ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ພວມກໍ່ສ້າງ 13 ເຂື່ອນ ເພື່ອພັດທະນາ ໃຫ້ເປັນ ໝໍ້ໄຟ ຂອງເອເຊຍ


ເຂື່ອນນໍ້າອູ 2 ໃນແຂວງຫຼວງພະບາງ ຊຶ່ງເປັນນຶ່ງໃນຫຼາຍໆເຂື່ອນ ທີ່ກໍາລັງຢູ່ພາຍໃຕ້ການກໍ່ສ້າງ
ເຂື່ອນນໍ້າອູ 2 ໃນແຂວງຫຼວງພະບາງ ຊຶ່ງເປັນນຶ່ງໃນຫຼາຍໆເຂື່ອນ ທີ່ກໍາລັງຢູ່ພາຍໃຕ້ການກໍ່ສ້າງ
ໃນ​ປັດຈຸບັນ​ ກໍາລັງ​ມີ​ການ​ກໍ່ສ້າງ​ເຂື່ອນ 13 ​ໂຄງການ ​ແລະ​ໂຮງ
ງານ​ຜະລິດ​ໄຟຟ້າ​ຈາກຖ່ານ​ລິກ​ໄນ້ 1 ​ແຫ່ງ​ ທີ່​ເປັນ​ສ່ວນ​ນຶ່ງ​ໃນ​
ແຜນການ​ ພັດທະນາ​ລາວ ​ເປັນ​ໝໍ້​ໄຟ​ຂອງ​ເອ​ເຊຍໃຫ້​ໄດ້​ ຢ່າງ​
ເປັນ​ຮູ​ບປະ​ທໍາ.


ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ລາຍ​ງານ​ວ່າ ບັນດາ​ໂຄງການ
ເຂື່ອນແລະໂຮງງານຜະລິດກະ​ແສ​ໄຟຟ້າ ທີ່​ກໍາລັງ​ດໍາ​ເນີນ​ການ
​ກໍ່ສ້າງ​ຢູ່​ໃນ​ປັດຈຸບັນ​ນີ້ ມີ​ຢູ່ 14 ​ໂຄງການ​ດ້ວຍ​ກັນໂດຍ​ໃນ​ນີ້​ກໍເປັນ​ການ​ກໍ່ສ້າງ​ເຂື່ອນ 13 ​
ໂຄງການແລະ​ໂຮງງານ​ຜະລິດ​ກະ​ແສ​ໄຟຟ້າ​ ຈາກ​ຖ່ານລິກ​ໄນ້ 1​ ​ໂຄງການ.

​ໂດຍ​ໂຄງການ​ທີ່​ຄາດໝາຍ​ວ່າ​ຈະ​ກໍ່ສ້າງ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ 2014-2015 ກໍ​ປະກອບ​
ດ້ວຍ​ເຂື່ອນ​ຫ້ວຍ​ລໍາ​ພັນ​ ຂະໜາດ 88 MW ​ໃນ​ແຂວງ​ຫຼວງ​ນໍ້າ​ທາ ​ເຂື່ອນ​ນໍ້າ​ຄານ 2
ຂະໜາດ 130 MW ​ໃນ​ແຂວງ​ຫຼວງ​ພະ​ບາງ ​ ເຂື່ອນ​ເຊ​ນໍ້າ​ນ້ອຍ 1 ຂະໜາດ 15 MW ​
ເຂື່ອນ​ນໍ້າ​ງຽບ 3A ຂະໜາດ 44 MW ​ເຂື່ອນ​ນໍ້າ​ກົງ 2 ​ແລະ​ໂຮງງານ​ຜະລິດ​ກະ​ແສ​ໄຟຟ້າ
​ຫົງ​ສາລິກ​ໄນ້ ຂະໜາດ 1,800 MW ​ໃນ​ແຂວງ​ໄຊ​ຍະ​ບຸລີ.

ສ່ວນ​ທີ່ຈະ​ກໍ່ສ້າງ​ ແລ້ວ​ສໍາ​ເລັດ​ພາຍ​ໃນ​ປີ 2016 ນັ້ນ ກໍ​ປະກອບ​ດ້ວຍ​ ເຂື່ອນ​ນໍ້າ​ອູ່ 5 ຂະໜາດ 240 MW ​ເຂື່ອນ​ນໍ້າ​ອູ່ 6 ຂະ​ໜາດ 180 MW ໃນ​ແຂວງ​ຫຼວງ​ພະ​ບາງ ​ແລະ​ເຂື່ອນ​ນໍ້າ​ງຽບ 1 ຂະໜາດ 180 MW ໃນ​ແຂວງ​ວຽງ​ຈັນ.

ນອກຈາກ​ນັ້ນ ກໍ​ມີ​ເຂື່ອນ​ເຊ​ຂະ​ໝາ​ນ ຂະໜາດ 322 MW ​ເຂື່ອນ​ນໍ້າ​ອູ່ 2 ຂະໜາດ 120 MW ​ເຂື່ອນ​ນໍ້າ​ຄານ 3 ຂະໜາດ 60 MW ຢູ່ ​ໃນ​ແຂວງ​ຫຼວງ​ພະ​ບາງ ກໍ​ຈະ​ກໍ່ສ້າງ​ແລ້ວ​ສໍາ​ເລັດ​ໃນ​ປີ 2016-2017 ​ແລະ​ໂຄງການ​ເຂື່ອນ​ໄຊຍະ​ບຸລີ ​ເທິງ​ແນວ​ແມ່​ນໍ້າຂອງ​ໃນ​ເຂດ​ແຂວງໄຊ​ຍະ​ບຸລີ ຊຶ່ງ​ຈະ​ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ເຖິງ 1,280 MW ນັ້ນ ກໍ​ມີ​ກໍານົດ​ການ​ກໍ່ສ້າງ​ໃຫ້​ສໍາ​ເລັດ​ ໃນ​ປີ 2019.

ທາງ​ດ້ານ​ທ່ານ​ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງພະລັງງານແລະ​ບໍ່​ແຮ່ ກໍຖະ​ແຫຼ​ງ
ຢືນຢັນ​ວ່າ ການ​ພັດທະນາ​ດ້ານ​ພະລັງງານ​ໃນ​ລາວ ທີ່ສ່ວນ​ໃຫຍ່​ເປັນ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ
​ນໍ້າຕົກ​ນັ້ນ ຖື​ເປັນ​ພະລັງງານ​ທາງ​ເລືອກ​ແລະ​ພະລັງງານ​ທົດ​ແທນ​ທີ່​ສະອາດ​ແລະ​ເປັນມິດ​ຕໍ່
​ສິ່ງ​ແວດ​ລ້ອມ​ທໍ​າມະ​ຊາດ ທັງ​ກໍຍັງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສັງຄົມ​ໃນ​ລະດັບ​ທີ່​ຕໍ່າ​ຫຼາຍອີກດ້ວຍ​

ຍິ່ງ​ໄປ​ກວ່າ​ນັ້ນ ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນໍ້າຕົກ​ກໍ​ຍັງ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາ​ທາງເສດ
ຖະກິດ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ໃຫ້​ດີ​ຂຶ້ນ​ເທື່ອລະ
​ກ້າວ ​ເນື່ອງ​ຈາກ​ລາວ​ສາມາດ​ທີ່​ຈະ​ສ້າງ​ລາຍ​ຮັບ​ຈາກ​ການ​ຂາຍ​ກະ​ແສ​ໄຟຟ້າ ​ແລະ​ໃນ​ຂະນະ​
ດຽວກັນ ການ​ສະໜອງ​ກະ​ແສ​ໄຟຟ້າ​ໄປ​ໃຫ້​ປະຊາຊົນ​ລາວ ​ໄດ້​ຊົມ​ໃຊ້​ຢ່າງ​ກວ້າງຂວາງ​ຫຼາຍ​
ຂຶ້ນນັບມື້​ນັ້ນ ກໍ​ຍັງ​ໄດ້​ປະກອບສ່ວນ​ຢ່າງ​ສໍາຄັນ​ໃນ​ການ​ພັດທະນາພາກ​ການ​ຜະ​ລີດ​ຕ່າງ​ໆ
ໄດ້ເປັນ​ຢ່າງດີ ດັ່ງ​ທີ່​ທ່ານ ສຸ​ລິ​ວົງ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ທ່ານ​ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງພະລັງງານ ​ແລະ​ບໍ່​ແຮ່
ທ່ານ​ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງພະລັງງານ ​ແລະ​ບໍ່​ແຮ່

“ການ​ພັດທະນາ​ ໄຟຟ້າ​ຢູ່​ ສປປ ລາວ ສ່ວນໃຫຍ່​ແມ່ນ​ໄຟຟ້າ​
ນໍ້າຕົກ ຊຶ່ງ​ຈັດ​ເປັນ​ພະລັງງານ​ໃນ​ກຸ່ມ​ແຫຼ່ງພະລັງງານ​ທີ່​ສະອາດ
​ເປັນ​ພະລັງງານ ທີ່​ທົດ​ແທນ​ໄດ້​ ​ແລະ​ມີ​ຜົນ​ກະທົບ​ຕໍ່າ ຕໍ່​ສິ່ງ​ແວດ
ລ້ອມ​ທໍາ​ມະ​ຊາດ​ແລະ​ສັງຄົມ ພ້ອມ​ກັນ​ນັ້ນ​ ຍັງ​ໄດ້​ປະກອບສ່ວນ​
ອັນ​ໃຫຍ່​ຫຼວງ​ຕໍ່​ການ​ພັດທະນາຊົນນະບົດ ​ເປັນ​ການ​ປະກອບ
ສ່ວນ​ ສ້າງ​ລາຍ​ຮັບ​ແຫ່ງ​ຊາດ​ ຈາກ​ການ​ຂາຍ​ໄຟຟ້າ ​ແລະ​ເປັນ​
ການ​ຊ່ວຍ​ ໃຫ້​ຂະ​ແໜງ​ການ​ອື່ນໆ ​ໄດ້​ຮັບ​ການ​ພັດທະນາ​ອີກ​
ດ້ວຍ.”


ທັງ​ນີ້​ໂດຍ​ກະຊວງ​ພະລັງງານແລະ​ບໍ່​ແຮ່ ​ໄດ້​ວາງ​ແຜນການ​ທີ່​ຈະ​ເພີ່ມ​ລະດັບ​ຄວາມ​ອາດ
ສາມາດ​ໃນ​ການ​ຜະລິດ​ພະລັງງານ​ໄຟຟ້າ​ຈາກ 3,200 MW​ ​ໃນ​ປັດຈຸບັນ ​ເປັນ​ບໍ່ໜ້ອຍ
ກວ່າ 12,500 MW ​ໃນ​ປີ 2020 ຊຶ່ງ​ການ​ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້​ຢ່າງ​
ແທ້​ຈິງ​ນັ້ນ​ ກໍ​ຈະ​ຕ້ອງ​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນ ​ແລະ​ໂຮງງານໄຟຟ້າ​ທັງ 14 ​ໂຄງການ​
ດັ່ງກ່າວ ​ໃຫ້ສໍາເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້​ນັ້ນ​ເອງ. ​

ໃນ​ປັດຈຸບັນ ​ເຂື່ອນທີ່​ກໍ່ສ້າງ​ສໍ​າ​ເລັດແລະ​ໄດ້​ຜະລິດກະ​ແສ​ໄຟຟ້າ​ແລ້ວ ມີ​ຢູ່ 23 ​ໂຄງການ
ທີ່​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ລວມກັນ 3,211 M​W ຫຼື 13,668.04 ລ້ານ​ກິ​ໂລ​ວັດ/ໂມງ
ຕໍ່​ປີ ​ແລະ​ກໍ​ໄດ້​ສົ່ງ​ຂາຍ​ໃຫ້ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ​ໃນ​ປະລິມານ
​ລວມ 11,053.8 ລ້ານ​ກິ​ໂລ​ວັດ/​ໂມງ ຄິດ​ເປັນ​ມູນ​ຄ່າ​ເກີນກວ່າ 480 ລ້ານ​ໂດ​ລ່າ​ໃນ​ປີ 2013
ທີ່​ຜ່ານ​ມາ.

​ໂດຍ​ການ​ດໍາ​ເນີນແຜນການ​ດັ່ງກ່າວ​ນີ້​ ຂອງ​ກະຊວງ​ພະ​ລັງ​ງານແລະ​ບໍ່​ແຮ່ ກໍ​ຄື​ການຕອບ​
ສະໜອງ ຕໍ່​ເປົ້້າໝາຍ​ຂອງ​ພັກ ​ແລະ​ລັດຖະບານ​ລາວ ທີ່​ຈະ​ພັດທະນາ​ລາວ​ ໃຫ້ເປັນ​ໝໍ້ໄຟ
​ຂອງ​ເອເຊຍ (Battery of Asia) ​ໃຫ້​ໄດ້ ດ້ວຍ​ການ​ສົ່ງເສີມ​ການ​ລົງທຶນ​ ເພື່ອ​ກໍ່​ສ້າງເຂື່ອນ
​ຢູ່​ໃນ​ລາວ ​ໃຫ້ຫຼາຍ​ຂຶ້ນຢ່າງ​ບໍ່​ຢຸດ​ຍັ້ງ ​ແລະ​ກໍ​ຍັງ​ເປັນ​ການ​ນໍາ​ໃຊ້​ປະ​ໂຫຍ​ດຈາກ​ທ່າ​ແຮງ​ບົ່ມ​ຊ້ອນ​ດ້ານຊັບພະຍາກອນ​ນໍ້າຂອງ​ລາວ ​ໄດ້​ເປັນ​ຢ່າງ​ດີ​ອີກ​ດ້ວຍ.
XS
SM
MD
LG