ນັກອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງເປີດເຜີຍວ່າ ລັດຖະບານ ລາວ
ມີແຜນຈະພັດທະນາແຫຼ່ງຜະລິດພະລັງງານໄຟຟ້ານ້ຳຕົກ 32 ໂຄງການໃນແຂວງອັດ
ຕະປື ລວມເຂື່ອນເຊປຽນ-ເຊນ້ຳນ້ອຍ.
ນັກເຄື່ອນໄຫວໃນເຄືອຂ່າຍເພື່ອການອະນຸລັກສິ່ງແວດລ້ອມທຳມະຊາດ ແລະ ຊີວະ
ນານາພັນໃນລຸ່ມແມ່ນ້ຳຂອງເປີດເຜີຍວ່າ ທາງການລາວ ໂດຍກະຊວງພະລັງງານ ແລະ
ບໍ່ແຮ່ ໄດ້ຕົກລົງອະນຸຍາດໃຫ້ບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດ ເພື່ອໃຫ້
ດຳເນີນການສຶກສາ, ສຳຫຼວດ ແລະ ກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຢູ່ໃນແຂວງ ອັດຕະປື
ຈຳນວນທັງໝົດ 32 ໂຄງການ ຊຶ່ງໃນນີເປັນເຂື່ອນຂະໜາດນ້ອຍທີ່ມີກຳລັງຕິດຕັ້ງ 15
ເມກະວັດລົງມາຈຳນວນ 17 ໂຄງການ ແລະ ເຂື່ອນຂະໜາດໃຫຍ່ທີ່ມີກຳລັງຕິດຕັ້ງ
ເກີນ 15 ເມກະວັດຂຶ້ນໄປຈຳນວນ 15 ໂຄງການ.
ໂດຍໃນ 32 ໂຄງການດັ່ງກ່າວ ຍັງຈັດແບ່ງເປັນໂຄງການທີ່ຢູ່ໃນຂັ້ນລົງນາມໃນບົດ
ບັນທຶກຄວາມເຂົ້າໃຈ 8 ໂຄງການ, ຂັ້ນການຈັດທຳບົດວິພາກເສດຖະກິດ ແລະ ເທັກ
ນິກ 5 ໂຄງການ, ຂັ້ນຈັດທຳສັນຍາລົງທຶນ 10 ໂຄງການ, ຂັ້ນລົງນາມສັນຍາສຳປະທານ
5 ໂຄງການ ແລະ ຂັ້ນລົງມືດຳເນີນການກໍ່ສ້າງໃນ 4 ໂຄງການ ລວມມີກຳລັງຕິດຕັ້ງທັງ
ໝົດ 1,882 ເມກະວັດທີ່ສາມາດຜະລິດກະແສໄຟຟ້າໄດ້ກວ່າ 7,564 ລ້ານກິໂລວັດ/
ໂມງ ຊຶ່ງລວມເຖິງໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ນັບຕັ້ງແຕ່ວັນທີ 23 ກໍລະກົດ
2018 ເປັນຕົ້ນມາດ້ວຍ.
ພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ບັນດານັກອະນຸລັກສິ່ງແວດລ້ອມທຳມະ
ຊາດໃນເຂດລຸ່ມແມ່ນ້ຳຂອງມີຄວາມກັງວົນໃຈວ່າ ການພັດທະນາເຂື່ອນໄຟຟ້າທັງ
32 ໂຄງການໃນແຂວງອັດຕະປື ອາດຈະເກີດເຫດຊ້ຳຮອຍຄືກັບໂຄງການເຂື່ອນເຊ
ປຽນ-ເຊນ້ຳນ້ອຍໄດ້ເຊັ່ນກັນ ຖ້າຫາກວ່າການສຶກສາສຳຫຼວດເພື່ອອອກແບບກໍ່ສ້າງ
ລວມເຖິງການປ້ອງກັນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດບໍ່ໄດ້ມາດ
ຕະຖານຢ່າງແທ້ຈິງ.
ທາງດ້ານທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະຮັບ
ຜິດຊອບການສືບສວນສອບສວນ ຫາສາເຫດທີ່ຄູກັນນ້ຳໃນເຂື່ອນເຊປຽນ-ເຊນ້ຳ
ນ້ອຍແຕກພັງນັ້ນ ຖະແຫຼງວ່າ ການສອບສວນຫາສາເຫດທີ່ແທ້ຈິງທີ່ເຮັດໃຫ້ເຂື່ອນ
ເຊປຽນ-ເຊນ້ຳນ້ອຍແຕກ ໂດຍຄະນະຜູ້ຊ່ຽວຊານຂອງຄະນະກຳມະການສາກົນວ່າ
ດ້ວຍເຂື່ອນຂະໜາດໃຫຍ່ ຫຼື International Commission on Large Dams
(ICOLD) ຕາມການເຊີນຂອງທາງການ ລາວ ນັ້ນຍັງຄົງສືບຕໍ່ຢ່າງຕັ້ງໜ້າ ຊຶ່ງໃນ
ເບື້ອງຕົ້ນພົບວ່າເປັນຍ້ອນບັນຫາໃນການສຶກສາວິໄຈທີ່ບໍ່ລະອຽດຮອບດ້ານ.
ແຕ່ຢ່າງໃດກໍຕາມ ຈົນເຖິງປັດຈຸບັນ ກໍຍັງບໍ່ສາມາດສະຫຼຸບຜົນສອບສວນໄດ້ຢ່າງເປັນ
ທາງການ ເພາະວ່າຄະນະຜູ້ຊ່ຽວຊານຂອງ ICOLD ທີ່ໄດ້ເລີ່ມການສອບສວນນັບ
ແຕ່ວັນທີ 19 ສິງຫາ 2018 ເປັນຕົ້ນມາຍັງຕ້ອງໃຊ້ເວລາອີກໄລຍະນຶ່ງ ເພື່ອດຳເນີນ
ການສຶກສາ ແລະ ວິໄຈດິນສັນເຂື່ອນທີ່ແຕກນັ້ນຢ່າງລະອຽດ ໂດຍຜ່ານມາກໍໄດ້ທຳ
ການຂຸດເຈາະດິນສັນເຂື່ອນເພີ່ມຂຶ້ນຈາກ 7 ຂຸມເປັນ 12 ຂຸມເພື່ອນຳມາສຶກສາ-ວິໄຈ
ແລະ ສົມທຽບກັນຢ່າງຮອບດ້ານ ຈຶ່ງເຮັດໃຫ້ຄະນະຜູ້ຊ່ຽວຊານ ຍັງບໍ່ສາມາດສະຫຼຸບ
ຜົນການສອບສວນໄດ້ຈົນເຖິງປັດຈຸບັນ ດັ່ງທີ່ທ່ານ ບຸນທອງ ໄດ້ຖະແຫຼງຢືນຢັນວ່າ
"ເຂື່ອນເຊປຽນ-ເຊນ້ຳນ້ອຍນີ້ໄດ້ຈັດຕັ້ງຄະນະຊີ້ນຳໂດຍແມ່ນຂ້າພະເຈົ້າເອງເປັນຫົວ
ໜ້າດຳເນີນການກວດກາ ກ່ຽວກັບ ເຫດການທີ່ເຂື່ອນແຕກພັງຫັ້ນ ແມ່ນຍ້ອນອີຫຍັງ
ແລ້ວກະສິປຶກສາຫາລືກັນເວົ້າແທ້ໆນີ້ຫຼະແມ່ນວ່າ ເລີ່ມແຕ່ການກວດກາຄັ້ງທຳອິດນີ້
ພວກເຮົາກະເຫັນແລ້ວເລື່ອງຮ້ອຍຂອງບັນຫາ ແຕ່ວ່າຊ່ຽວຊານນີ້ເພິ່ນບໍ່ໃຫ້ປະກາດ
ເພາະວ່າ ມັນຕ້ອງໄດ້ສຶກສາເບິ່ງໃຫ້ມັນລະອຽດເລິ່ງເຊິ່ງຕື່ມ ໃນແຕ່ລະອັນ, ແຕ່ລະ
ອັນ, ແຕ່ລະຂອດ ແຕ່ລະມຸມຕໍ່ກັບບັນຫາຕ່າງໆຄືປັດຈຸບັນນີ້ ພວກເຮົາດຳເນີນການ
ເຈາະດິນ ວິໄຈຄືນໃໝ່ ໂຕບ່ອນທີ່ມັນແຕກພັງຫັ້ນນະ."
ທາງດ້ານ ທ່ານ ວິທູນ ເພີ່ມພົງສາຈະເລີນ ຜູ້ອຳນວຍການຂອງເຄືອຂ່າຍພະລັງງານ
ເພື່ອນິເວດທຳມະຊາດໃນລຸ່ມແມ່ນ້ຳຂອງ ໃຫ້ການຢືນຢັນວ່າບັນດາອົງການອະນຸລັກ
ສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງ ແລະ ສາກົນຍັງຄົງສືບຕໍ່ການເຄື່ອນໄຫວ
ເພື່ອກົດດັນໃຫ້ລັດຖະບານ ລາວ ພິຈາລະນາຍົກເລີກໂຄງການເຂື່ອນເຊປຽນ-ເຊນ້ຳ
ນ້ອຍ ເພາະວ່າເປັນໂຄງການທີ່ໄດ້ສົ່ງຜົນກະທົບທັງຕໍ່ສິ່ງແວດລ້ອມທຳມະຊາດ ແລະ
ຊີວິດການເປັນຢູ່ຂອງປະຊາຊົນໃນແຂວງອັດຕະປືຢ່າງກວ້າງຂວາງ ທັງຍັງມີຄວາມ
ສ່ຽງສູງທີ່ຈະເກີດໄພພິບັດໃນລັກສະນະດຽວກັນນີ້ໃນຕໍ່ໜ້າ ຖ້າຫາກລັດຖະບານ ລາວ
ຍັງຈະອະນຸຍາດໃຫ້ສືບຕໍ່ດຳເນີນການກໍ່ສ້າງເຂື່ອນໃຫ້ແລ້ວສຳເລັດຕາມແຜນການ
ເດີມທີ່ວາງໄວໃນປີ 2019 ຕໍ່ໄປ.