ການສຶກສາໄດ້ສະແດງໃຫ້ເຫັນວ່າ ເມື່ອຄົນລູບໂຕສັດ, ຄວາມດັນເລືອດຂອງເຂົາເຈົ້າຈະຫຼຸດລົງ ພ້ອມກັບຄວາມກົດດັນ ແລະ ຄວາມກັງວົນໃຈ. ຍ້ອນແນວນັ້ນ ໝາບຳບັດໂຣກຈຶ່ງຖືກພົບເຫັນຫຼາຍຂຶ້ນໃນໂຮງຮຽນ, ສູນໃຫ້ຄຳປຶກສາຕ່າງໆ ແລະ ແມ່ນກະທັ້ງໃນໂຮງໝໍ. ນັກຂ່າວວີໂອເອ ແຄໂຣລ ເພຍສັນ ມີລາຍງານ ກ່ຽວກັບ ໂຮງໝໍສອງແຫ່ງທີ່ໃຊ້ໝາບຳບັດເພື່ອຊ່ວຍຄົນໄຂ້ ໃນຊ່ວງໄລຍະການປິ່ນປົວສຸຂະພາບຂອງເຂົາເຈົ້າ. ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ນີ້ແມ່ນທ້າວ ແທັສ, ໝາພັນ ອອສເຕຣລຽນ ເຊເຜີດ ທີ່ເຮັດວຽກຢູ່ໂຮງໝໍມະຫາວິທະຍາໄລ ມິສຊູຣີ.
ທ້າວ ບຣູສ ມິລເລີ, ອາສາສະໝັກໄດ້ກ່າວວ່າ “ລາວໄດ້ຮັບຄວາມສົນໃຈຫຼາຍ ແລະ ລາວກໍມັກຄວາມສົນໃຈຫຼາຍ.”
ແທັສ ແມ່ນໝາບຳບັດ ທີ່ສະໜອງຄວາມອົບອຸ່ນ ແລະ ການສະໜັບສະໜູນດ້ານຄວາມຮູ້ສຶກ.
ທ່ານ ເຄວິນ ກວິນ ຈາກຄະນະເບິ່ງແຍງສຸຂະພາບ ມະຫາວິທະຍາໄລ ມິສຊູຣີ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າຄົນໄຂ້ບາງຄົນຮູ້ສຶກໂດດດ່ຽວ. ເຂົາເຈົ້າອອກມາທີ່ນີ້, ມັນໂດດດ່ຽວ, ມັນໜ້າເບື່ອ. ແລະ ໝາກໍແມ່ນສັດທີ່ເຂົາເຈົ້າຫວັງຢາກພົບ. ແລະ ເມື່ອມັນມາຢາມ, ທົ່ວໂຮງໝໍແມ່ນຈະມີຊີວິດຊີວາຂຶ້ນ.”
ທ່ານ ເພຕັນ ວາລເດຣັນ, ຄົນໄຂ້ ໄດ້ກ່າວວ່າ “ຂ້າພະເຈົ້າຕື່ມເຕັ້ນຫຼາຍເພາະວ່າ ຂ້າພະເຈົ້າບໍ່ໄດ້ເຫັນໂຕໝາດົນຫຼາຍແລ້ວ, ສະນັ້ນ, ມັນໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມສຸກ. ຂ້າພະເຈົ້າບໍ່ໄດ້ຄິດກ່ຽວກັບຄວາມເຈັບປວດຂອງຂ້າພະເຈົ້າ. ຂ້າພະເຈົ້າບໍ່ໄດ້ຄິດວ່າຈະມີແນວອື່ນເກີດຂຶ້ນບໍ່.”
ໝາບຳບັດແມ່ນຢູ່ທຸກຈຸດທີ່ໂຮງໝໍ ຈອນສ໌ ຮັອບກິນສ໌, ລວມທັງຕຶກຜູ້ປ່ວຍໜັກ. ແຕ່ການຄົ້ນຄວ້າທີ່ແທ້ຈິງ ກ່ຽວກັບ ວິທີທີ່ມັນມີຜົນກະທົບຕໍ່ຄົນໄຂ້ ແມ່ນຍັງບໍ່ພຽງພໍ. ທ່ານນາງ ເມແກັນ ໂຮຊີ, ນັກຈິດຕະວິທະຍາຢູ່ມະຫາວິທະຍາໄລ ຮັອບກິນສ໌ ໄດ້ລິເລີ່ມການສຶກສາເພື່ອເບິ່ງວ່າ ມັນໄດ້ຊ່ວຍພັດທະນາສຸຂະພາບຂອງຄົນໄຂ້ຫຼືບໍ່.”
ທ່ານນາງ ເມແກັນ ໂຮຊີ ປະລິນຍາເອກ ຈາກມະຫາວິທະຍາໄລການແພດ ຈອນສ໌ ຮັອບກິນສ໌ ໄດ້ກ່າວວ່າ “ການທົບທວນບົດຂຽນແຕ່ກ່ອນຂອງພວກເຮົາໄດ້ພົບວ່າ ຄົນໄຂ້ຜູ້ທີ່ຢູ່ໃນສະພາບແວດລ້ອມຄືໂຮງໝໍ, ສະຖານພະຍາບານ ແລະ ສະຖານທີ່ກ່ຽວກັບຈິດຕະວິທະຍາ ແມ່ນໄດ້ຮັບຜົນປະໂຫຍດຈາກການເຮັດວຽກກັບສັດບຳບັດທີ່ລວມມີອາລົມດີຂຶ້ນ, ຄວາມເຈັບປວດຫຼຸດລົງ, ລະດັບການເຕັ້ນຂອງຫົວໃຈ ແລະ ການປ່ຽນແປງຂອງການເຕັ້ນຂອງຫົວໃຈດີຂຶ້ນ ແລະ ເວົ້າໂດຍລວມ, ມີການພົວພັນກັບການປິ່ນປົວສຸຂະພາບຂອງເຂົາເຈົ້າດີຂຶ້ນ.”
ຄົນໄຂ້ຄົນນຶ່ງໄດ້ຂຽນກ່ຽວກັບ ມອລລີ, ໝາບຳບັດທີ່ໄດ້ມາຢ້ຽມຢາມລາວ ໃນວັນທີ່ພວກເຮົາໄດ້ມາຢຸດແວ່ໂຮງໝໍ.
ນາງ ມາລີນາ ເຄຊີ, ເຈົ້າຂອງໝາບຳບັດ ໄດ້ກ່າວວ່າ “ຕອນທີ່ຂ້າພະເຈົ້າຖືກຟ້າວນຳສົ່ງໄປໂຮງໝໍໃນວັນພະຫັດແລ້ວນີ້, ໝາຂອງຂ້າພະເຈົ້າມັນສັບສົນ, ລາວໄດ້ຮ້ອງໃຫ້ເປັນເວລາເຈັດມື້.”
ມອລລີ ແມ່ນໝາຂອງນາງ ມາລີນາ ເຄຊີ.
ທ່ານນາງ ມາລີນາ ກ່າວວ່າ “ພວກເຮົາໄດ້ທຳການຝຶກຊ້ອມປະມານສາມປີ, ທັງສອງຢູ່ໃນຫ້ອງຮຽນນຳກັນ ແລະ ຕໍ່ມາກໍມີແຕ່ຂ້າພະເຈົ້າຄົນດຽວ. ແລະ ລາວກໍໄດ້ຜ່ານການສອບເສັງຂອງລາວໃນເດືອນເມສາ.”
ທ່ານນາງ ມາລີນາ ເວົ້າວ່າຄົນໄຂ້ຫຼາຍຄົນໄດ້ບອກ ມອລລີ ສິ່ງຕ່າງໆທີ່ເຂົາເຈົ້າບໍ່ໄດ້ບອກພະຍາບານ ຫຼື ແພດໝໍຂອງເຂົາເຈົ້າ. ຕາໃຫຍ່ສີຕັບໝູພວກນັ້ນເບິ່ງຄືວ່າຈະໄດ້ໄປກະຕຸ້ນອົງປະກອບອັນນຶ່ງ ຂອງຄວາມໄວ້ວາງໃຈ.
Studies show when people pet an animal, their blood pressure goes down along with stress and anxiety. That's why therapy dogs are increasingly found in schools, counseling centers and even in hospitals. VOA's Carol Pearson reports on two hospitals that use therapy dogs to help patients on their medical journey.
This is Taz, an Australian Shepherd who works at the University of Missouri Hospital.
"He gets a lot of attention -- haha --and he loves the attention.
Taz is a therapy dog who provides comfort and emotional support.
"I think sometimes patients feel isolated. They get out here, it's lonely, it's boring. And the dogs are something to look forward to, and when they visit, the whole unit comes alive."
"I was just really excited because I havenʼt seen a dog in a really long time, so, it made me happy. I didnʼt think about my pain, I didnʼt think about what else was gonna happen."
Therapy dogs are in every unit at Johns Hopkins Hospital, including intensive care.But actual research about how they impact patients is lacking. Megan Hosey, a psychologist at Hopkins, has initiated a study to see if they improve patients' wellbeing.
"Our review of previous literature found that patients who are in settings like hospitals, nursing homes and psychiatric facilities have benefits from working with therapy animals that include improved mood, reductions in pain, improvements in heart rate and heart rate variability and, just in general, better engagement with their medical care."
This patient wrote about Molly, the therapy dog who visited her the day we stopped by the hospital.
"When I was rushed to the hospital last Thursday, my dog was so confused, he cried for seven days."
"We went through training for about three years, both in classes, and then alone by myself. And she passed her test in April."
Casey says patients tell Molly things they haven't told their nurses or doctors.Those big brown eyes seem to inspire an element of trust.