ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຫລັ່ງໄຫລ ໄປເຮັດວຽກຢູ່ໄທ ຂອງຊາວ ຊົນນະບົດລາວ ຍັງບໍ່ມີທ່າທີວ່າ ຈະຫຼຸດລົງ ເລີຍ


ຄົນ​ງານ​ລາວ ເຮັດ​ວຽກຢູ່​ຮ້ານ​ຂາຍ​ເຄື່ອງ​ເສື້ອ​ຜ້າ ແຫ່ງ​ນຶ່ງ ໃນ​ປະ​ເທດ​ໄທ
ຄົນ​ງານ​ລາວ ເຮັດ​ວຽກຢູ່​ຮ້ານ​ຂາຍ​ເຄື່ອງ​ເສື້ອ​ຜ້າ ແຫ່ງ​ນຶ່ງ ໃນ​ປະ​ເທດ​ໄທ

ເຖິງແມ່ນວ່າຈະພົບອຸປະສັກ ແລະຄວາມສ່ຽງຕ່າງໆນາໆ ເຊັ່ນພົບອຸປະຕິເຫດໃນທ້ອງ
ຖະໜົນ, ຖືກໂກງເງິນຄ່າແຮງງານ ແລະອື່ນໆກໍຕາມ, ຊາວໜຸ່ມລາວທັງຍິງ ແລະຊາຍ
ໂດຍສະເພາະແມ່ນພວກ​ທີ່ຢູ່ໃນເຂດຊົນນະບົດ ທີ່ບໍ່ໄດ້ຮັບການສຶກສາສູງ ແລະຄອບຄົວ
ຂາດເຂີນກໍຍັງດົ້ນດັ້ນໄປຫາວຽກ ເຮັດຢູ່ປະເທດໄທຢູ່ເປັນຈໍານວນຫລວງຫລາຍ. ດ້ວຍ
ເຫດໃດຈຶ່ງ ເປັນເຊັ່ນນັ້ນ? ກິ່ງ​ສະ​ຫວັນ​ມີ​ລາຍ​ລະ​ອຽດ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ອັນດັບ​ຕໍ່​
ໄປ.

ໃນສົກປີ 2019 ນີ້ ມີຄົນລາວ ທີ່ໄປອອກແຮງງານຢູ່ປະເທດໄທທັງໝົດ 71,000 ຄົນ
ໃນນັ້ນມີຄົນງານທີ່ໄດ້ຈົດທະບຽນຖືກຕ້ອງຕາມກົດໝາຍມີ 46,000 ຄົນ ແລະຈໍານວນ
ຍັງບໍ່ໄດ້ຈົດທະບຽນໃຫ້ຖືກຕ້ອງ 25,00ຄົນ, ອີງ​ຕາມຂໍ້ມູນຢູ່ໃນເວັບໄຊທ໌ www.labour
in Thailand ລົງວັນທີ 06 ສິງຫາ, 2019. ຕົວ​ເລກນີ້ ສະ​ແດງ​ໃຫ້​ເຫັນ​ວ່າຜູ້ອອກແຮງ
ງານໂດຍ​ສະ​ເພາະ​ແມ່ນ ຊາວໜຸ່ມ​ໃນ​ເຂດຊົນນະບົດຈຳ​ນວນ​ຫລວງ​ຫລາຍໄດ້ລັກລອບ
ໄປ ເຮັດວຽກຢູ່ໄທຢ່າງຜິດກົດໝາຍແບບບໍ່ມີຄວາມຢ້ານກົວແຕ່ຢ່າງໃດ.

ເຖິງແມ່ນວ່າ ພວກເຂົາເຈົ້າຈະຮູ້ຂ່າວຄາວຫຼາຍອັນທີ່ເປັນໜ້າຢ້ານກົວ ເຊັ່ນ ເຫດການ
ຖືກລົດຕໍາກັບລົດຕູ້ທີ່ຂົນສົ່ງແຮງງານຄົນລາວ ໃນຕົ້ນເດືອນ ຜ່ານມາ ທີ່ຈັງຫັວດສະ
ແກ້ວ ຊຶ່ງເຮັດໃຫ້ກໍາມະກອນລາວ ເສຍຊີວິດ 10 ຄົນ ແລະ ບາດເຈັບຈໍານວນໜຶ່ງໃນ ຂະນະທີ່ພວກເຂົາເຈົ້າຂີ່ລົດມຸ້ງໜ້າໄປຫາຊາຍແດນລາວກັບໄທ ເພື່ອໄປຕໍ່ໜັງສືຜ່ານ
ແດນ ແລະລວມ ທັງບັນດາຂ່າວ ຮ້າຍຈາກການຖືກຕົວະຍົວະຫຼອກລວງຂອງນາຍໜ້າ
ເພື່ອເອົາໄປຂາຍບໍລິ ການ, ຕະຫລອດເຖິງການ ຖືກນາຍຈ້າງຂົດຂີ່ຂົ່ມເຫັງ ຢູ່ເປັນປະ
ຈໍາກໍຕາມ ໂດຍລວມແລ້ວເຫັນວ່າ ການໜີໄປອອກແຮງງານຢູ່ໄທ ແມ່ນຍັງໄດ້ຮັບຄວາມ
ນິຍົມກັນ​ຫລາຍ​ຢູ່​.

ແຮງ​ງານລາວທີ່​ເຮັດ​ວຽກ​ໃນ​ຮ້ານ​ຂາຍ​ແສື້ອ​ຜ້າ​ແຫ່ງ​ນຶ່ງ​ໃນ​ໄທ
ແຮງ​ງານລາວທີ່​ເຮັດ​ວຽກ​ໃນ​ຮ້ານ​ຂາຍ​ແສື້ອ​ຜ້າ​ແຫ່ງ​ນຶ່ງ​ໃນ​ໄທ

ເມື່ອ​ເບິ່ງ​ຈາກສະຖິຕິຢູ່ໃນເວັບໄຊທ໌ Statista ຊຶ່ງ​ເປັນ​ອົງ​ການ​ຄົນ​ຄວ້າ​ສາ​ກົນ ທີ່​ມີສຳ​ນັກ​ງານ
​ຕັ້ງ​ຢູ່​ນະ​ຄອນຮຳ​ບວກ, ປະ​ເທດ​ເຢຍ​ຣະ​ມັນ, https://www.statista.com/statistics/808758/unemployment-rate-in-laos/ ເຫັນ​ວ່າອັດ​ຕາ​ໄພ​ຫວ່າງ​ງານໃນ​ລາວ ນັບແຕ່ປີ
1998 ເຖິງ​ປີ 2019 ຈະ​ມີ​ທ່າ​ອ່ຽງ​ຫລຸດ​ລົງ​ກໍ​ຕາມ ເຊັ່ນເມື່ອທຽບໃສ່ປີ 2017 ອັດ​ຕາ​ຫວ່າງ​ງານ
​ໃນປີ 2018 ໃນລາວ ແມ່ນຫລຸດ​ລົງ​ຈາກ 0.65 ເປີ​ເຊັນ ມາ​ເປັນ0.61 ເປີ​ເຊັນ ຊຶ່ງມີ​ອັດ​ຕາ​ໃກ້
​ຄຽງ​ກັນ​ກັບອັດ​ຕາ​ຫວ່າງ​ງານໃນ​ໄທ ​ຄື 0.67 ເປີ​ເຊັນໃນ 2018. ຕົ​ວ​ເລກນີ້ ​ສະ​ແດ​ງ​ໃຫ້​ເຫັນ​ວ່າ
ອັດ​ຕາ​ຂອງ​ຄົນ​ຂາດ​ວຽກເຮັດ​ງານ​ຢູ່​ໃນ​ໄທກໍບໍ່​ໄດ້​ແຕກ​ຕ່າງ​ກັນ​ກັບ​ຢູ່ລາວຫລາຍ​ປານ​. ແຕ່ວ່າ
ຄົນ​ລາວ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ຊົນ​ນະ​ບົດ​ທີ່ດ້ອຍ​ໂອ​ກາດໃນ​ການ​ສຶກ​ສາກໍ​ຍັງ​ພາ​ກັນ​ຫລັ່ງ
ໄຫລໄປ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳຢູ່​ໃນປະ​ເທດ​ເພື່ອນ​ບ້ານ​ແຫ່ງນັ້ນ​ຢູ່.

ທັງນີ້ກໍຍ້ອນວ່າຄ່າຄອງຊີບຢູ່ໃນລາວສູງ ແຕ່ສະພາບເສດຖະກິດໂດຍທົ່ວໄປແລ້ວບໍ່ເອື້ອອໍາ ນວຍໂອກາດໃຫ້ມີວຽກເຮັດງານທໍາສຳ​ລັບເຂົາເຈົ້າຢ່າງພຽງພໍ​ ແລະ​ໃຫ້​ຄ່າ​ແຮງ​ງານ​ຕ່ຳ, ດັ່ງທີ່
ນາງຈ່ອຍ, ລູກ​ສາວ​ຂອງ​ບ້ານ​ຫລານ​ເມືອງ​ຂອງຊາວບ້ານຄີລີ, ເມືອງຊະນະສົມບູນ, ແຂວງຈໍາ
ປາສັກ ທີ່ເຮັດວຽກເປັນພະນັກງານປະຈໍາໂຮງພິມ ແຫ່ງນຶ່ງໃນນະຄອນຫລວງບາງກອກທີ່​ໄດ້ໃຫ້
ການສໍາພາດກັບວີໂອເອເວົ້າວ່າ:
“ຂ້າພະເຈົ້າ ມາເຮັດວຽກງານຢູ່ບາງກອກເຮັດວຽກຢູ່ໂຮງພິມ ກ່ອນຈະມາເຮັດຢູ່ໂຮງພິມ
ກໍຍ້ອນວ່າ ຢູ່ບ້ານມີຄວາມລໍາບາກຫຼາຍ ພໍ່ແມ່ກໍ່ທຸກຍາກ ມີລູກຫຼາຍຄົນແນ່ ຮຽນຈົບກໍ່ບໍ່ມີ
ເງິນຈະຮຽນຕໍ່. ຖ້າຈະຢູ່ເຮັດວຽກຢູ່ບ້ານກໍ່ບໍ່ຮູ້ຈະເຮັດວຽກຫຍັງ
ຈຶ່ງຈະມີພໍກິນພໍໃຊ້. ຫຼັງຈາກ
ຮຽນຈົບກໍເລີຍຕັດສິນໃຈ ມາເຮັດວຽກຢູ່ບາງກອກ ຈາກການຊວນຂອງໝູ່ເພື່ອນ ຊຶ່ງລາຍໄດ້
ກະດີຢູ່ ພໍກິນພໍໃຊ້. ເຈົ້ານາຍກໍ່ດີຢູ່, ມາຢູ່ທີ່ນີ້ກໍໄດ້ເຮັດປັສປອດມາ ເພາະວ່າ ການເຮັດ
ປັສປອດນີ້ ກໍ່ມີຄວາມປອດໄພຢູ່ ແຕ່ກໍ່ມີຄວາມສ່ຽງ ເພາະຕ້ອງໄດ້ ໄປຕໍ່ທຸກເດືອນ ທາງທີ່ດີ
ຄວນເຮັດບັດແຮງງານ MOU ເຮັດມາໃຫ້ຖືກຕ້ອງເລີຍ.

ເຊີນ​ຊົມ​ວີ​ດີ​ໂອ
please wait

No media source currently available

0:00 0:00:55 0:00

ເມື່ອເບິ່ງຂໍ້ມູນຢູ່ໃນເວັບໄຊທ໌ຂອງ​ເສດ​ຖະ​ກິດ​ການ​ຄ້າ ​ຫລື Trading Economics https://tradingeconomics.com/thailand/labour-costs ກໍ​ເຫັນ​ວ່າຄ່າແຮງ
ງານຕໍ່າສຸດໃນໄທແມ່ນ 325 ບາດຕໍ່ມື້ ຊຶ່ງເທົ່າກັບປະມານ 10.5 ໂດລາ ແຕ່ວ່າຄ່າ
ແຮງງານຕໍ່າສຸດໃນລາວແມ່ນ 123 ບາດຕໍ່ມື້ ຊຶ່ງເທົ່າກັບປະມານ 3.97 ໂດລາ. ດ້ວຍ​ເຫດນີ້ຈຶ່ງເຮັດໃຫ້ຊາຍໜຸ່ມຍິງສາວລາວ ໂດຍສະເພາະພວກທີ່ຢູ່ໃນເຂດຊົນນະບົດ
ທີ່ ບໍ່ມີໂອກາດໄດ້ ຮັບການສຶກສາສູງໄປຊອກຫາເຮັດວຽກຢູ່ໄທ.

​ນອກຈາກການໃຫ້ຄ່າແຮງງານຕໍ່າແລ້ວ ບັນດາເຈົ້າຂອງບໍລິສັດ ຫຼືນາຍຈ້າງຢູ່ລາວ
ບາງ​ຄົນກໍ່ບໍ່ໄດ້ປະຕິບັດຕາມລະບຽບກົດໝາຍແຮງງານຢ່າງເຄັ່ງຄັດ ໃນຂະນະທີ່ເຈົ້າ
ໜ້າທີ່ຂອງລັດເອງ ກໍຍັງມີທ່າທີຖືເບົາຕໍ່ການຮ້ອງຮຽນຂອງຜູ້ອອກແຮງງານ ກໍ​ຄືເວ​
ລາເຂົາ​ເຈົາຂໍຮ້ອງໃຫ້ລົງໄປກວດກາ​ພວກເຈົ້າໜ້າທີ່ ກໍບໍ່ໄດ້ປະຕິບັດຕາມການຮ້ອງ
ຂໍໃຫ້ທັນກັບສະພາບການແຕ່ຢ່າງໃດ. ທັງນີ້ ກໍເພາະວ່າ ໂດຍສ່ວນໃຫຍ່ແລ້ວພວກ
ເພິ່ນມັກຢ້ານ​ກົວ​ຕໍ່ອິດທິພົນຂອງພວກ ທີ່ມີ ອໍານາດເຂົ້າມາຫຍຸ້ງກ່ຽວນໍາ. ດັ່ງຄໍາເຫັນ
ຂອງເຈົ້າໜ້າທີ່ຜູ້ປົກປ້ອງແຮງງານ ສູນກາງທ່ານນຶ່ງທີ່ກ່າວຜ່ານທາງໂທລະສັບວ່າ:
“ຄວາມເປັນຈິງການອອກແບບ ກ່ຽວກັບເນື້ອໃນລະບຽບຫຼັກການຂອງຝ່າຍເຈົ້າ
ໜ້າທີ່ຂອງກະຊວງແຮງງານ ແລະສະຫວັດດີການສັງຄົມ ກ່ຽວກັບການປົກປ້ອງ
ແລະ ຄຸ້ມຄອງແຮງງານ ແມ່ນໄດ້ຂຽນໄວ້ຢ່າງຊັດເຈນ ແລະ ກໍເຄີຍມີມາແຕ່ດົນ
ນານແລ້ວ. ແຕ່ໃນທາງປະຕິບັດຕົວຈິງ ແມ່ນມີຄວາມຫຍຸ້ງຍາກ ແລະ ສັບຊ້ອນ
ຫຼາຍ, ຊຶ່ງກໍລະນີນີ້ ມັນພົວພັນເຖິງກຸ່ມຄົນຜູ້ມີອໍານາດໃນຫຼາຍດ້ານ ຈຶ່ງສົ່ງຜົນ
ເຮັດ
ໃຫ້ການປະຕິບັດ ແລະດໍາເນີນງານຂອງເຈົ້າໜ້າທີ່ພະນັກງານພົບກັບຄວາມ
ຫຍຸ້ງຍາກ ແລະ ບໍ່ເປັນໄປຕາມຂັ້ນຕອນຂະບວນການ ຊຶ່ງມັນກໍ່ຍາກທີ່ຈະຈັດ
ການກ່ຽວ
ກັບບັນຫາທີ່ແກ່ຍາວ, ຊໍາເຮື້ອມາແຕ່ດົນນານແລ້ວ.”

ຕໍ່ສະພາບການນີ້ ທ່ານບອກວ່າມັນມີ ລັກສະນະ “ປາໃຫຍ່ກິນປານ້ອຍ”. ສະນັ້ນ
ທ່ານໃຫ້ຄໍາ​ເຫັນວ່າ “ບັນຫານີ້ ຕ້ອງໄດ້ໃຊ້ເວລາທີ່ຈະສະສາງ ຫຼື ແກ້ໄຂມັນ.”

ສະຫຼຸບແລ້ວ ການອອກໄປຊອກຫາວຽກເຮັດງານທໍາຢູ່ປະເທດໄທ ຂອງຊາວຊົນນະ
ບົດ ຍັງບໍ່ມີທ່າທີວ່າຈະຫຼຸດລົງ​ໄດ້​ງ່າຍ ເຖິງແມ່ວ່າພວກເຂົາຈະໄດ້ຮັບຄວາມສ່ຽງໃນ
ຫຼາຍດ້ານກໍຕາມ. ທັງນີ້ ກໍເປັນຍ້ອນຫລາຍປັດໄຈ ເປັນຕົ້ນແມ່ນຄ່າແຮງງານໃນລາວ
ຍັງຕໍ່າກວ່າປະເທດເພື່ອນບ້ານ ແລະການເອົາລັດເອົາປຽບຂອງ​ນາຍຈ້າງຕໍ່​ລູກຈ້າງ
ໃນ​ລາວ ຍັງ​ມີ​ຢູ່​ເລື້ອຍ​ມາ ຂະ​ນະ​ທີ່​ທາງ​ການລາວກໍ​ບໍ່​ໄດ້ເອົາໃຈໃສ່ກວດ​ກາຢ່າງ​ເຂັ້ມ
​ງວດ ຫລືຕອບ​ສະ​ໜອງຕໍ່​ຄຳ​ຮ້ອງ​ຂໍ​ຂອງ​ລູກ​ຈ້າງ​ຢ່າງ​ທ່ວງ​ທັນເວ​ລາ.

ອ່ານ​ສະ​ຫລຸບ​ຫຍໍ້ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດຢູ່ຂ້າງ​ລຸ່ມນີ້:

The flow of Lao rural young men and women leaving their homelands to find jobs in Thailand is unlikely to decline soon.

Despite by working in Thailand making them fall in the risky situations in many ways, young people in Laos, especially those who are from rural areas where access to education and jobs is limited, still leave their home to seek job opportunities in Thailand. This is due not only to the high wages in Thailand, but due also the fact that many employers in Laos take advantages of their workers, while the Lao labor protection authorities still have made enough efforts in solving their problems.

XS
SM
MD
LG