ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິທີ ແລະຂັ້ນຕອນຂອງການດໍາເນີນການລົງທຶນໃນລາວ ໃນຖານະຄົນຕ່າງປະເທດ


ຮູບທີ່ໄດ້ຮັບການແບ່ງປັນຈາກບໍລິສັດ CaA Co. Ltd. ໃນລະຫວ່າງການດໍາເນີນງານຢູ່ພາກສະໜາມ ຂອງພະນັກງານບໍລິສັດ.
ຮູບທີ່ໄດ້ຮັບການແບ່ງປັນຈາກບໍລິສັດ CaA Co. Ltd. ໃນລະຫວ່າງການດໍາເນີນງານຢູ່ພາກສະໜາມ ຂອງພະນັກງານບໍລິສັດ.

ສໍາລັບຄົນລາວທີ່ອາໄສຢູ່ໃນຕ່າງປະເທດ ແຕ່ມີຄວາມຕ້ອງການເຂົ້າໄປລົງທຶນ ຫຼືສ້າງຕັ້ງບໍລິສັດໃດນຶ່ງໃນນາມຄົນຕ່າງຊາດຢູ່ໃນລາວ, ແມ່ນມີວິທີການ ແລະຂັ້ນຕອນທີ່ບໍ່ຫຍຸ້ງຍາກ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເມື່ອທ່ານເອງເປັນຄົນລາວທີ່ອາໄສຢູ່ຕ່າງປະເທດແລະທ່ານກໍມີຄວາມຕ້ອງການ ທີ່ຈະເຂົ້າໄປດໍາເນີນທຸລະກິດໃດນຶ່ງ ຢູ່ໃນປະເທດລາວ ແຕ່ທ່ານຍັງກັງວົນ ຫຼືບໍ່ເຂົ້າໃຈລະອຽດກ່ຽວກັບວິທີແລະຂັ້ນຕອນ, ທ່ານສາມາດເຂົ້າໄປຕິດຕາມ ຫຼືພົວ ພັນກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ ກະຊວງແຜນການ ແລະການລົງທຶນ.

ທ່ານຈະເລີນ ເປັນຊາວອອສເຕຣເລຍ ເຊື້ອສາຍລາວ, ເຂົ້າໄປລົງທຶນຢູ່ ສປປ ລາວ ໂດຍການສ້າງຕັ້ງບໍລິສັດທີ່ປຶກສາກ່ຽວກັບສິ່ງແວດລ້ອມ ໃນຊື່ບໍລິສັດ CaA CO. LTD ຫຼື Chareun & Association CO. ltd, ໃນປີ 2005 ດ້ວຍທຶນຈົດທະບຽນ ເລີ້ມຕົ້ນພຽງ 100,000 ໂດລາເທົ່ານັ້ນ.

ຂັ້ນຕອນທໍາອິດ ກ່ອນຊິເລີ້ມຕົ້ນເປີດບໍລິສັດ, ເພິ່ນໄດ້ໄປພົວພັນ ກັບກະຊວງແຜນການແລະການລົງທຶນ ໂດຍຂໍໃບອະນຸຍາດເປີດບໍລິສັດ ດ້ວຍຄ່າທໍານຽມພຽງເລັກນ້ອຍເທົ່ານັ້ນ.

ຈາກນັ້ນ, ເມື່ອທາງການອອກໃບອະນຸຍາດໃຫ້ ເພິ່ນກໍໄດ້ສ້າງຕັ້ງບໍລິສັດຂອງເພິ່ນຂຶ້ນ ຢູ່ນະຄອນຫຼວງວຽງຈັນ ໃນຂັ້ນຕອນນີ້ ເພິ່ນໄດ້ຂໍໜັງສືຈາກກະຊວງອຸດສາຫະກໍາ ແລະການຄ້າເສຍກ່ອນ ຈຶ່ງໄດ້ດໍາເນີນ.

ຮູບທີ່ໄດ້ຮັບການແບ່ງປັນຈາກບໍລິສັດ CaA Co. Ltd. ໃນລະຫວ່າງການດໍາເນີນງານ ແລະປະສານງານກັບພາກສ່ວນລັດຖະບານ ຂອງພະນັກງານບໍລິສັດ.
ຮູບທີ່ໄດ້ຮັບການແບ່ງປັນຈາກບໍລິສັດ CaA Co. Ltd. ໃນລະຫວ່າງການດໍາເນີນງານ ແລະປະສານງານກັບພາກສ່ວນລັດຖະບານ ຂອງພະນັກງານບໍລິສັດ.

ເມື່ອຂັ້ນຕອນທີ່ກ່າວມາຂັ້ນເທິງສໍາເລັດໝົດແລ້ວ ເພິ່ນຈຶ່ງໄດ້ໄປຂໍໃບຢັ້ງຢືນສະຖານະຈາກກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ, ເຊິ່ງເພິ່ນໄດ້ເລົ່າວ່າ:

“ເຈົ້າຍື່ນເຈດຈໍານົງຂອງມັນ, ມັນມີ application ຢູ່ກະຊວງແຜນການ, Foreign Investment ແມ່ນຫຍັງທໍານອງນີ້ ຢູ່ໃນເວັບໄຊທ໌ກໍມີ, filing application ເຈດຈໍານົງ ແລ້ວກໍຍື່ນເຂົ້າໄປ. ໄດ້ອະນຸຍາດລົງທຶນແລ້ວ
ບາດນີ້ນິ ຂະແໜງສິ່ງແວດລ້ອມ ຕ້ອງໄດ້ໄປຂໍອະນຸຍາດ ເອີ້ນ Accreditation (ການຮັບຮອງ), ຂໍອະນຸຍາດເຮັດວຽກໂຕນີ້, ໝາຍຄວາມວ່າ ເຈົ້າມີຄວາມສາມາດທາງນີ້ແທ້ບໍ.”

ຢ່າງໃດກໍດີ, ທັງໝົດທີ່ເພິ່ນກ່າວມາ ແມ່ນການດໍາເນີນງານພາຍໃຕ້ສະຖານະຖານະທີ່ເພິ່ນເປັນນັກລົງທຶນຕ່າງປະເທດ, ໂດຍເພິ່ນໄດ້ຂໍວີຊານັກລົງທຶນຈາກຫ້ອງການກວດກາຄົນເຂົ້າເມືອງ, ເຊິ່ງເສຍຄ່າວີຊາ ລະຫວ່າງ 200 ຫາ 300 ໂດລາຕໍ່ປີ, ໃນນັ້ນ ສາມາດເດີນທາງເຂົ້າອອກໄດ້ຕະຫຼອດ ໃນລາຄາດຽວ ພຽງແຕ່ໄດ້ຕໍ່ໃນທຸກໆປີ.

ສໍາລັບການເສຍພາສີ ຫຼືອາກອນ ແລະເອກະສານຕ່າງໆ, ທ່ານຈະເລີນບອກວ່າ ຢູ່ໃນກໍລະນີຂອງເພິ່ນ ແມ່ນຢູ່ໃນມາດຕະຖານດຽວກັນ ກັບພົນລະເມືອງລາວ ໂດຍເສຍພາສີສໍາລັບລາຍຮັບ 10 ເປີເຊັນ. ປັດຈຸບັນ, ແມ່ນໄດ້ຮັບນະໂຍບາຍຫຼຸດລົງມາເຫຼືອພຽງ 7 ເປີເຊັນ.

“ໂຕນີ້ ນິ ແມ່ນຄືສົມມຸດວ່າ ເຈົ້າມີລາຍຮັບ ເຈົ້າແຈ້ງລາຍຮັບທັງໝົດກ່ອນເສຍພາສີ ສົມມຸດວ່າ 100,000 ໂດລາເນາະ, ເຮົາຕ້ອງໄປເສຍພາສີໃຫ້ລັດ 10,000 ໂດລາ. ບາດທ້າຍປີມາ ເສຍອາກອນກໍາໄລ, ເຈົ້າຕ້ອງເສຍ, ເຈົ້າຕ້ອງເສຍອາກອນລາຍໄດ້ຂອງພະນັກງານອີກ. ເຮົາເຮັດໂຄງການໂຕໃດໂຕ ນຶ່ງ ສົມມຸດວ່າເຂື່ອນໄຟຟ້ານໍ້າພາກ ມັນມີມູນຄ່າ 200,000 ໂດລາ ເຮົາໄດ້ລາຍຮັບມາເຮົາກໍໄປແຈ້ງ ໄປເສຍພາສີ 10 ເປີເຊັນ, ດຽວນີ້ຫຼຸດລົງມາໃຫ້ 7 ເປີເຊັນແລ້ວ.”

ທ່ານຈະເລີນ ຍັງບອກອີກວ່າ ການລົງທຶນຢູ່ ສປປ ລາວ ແມ່ນສະດວກສະບາຍຂຶ້ນຫຼາຍກວ່າເກົ່າແລ້ວ, ໂດຍສະເພາະຂັ້ນຕອນໃນການປະກອບເອກະສານ ແມ່ນສັ້ນ ແລະກະທັດຮັດກວ່າເກົ່າ, ທຶນຮອນກໍບໍ່ໄດ້ສູງຫຼາຍ. ພ້ອມກັນນັ້ນ ເພິ່ນຍັງໄດ້ກ່າວໃນນາມນັກລົງທຶນວ່າ ຢາກໃຫ້ມີການລົງທຶນຈາກນັກລົງທຶນທີ່ມາຈາກປະເທດຢູໂຣບ, ຫຼືບັນດາປະເທດ ທີ່ໄດ້ຮັບການພັດທະນາແລ້ວເຂົ້າມາແດ່ ເພາະການດໍາເນີນງານຂອງພວກເຂົາ ມັນກ້າວໜ້າຫຼາຍ.

ຮູບທີ່ໄດ້ຮັບການແບ່ງປັນຈາກບໍລິສັດ CaA Co. Ltd. ໃນລະຫວ່າງການດໍາເນີນງານຢູ່ພາກສະໜາມ ຮ່ວມກັບຊາວບ້ານ ຂອງພະນັກງານບໍລິສັດ.
ຮູບທີ່ໄດ້ຮັບການແບ່ງປັນຈາກບໍລິສັດ CaA Co. Ltd. ໃນລະຫວ່າງການດໍາເນີນງານຢູ່ພາກສະໜາມ ຮ່ວມກັບຊາວບ້ານ ຂອງພະນັກງານບໍລິສັດ.

ຖ້າຫາກຜູ້ໃດສົນໃຈ ຫຼືບໍ່ເຂົ້າໃຈລາຍລະອຽດ ກໍສາມາດສອບຖາມຂໍ້ມູນນໍາເພິ່ນໄດ້ ໂດຍຜ່ານເວັບໄຊທ໌ ຂອງບໍລິສັດເພິ່ນເອງ.

XS
SM
MD
LG