ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສ​ຫ​ລ ​ຈະ​ເນ​ລະ​ເທດອີກ​ 6 ຄົນ ກັບ​ໄປ​ລາວ​ ໃນ​ທ້າຍ​ເດືອນນີ້ ແລະ​ຍັງ​ອີກປະ​ມານ 4,500 ຄົນ ​ທີ່​ຢູ່​ໃນ​ບັນ​ຊີລໍ​ຖ້າ​ ການ​ສົ່ງ​ກັບໄປ​ລາວ


​ການ​ຈັບ​ກຸມ​ຜູ້​ທີ່ບໍ່​ມີ​ສັນ​ຊາດ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ​ທີ່​ກະ​ທຳ​ຜິດ​ທາງ​ອາ​ຍາ ເພື່ອ​ຈະ​ເອົາ​ໄປ​ຂັງ ແລະ​ລໍ​ຖ້າການ​ເນ​ລະ​ເທດ ​ອອກ​ຈາກ​ສະ​ຫະ​ລັດ
​ການ​ຈັບ​ກຸມ​ຜູ້​ທີ່ບໍ່​ມີ​ສັນ​ຊາດ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ​ທີ່​ກະ​ທຳ​ຜິດ​ທາງ​ອາ​ຍາ ເພື່ອ​ຈະ​ເອົາ​ໄປ​ຂັງ ແລະ​ລໍ​ຖ້າການ​ເນ​ລະ​ເທດ ​ອອກ​ຈາກ​ສະ​ຫະ​ລັດ

ສະ​ຫະ​ລັດ ​ຈະ​ເນ​ລະ​ເທດ​ຄົນ​ລາວ 6 ຄົນ ​ທີ່ບໍ່​ມີ​ສັນ​ຊາດ​ອາ​ເມ​ຣິ​ກັນໄປລາວໃນ​ທ້າຍເດືອນນີ້ ດັ່ງ​ທີ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄຳ​ພັນ ອັ່ນ​ລາ​ວັນ​ໃຫ້​ສຳ​ພາດ​ໃນ​ບໍ່​ເທົ່າ​ໃດ​ວັນ ກ່ອນເພິ່ນ​ຈະ​ອອກ​ເດີນທາງກັບ​ໄປ​ລາວໃນ​ມື້ນີ້​ວ່າ:

ທ່ານ​ກ່າວ​ອີກວ່າຈຳ​ນວນ 6 ຄົນ​ນີ້ ​ແມ່ນ​ຍົກ​ມາ​ຈາກ​ບັນ​ຊີ​ທີ່​ຈະ​ຖືກ​ເນ​ລະ​ເທດ​ໃນ​ປີ 2021 ທີ່ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້ແລະນອນ​ຢູ່​ໃນຈຳ​ນວນປະມານ 4,500 ຄົນ ໃນບັນຊີ ຂອງ​ຄົນລໍຖ້າເນລະເທດໄປ​ລາວນັ້ນ. ອີງ​ຕາມບົດ​ລາຍ​ງານ​ປະ​ຈຳປີຂອງຫ້ອງ​ການ​ຄົນ​ເຂົ້າ​ເມືອງ ແລະ​ພາ​ສີ​ຂອງ​ສະ​ຫະ​ລັດ ​ທີ່​ຂຽນ​ຢູ່​ໃນເວັບ​ໄຊ​ທ໌​ຂອງກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນຂອງ​ສະ​ຫະ​ລັດແລ້ວ ໃນ​ປີ​ກາຍນີ້​ມີ​ພຽງ 59,011 ​ຄົນ​ບໍ່​ແມ່ນ​ສັນ​ຊາດ​ອາ​ເມ​ຣິ​ກັນທີ່​ຖືກ​ເນ​ລະ​ເທດອອກ​ໄປ​ຈາກສະ​ຫະ​ລັດ ຊຶ່ງເປັນ​ຈຳ​ນວນ​ທີ່​ຫລຸດ​ລົງ​ຫລາຍ​ທີ່​ສຸດໃນ​ຮອບ​ສອງທົດ​ສະ​ວັດ​ກວ່າ​ມານີ້ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເນ​ລະ​ເທດ​ຄົນ​ອອກ​ຈາກ​ສະ​ຫະ​ລັດ​ມີການ​ຊັກ​ຊ້າ​ໃນປີ​ຜ່ານ​ມາ. ທັງ​ນີ້​ກໍ​ເປັນ​ຍ້ອນ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ໄບ​ເດັນທີ່ຫັນ​ໄປ​ສຸມ​ໃສ່ບັນ​ຫາ​ທີ່​ຮີບ​ດ່ວນກວ່າ​ເຊັ່ນພວກ​ທີ່​ຂ້າມ​ຊາຍ​ແດນ​ເຂົ້າ​ມາ​ສະ​ຫະ​ລັດແລະ​ພວກ​ທີ່​ເປັນ​ໄພ​ຂົ່ມ​ ຂູ່​ຢ່າງ​ແຮງ ​ຕໍ່​ຄວາມ​ສະ​ຫງົບ​ຂອງ​ປະ​ຊາ​ຊົນ ແລະ​ຄວາມ​ໝັ້ນຄົງຂອງ​ຊາດ.

ສ່ວນ​ທາງ​ຝ່າຍ​ລາວນັ້ນ ທ່ານ​ຄຳ​ພັນເວົ້າ​ວ່າໄດ້​ໃຫ້​ຄວາມ​ຮ່ວມ​ມື​ດີ​ສົມ​ຄວນ ແຕ່​ການ​ພິ​ຈາ​ລະ​ນາ​ຮັບ​ເອົາ​ຄົນໄປ​ກໍຕ້ອງ​ໄດ້​ໃຊ້​ເວ​ລາ​ດົນ​ແດ່ເພາະ​ຕັ້ງ​ໄດ້​ຜ່ານການ​ພິ​ສູດ​ສັນ​ຊາດທີ່​ມີຫລາຍ​ຂັ້ນ ດັ່ງ​ທີ່​ທ່ານ​ໃຫ້​ຄຳ​ເຫັນ​ວ່າ:

ນັບແຕ່ 1998 ຫາ 2020 ສະຫະລັດໄດ້ເນລະເທດ 230 ຄົນ ທີ່ມາຈາກລາວ ຊຶ່ງລວມທັງຊົນເຜົ່າລາວ, ເຜົ່າ ມົ້ງ, ເຜົ່າ​ຢ້າວ ແລະເຜົ່າອື່ນໆ ຊຶ່ງໃນນີ້ລວມທັງພວກ ທີ່ເຄີຍກະທໍາຜິດທາງອາຍາໃນອະດີດ ແລະປັດ ຈຸບັນ ອີງຕາມຖະ​ຖິ​ຕິ​ໃນເວັບ​ໄຊທ໌ເວັບຂອງກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນຂອງ​ສະ​ຫະ​ລັດ.

XS
SM
MD
LG