ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະນາຄົດ ຂອງ ສາຍພົວພັນ ລະຫວ່າງ ສ​ຫລ ກັບ ຣັດເຊຍ ລຸນຫລັງ ລາຍງານ ຂອງທ່ານມັ​ລ​ເລີ້


The Future of US-Russian Relations After Mueller Report
please wait

No media source currently available

0:00 0:02:14 0:00

ເວລາລາຍງານຂອງທ່ານ Robert Mueller ໄອຍະການພິເສດ ຂອງ ສະຫະລັດພົບ
ເຫັນວ່າ ທັງທ່ານດໍໂນລ ທຣຳ ແລະພວກຜູ້ຊ່ອຍຂອງເພິ່ນ ຕ່າງ ກໍບໍ່ມີຜູ້ໃດ ໄດ້ສົມຮູ້
ຮ່ວມຄິດກັບຣັດເຊຍ ໃນລະຫວ່າງການເລືອກຕັ້ງປະທານາ ທິບໍດີປີ 2016 ແລ້ວບາງ
ຄົນກໍຄິດວ່າ ມັນອາດເປັນຂີດໝາຍແຫ່ງຍຸກໃໝ່ ສຳ ລັບການເປັນປະທານາທິບໍດີ
ຂອງທ່ານທຣຳ ໂດຍສະເພາະເວລາເວົ້າເຖິງສາຍ ພົວພັນກັບທ່ານ ວລາດິເມຍ ປູຕິນ
ນັ້ນ. ແຕ່ວ່າ ທຳນຽບຂາວ ກັບວັງເຄ​ຣມລິນ ຈະຮື້ຟື້ນສາຍພົວພັນກັນຄືນໃໝ່ແທ້ບໍ ລຸນ
ຫລັງລາຍງານຂອງທ່ານ Mueller? ພວກນັກຊ່ຽວຊານທັງຫຼາຍ ຜູ້ທີ່ໄດ້ໄປເຕົ້າໂຮມ
ກັນຢູ່ນະຄອນຫລວງມົສກູ ເພື່ອ ສົນທະນາກັນ ເລື້ອງສາຍພົວພັນລະຫວ່າງສະຫະລັດ ກັບຣັດເຊຍໄດ້ບອກ ອີກໍ ຊີຄານແນນກາ ນັກຂ່າວວີໂອເອວ່າ ຄືຈະບໍ່ເປັນແນວນັ້ນ ດັ່ງ
ສາລີ ຈະສະເໜີ ລາຍລະອຽດ ໃນອັນດັບຕໍ່ໄປ.

ໃນຫລາຍໆມື້ຕໍ່ມາ ຫລັງຈາກ ການເຜີຍແຜ່ລາຍງານຂອງທ່ານ ມອລເລີ້ ແລ້ວຄວາມ
ສົງໄສຂອງພວກນັກການເມືອງຣັດເຊຍ ກໍເປີດຊ່ອງທາງ ໃຫ້ເປັນ ການຕະຫລົກ ທັງມີ
ການເຍາະເຍີ້ຍສຽດສີນຳ.

ໂຄສົກຂອງວັງເຄ​ຣັມລິນ ທ່ານດີມີຕຣີ ເປັສກັອຟ ໄດ້ຫົວຂວັນລາຍງານດັ່ງກ່າວ ໂດຍ
ກ່າວວ່າ ຄວາມພະຍາຍາມທີ່ວ່ານັ້ນ ບໍ່ຕ່າງຫຍັງກັນ ກັບຄວາມພະຍາຍາມ ຊອກຫາ
ແມວດຳ ທີ່ບໍ່ມີຕົວຕົນ ຢູ່ໃນຫ້ອງມືດ.

ແຕ່ແລ້ວອີກບໍ່ດົນ ກໍໄດ້ມີການຫັນປ່ຽນ ​ມີນໍ້າສຽງອັນ ເປັນມິດກວ່ານັ້ນຂຶ້ນມາ ໂດຍທີ່
ມົສກູ ສະເໜີທ່າທີວ່າ ຈະສ້າງສັນຕິພາບ ຊຶ່ງທ່ານ ເປັສກັອຟ ເວົ້າວ່າ: “ປະທານາທິບໍ
ດີ ປູຕິນເວົ້າຫລາຍຕໍ່ຫລາຍເທື່ອວ່າ ພວກເຮົາສົນໃຈ ຢາກໃຫ້ມີ ສາຍພົວພັນທີ່ດີກັບ
ສະຫະລັດ.”

ແຕ່ວ່າມັນຈະຈິງຊໍ່າໃດ ໃນການທີ່ຈະປົວແປງສາຍພົວພັນດັ່ງກ່າວ? ມັນແລ້ວ ແຕ່ວ່າ
ທ່ານຈະຖາມຜູ້ໃດ.

ທ່ານ ແຈັກ ແມັດລັອກ ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະພາບໂຊ ຫວຽດ
ແຕ່ປີ 1987 ຫາ ປີ 1991 ເວົ້າວ່າ:“ພວກເຮົາຈະບໍ່ສາມາດເວົ້າໄດ້ ຈົນກວ່າວ່າ ພວກ
ເຮົາຈະມີປະທານາທິບໍດີຄົນ ໃໝ່.”

ສ່ວນທ່ານ ມາກ ເຄຣເມີ້ ຈາກມະຫາວິທະຍາໄລຮາເວີດກ່າວວ່າ: “ຂ້າພະເຈົ້າຄິດວ່າ ມັນມີໂອກາດ ຖ້າມັນມີ ຖ້າມີລັດຖະບານທຣຳສະ​ໄໝທີສອງ ບາງທີພວກເຮົາກໍຈະຕິດ
ຕາມອັນໃດອັນນຶ່ງ.”

ພວກນັກຊ່ຽວຊານທັງສອງຟາກຝັ່ງມະຫາສະໝຸດອັດແລນຕິກເຊື່ອວ່າ ຂໍ້ກ່າວຫາ ທີ່
ວ່າຣັດເຂົ້າແຊກແຊງໃນການເລືອກຕັ້ງຂອງສະຫະລັດແລະການສືບສວນຂອງ ທ່ານ
ມອລເລີ້ ພາໃຫ້ຊື່ສຽງຂອງທ່ານທຣຳດ່າງພ້ອຍ ແລະອາດຈະທຳລາຍໂດຍ ທີ່ປົວແປງ
ບໍ່ໄດ້ ສາຍພົວພັນລະຫວ່າງລັດຖະບານຂອງເພິ່ນ ກັບວັງເຄ​ຣັມລິນ.

ທ່ານ ເດວິດ ຟໍເກິລຊອງ ປະຈຳມະຫາວິທະຍາໄລ ຣັດເກີດສ໌ ກ່າວວ່າ: “ຂ້າພະເຈົ້າ
ຄິດວ່າ ໄດ້ມີຄວາມຂົມຂື່ນເກີດຂຶ້ນ ​ສຳ​ລັບທັງສອງຝ່າຍ ຈົນໄປເຖິງ ຈຸດ ທີ່ຈະກິນເວ
ລາດົນນານ ແລະມີຄວາມອົດທົນຫຼາຍ ກ່ອນຈະເອົາຊະນະມັນ ໄດ້.”

ນອກຈາກນັ້ນແລ້ວ ພວກນັກສັງເກດການ ກໍຍັງຕ້ອງຕິວ່າ ມີຮອຍແຕກແຫງໃນ ສາຍ
ພົວພັນ ສະຫະລັດກັບຣັດເຊຍ ໃນເລື້ອງການສູ້ຊົນຢູ່ໃນການເມືອງພາຍໃນ ລະຫວ່າງ
ພວກເດໂມແກຣັດ ກັບພວກຣິພັບບລິກັນ.ແລະໃນຂະນະທີ່ພວກນັກຊ່ຽວຊານສ່ວນ
ຫລາຍມີຄວາມຄິດວ່າ ຣັດເຊຍມີສ່ວນຢູ່ໃນກິດຈະກຳອັນຊົ່ວຮ້າຍໃນລະຫວ່າງການ
ເລືອກຕັ້ງຂອງສະຫະລັດ ແຕ່ພ້ອມ ດຽວກັນ ພວກເຂົາເຈົ້າກໍກ່າວຫາວ່າ ສື່ມວນຊົນ
ຂອງອາເມ​ຣິກັນ ເປັນຜູ້ຜິດໃນ ການວາດພາບຂອງເລື້ອງດັ່ງ​ກ່າວ.

ທ່ານ ຟໍເກິລຊອງ ທີ່ມະຫາວິທະຍາໄລ ຣັດເກີດສ໌ເວົ້າວ່າ: “ໃນໄລຍະສອງປີເຄິ່ງຜ່ານ
ມານີ້ ໄດ້ມີການເວົ້າໂຍກເກີນໄປ ກ່ຽວກັບເລື້ງນີ້ ບໍ່ ແມ່ນວ່າ ບໍ່ມີຫຍັງເລີຍວ່າຮັດເຊຍ
ໄດ້ເຂົ້າຫຍຸ້ງກ່ຽວ ໃນຊິວິດການເມືອງຂອງ ອາເມຣິກັນ ແຕ່ມັນມີການເວົ້າໂຍກ ກ່ຽວ​ກັບຂອບເຂດຂ​ອງສິ່ງທີ່ໄດ້ເກີດຂຶ້ນ.”

ມັນມີສິ່ງນຶ່ງ ທີ່ພວກນັກການທູດອາວຸໂສແລະພວກນັກຊ່ຽວຊານ ທີ່ໄປເຕົ້າໂຮມ ກັນ ຢູ່ທີ່ມະຫາວິທະຍາໄລຣັດເຊຍ ສຳລັບມະນຸດຊາດ ຊຶ່ງປາກົດວ່າ ເປັນການ ເຫັນພ້ອມ
ນຳກັນ.ທ່ານປາແວນ ປາລາແຊນໂກ ຫົວໜ້ານາຍພາສາຂອງທ່ານກອກບາຊອຟ
ກ່າວ ວ່າ: “ຜົນສະຫລຸບຂອງການສືບສວນຂອງທ່ານມອລເລີ້ ຍັງບໍ່ທັນໄດ້ປິດລົງເທື່ອ.
ແຕ່ ຄວາມຈຳເປັນ ແລະຄວາມອາດສາມາດເປັນໄປໄດ້ ວ່າຈະມີການສົນທະນາກັນ
ແມ່ນຍັງມີຢູ່ ກ່ອນການພິມເຜີຍແຜ່ຂອງລາຍງານ ແລະ​ກໍປາກົດ​ວ່າ​ຍັງ​ມີຢູ່. ”ແລະເບິ່ງ
ຄືວ່າ ຄວາມຈຳເປັນ ທີ່ໃຫ້ມີການສົນທະນາກັນດັ່ງກ່າວແມ່ນລົງຄວາມ ເຫັນກັນ ບໍ່ແມ່ນ
ໂດຍພວກຜູ້ນຳຂອງຣັດເຊຍແລະສະຫະລັດ ແຕ່ຈະແມ່ນໂດຍ ຂະໜາດຂອງອິດທິພົນ ຂອງສອງປະເທດທີ່​ມີຢູ່ໃນໂລກນີ້.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG