ແມ່ນໍ້າຂອງ ນອກຈາກໄດ້ຮັບຜົນກະທົບທີ່ມາຈາກການພັດທະນາດ້ານພື້ນ ຖານໂຄງລ່າງ ເຊັ່ນເຂື່ອນໄຟຟ້າແລ້ວ ຍັງໄດ້ຮັບຜົນກະທົບຈາກເສດຢາງ ປລາສຕິກທັງຫຼາຍອີກ ແລະກາຍເປັນນຶ່ງໃນ 10 ສາຍນໍ້າໃນໂລກ ທີ່ນໍາເອົາເສດ ປລາສຕິກຫລາຍທີ່ສຸດລົງໄປສູ່ມະຫາສະໝຸດ ຊຶ່ງສ້າງມົນລະພິດຕໍ່ປາ ແລະສັດ ນໍ້າອື່ນໆ ຢ່າງຫຼວງຫລາຍ. ບົວສະຫວັນ ມີລາຍງານເລື້ອງນີ້.
ໃນແຕ່ລະປີມີເສດປລາສຕິກ ປະມານ 11 ລ້ານໂຕນ ທີ່ວ່າ ໃນທີ່ສຸດກໍໄດ້ໄຫລໄປ ສູ່ມະຫາສະຫມຸດຂອງພວກເຮົາ ຊຶ່ງກວມເອົາ 85 ເປີເຊັນຂອງມົນລະພິດທາງ ທະເລທັງຫມົດ, ອີງຕາມບົດຄວາມທີ່ຂຽນໃນເວັບໄຊທ໌ຂອງທະນາຄານໂລກ ໃນເດືອນມິຖຸນາຜ່ານມາ. ບົດຄວາມນີ້ຍັງຂຽນອີກວ່າ ອາດມີເສດປລາສຕິກຫຼາຍຕື້ປ່ຽງຢູ່ໃນມະຫາສະໝຸດ ຊຶ່ງໄດ້ເກາະຕິດເຂົ້າກັນເປັນແຜ່ນເສດຂີ້ເຫຍື້ອຂະ ໜາດໃຫຍ່, ກາຍເປັນຈຸນລະພາກທີ່ເປັນພິດໃນຕ່ອງໂສ້ອາຫານຂອງພວກເຮົາ, ແລະທັງເປັນມົນລະພິດຕໍ່ລະບົບນິເວດຂອງໂລກອີກດ້ວຍ. ພ້ອມກັນນັ້ນ ການ ສຶກສາກ່ຽວກັບສະພາບ ແລະທ່າອ່ຽງຂອງມົນລະພິດຈາກປລາສຕິກ ໃນເຂດ ລຸ່ມແມ່ນໍ້າຂອງທີ່ດໍາເນີນໂດຍກໍາມາທິການແມ່ນໍ້າຂອງ ຫລື MRC ໃນທ້າຍປີ 2022 ນີ້ ກໍພົບວ່າ ປະມານ 95 ເປີເຊັນຂອງການປ່ອຍເສດປລາສຕິກລົງ ສູ່ມະຫາສະໝຸດໃນໂລກນີ້ແມ່ນມາຈາກ 10 ແມ່ນໍ້າເທົ່ານັ້ນ ແລະ ແມ່ນໍ້າຂອງ ກໍແມ່ນ 1 ໃນ 10 ສາຍນໍ້ານັ້ນ ທີ່ນໍາເອົາເສດຂີ້ເຫຍື້ອປລາສຕິກລົງໄປສູ່ມະຫາ ສະໝຸດຫຼາຍທີ່ສຸດ ແລະ MRC ກໍກໍາລັງເອົາໃຈໃສ່ຫາທາງແກ້ໄຂບັນຫານີ້ຢູ່, ດັ່ງທີ່ ດຣ. ອານຸລັກ ກິດຕິຄຸນ, ຫົວໜ້າຜູ້ບໍລິຫານ ຫລື CEO ຂອງອົງການນີ້ ກ່າວຕໍ່ພວກເຮົາວ່າ:
“ປລາສຕິກໜິກະເປັນເລື້ອງໃຫຍ່ ເພາະວ່າແມ່ນໍ້າຂອງມີສະດີນຶ່ງ ມີບົດສຶກສານຶ່ງ ເຫັນວ່າແມ່ນໍ້າຂອງເປັນ 1 ໃນ 10 ແມ່ນໍ້າຂອງໂລກທີ່ວ່າປ່ອຍປລາສຕິກລົງທະ ເລເນາະ ອັນນີ້ກະບໍ່ແມ່ນຂ່າວດີ. MRC ກໍາລັງຊ່ວຍປະເທດດຽວນີ້ ເລີ້ມເບິ່ງວ່າມີ ປລາສຕິກຢູ່ໃນນໍ້າແນວໃດ ລະມີຜົນກະທົບແນວໃດ.”
ການສຶກສາທີ່ກ່າວມາຂ້າງເທິງນັ້ນ ຍັງພົບອີກວ່າ ໃນ 4 ປະເທດສະມາຊິກຂອງ MRC ນັ້ນ ໄທເປັນປະເທດທີ່ຜະລິດຂີ້ ເຫຍື້ອຫລາຍທີ່ສຸດ ຊຶ່ງກໍຄືເກືອບຮອດ 27.2 ລ້ານກວ່າໂຕນຕໍ່ປີ ໃນປີ 2016 ຊຶ່ງໃນນັ້ນມີເສດປລາສ ຕິກຢູ່ປະມານ 4.8 ລ້ານໂຕນ, ຮອງລົງມາແມ່ນຫວຽດນາມ ຊຶ່ງມີປລາສຕິກ ປະມານ 1.2 ລ້ານໂຕນຕໍ່ປີ. ລາວ ຊຶ່ງເປັນປະເທດທີ່ມີພົນລະເມືອງໜ້ອຍກວ່າໝູ່ທີ່ສຸດກໍຄື 7 ລ້ານກວ່າຄົນແມ່ນ ຜະລິດເສດປລາຕິກໜ້ອຍກວ່າ ຊຶ່ງມີຢູ່ປະມານ 45 ພັນໂຕນ ກວມເອົາ 12 ເປີເຊັນ ຂອງປະລິມານຂີ້ ເຫຍື້ອທັງໝົດ. ສ່ວນກໍາປູເຈຍທີ່ມີພົນລະ ເມືອງ ໃນລະດັບ ກາງກໍມີປະລິມານຂອງເສດປລາສຕິກໃນລະດັບກາງຊຶ່ງກໍຄືປະມາ 172,650 ໂຕນຕໍ່ປີ.
ການສະສົມຂອງເສດປລາສຕິກໃນເຂດລຸ່ມແມ່ນໍ້າຂອງ ມີຫລາຍທີ່ສຸດ ຢູ່ໃນຕົວ ເມືອງໃຫຍ່ໆ ເຊັ່ນໃນບາງກອກ, ພະນົມເປັນຂອງກໍາປູເຈຍ ແລະວຽງຈັນ, ນະຄອນຫລວງຂອງລາວ, ອີງຕາມ ດຣ. ໂມນິກາ ອາຣຽນໂຊ (Monica Arienzo) ນັກຊ່ຽວຊານດ້ານທໍລະນີສາດໃນທະເລ ແລະຮອງສາສະດາຈານ ສອນໃນມະຫາວິທະ ຍາໄລລັດເນວາດາ, ເມືອງຣີໂນ ທີ່ກໍາລັງທໍາການສຶກສາຄົ້ນ ຄວ້າຮ່ວມກັບອາຈານ ແລະນັກສຶກສາປະລິນຍາເອກ ລວມທັງໝົດ 7 ຄົນ ກ່ຽວ ກັບມົນລະພິດຈາກປລາສຕິກໃນແມ່ນໍ້າຂອງ ແລະທະເລສາບໃນກໍາປູເຈຍ ທີ່ ພົບວ່າ ໂດຍສະເລ່ຍແລ້ວມື້ນຶ່ງມີການໃຊ້ຖົງປລາສຕິກຫລາຍລ້ານຖົງ. ໃນຄົວ ເຮືອນນຶ່ງຈະໃຊ້ຖົງປລາສຕິກຢູ່ປະມານ 12 ຖົງໃນແຕ່ລະວັນ ແລະ ປະມານ 42 ເປີເຊັນຂອງຂີ້ເຫຍື້ອທັງໝົດແມ່ນໄຫລລົງໄປສູ່ແມ່ນໍ້າໃນແຕ່ລະມື້ ແລະຄາດວ່າ ໃນຂົງເຂດຊົນນະບົດອາດຈະມີຂີ້ເຫຍື້ອທີ່ໄຫລລົງໄປໃນນໍ້າຫລາຍກວ່ານັ້ນອີກ. ທ່ານນາງກ່າວຕໍ່ກອງປະຊຸມລາຍງານການຄົ້ນຄວ້າ ທາງ ອອນລາຍທີ່ຈັດຂຶ້ນໃນ ວັນພຸດຜ່ານມາໂດຍສູນກາງຄົ້ນຄວ້າສຕິມຊັນ (Stimson) ວ່າ:
“ມີການນຳໃຊ້ປລາສຕິກເປັນຈຳນວນຫຼວງຫຼາຍຢູ່ກຳປູເຈຍ ແລະ ດັ່ງທີ່ທ່ານເຫັນຢູ່ທີ່ນີ້, ຄາດວ່າມີຖົງຢາງປລາສຕິກ 10 ລ້ານຖົງຖືກນຳໃຊ້ໃນແຕ່ລະວັນ ຢູ່ນະຄອນ ໃຫຍ່ພະນົມເປັນ. ແລະສິ່ງທີ່ພວກເຮົາເຫັນຢູ່ໃນຂໍ້ມູນນີ້ ກໍຄືປະມານ 42 ເປີເຊັນ ຂອງຂີ້ເຫຍື້ອໃນທີ່ສຸດກໍໄຫລລົງໄປຢູ່ໃນແມ່ນໍ້າ. ອັນນັ້ນແມ່ນຢູ່ໃນພະນົມເປັນ ແລະພວກເຮົາຄິດວ່າ ມັນອາດຈະສູງກ່ວາຢູ່ໃນເຂດຊົນນະບົດທີ່ຢູ່ລຽບຕາມແຄມ ແມ່ນ້ຳ, ບ່ອນທີ່ບໍ່ມີລະບົບການຄຸ້ມຄອງຈັດການກັບຂີ້ເຫຍື້ອທີ່ລວມສູນກັນ.”
ເສດປລາສຕິກທີ່ພົບເຫັນໃນແມ່ນໍ້າຂອງນັ້ນຈັດເປັນສອງປະເພດ. ປະເພດທີ 1 ແມ່ນມາໂຄຣປລາສຕິກຊຶ່ງເປັນປລາສຕິກຂະໜາດໃຫຍ່ທີ່ເຮົາໃຊ້ຢູ່ໃນຊີວິດປະ ຈໍາວັນ ເຊັ່ນຖົງຢາງປລາສຕິກທີ່ມີຄວາມຍາວ 5 ມີລິແມັດຂຶ້ນໄປ. ປລາສຕິກ ປະເພດນີ້ ຈະພົບເຫັນຫລາຍທີ່ສຸດໃນແມ່ນໍ້າທີ່ຢູ່ຂົງເຂດ ຫລືໃກ້ ກັບຕົວເມືອງ ໃຫຍ່. ປະເພດທີສອງກໍຄືໄມໂຄຣປລາສຕິກຊຶ່ງເປັນປລາສຕິກ ຂະໜາດນ້ອຍ ກວ່າ 5 ມີລິແມັດ ເຊັ່ນເສດສ່ວນປລາສຕິກທີ່ມາ ຈາກສິ່ງຂອງ ທີ່ເຮັດດ້ວຍ ເສັ້ນໄຍ ສັງເຄາະ ເຊັ່ນເທບຕິດແກັດ, ແຫວ່ນຕາກັນແດດ, ຜ້າແພນີລົງ ແລະອື່ນໆ ທີ່ມັກ ພົບເຫັນທັງຢູ່ໃນເຂດຕົວເມືອງ ແລະເຂດຊົນນະບົດ, ອີງຕາມທ່ານນາງ ເຣໂຊລ ໂກສລອສກີ (Rachel Kozloski), ນັກສຶກສາປະລິນຍາເອກ ທີ່ເປັນ 1 ໃນຈໍາ ນວນນັກຄົ້ນຄວ້າທີ່ ທໍາການຄົ້ນຄວ້າກ່ຽວກັບຂີ້ເຫຍື້ອໃນ 14 ຈຸດຢູ່ກາງ ແມ່ນໍ້າຂອງໃນລະດູແລ້ງ ແລະ 22 ຈຸດໃນລະດູຝົນຂອງປີກາຍນີ້ ຢູ່ໃນຂອບ ເຂດຍາວ 575 ກິໂລແມັດຊຶ່ງເລີ້ມແຕ່ ຊາຍແດນຕິດກັບລາວໄປເຖິງສຸດຊາຍ ແດນເຂດໃຕ້ຂອງກໍາປູເຈຍທີ່ຕິດກັບຫວຽດນາມ.
ຢ່າງໃດກໍຕາມ ມົນລະພິດຈາກເສດປລາສຕິກ ບໍ່ແມ່ນມີແຫລ່ງມາແຕ່ຈາກຕົວ ເມືອງໃຫຍ່ໆເທົ່ານັ້ນ ມັນຍັງມາຈາກຂົງເຂດຕາເວັນອອກສຽງເໜືອຂອງ ໄທທີ່ຢູ່ລຽບຕາມສາຂາແມ່ນໍ້າຂອງອີກດ້ວຍ, ອີງຕາມ ທ່ານໄບຣແອນ ອາຍເລີີ, ນັກຊ່ຽວຊານກ່ຽວກັບບັນຫາຂ້າມຊາຍແດນໃນຂົງເຂດແມ່ນໍ້າຂອງສູນກາງສຕິມຊັນໃຫ້ຄໍາເຫັນວ່າ:
“ຫຼາຍຄັ້ງທີ່ພວກເຮົາວາດພາບວ່າ ເຂດຕົວເມືອງໃຫຍ່, ນະຄອນຫຼວງພະນົມເປັນ, ເກິນເທີ່, ຕົວເມືອງໃຫຍ່ໃນກຳປູເຈຍເປັນແຫຼ່ງມົນລະພິດທີ່ໃຫຍ່ກວ່າ ປະກອບ ສ່ວນເຂົ້າໃນບັນຫາຂ້າມແດນທີ່ວ່ານີ້. ແຕ່ພວກເຮົາມັກຈະລືມກ່ຽວກັບພາກຕາເວັນອອກສຽງເຫນືອຂອງໄທທີ່ມີປະຊາຊົນ 22 ລ້ານຄົນອາໄສຢູ່ລຽບຕາມແມ່ນ້ຳຕ່າງໆ ຊຶ່ງຫຼາຍກວ່າຢູ່ກຳປູເຈຍອີກ ແລະປລາສຕິກຂອງເຂົາເຈົ້າກໍເຂົ້າໄປໃນລະບົບແມ່ນໍ້າມູນ ແລະແມ່ນໍ້າຊີ ແລ້ວໄຫຼລົງສູ່ແມ່ນໍ້າຂອງ.”
ພ້ອມກັນນັ້ນທ່ານຍັງເຊື່ອວ່າ ເສດປລາສຕິກຕ່າງໆໃນແມ່ນໍ້າຂອງອາດຈະມາ ຈາກປະເທດໃນຕອນເທິງຂອງແມ່ນໍ້າຂອງເຊັ່ນຈີນ ແລະມຽນມາ ແລະເຂດ ພາກເໜືອ ນັບທັງພາກກາງຂອງລາວອີກ ທີ່ມີການປູກກ້ວຍທີ່ໃຊ້ຢາງປລາສຕິກ ຫຸ້ມໜໍ່ກ້ວຍ ແລະໝາກກ້ວຍໃນເວລາຂົນສົ່ງຢູ່ຕາມລໍາແມ່ນໍ້າຂອງ ທີ່ທ່ານໄດ້ໄປ ພົບເຫັນຢູ່ໃນເຂດສາມຫລ່ຽມຄໍານັ້ນຊຶ່ງຍັງບໍ່ ທັນມີການຄົ້ນຄວ້າຜົນກະທົບຂອງ ມັນຢ່າງຊັດເຈນເທື່ອ.
ສໍາລັບສະພາບການຢູ່ໃນລາວນັ້ນມີລາຍງານວ່າ ການຂະຫຍາຍຕົວທາງດ້ານ ເສດຖະກິດ ແລະ ການປ່ຽນແປງວິຖີດໍາລົງຊີວິດໃນລາວ ໃນ 20 ປີຜ່ານມາ ແມ່ນເຮັດໃຫ້ມີການຜະລິດຂີ້ເຫຍື້ອໃນຄົວເຮືອນເພີ່ມຂຶ້ນ 2 ເທົ່າ. ການຄົ້ນຄວ້າ ບັ້ນນຶ່ງຂອງທະນາຄານໂລກໃນປີ 2022 ພົບວ່າ 95 ເປີເຊັນຂອງມົນລະພິດຈາກ ປລາສຕິກໃນ 6 ຕົວເມືອງໃຫຍ່ຂອງລາວ ແມ່ນມາຈາກຖົງຢາງ ແລະກ່ອງ ປລາສຕິກທີ່ໃຊ້ບັນຈຸອາຫານ ແລະເຄື່ອງດື່ມທີ່ໃຊ້ຄັ້ງດຽວແລ້ວຖິ້ມ ແລະຂະແໜງການທ່ອງທ່ຽວ ແລະການບໍລິການຄວາມສະດວກແກ່ແຂກຄົນ ຄືແຫລ່ງທີ່ມາໃຫຍ່ ທີ່ສຸດຂອງຂີ້ເຫຍື້ອປລາສຕິກປະເພດນີ້ ຊຶ່ງສ້າງມົນລະພິດທາງອາກາດ ແລະທໍາ ລາຍສິ່ງແວດລ້ອມທີ່ສົ່ງຜົນເຮັດໃຫ້ປະມານ 10,000 ຄົນໃນລາວ ເສຍຊີວິດໃນ ແຕ່ລະປີມີ.