ງານບຸນປີໃໝ່ຕາມຈັນທະປະຕິທິນ ຫຼື ກຸດຈີນ ແລະ ການອະທິຖານພາວະນາໄດ້ເປັນຂີດໝາຍການເລີ່ມຕົ້ນປີງູທົ່ວທະວີບເອເຊຍ ແລະ ພື້ນທີ່ອື່ນໆ ໃນວັນພຸດມື້ນີ້ ລວມທັງໃນນະຄອນຫຼວງ ມົສກູ ຂອງ ຣັດເຊຍນຳດ້ວຍ ອີງຕາມອົງການຂ່າວ AP.
ປະຊາຊົນຫຼາຍຮ້ອຍຄົນໄດ້ລຽນແຖວເປັນເວລາຫຼາຍຊົ່ວໂມງກ່ອນທ່ຽງຄືນ ຢູ່ວັດ ວົງ ໄຕ ຊິນ ໂຕຍ ໃນເກາະ ຮົງກົງ ເພື່ອພະຍາຍາມທີ່ຈະເປັນຜູ້ທຳອິດເພື່ອປັກທູບໃສ່ແທ່ນຢູ່ຕໍ່ໜ້າຫໍໃຫຍ່ຂອງວັດ.
ທ້າວ ມິງ ໂຊ, ຜູ້ທີ່ໄດ້ໄປວັດທຸກໆປີ ໃນຄືນກ່ອນວັນກຸດຈີນ ກ່າວວ່າ “ຂ້ອຍອະທິຖານໃຫ້ຄອບຄົວຂອງຂ້ອຍມີຄວາມສຸກ. ຂ້ອຍຂໍໃຫ້ທຸລະກິດຂອງຂ້ອຍ ດຳເນີນໄປດີ. ຂ້ອຍອະທິຖານໃຫ້ປະເທດຂອງຂ້ອຍ ແລະ ອະທິຖານໃຫ້ປະຊາຊົນມີຄວາມສະຫງົບສຸກ. ຂ້ອຍຂໍໃຫ້ປີທີ່ຈະມາເຖິງນີ້ ເປັນປີທີ່ດີກວ່າເກົ່າ.”
ວັນພັກດັ່ງກ່າວ, ທີ່ຮູ້ຈັກກັນດັ່ງກັບບຸນລະດູບານໃໝ່ໃນ ຈີນ, ເຕັດ ໃນ ຫວຽດນາມ ແລະ ຊຽວລາວ ໃນ ເກົາຫຼີ, ແມ່ນບຸນທີ່ສຳຄັນທີ່ສະເຫຼີມສະຫຼອງໂດຍຊຸມຊົນທີ່ອາໄສຢູ່ຕ່າງແດນໃນທົ່ວໂລກ. ງູ, ເຊິ່ງແມ່ນນຶ່ງໃນສັດ 12 ໂຕ ໃນລາສີຂອງຈີນ, ມີຂຶ້ນຕາມຫຼັງປີມັງກອນ ທີ່ຫາກໍ່ສິ້ນສຸດໄປ.
ສຽງໝາກກະໂພກແຕກໄດ້ຕ້ອນຮັບປີໃໝ່ຢູ່ນອກວັດ ກວນ ດີ ໃນນະຄອນຫຼວງ ກົວລາ ລຳເປີ ຂອງ ມາເລເຊຍ, ຕາມດ້ວຍການເຊີດສິງໂຕພ້ອມກັນບຈັງຫວະຂອງສຽງກອງ ແລະ ສຽງສິ່ງນ້ອຍ.
ຄົນຈີນຈະຖືທູບຢູ່ຕໍ່ໜ້າພວກເຂົາ, ກົ້ມຄຳນັບຫຼາຍຄັ້ງຢູ່ໃນວັດ ກ່ອນຈະຈູດທູບໃນໝໍ້ສີຄຳທີ່ມີຄວັນປິວຂຶ້ນຈາກປາຍທູບທີ່ໄໝ້ຢູ່.
ຄົນຈີນຫຼາຍຄົນຜູ້ທີ່ເຮັດວຽກໃນເມືອງໃຫຍ່ ໄດ້ກັບຄືນເມືອບ້ານໃນລະຫວ່າງວັນພັກແຫ່ງຊາດ 8 ວັນດັ່ງກ່າວ ໃນສິ່ງທີ່ຖືກອະທິບາຍດັ່ງກັບການເຄື່ອນໄຫວປະຈຳປີທີ່ໃຫຍ່ທີ່ສຸດໃນໂລກຂອງມວນມະນຸດ. ນະຄອນຫຼວງ ປັກກິ່ງ ຂອງ ຈີນ ໄດ້ກາຍເປັນເມືອງຮ້າງຊົ່ວຄາວ, ດ້ວຍຮ້ານຄ້າຫຼາຍແຫ່ງໄດ້ປິດ ແລະ ຖະໜົນທີ່ປົກກະຕິແລ້ວຈະໜາແໜ້ນ ແລະ ລົດໄຟໃຕ້ດິນແມ່ນເປົ່າຫວ່າງ.
ຕາມປະເພນີແລ້ວ, ຄົນຈີນຈະຮັບປະທານອາຫານຄ່ຳກັບຄອບຄົວຢູ່ບ້ານໃນຄືນກ່ອນປີໃໝ່ ແລະ ໄປ “ງານຢູ່ວັດ” ໃນວັນປີໃໝ່ ເພື່ອເບິ່ງການສະແດງ ແລະ ຊື້ອາຫານຫວ່າງ, ຂອງຫຼິ້ນ ແລະ ເຄື່ອງປະດັບເລັກນ້ອຍອື່ນໆຢູ່ຕາມຮ້ານນ້ອຍຕ່າງໆ.
ປະຊາຊົນຈີນຫຼາຍຄົນຈະສວຍໂອກາດຕໍ່ວັນພັກອອກໄປເພື່ອທຳການເດີນທາງທັງໃນ ແລະ ຕ່າງປະເທດ. ບໍລິສັດ Ctrip, ເຊິ່ງແມ່ນບໍລິສັດຈອງການທ່ອງທ່ຽວອອນໄລນ໌ ທີ່ດຳເນີນເວັບໄຊ້ Trip.com ໄດ້ກ່າວວ່າ ຈຸດໝາຍປາຍທາງໃນຕ່າງປະເທດທີ່ໄດ້ຮັບຄວາມນິຍົມກວ່າໝູ່ໃນປີນີ້ ແມ່ນ ຍີ່ປຸ່ນ, ໄທ, ຮົງກົງ, ມາເລເຊຍ, ສິງກະໂປ, ອອສເຕຣເລຍ, ສະຫະລັດ, ເກົາຫຼີໃຕ້, ມາເກົ້າ ແລະ ຫວຽດນາມ.
ປະຊາຊົນ ຣັດເຊຍ ໄດ້ຮ້ອງໂຮ ໂບກມື ແລະ ຖ່າຍພາບຂະບວນແຫ່ສີສັນສົດໃສພ້ອມກຸ່ມນັກເຕັ້ນໃນຊຸດແຟນຊີ ແລະ ຮູບປັ້ນມັງກອນ ແລະ ງູຂະໜາດໃຫຍ່ທີ່ລອຍຢູ່ເທິງຟ້າ ເປັນການເລີ່ມຕົ້ນບຸນກຸດຈີນ 10 ວັນໃນນະຄອນຫຼວງ ມົສກູ ເມື່ອຄືນວັນອັງຄານວານນີ້.
ລັດຖະບານ ຈີນ ແລະ ຣັດເຊຍ ໄດ້ເສີມຂະຫຍາຍສາຍພົວພັນນັບຕັ້ງແຕ່ປີ 2022 ເປັນຕົ້ນມາ, ເຊິ່ງເປັນສ່ວນນຶ່ງໃນການຕ້ານຢັນຕໍ່ສິ່ງທີ່ເຂົາເຈົ້າເຫັນວ່າເປັນການຄອບງຳຂອງ ສະຫະລັດ ໃນຄວາມເປັນລະບຽບຂອງໂລກ.
ບັນດາຜູ້ຢ້ຽມຢາມໄດ້ຮ້ອງຄຳວ່າ “ສະບາຍດີປີໃໝ່” ເປັນພາສາ ຣັດເຊຍ ແລະ ໄດ້ສະແດງຄວາມດີໃຈທີ່ໄດ້ສຳພັດກັບອາຫານ ແລະ ວັດທະນະທຳຂອງຈີນ ໃນນະຄອນຫຼວງ ມົສກູ, ລວມເຖິງການສະແດງພື້ນບ້ານ ແລະ ຮ້ານນ້ອຍທີ່ຂາຍເຂົ້າໜົມ ຫຼື ອາຫານຫວ່າງ ແລະ ງານສິລະປະ.
ອ່ານຂ່າວນີ້ເປັນພາສາອັງກິດ
Lunar New Year festivals and prayers marked the start of the Year of the Snake around Asia and farther afield on Wednesday — including in Moscow.
Hundreds of people lined up in the hours before midnight at the Wong Tai Sin Taoist temple in Hong Kong in a bid to be among the first to put incense sticks in the stands in front of the temple’s main hall.
“I wish my family will be blessed. I hope my business will run well. I pray for my country and wish people peace. I hope this coming year is a better year,” said Ming So, who visits the temple annually on the eve of the Lunar New Year.
The holiday — known as the Spring Festival in China, Tet in Vietnam and Seollal in Korea — is a major festival celebrated by diaspora communities around the world. The snake, one of 12 animals in the Chinese zodiac, follows the just-ended Year of the Dragon.
The pop-pop-pop of firecrackers greeted the new year outside Guan Di temple in Malaysia's capital, Kuala Lumpur, followed by lion dances to the rhythmic beat of drums and small cymbals.
Ethnic Chinese holding incense sticks in front of them bowed several times inside the temple before sticking the incense into elaborate gold-colored pots, the smoke rising from the burning tips.
Many Chinese who work in bigger cities return home during the eight-day national holiday in what is described as the world’s biggest annual movement of humanity. Beijing, China's capital, has turned into a bit of a ghost town, with many shops closed and normally crowded roads and subways emptied out.
Traditionally, Chinese have a family dinner at home on New Year's Eve and visit “temple fairs” on the Lunar New Year to watch performances and buy snacks, toys and other trinkets from booths.
Many Chinese take advantage of the extended holiday to travel both in the country and abroad. Ctrip, an online booking agency that operates Trip.com, said the most popular overseas destinations this year are Japan, Thailand, Hong Kong, Malaysia, Singapore, Australia, the United States, South Korea, Macao and Vietnam.
Russians cheered, waved and took smartphone photos of a colorful procession with drummers, costumed dancers and large dragon and snake figures held aloft that kicked off a 10-day Lunar New Year festival in Moscow on Tuesday night.
The Chinese and Russian governments have deepened ties since 2022, in part to push back against what they see as U.S. dominance of the world order.
Visitors shouted “Happy New Year” in Russian and expressed delight at being able to experience Chinese food and culture in Moscow, including folk performances and booths selling snacks and artwork.
ຟໍຣັມສະແດງຄວາມຄິດເຫັນ