ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກໍ່​ສ້າງ​ຄູກັ້ນ​ນ້ຳ​ ຂອງ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ຈະ​ສຳ​ເລັດ​ ໃນ​ເດືອນ​ຕຸ​ລາ 2019


ພາບ​ຖ່າຍ​ຈາກ​ເທິງ​ອາ​ກາດ ຂອງ​ສະ​ຖານ​ທີ່ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໃນ​ແຂວງ​ອັດ​ຕະ​ປື ຂອງ​ລາວ
ພາບ​ຖ່າຍ​ຈາກ​ເທິງ​ອາ​ກາດ ຂອງ​ສະ​ຖານ​ທີ່ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໃນ​ແຂວງ​ອັດ​ຕະ​ປື ຂອງ​ລາວ

ການກໍ່​ສ້າງ​ຄູກັ້ນ​ນ້ຳ​ ຂອງ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ຈະ​ສຳ​ເລັດ​ໃນ​ເດືອນ​ຕຸ​ລາ 2019 ແລະ​ຈະ​ເລີ້ມ​ການ​ຜະ​ລິດ​ກະ​ແສ​ໄຟ​ຟ້າ ເພື່ອ​ສົ່ງ​ຂາຍ​ໃຫ້​ປະ​ເທດ​ໄທ ນັບ​ຈາກ​ທ້າຍ​ປີ 2019 ເປັນ​ຕົ້ນ​ໄປ.


ບໍ​ລິ​ສັດ​ເຂື່ອນ​ໄຟ​ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ຈຳ​ກັດ ໄດ້​ສະ​ເໜີ​ລາຍ​ງານ​ໃນ​ໂອ​ກາດ ທ່ານ​ບຸນ​ທອງ ຈິດ​ມະ​ນີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເດີນ​ທາງ​ໄປ​ຕິດ​ຕາມ​ເບິ່ງ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ​ໃນ​ທ້າຍ​ເດືອນ​ກັນ​ຍາ 2019 ທີ່​ຜ່ານ​ມາ ວ່າ ການກໍ່​ສ້າງ​ຄູກັ້ນ​ນ້ຳ​ໃໝ່ ເພື່ອ​ທົດ​ແທນ​ຄູກັ້ນ​ນ້ຳ​ເກົ່າ​ທີ່​ເປ່​ເພ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ໃນ​ປີ 2018 ນັ້ນ ໄດ້​ຄືບ​ໜ້າ​ແລ້ວ ກວ່າ 75 ເປີ​ເຊັນ ໂດຍ​ຈະ​ແລ້ວ​ເສັດ​ສົມ​ບູນ ໃນ​ເດືອນ​ຕຸ​ລາ ແລະ​ສາ​ມາດ​ທີ່​ຈະ​ເລີ້ມ​ຜະ​ລິດ​ກະ​ແສ​ໄຟ​ຟ້າ​ໄດ້​ນັບ​ຈາກ​ເດືອນ​ທັນ​ວາ 2019 ທີ່​ຈະ​ເຖິງນີ້ ເປັນ​ຕົ້ນ​ໄປ.

ທັງ​ນີ້ ບໍ​ລິ​ສັດ SK ວິ​ສະ​ວະ​ກຳ​ແລະ​ກໍ່​ສ້າງ​ຈາກ​ເກົາຫຼີ​ໃຕ້ ຜູ້​ຮ່ວມ​ລົງ​ທຶນ ແລະ​ຮັບ​ຜິດ​ຊອບ ໃນ​ການກໍ່​ສ້າງ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ກໍ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ໃນ​ຄວາມ​ແຂງ​ແຮງ​ແລະ​ທົນ​ທານ​ຂອງ​ການກໍ່​ສ້າງ​ຄູກັ້ນ​ນ້ຳ​ໃໝ່​ດັ່ງ​ກ່າວນີ້ ເພາະ​ວ່າ ໄດ້​ໃຊ້​ຄອນກ​ຣີດ​ອັດ​ແໜ້ນ​ໃນ​ປະ​ລິ​ມານ​ເຖິງ 220,000 ແມັດ​ກ້ອນ​ ຍາວ 430 ແມັດ ເລິກ 57 ແມັດ ແລະ​ມີ​ປະ​ຕູ​ສຸກ​ເສີນ​ທີ່​ລະ​ບາຍ​ນ້ຳ​ໄດ້​ເຖິງ 340 ແມັດ​ກ້ອນ​ຕໍ່​ວິ​ນາ​ທີ ຫຼື​ຫລາຍກວ່າ 12 ລ້ານ​ແມັດ​ກ້ອນ​ຕໍ່​ຊົ່ວ​ໂມງ ຊຶ່ງ​ສາ​ມາດ​ທີ່​ຈະ​ລົດ​ແຮງ​ດັນ​ພາຍ​ໃນ​ເຂື່ອນ​ໄດ້​ເປັນ​ຢ່າງ​ດີ.

ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ຮ່ວມ​ທຶນ​ລະ​ຫວ່າງ ບໍ​ລິ​ສັດ SK ວິ​ສະ​ວະ​ກຳ​ແລະ​ກໍ່​ສ້າງ​ຈາກ​ເກົາຫຼີ​ໃຕ້ ກັບ​ລັດ​ວິ​ສາ​ຫະ​ກິດ​ຖື​ຮຸ້ນ​ລາວ (Lao Holding) ພ້ອມ​ດ້ວຍ​ບໍ​ລິ​ສັດ Western Power ຈາກ​ເກົາຫຼີ​ໃຕ້ ແລະ​ບໍ​ລິ​ສັດ​ໄຟ​ຟ້າ​ຣາ​ຊະ​ບູ​ຣີ (ມະ​ຫາ​ຊົນ) ຈາກ​ໄທ ດ້ວຍ​ສັດ​ສ່ວນ 26 ເປີ​ເຊັນ 24 ເປີ​ເຊັນ 25 ເປີ​ເຊັນ 25 ເປີ​ເຊັນ ຂອງ​ມູນ​ຄ່າ​ການ​ລົງ​ທຶນ​ລວມ 1,020 ລ້ານ​ໂດ​ລາ ມີ​ກຳ​ລັງ​ຕິດ​ຕັ້ງ 410 ເມ​ກາ​ວັດ ແລະ​ຜະ​ລິດ​ໄຟ​ຟ້າ​ໄດ້​ເຖິງ 1,879 ລ້ານ​ກິ​ໂລ​ວັດ/ໂມງ​ຕໍ່​ປີ ໂດຍ​90 ເປີ​ເຊັນ ຈະ​ສົ່ງ​ອອກ​ໄປ​ໄທ ດ້ວຍ​ອາ​ຍຸ​ສຳ​ປະ​ທານ 27 ປີ ແລະ 10 ເປີ​ເຊັນ ທີ່​ເຫຼືອ​ຈະ​ຂາຍ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ (EDL) ນັບ​ແຕ່​ທ້າຍ​ປີ 2019 ເປັນ​ຕົ້ນ​ໄປ.

ພາບ​ຕົວ​ແບບ ລາຍ​ລະ​ອຽດຂອງ​ໂຄງ​ສ້າງ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ
ພາບ​ຕົວ​ແບບ ລາຍ​ລະ​ອຽດຂອງ​ໂຄງ​ສ້າງ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ

ແຕ່​ຢ່າງ​ໃດ​ກໍ​ຕາມ ດ້ວຍ​ເຫດ​ການ​ທີ່​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ໃນ​ຄືນ​ວັນ​ທີ 23 ກໍ​ລະ​ກົດ 2018 ຜ່ານ​ມານັ້ນ ກໍ​ໄດ້​ເຮັດ​ໃຫ້​ບັນ​ດາ​ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ​ໃນ​ລຸ່ມ​ນ້ຳ​ຂອງ ແລະ​ອາ​ຊ​ຽນ ບໍ່​ເຊື່ອ​ວ່າ ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ຈະ​ໄດ້​ມາດ​ຕະ​ຖານ​ສາ​ກົນ ຈຶ່ງບໍ່​ສາ​ມາດ​ທີ່​ຈະ​ຮັບ​ປະ​ກັນ​ໄດ້​ເລີຍ​ວ່າ ຈະ​ບໍ່​ເກີດ​ເຫດ​ການ​ຄື​ກັບ​ໃນ​ວັນ​ທີ 23 ກໍ​ລະ​ກົດ 2018 ຂຶ້ນ​ອີກ ເພາະ​ການກໍ່​ສ້າງ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ ທັງ​ຕໍ່​ສັງ​ຄົມ​ແລະ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃນ​ລາວ ແລະ​ລຸ່ມ​ນ້ຳ​ຂອງ ເນື່ອງ​ຈາກ​ເປັນ​ໂຄງ​ການ​ທີ່​ຈະ​ປ່ຽ​ນ​ແປງ​ສະ​ພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ 3 ແມີ​ນ້ຳ​ໃນ​ລາວ ເພາະ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ການ​ຜັນ​ນ້ຳ​ຈາກ​ເຊ​ປຽນ​ໄປ​ເຊ​ນ້ຳ​ນ້ອຍ ແລະ​ເຊກອງ ແລ້ວ​ກໍ​ປ່ອຍ​ລົງ​ໄປ​ສູ່​ແມ່​ນ້ຳ​ຂອງ ຕາມ​ລຳ​ດັບ​ນັ້ນ ດັ່ງ​ທີ່ ທ່ານ​ວິ​ທູນ ເພີ້ມ​ພງ​ສາ​ຈະ​ເຣີນ ຜູ້​ອຳ​ນວຍ​ການ​ເຄືອ​ຂ່າຍ​ພະ​ລັງ​ງານ​ເພື່ອ​ລະ​ບົບ​ນິ​ເວດ​ທຳ​ມະ​ຊາດ​ໃນ​ເຂດ​ລຸມ​ແມ່​ນ້ຳ​ຂອງ ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ:

“ມັນ​ເອົາ​ນ້ຳ​ຈາກ 3 ລຳ​ນ້ຳ​ມາ​ລວມ​ກັນ ແລ້ວ​ກໍ​ເອົາ​ຈຸດ​ທີ່​ສ້າງ​ເຂື່ອນ​ໜິ ໂດຍ​ອາ​ໄສ​ຄວາມ​ສູງ​ຂອງ​ທີ່​ຮາບ​ສູງ​ບໍ​ລິ​ເວນ ເພື່ອ​ຈະ​ເຮັດ​ໃຫ້​ມັນ​ຫັນ​ກັງ​ຫັນ​ໄຟ​ຟ້າ​ໜິ ໄດ້​ແຮງ​ທີ່​ສຸດ ແລ້ວ​ຜະ​ລິດ​ໄຟ​ອອກ​ມາ​ໃຫ້​ໄດ້ຫຼາຍ​ທີ່​ສຸດ ແລ້ວ​ກໍ​ປ່ອຍ​ນ້ຳ​ລົງ​ອີກ​ສາຍ​ນຶ່ງ ຊຶ່ງ​ລຳ​ນ້ຳ​ສາຍນີ້ ກໍ​ຈະ​ມີ​ນ້ຳ​ເພີ້ມ​ຂຶ້ນ ຈາກ​ລະ​ດັບ​ນ້ຳ​ທຳ​ມະ​ຊາດ​ຂອງ​ຕົວມັນ​ເອງ​ໜິ ມະ​ຫາ​ສານ ທ່ານ​ໄປ​ເພີ້ມ​ປະ​ລິ​ມານ​ນ້ຳ​ທີ່​ມັນຫຼາຍກວ່າ​ທຳ​ມະ​ຊາດ ແລ້ວ​ທ່ານ​ໄປ​ເອົາ​ນ້ຳ​ຈາກ​ສາຍ​ອື່ນ ທີ່​ມັນ​ອາດ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ເລື້ອງ​ຂອງ​ທາງ​ນິ​ເວດ.”

ທ່ານ​ວິ​ທູນ ຢືນ​ຢັນ​ດ້ວຍ​ວ່າ ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກນັ້ນ ກໍ​ຍ້ອນ​ວ່າ ເກີດ​ການ​ຜິດ​ພາດ​ຢ່າງ​ຮ້າຍ​ແຮງ​ໃນ​ການ​ຄຳ​ນວນ​ຄວາມ​ຈຸ ແລະ​ປະ​ລິ​ມານ​ນ້ຳ​ທີ່​ຈະ​ໄຫລ​ລົງ​ສູ່​ອ່າງ​ໂຕ່ງ​ຂອງ​ເຂື່ອນ ຊຶ່ງ​ເມື່ອ​ປະ​ກອບ​ກັບ​ການກໍ່​ສ້າງ​ເຂື່ອນ ກໍ​ຍັງ​ບໍ່​ແລ້ວ​ສຳ​ເລັດ​ຢ່າງ​ສົມ​ບູນ ແຕ່​ກໍ​ຕ້ອງ​ມາ​ຮອງ​ຮັບ​ປະ​ລິ​ມານ​ນ້ຳ​ເກີນກວ່າ ຄວາມ​ຈຸ​ຂອງ​ອ່າງ​ທີ່​ຕັ້ງ​ຢູ່​ເທິງ​ພື້ນ​ທີ່​ສູງ​ດ້ວຍນັ້ນ ຈຶ່ງ​ເຮັດ​ໃຫ້​ມວນ​ນ້ຳ​ຢ່າງ​ມະ​ຫາ​ສາ​ນ​ທີ່​ໄຫລ​ລົງ​ມານັ້ນ ມີ​ແຮງ​ກະ​ທົບ​ແລະ​ທຳ​ລາຍ​ສູງ ທັງ​ຕໍ່​ຊີ​ວິດ ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ລາວ.

ໂດຍ​ກໍ​ລະ​ນີ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກນັ້ນ ໄດ້​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ 2,717 ຄອບ​ຄົວ​ໃນ​ເຂດ 13 ບ້ານ ຂອງ​ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ໃນ​ນີ້ ກໍ​ມີ​ເຖິງ 7,095 ຄົນ ຫຼື 1,617 ຄອບ​ຄົວ ທີ່​ສູນ​ເສ​ຍ​ຊັບ​ສິນ​ແລະ​ທີ່​ດິນ​ທຳ​ກິນ​ຢ່າງ​ສິ້ນ​ເຊີງ ຊຶ່ງ​ໃນ​ປັດ​ຈຸ​ບັນ ທັງ 1,617 ຄອບ​ຄົວດັ່ງ​ກ່າວ ຍັງ​ຕ້ອງ​ອາ​ໄສ​ຢູ່​ໃນ​ເຂດ​ຈັດ​ສັນ​ຊົ່ວ​ຄາວຢູ່.

XS
SM
MD
LG