ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການນຳໃຊ້ເງິນຢວນ ໃນການຊໍາລະສະສາງລາຄາສິນຄ້າ ແລະ ບໍລິການຕ່າງໆ ລະຫວ່າງກຸ່ມອາຊຽນກັບຈີນ ມີທ່າອ່ຽງເພີ້ມຂຶ້ນນັບມື້


ແຟ້ມພາບ - ເງິນຢວນຂອງຈີນ
ແຟ້ມພາບ - ເງິນຢວນຂອງຈີນ

ການນຳໃຊ້ເງິນຢວນໃນການຊໍາລະສະສາງລາຄາສິນຄ້າ ແລະ ບໍລິການຕ່າງໆ ລະຫວ່າງກຸ່ມອາຊຽນກັບຈີນ ມີທ່າອ່ຽງເພີ້ມຂຶ້ນນັບມື້ ໂດຍມີເປົ້າໝາຍທີ່ຈະຫຼຸດການນຳໃຊ້ເງິນໂດລາສະຫະລັດໃຫ້ໜ້ອຍລົງ. ຊົງຣິດ ໂພນເງິນ ມີລາຍງານ ກ່ຽວກັບເລື້ອງນີ້ ຈາກບາງກອກ.

ດຣ. ໄພຈິດ ວິບູນທະນະສານ ຮອງປະທານຫໍການຄ້າໄທໃນຈີນ ໃຫ້ທັດສະນະວ່າ ການຄ້າ ແລະ ການລົງທຶນລະຫວ່າງກຸ່ມອາຊຽນ ກັບຈີນທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ດ້ວຍການນຳໃຊ້ເງິນຢວນຂອງຈີນກັບເງິນສະກຸນທ້ອງຖິ່ນຂອງປະເທດສະມາຊິກອາຊຽນ ເປັນຫຼັກ ໃນການຊໍາລະສະສາງລາຄາສິນຄ້າ ແລະ ການບໍລິການຕ່າງໆ ລະຫວ່າງກັນນັ້ນ ຈະເຮັດໃຫ້ເງິນຢວນຂອງຈິີນມີອິດທິພົນຕໍ່ປະເທດສະມາຊິກໃນອາຊຽນເພີ່ມຂຶ້ນນັບມື້ ທັງຍັງຄາດວ່າເງິນຢວນຈະມີອິທິພົນໃນອາຊຽນສູງກວ່າເງິນໂດລາສະຫະລັດ ໃນເວລາບໍ່ເກີນ 10 ປີຕໍ່ໜ້າອີກດ້ວຍ ເພາະຈີນກັບອາຊຽນຕ່າງກໍ່ເປັນຄູ່ຄ້າອັນດັບ 1 ລະຫວ່າງກັນໃນປັດຈຸບັນ, ສ່ວນການລົງທຶນຂອງຈີນໃນອາຊຽນນັ້ນ ກໍ່ເພີ່ມຂຶ້ນທຸກປີ ທັງຍັງເປັນການລົງທຶນທີ່ຄອບຄຸມທຸກດ້ານໃນທັງ 10 ປະເທດສະມາຊິກອາຊຽນອີກດ້ວຍ ດັ່ງທີ່ ດຣ. ໄພຈິດ ໄດ້ໃຫ້ການຢືນຢັນວ່າ:

ອາຊຽນນີ້ ມີພັນທະນາເລື້ອງຂອງຂອບຄວາມຮ່ວມມືດ້ານເສດຖະກິດໃນມິຕິເລື້ອງການຄ້າເສລີ ເພາະສະນັ້ນລົງທຶນຢູ່ໃສກໍ່ຕາມ ກໍ່ສາມາດເຄື່ອນຍ້າຍສິນຄ້າເລົ່ານັ້ນ ໄປຍັງປະເທດທີ່ຢູ່ໃນອາຊຽນ ໄດ້ຂ້ອນຂ້າງສະດວກ, ອັດຕາພາສີຕໍ່າ. ດັ່ງນັ້ນ, ຖ້າໃນມິຕິການລົງທຶນນັ້ນ, ເຂົາກໍ່ຕ້ອງເບິ່ງປັດໃຈທີ່ເອື້ອປະໂຫຍດຕໍ່ການລົງທຶນຂອງເຂົາ, ຍົກຕົວຢ່າງເຊັ່ນ: ຖ້າເຂົາເຮັດອຸດສາຫະກຳທີ່ໃຊ້ແຮງງານບໍ່ມີຝີມື, ເຂົາກໍ່ຕ້ອງໄປປະເທດ CLMV (ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ) ຫຼື ໄປອິນໂດເນເຊຍ. ເຂົາຢາກໄດ້ຫຍັງທີ່ມັນເນັ້ນເທັກໂນໂລຍີສູງຂຶ້ນມາອີກໜ້ອຍນຶ່ງ ເຂົາກໍ່ຕ້ອງເບິ່ງຫາສິງກະໂປ ເບິ່ງຫາໄທ ເບິ່ງຫາມາເລເຊຍ ເປັນແຫຼ່ງຮອງຮັບການລົງທຶນ

ສ່ວນນັກທຸລະກິດການເງິນ-ການທະນາຄານໃນລາວ ເປີດເຜີຍວ່າ ທະນາຄານແຫ່ງຊາດລາວໄດ້ເລີ້ມນຳໃຊ້ເງິນຢວນຂອງຈີນເປັນສະກຸນຫຼັກໃນການຊໍາລະສະສາງລາຄາສິນຄ້າ ແລະ ບໍລິການຕ່າງໆ ລະຫວ່າງລາວກັບຈີນ ຢ່າງເປັນທາງການແລ້ວ ນັບແຕ່ກາງປີ 2023 ໂດຍມີເປົ້າໝາຍເພື່ອຫຼຸດການເພິ່ງພາເງິນໂດລາສະຫະລັດໃຫ້ນ້ອຍລົງ ແລະ ໄດ້ໃຫ້ການສົ່ງເສີມການລົງທຶນຂອງບັນດາບໍລິ ສັດຈາກຈີນໃນລາວໃຫ້ເພີ່ມຂຶ້ນ ເຊິ່ງຈະເຮັດໃຫ້ເງິນຢວນມີອິດທິພົນຕໍ່ເສດຖະກິດການຄ້າ ແລະ ການລົງທຶນໃນລາວສູງກວ່າເງິນໂດລາສະຫະລັດພາຍໃນ 5 ປີ ແລະ ທຽບເທົ່າເກັບເງິນບາດຂອງໄທໃນປີ 2030 ເປັນຢ່າງຊ້າ.

ໂດຍໃນຊ່ວງປີ 1988-2022 ລັດຖະບານລາວໄດ້ອະນຸມັດການລົງທຶນ ຂອງບັນດາບໍລິສັດຈາກຈີນໃນລາວຈຳນວນ 933 ໂຄງການ ດ້ວຍມູນຄ່າການລົງທຶກລວມກວ່າ 18,000 ລ້ານໂດລາສະຫະລັດ ຈັດເປັນຜູ້ລົງທຶນອັນດັບທີ 1 ໃນລາວ ເປັນເວລາກວ່າ 10 ປີຕິດຕໍ່ກັນ ທັງຍັງເປັນການລົງທຶນທີ່ກວມເອົາທຸກດ້ານໃນລາວ ໂດຍສະເພາະແມ່ນພາກພະລັງງານ ການຂຸດຄົ້ນແຮ່ທາດ ການຜະລິດກະສິກຳ ການຄ້າ ແລະ ບໍລິການຕ່າງໆ ຄົບວົງຈອນນັ້ນ ກໍ່ຍັງເຮັດໃຫ້ບໍລິສັດຈີນທີ່ລົງທຶນ ແລະ ດຳເນີນທຸລະກິດໃນລາວ ສາມາດກຳນົດລາຄາສິນຄ້າ ແລະ ບໍລິການຕ່າງໆ ເປັນສະກຸນເງິນຢວນໄດ້ອີກດ້ວຍ ແລະ ຖ້າຫາກວ່າສະພາບການຍັງດຳເນີນໄປແນວທາງນີ້ ກໍ່ເຊື່ອວ່າເງິນຢວນຈະມີອິດທິພົນຕໍ່ເສດຖະກິດລາວທີ່ສູງກວ່າໂດລາສະຫະລັດ ແລະ ເງິນບາດຢ່າງແນ່ນອນ, ດັ່ງທີ່ ດຣ. ອັດ ພິສານວານິດ ຜູ້ຊ່ຽວຊານການຄ້າສາກົນ ມະຫາວິທະຍາໄລຫໍການຄ້າໄທ້ໃຫ້ທັດສະນະວ່າ:

ສປປ ລາວ ກໍ່ເປັນປະເທດທີ່ຕ້ອງເພິ່ງພານໍ້າມັນ ປຸ໋ຍ ອາຫານການກິນນີ້ 90 ເປີເຊັນນັ້ນ ຈາກຕ່າງປະເທດ ເວລາຊື້ສິນຄ້າຈາກຕ່າງປະເທດກໍ່ຕ້ອງໃຊ້ເງິນຕາຕ່າງປະເທດ. ທີ່ຢູ່ໃນປະເທດ ເຂົາກໍ່ຈະເປັນໂດລາ 50 ເປີເຊັນ, ໄທຢູ່ທີ່ 40 ເປີເຊັນ, ເງິນຢວນກໍ່ປະມານ 5 ເປີເຊັນ. ທີ່ເຫຼືອກໍ່ເປັນສະກຸນອື່ນໆ ແລ້ວກໍ່ທີ່ສຳຄັນ ກໍ່ຄືວ່າສະຖານະການເສດຖະກິດໂລກກັບມາ, ທຶນຈີນກໍ່ຈະເຂົ້າມາໃນ ສປປ ລາວ, ນັກທ່ອງທ່ຽວຈີນຈະເຂົ້າມາໃນ ສປປ ລາວ, ເສດຖະກິດລາວໜ້າຈະກັບມາ

ທັງນີ້, ໂດຍທາງລົດໄຟລາວ-ຈີນໃນລາວ ກໍ່ນັບເປັນພາກສ່ວນນຶ່ງທີ່ເຮັດໃຫ້ເງິນຢວນມີອິດທິພົນເພີ່ມຂຶ້ນໃນລາວ ເພາະພາຍໃຕ້ແຜນການນຶ່ງແລວ - ນຶ່ງເສັ້ນທາງຂອງຈີນ ກໍ່ໄດ້ເປັນຜົນເຮັດໃຫ້ລັດຖະບານຈີນ ແລະ ລາວ ໄດ້ກໍ່ຕັ້ງບໍລິສັດຮ່ວມທຶນລົດໄຟລາວ-ຈີນ ຂຶ້ນມາຮັບຜິດຊອບ ການບໍລິການໂຄງການທັງໝົດ ໂດຍຝ່າຍລາວກັບຈີນຮ່ວມທຶນໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນຂອງມູນຄ່າລົງທຶນ 37,450 ລ້ານຢວນ. ໃນນີ້ແບ່ງເປັນທຶນເລີ້ມຕົ້ນ 40 ເປີເຊັນ ທີ່ລັດວິສາຫະກິດລົດໄຟລາວ-ຈີນຮັບຜິດຊອບຮ່ວມກັນ, ສ່ວນອີກ 60 ເປີເຊັນ ນັ້ນ ຮັບຜິດຊອບໂດຍບໍລິສັດຮ່ວມທຶນທາງລົດໄຟລາວ-ຈີນ ໂດຍທັງໝົດນີ້ເປັນການກູ້ຍືມຈາກທະນາຄານການຄ້າຂອງຈີນ ຈຶງເຮັດໃຫ້ກຸ່ມທຶນຈີນຄວບຄຸມໃນທຸກໆກິດຈະການຂອງລົດໄຟລາວ-ຈີນ.

XS
SM
MD
LG