ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນກະທົບຈາກໂຄວິດ-19 ທີ່ມີຕໍ່ຊາວອາເມຣິກັນເຊື້ອສາຍລາວ ເນື່ອງຈາກລາຄາອາຫານ ແລະເຄື່ອງອຸປະໂພກບໍລິໂພກ ແພງຂຶ້ນ


ຜູ້ມາຊື້ເຄື່ອງຢູ່ຕະຫຼາດ ກໍາລັງກວດເບິ່ງຜະລິດຕະພັນຊີ້ນໝູຢູ່ໃນຕະຫຼາດ ຄອສໂກ, ເມືອງເມົາເທິນວິວ, ລັດແຄລິຟໍເນຍ.
ຜູ້ມາຊື້ເຄື່ອງຢູ່ຕະຫຼາດ ກໍາລັງກວດເບິ່ງຜະລິດຕະພັນຊີ້ນໝູຢູ່ໃນຕະຫຼາດ ຄອສໂກ, ເມືອງເມົາເທິນວິວ, ລັດແຄລິຟໍເນຍ.

ເປັນເວລາເກືອບສອງປີແລ້ວ ທີ່ໂຄວິດມີຜົນກະທົບຕໍ່ຫຼາຍໆດ້ານໃນທົ່ວໂລກ, ສະເພາະຢູ່ໃນສະຫະລັດ ຫຼາຍໆຄົນ ຕ່າງກໍພາກັນຈົ່ມວ່າ ລາຄາສິນຄ້າທັງອາຫານການກິນ ເຄື່ອງອຸປະໂພກບໍລິໂພກ ແມ່ນຂຶ້ນສູງຫຼາຍ, ລາຄາຂຶ້ນສູງເກືອບທົບເຄິ່ງຂອງລາຄາທີ່ເຄີຍຊື້ໃນເມື່ອກ່ອນ. ອີງຕາມຂໍ້ມູນຈາກກະຊວງກະສິກໍາຂອງສະຫະລັດ ຫຼື USDA ປະຈໍາທ້າຍປີ 2021 ນີ້ ແຈ້ງໃຫ້ຮູ້ວ່າ ດັດຊະນີຂອງລາຄາອາຫານ ສໍາລັບອອກໄປກິນເຂົ້ານອກເຮືອນເຊັ່ນ: ກິນຢູ່ຮ້ານອາຫານຕ່າງໆ ແລະອາຫານສໍາລັບພາຍໃນຄົວເຮືອນ ແມ່ນເພີ້ມຂຶ້ນໃນລາຄາທີ່ແຕກຕ່າງກັນດັ່ງນີ້: ສໍາລັບລາຄາອາຫານທີ່ຊື້ກິນຢູ່ນອກເຮືອນແມ່ນເພີ້ມຂຶ້ນ 0.6 ເປີເຊັນຈາກເດືອນຕຸລາຫາເດືອນພະຈິກ ໂດຍເພີ້ມຂຶ້ນ 5.8 ເປີເຊັນເມື່ອທຽບໃສ່ເດືອນພະຈິກໃນປີ 2020. ສ່ວນລາຄາອາຫານສໍາລັບຄົວກິນພາຍໃນເຮືອນແມ່ນເພີ້ມຂຶ້ນ 0.3 ເປີເຊັນຈາກເດືອນຕຸລາຫາເດືອນພະຈິກ ໂດຍເພີ້ມຂຶ້ນຈາກເດືອນພະຈິກປີ 2020 ເຖິງ 6.4 ເປີເຊັນ.

ປະຊາຊົນຊາວອາເມຣິກັນເຊື້ອສາຍລາວທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກນາມ ໄດ້ສະແດງຄວາມຄິດເຫັນສ່ວນໂຕກ່ຽວກັບເລື້ອງນີ້ວ່າ:

“ລາຄາອາຫານການກິນຂຶ້ນ 30-40 ເປີເຊັນ ໃຜຊິດີໃຈ ເງິນລະຍັງເທົ່າເກົ່າ, ຄ່າເງິນຕົກ ເງິນເຟີ້. ນໍ້າປາຂວດນຶ່ງ 5.99 ໂດລາ ຂຶ້ນເປັນ 8.99, ກະດູກຂ້າງໝູ 2.99-3.99 ດຽວນີ້ 5.99 ຕໍ່ພາວ, ປີກໄກ່ ແຕ່ກ່ອນພາວນຶ່ງ 1.99 ໂດລາ ຂຶ້ນມາເປັນ 2.99-3.99, ຂຶ້ນຈັກເປີເຊັນ? ຄ່າຄອງຊີບຂຶ້ນແຕ່ 20 ເຊັນຕໍ່ຊົ່ວໂມງ ຊິໄປຄຸ້ມຈັ່ງໃດ ປີນຶ່ງເຮັດການ 20-80 ຊົ່ວໂມງ, ຂຶ້ນແຕ່ 20 ເຊັນຕໍ່ຊົ່ວໂມງ ກໍເພີ້ມຂຶ້ນແຕ່ 300-400 ໂດລາຕໍ່ປີ.”

ຢ່າງໃດກໍຕາມ ສາເຫດທີ່ລາຄາສິນຄ້າເພີ້ມຂຶ້ນກໍແມ່ນມາຈາກຫຼາຍປັດໄຈ ແຕ່ຈາກທາງຂໍ້ມູນຂອງ USDA ແລ້ວ, ທັງໝົດຂອງດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ເຊິ່ງເປັນໜ່ວຍວັດເງິນເຟີ້ເສດຖະກິດທົ່ວໄປ ແມ່ນເພີ້ມຂຶ້ນ 0.5 ເປີເຊັນຈາກເດືອນຕຸລາຫາເດືອນພະຈິກ 2021 ໂດຍເພີ້ມຂຶ້ນເຖິງ 6.8 ເປີເຊັນເມື່ອທຽບໃສ່ເດືອນພະຈິກຂອງປີ 2020.

XS
SM
MD
LG