ບັນຫາຄ່າຄອງຊີບສູງໂດຍທີ່ທາງການລາວບໍ່ສາມາດຄວບຄຸມໄດ້ເລີຍ ໃນພາກປະຕິບັດຕົວຈິງໄດ້ເຮັດໃຫ້ປະຊາຊົນລາວບໍ່ເຊື່ອໝັ້ນ ແລະເສື່ອມສັດທາຕໍ່ການນໍາພາຂອງພັກແລະລັດ ຫລາຍຂຶ້ນນັບມື້, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ມາສະເໜີທ່ານ ຈາກບາງກອກ.
ສືບເນື່ອງຈາກການດຳເນີນມາດຕະການ ຄວບຄຸມລາຄາສິນຄ້າອຸປະໂພກ ບໍລິໂພກ ທີ່ຂາດປະສິດທິພາບຂອງລັດຖະບານລາວ ທີ່ນອກຈາກຈະກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງໜັກໜ່ວງເພາະຕ້ອງແບກຫາບ ພາລະຄ່າຄອງຊີບທີ່ສູງຂຶ້ນນັບມື້ ໂດຍປາດສະຈາກການຊ່ວຍເຫຼືອຈາກທາງການລາວ ຊຶ່ງເຮັດໃຫ້ປະຊາຊົນລາວ ຕ້ອງແກ້ໄຂບັນຫາຜົນກະທົບດັ່ງກ່າວດ້ວຍຕົວເອງແລ້ວກໍຍັງເຮັດໃຫ້ປະຊາຊົນບໍ່ເຊື່ອໝັ້ນ ແລະເສື່ອມສັດທາຕໍ່ການນຳພາຂອງພັກ ແລະລັດຖະບານລາວຫຼາຍຂຶ້ນນັບມື້ອີກດ້ວຍ.
ໃນນີ້ຍັງລວມເຖິງຄວາມບໍ່ເຊື່ອຫມັ້ນຕໍ່ປະສິດທິພາບ ແລະຄວາມໂປ່ງໃສໃນການຈັດເກັບລາຍຮັບຂອງລັດຖະບານລາວ ໂດຍສະເພາະແມ່ນລາຍຮັບຈາກພາກພະລັງງານໄຟຟ້າ ແລະການອະນຸຍາດໃຫ້ສໍາປະທານຂຸດຄົ້ນແຮ່ທາດ ທີ່ມີການຮົ່ວໄຫຼຢ່າງຫລວງຫຼາຍນັ້ນ ດັ່ງທີ່ປະຊາຊົນລາວໄດ້ໃຫ້ທັດສະນະວ່າ:
“ເປີດກອງປະຊຸມສະພາກະຟັງວ່າ ເງິນນັ້ນບໍ່ເຂົ້າລະບົບ, ເງິນມັນມີ ເງິນໄຟຟ້າ, ຂາຍໄຟຟ້າ ແຕ່ລະບ່ອນໆຫັ້ນ ກ່ອນຊິເຮັດ ເຂົາກໍຕ້ອງເຈລະຈາກ່ອນມີບ່ອນຂາຍເຂົາຈຶ່ງເຮັດ ແຮ່ທາດໜິ ເບິ່ງທາດເຫລັກ ທາດຫຍັງຕ່າງໆ ແຕ່ວ່າເງິນບໍ່ ເຂົ້າລະບົບ ປະຊາຊົນນີ້ ກະບໍ່ຊ່າງຊິວ່າ ຢາກຍອມໂຕນີ້ ຢູ່ໃສເງິນເຂົາ ພວກຂາຍແຮ່ທາດແກ່ໄປແຕ່ລະມື້ ແຕ່ລະວັນ ບອກວ່າ ເງິນບໍ່ເຂົ້າລະບົບ. ກ່ອນຊິລົງມືເຮັດກະມີໃບສັນຍາຢ່າງຄັກແນ່ ຕວາເບາະ. ອຸກໃຈຢູ່ດຽວນີ້ ຂະຫນາດລະດັບປະຊາຊົນທໍາມະດານີ້ ຍັງໜ້າອາຍເຂົາ ແລ້ວຄຶດເບິ່ງ.”
ຍິ່ງໄປກວ່ານັ້ນ ການທີ່ພະນັກງານພາສີຂອງລັດຖະບານ ໄດ້ປ່ອຍປະໃຫ້ມີການລັກລອບນຳເຂົ້າສິນຄ້າຈາກຕ່າງປະເທດ ໂດຍຜິດກົດໝາຍຢ່າງກວ້າງຂວາງນັ້ນ ນອກຈາກຈະສົ່ງຜົນກະທົບຕໍ່ສິນຄ້າທີ່ຜະລິດໃນລາວ ແລະເຮັດໃຫ້ລັດຖະບານ ເສຍພາສີອາກອນແລ້ວ ກໍຍັງໄດ້ສົ່ງຜົນກະທົບເຮັດໃຫ້ເງິນກີບອ່ອນຄ່າລົງ ຢ່າງຕໍ່ເນື່ອງອີກດ້ວຍ ເພາະຄວາມຕ້ອງການເງິນຕາຕ່າງປະເທດເພື່ອການຊໍາລະ ລາຄາສິນຄ້າ ທີ່ນໍາເຂົ້າຈາກຕ່າງປະເທດເປັນຈໍານວນຫຼວງຫຼາຍນັ້ນ ໄດ້ສົ່ງຜົນເຮັດໃຫ້ຕະຫຼາດການຄ້າບໍ່ເຊື່ອໝັ້ນ ໃນສະຖຽນລະພາບຂອງເງິນກີບ ແລະພາກັນຖືຄອງເງິນຕາເປັນດ້ານຫລັກ ໂດຍຜົນກະທົບທີ່ຕິດຕາມມາ ກໍຄືອັດຕາເງິນເຟີ້ທີ່ສູງທີ່ສຸດໃນອາຊຽນ ແລະຖ້າຫາກວ່າ ລັດຖະບານລາວ ຍັງບໍ່ ສາມາດແກ້ໄຂບັນຫາດັ່ງກ່າວໄດ້ ຢ່າງມີປະສິດທິພາບ ກໍຍ່ອມຈະເຮັດໃຫ້ ປະຊາຊົນລາວ ບໍ່ເຊື່ອໝັ້ນ ແລະເສື່ອມສັດທາຕໍ່ການນຳພາຂອງ ພັກແລະລັດຢ່າງຫລີກລ້ຽງບໍ່ໄດ້ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວໃຫ້ທັດສະນະວ່າ:
“ອັດຕາເງິນເຟີ້ສູງເຖິງ 40 ເປີເຊັນ ເປັນອັນດັບທີ 1 ຂອງອາຊຽນ ໃນຂະນະທີ່ຫວຽດນາມ ພຽງແຕ່ 2.4, ມາເລເຊຍ 3.3, ກຳປູເຈຍ 1.1 ແຕ່ປະຊາຊົນເຮົາ ກໍບໍ່ຄ່ອຍສິໃສ່ໃຈປານໃດດອກ ແຕ່ສິ່ງທີ່ເຂົາເຈົ້າສົນໃຈ ຫຼາຍກ່ວາໝູ່ ແມ່ນແນວໃດຊີວິດການເປັນຢູ່ຂອງເຂົາເຈົ້າ ຈະກັບຄືນສູ່ສະພາວະປົກກະຕິ ຈຶ່ງສະເໜີໃຫ້ລັດຖະບານ ມີມາດຕະການຢ່າງຈິງຈັງອີ່ຫລີ ໃນເວລານັ້ນ ປະຊາຊົນພວກເຮົາຈະຈົດຈໍາຜົນງານບັນດາທ່ານ ຖ້າບໍ່ດັ່ງນັ້ນ ຄວາມຮູ້ສຶກ ສັດທາເຫຼົ່ານີ້ ກໍອາດຈະຈືດຈາງໄປ.”
ທັງນີ້ການຕົກຕໍ່າຂອງຄ່າເງິນກີບ ເປັນຜົນຈາກການທີ່ລາວໄດ້ມີການນໍາເຂົ້າ ສິນຄ້າຫລາຍ ກວ່າການສົ່ງອອກສິນຄ້າໄປຕ່າງປະເທດ ຊຶ່ງໄດ້ເຮັດໃຫ້ເກີດ ບັນຫາເງິນເຟີ້ຕາມມາ ຢ່າງຫລີກລ້ຽງບໍ່ໄດ້ ທັງຍັງເຮັດໃຫ້ດັດຊະນີລາຄາ
ການຊົມໃຊ້ສິນຄ້າເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍໃນເດືອນມິຖຸນາ ດັດຊະນີລາຄາການຊົມໃຊ້ສິນຄ້າໃນລາວ ສູງເຖິງ 185.91 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2022.
ສ່ວນໃນຊ່ວງ 5 ເດືອນຕົ້ນປີ 2023 ການຄ້າຕ່າງປະເທດຂອງລາວ ມີມູນຄ່າ 5,694 ລ້ານໂດລາ ໃນນີ້ເປັນການສົ່ງອອກໃນມູນຄ່າ 3,063 ລ້ານໂດລາ ແລະການນຳເຂົ້າສິນຄ້າໃນມູນຄ່າ 2,586 ລ້ານໂດລາ ຊຶ່ງເຮັດໃຫ້ລາວ ໄດ້ດຸນການຄ້າໃນມູນຄ່າ 477 ລ້ານໂດລາ ໂດຍບໍ່ຮວມການສົ່ງອອກໄຟຟ້າ ແຕ່ຢ່າງໃດ ເພາະເປັນລາຍຮັບ ທີ່ຈະຕ້ອງຊຳລະໜີ້ເງິນກູ້ຕ່າງປະເທດ ຂອງບັນດາບໍລິສັດທີ່ລົງທຶນສ້າງເຂື່ອນໃນລາວ.
ສ່ວນການຄ້າລະຫວ່າງລາວກັບໄທ ໃນ 5 ເດືອນ ປີ 2023 ມີມູນຄ່າລວມ 298,665 ລ້ານບາດ ແລະລາວຍັງເປັນຝ່າຍຂາດດຸນການຄ້າຕໍ່ໄທ ໃນມູນຄ່າ 41,999 ລ້ານບາດ.