ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ອະນຸຍາດສຳປະທານທີ່ດິນໃຫ້ແກ່ພາກທຸລະກິດ ຄິດເປັນສັດສ່ວນທີ່ເກີນກວ່າ 46 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວ


ການໃຫ້ສຳປະທານທີ່ດິນ ຢູ່ໃນສປປ ລາວ.
ການໃຫ້ສຳປະທານທີ່ດິນ ຢູ່ໃນສປປ ລາວ.

ລັດຖະບານລາວອະນຸຍາດສຳປະທານທີ່ດິນໃຫ້ແກ່ບັນດານັກທຸລະກິດ ແລະ ຕ່າງຊາດ ຄິດເປັນສັດສ່ວນທີ່ເກີນກວ່າ 46 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວ ໂດຍມີບັນດາທຸລະກິດຈີນຖືຄອງສຳປະທານຫຼາຍທີ່ສຸດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ຄະນະກວດກາພັກ-ລັດ ເປີດເຜີຍວ່າ ການອະນຸຍາດໃຫ້ສຳປະທານທີ່ດິນແກ່ເອກະຊົນລາວ ແລະ ຊາວຕ່າງຊາດທີ່ຂາດການປະສານງານກັນ ລະຫວ່າງຂັ້ນສູນກາງ ກັບທ້ອງ ຖິ່ນ ໄດ້ສ້າງບັນຫາຫຍຸ້ງຍາກໃຫ້ການພັດທະນາດ້ານກະສິກຳ ແລະ ອຸດສາຫະກຳໃນລາວຫຼາຍຂຶ້ນນັບມື້ ເພາະວ່າການອະນຸຍາດທີ່ບໍ່ປະສານງານກັນດັ່ງກ່າວ ມີຈຳນວນລວມກັນເຖິງ 2,223 ໂຄງການ ແລະມີພື້ນທີ່ສຳປະທານລວມກັນ ກວ່າ 11 ລ້ານເຮັກຕາ ຊຶ່ງຄິດເປັນສັດສ່ວນທີ່ເກີນກວ່າ 46 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວແລ້ວ ໃນປັດຈຸບັນນີ້ ແລະສ່ວນຫຼາຍຍັງເປັນການອະນຸຍາດທີ່ຜິດກົດໝາຍອີກດ້ວຍ, ດັ່ງທີ່ເຈົ້າໜ້າທີ່ຄະນະກວດກາ ຢືນຢັນວ່າ:

ດິນນີ້ເປັນດິນຂອງວົງຄະນາຍາດແຫ່ງຊາດ ໂດຍສະເພາະແມ່ນດິນແຕ່ລະປະເພດ ຖ້າມີການຫັນປ່ຽນມັນຕ້ອງໄດ້ຮັບອະນຸຍາດຈາກສະພາແຫ່ງຊາດ ດິນສະຫງວນນີ້ນະ ປ່າສະຫງວນ ດິນທີ່ມັນຖືກໂຄງການ ກໍ່ຕ້ອງໄດ້ອະນຸຍາດຈາກສະພາແຫ່ງຊາດຕີ້ ຖ້າເປັນດິນປອກໂລ້ນ 100 ເຮັກຕານີ້ ກໍຕ້ອງໄດ້ຜ່ານສະພາປະຊາຊົນແຂວງຕີ້ ອັນນີ້ແຫລະຜ່ານມານີ້ ຂ້າພະເຈົ້າສືບຖາມເບິ່ງ ພະແນກແຜນການກະວ່າບໍ່ມີບົດແນະນຳຂອງກະຊວງແຜນການ ກະເລີຍບໍ່ໄດ້ຜ່ານກັນ ແລະ ເປັນແນວນັ້ນ ອັນນີ້ ຢາກໃຫ້ຄິດ ແລະ ຢາກໃຫ້ເຮັດຕາມກົດໝາຍ ໄທເຮົາກະພັກດຽວ ລັດດຽວ ເຮັດອີ່ຫຍັງກະຢາກໃຫ້ມັນເປັນໄປຕາມກົດໝາຍ”

ຍິ່ງໄປກວ່ານັ້ນ ການອະນຸຍາດໃຫ້ສຳປະທານທີ່ດິນຈຳນວນຫຼາຍ ຍັງເຮັດໃຫ້ເກີດການຂັດແຍ່ງໃນສັງຄົມລາວ ຢ່າງກວ້າງຂວາງອີກດ້ວຍ ເພາະພະນັກງານລັດໃຊ້ອຳນາດໜ້າທີ່ຍາດແຍ່ງເອົາທີ່ດິນຂອງປະຊາຊົນເພື່ອນຳໄປສົ່ງມອບໃຫ້ກັບນັກທຸລະກິດ ໂດຍໄດ້ຮັບຜົນປະໂຫຍດຕອບແທນເປັນການສ່ວນຕົວເປັນສຳຄັນ ສ່ວນປະຊາຊົນຜູ້ທີ່ຖືກຍາດແຍ່ງເອົາທີ່ດິນກັບໄດ້ຮັບຄ່າຊົດເຊີຍໃນອັດຕາທີ່ຕໍ່າຫຼາຍ ເມື່ອສົມທຽບກັບລາຄາທີ່ດິນຕົວຈິງ ໂດຍເຖິງແມ່ນວ່າປະຊາຊົນລາວທີ່ໄດ້ຮັບຜົນກະທົບຈະໄດ້ຮ້ອງຮຽນຕໍ່ຄະນະປະຈຳສະພາແຫ່ງຊາດເປັນຈຳ ນວນຫຼາຍກໍຕາມ ແຕ່ຄະນະປະຈຳສະພາແຫ່ງຊາດ ກໍສາມາດດຳເນີນມາດຕະການໄດ້ພຽງການສະເໜີຕໍ່ຄະນະກວດກາພັກ-ລັດ ເພື່ອໃຫ້ດຳເນີນການກວດສອບຕາມການຮ້ອງຂໍດັ່ງກ່າວເທົ່ານັ້ນ ຊຶ່ງການຈັດຕັ້ງປະຕິບັດຕົວຈິງກໍຍັງບໍ່ມີປະສິດທິພາບ ດັ່ງທີ່ເຈົ້າໜ້າທີ່ສະພາແຫ່ງຊາດ ຢືນຢັນວ່າ:

ພວກເຮົາຍັງຍ່ອນຍານຫຼາຍກັບການບັງຄົບໃຊ້ກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນແມ່ນກົດໝາຍວ່າດ້ວຍອົງການກວດກາແຫ່ງລັດ ສະບັບປັບປຸງ 2022 ຢູ່ໃນມາດຕາ 28,​ 29​, ​30 ນີ້ ຊັດເຈນຄົບຖ້ວນແລ້ວເດ ແຕ່ວ່າພວກເຮົາປະຕິບັດບໍ່ໄດ້ ຍ້ອນວ່າພວກເຮົາບໍ່ມີການບັງຄົບໃຊ້ກົດໝາຍ ແລະ ປ່ອຍໃຫ້ຄົນຜິດນີ້ລອຍນວນຢູ່ ສຸດທ້າຍມັນກະໂງຄືນໄປສ້າງກົນໄກເພື່ອແກ້ໄຂຕົນເອງບໍ່ໃຫ້ກະທຳຜິດ ປະເທດເພື່ອນບ້ານ ເຂົາບໍ່ໄດ້ສົນວ່າ ຕຳແໜ່ງສູງຫຼືຕໍ່າ ເອົາອອກສື່ມວນຊົນໃຫ້ສັງຄົມຮູ້ ຜູ້ນັ້ນກະທຳຜິດ ບໍ່ໃຫ້ເປັນຢ້ຽງຢ່າງ ໃຫ້ແກ່ຜູ້ອື່ນ ມັນກະຢ້ານ ຜູ້ອື່ນທີ່ບໍ່ເຮັດຜິດຫັ້ນນະ ອັນນີ້ເຮັດຜິດແລ້ວກະຜິດໄປ ມັນກະບໍ່ຢ້ານເດ”

ກ່ອນໜ້ານີ້ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໄປເຖິງພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ດຳເນີນມາດຕະການກວດກາສຳປະທານທີ່ດິນທຸກໂຄງການໃນທົ່ວປະເທດ ແຕ່ວ່າທີ່ຜ່ານມາ ກໍ່ໄດ້ມີການຍົກເລີກສຳປະທານທີ່ດິນໄດ້ພຽງ 101 ໂຄງການເທົ່ານັ້ນຈາກທັງໝົດ 2,223 ໂຄງການ ຊຶ່ງໃນນີ້ກີນກວ່າ 1,700 ໂຄງການເປັນສຳປະທານທີ່ດິນຂອງບັນດາບໍລິສັດເອກະຊົນຈາກຈີນ ແລະ ຈຳນວນຫຼາຍ 1,300 ໂຄງການເປັນການອະນຸຍາດໃຫ້ສຳປະທານໂດຍອຳນາດປົກຄອງທ້ອງຖິ່ນ ຈຶ່ງເຮັດໃຫ້ການດຳເນີນມາດຕະການກວດກາໂດຍອຳນາດຂັ້ນສູງກາງ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຈຳກັດ ຈຶ່ງເຮັດໃຫ້ການດຳເນີນມາດຕະການກວດກາໂດຍອຳນາດຂັ້ນສູນກາງ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຈຳກັດ ເພາະວ່າບໍ່ໄດ້ຮັບການຮ່ວມມືຈາກພະນັກງານລັດທີ່ລະດັບທ້ອງຖິ່ນ ຈຶ່ງເຮັດໃຫ້ກວດກາໄດ້ພຽງແຕ່ 460 ໂຄງການ ຄິດເປັນ 20 ເປີເຊັນເທົ່ານັ້ນຂອງສຳປະທານທັງໝົດໃນທົ່ວປະເທດ.

ສ່ວນທ່ານນາງບຸນຄຳ ວໍຣະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງ ແວດລ້ອມ ກໍ່ໄດ້ຖະແຫຼງຢືນຢັນວ່າ ໃນປັດຈຸບັນ ມີປະຊາຊົນລາວ ຫຼາຍກວ່າ 628,000 ຄອບຄົວທີ່ຄອບຄອງທີ່ດິນຢູ່ໃນເຂດປ່າສະຫງວນຂອງລັດ ຈຶ່ງບໍ່ມີສິດໃນທີ່ດິນ ແລະຈະຕ້ອງຖືກໂຍກຍ້າຍອອກຈາກທີ່ດິນດັ່ງກ່າວ ໄປຢູ່ໃນເຂດຈັດສັນໃໝ່ໃນໄລຍະຕໍ່ໄປ ແຕ່ວ່າຍັງບໍ່ສາມາດນຳນົດການໂຍກຍ້າຍທີ່ຊັດເຈນໄດ້ໃນເວລານີ້ເນື່ອງຈາກລັດຖະບານຍັງບໍ່ມີງົບປະມານ ຈຶ່ງຕ້ອງລໍຖ້າການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກ ຊຶ່ງກໍ່ເຊັ່ນດຽວກັບການອອກໃບຕາ ດິນໃຫ້ປະຊາຊົນ ທີ່ປະຕິບັດໄດ້ພຽງ 10 ເປີເຊັນ ຂອງແຜນການປີ 2023.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG