊຸມ ທຸລະກິດ ກ່ຽວກັບ ການຄ້າ ການລົງທຶນ ລະຫວ່າງ ລາວ ແລະ ຈີນ.
ກອງປະຊຸມ ທຸລະກິດ ກ່ຽວກັບ ການຄ້າ ການລົງທຶນ ລະຫວ່າງ ລາວ ແລະ ຈີນ.

ບັນດາບໍລິສັດເອກະຊົນຈາກ 53 ປະເທດທີ່ໄດ້ເຂົ້າມາລົງທຶນ
ໃນ ລາວ ແລ້ວຄິດເປັນມູນຄ່າລວມຫຼາຍກວ່າ 25,000 ລ້ານ
ໂດລາ ໂດຍບັນດາບໍລິສັດ ຈີນ ມີມູນຄ່າການລົງທຶນໃນ ລາວ
ຫຼາຍທີ່ສຸດເປັນອັນດັບ 1.

ທ່ານ ບຸນທະວີ ສີສຸພັນທອງ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະການລົງທຶນ ຖະແຫຼງວ່າບັນດາບໍລິສັດຕ່າງຊາດທີ່ເຂົ້າມາລົງທຶນໂດຍກົງໃນລາວ ໃນປະຈຸບັນນີ້ມາຈາກ
53 ປະເທດ ແລະ ມີມູນຄ່າການລົງທຶນຮ່ວມກັນຫຼາຍກວ່າ 25,000 ລ້ານໂດລາແລ້ວ ໂດຍ
ໃນນີ້ກໍປະກົດວ່າບັນດາບໍລິສັດ ຈີນ ໄດ້ເຂົ້າມາລົງທຶນໃນ ລາວ ຫຼາຍທີ່ສຸດເປັນອັນດັບ 1
ແລະ ນັບເປັນປີທີ 5 ຕິດຕໍ່ກັນແລ້ວ.

ທັງນີ້ໂດຍຄະນະກຳມະທິການຮ່ວມມື ດ້ານເສດຖະກິດການຄ້າ ແລະ ເທັກນິກ ລາວ ຈີນ
ໄດ້ອະທິບາຍວ່າ ສາເຫດສຳຄັນ ທີ່ເຮັດໃຫ້ການລົງທຶນຂອງຈີນ ໃນລາວ ເພີ່ມຂຶ້ນຢ່າງຕໍ່
ເນື່ອງ ກໍເພາະວ່າ ທັງສອງຝ່າຍໄດ້ຕົກລົງເສີມຂະຫຍາຍ ການຮ່ວມມືທາງເສດຖະກິດ
ລະຫວ່າງກັນຢ່າງໃກ້ຊິດ ແລະ ຮອບດ້ານໂດຍໄດ້ຮ່ວມກັນສ້າງແຜນແມ່ບົດວ່າ ດ້ວຍ
ການຮ່ວມມືໃນດ້ານເສດຖະກິດ ແລະ ເທັກນິກສະບັບໃໝ່ ເພື່ອນຳໃຊ້ເປັນແຜນປະຕິບັດ
ຮ່ວມມືລະຫວ່າງກັນ ໃນຊ່ວງປີ 2016 ຫາ 2020 ຢ່າງເປັນທາງການແລ້ວ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ແລະ ຈີນ ຮ່ວມກັນ ຈັດພິທີເປີດ ການກໍ່ສ້າງໂຮງງານກັ່ນ ໃນລາວ.
ເຈົ້າໜ້າທີ່ຂັ້ນສູງຂອງລາວ ແລະ ຈີນ ຮ່ວມກັນ ຈັດພິທີເປີດ ການກໍ່ສ້າງໂຮງງານກັ່ນ ໃນລາວ.

ໂດຍການລົງທຶນຂອງບັນດາບໍລິສັດເອກະຊົນຈີນ ໃນລາວ ທັງ
ໃນສ່ວນທີ່ເປັນການລົງທຶນຂອງ ຈີນ ທັງ 100 ເປີເຊັນ ແລະ
ຮ່ວມທຶນກັບເອກະຊົນ ລາວ ນັ້ນກໍມືຢູ່ເຖິງ 761 ໂຄງການ ໂດຍ
ມີມູນຄ່າການລົງທຶນຮ່ວມກັນ ຫຼາຍກວ່າ 7,000 ລ້ານໂດລາ ໃນ
ປີ 2015 ນີ້ ເນື່ອງຈາກວ່າ ການລົງທຶນຂອງບັນດາບໍລິສັດຈີນ ຢູ່
ໃນລາວ ນັ້ນ ໄດ້ເນັ້ນໜັກໃນພາກພະລັງງານ ແລະ ການຂຸດຄົ້ນ
ແຮ່ທາດເປັນດ້ານຫຼັກນັ້ນເອງ.

ແຕ່ຢ່າງໃດກໍຕາມ ການລົງທຶນຂອງຕ່າງຊາດໃນລາວ ຍັງຕ້ອງ
ປະເຊີນໜ້າກັບບັນຫາ ທີ່ເປັນອຸປະສັກຕໍ່ການຂະຫຍາຍ ການ
ລົງທຶນໃນຫຼາຍດ້ານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຊີ້ແຈງວ່າ.

“ສະພາບແວດລ້ອມ ຂອງການດຳເນີນຖຸລະກິດ ໃນການລົງທຶນຢູ່ໃນລາວນີ້ ຍັງຢູ່ໃນ
ລະດັບຕ່ຳ ຖ້າທຽບໃສ່ບັນດາປະເທດໃຫຍ່ໂຕ ໃນບັນຫາທີ່ເປັນຕົ້ນຕໍ ທີ່ໄດ້ສະແດງ
ຈາກນັກທຸລະກິດ ອັນທີໜຶ່ງກະແມ່ນບັນຫາ ໃນການເລີ່ມຕົ້ນທຸລະກິດ ມີຄວາມຫຍຸ້ງ
ຍາກໃນການຊອກຫາແຫຼ່ງທຶນ ຫຼື ຄວາມຫຍຸ້ງຍາກໃນການອະນຸຍາດ ກໍ່ສ້າງໂຮງງານ
ໄຟຟ້າໃນເຂດອຸດສາຫະກຳ.”

ສ່ວນໃນດ້ານການຄ້າກໍມີລາຍງານວ່າໃນປີ 2014 ການຄ້າລະຫວ່າງ ລາວ ກັບ ຈີນ ໄດ້
ຂະຫຍາຍຕົວເພີ່ມຂຶ້ນເຖິງ 31 ເປີເຊັນ ທຽບໃສ່ປີ 2013 ໂດຍມີມູນຄ່າການຄ້າລວມເຖິງ
3,610 ລ້ານໂດລາ ແບ່ງເປັນການສົ່ງອອກສິນຄ້າຂອງລາວ ໄປ ຈີນ ໃນມູນຄ່າ 1,770 ລ້ານໂດລາ ເພີ່ມຂຶ້ນ 27 ເປີເຊັນ ທຽບກັບປີ 2013 ແລະ ລາວ ໄດ້ນຳເຂົ້າສິນຄ້າຈາກຈີນ
ໃນມູນຄ່າ 1,840 ລ້ານໂດລາ ເພີ່ມຂຶ້ນ 7 ເປີເຊັນທຽບໃສ່ປີ 2013 ທັງຍັງຄາດວ່າການຄ້າ
ລາວ ຈີນ ໃນປີ 2015 ນີ້ ຈະມີມູນຄ່າລວມຫຼາຍກວ່າ 4,000 ລ້ານໂດລາອີກດ້ວຍ.

ແຕ່ຢ່າງໃດກໍຕາມ ສຳລັບໃນດ້ານການຄ້ານັ້ນ ລາວ ກໍຍັງເປັນຝ່າຍທີ່ຂາດດຸນການຄ້າ
ຕ່າງປະເທດ ມາໂດຍຕະຫຼອດ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ
ໃນໄລຍະ 6 ເດືອນທຳອິດຂອງແຜນການປີ 2014 ຫາ 2015 ກໍຄືນັບແຕ່ເດືອນຕຸລາ
2014 ເຖິງເດືອນມີນາ 2015 ນີ້ ການຄ້າຕ່າງປະເທດຂອງ ລາວ ມີມູນຄ່າລວມ 4,220
ລ້ານໂດລາໂດຍແບ່ງເປັນການສົ່ງອອກໃນມູນຄ່າ 2,430 ລ້ານໂດລາຄິດເປັນ 51.8
ເປີເຊັນ ຂອງແຜນການປີ ແລະ ເພີ່ມຂຶ້ນເຖິງ 22.9 ເປີເຊັນທຽບໃສ່ແຜນການປີ 2013
ຫາ 2014 ທີ່ຜ່ານມາ.

ສຳລັບໃນໄລຍະແຜນການປະຈຳປີ 2014 ຫາ 2015 ນີ້ ທາງການລາວ ໄດ້ວາງຄາດໝາຍ
ການຄ້າຕ່າງປະເທດໄວ້ໃນມູນຄ່າລວມເຖິງ 8,868 ລ້ານໂດລາ ເຊິ່ງແບ່ງເປັນການສົ່ງ
ອອກສິນຄ້າ ໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 4,168 ລ້ານໂດລາ ແລະ
ຄວບຄຸມການນຳເຂົ້າສິນຄ້າຈາກຄ່າງປະເທດໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 4,700 ລ້ານ
ໂດລາ ເພື່ອເຮັດໃຫ້ ລາວ ຂາດດຸນການຄ້າຕ່າງປະເທດ ບໍ່ເກີນ 532 ລ້ານໂດລາ.

ສ່ວນການທີ່ທາງການ ລາວ ຈະສາມາດຄວບຄຸມການຂາດດຸນການຄ້າ ຕ່າງປະເທດ ໄດ້
ຕາມແຜນການດັ່ງກ່າວ ກໍບໍ່ແມ່ນເລື່ອງງ່າຍ ໂດຍຈະເຫັນໄດ້ຈາການທີ່ ລາວ ໄດ້ນຳເຂົ້າ
ນ້ຳມັນ ຫຼາຍກວ່າ 900 ລ້ານລິດໃນປີ 2013 ແລະ ເພີ່ມຂຶ້ນເປັນ 1,000 ລ້ານລິດໃນປີ
2014 ສ່ວນໃນຊ່ວງ 10 ເດືອນຂອງປີ 2015 ນີ້ ລາວ ກໍໄດ້ນຳເຂົ້ານ້ຳມັນຈາກຕ່າງປະ
ເທດແລ້ວ ຫຼາຍກວ່າ 1,200 ລ້ານລິດ.

XS
SM
MD
LG