ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເປີດປະຖົມມະເລີກ ລົດໄຟລາວ-ຈີນ ຈະມີຂຶ້ນຕາມກຳນົດໄວ້ ໃນວັນທີ 2 ທັນວາ ທ້າຍປີນີ້


ປ້າຍໂຄສະນາ ການເປີດທາງລົດໄຟລາວ-ຈີນ ໃນ ສປປ ລາວ.
ປ້າຍໂຄສະນາ ການເປີດທາງລົດໄຟລາວ-ຈີນ ໃນ ສປປ ລາວ.

ລົດໄຟຂະບວນປະຖົມມະເລີກທີ່ເຊື່ອມຕໍ່ ລະຫວ່າງລາວກັບຈີນ ຈະມີຂຶ້ນຕາມກຳນົດ
ທີ່ວາງໄວ້ໃນວັນທີ 2 ທັນວາ 2021 ສ່ວນການເຊື່ອມຕໍ່ກັບລົດໄຟໄທ ທີ່ ໜອງຄາຍນັ້ນ
ຍັງຈະຕ້ອງລໍຖ້າຈົນຈົນເຖິງປີ 2029 ຊື່ງຊົງລິດ ໂພນເງິນ ມີລທ“າຍງານຈາກ
ບາງກອກ.

ທ່ານບຸນຈັນ ສີນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ຖະແຫຼງວ່າ
ການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຄືບໜ້າຕາມແຜນການທີ່ວາງໄວ້ໃນທຸກດ້ານ ໂດຍ
ສະເພາະກໍແມ່ນໄດ້ສໍາເລັດການກໍ່ສ້າງອຸໂມງທັງ 75 ແຫ່ງແລ້ວ ສ່ວນການວາງລະບົບ
ທາງລົດໄຟຈາກນະຄອນຫຼວງວຽງຈັນ ໄປຫຼວງພະບາງ ທີ່ມີ ໄລ ຍະທາງຍາວ 240 ກິ
ໂລແມັດນັ້ນ ກໍສໍາເລັດແລ້ວເຊັ່ນກັນ ຈຶ່ງໜັ້ນໃຈວ່າ ການ ວາງລະບົບລາງລົດໄຟ ຈະ
ແລ້ວເສັດທັງ 414 ກິໂລແມັດ ພາຍໃນເດືອນພຶດ ສະພາ ປີ 2021 ຫຼັງຈາກນັ້ນກໍຈະ
ເປັນການວາງລະບົບຄວບຄຸມລົດໄຟໃຫ້ສຳເລັດ ສົມບູນ ເພື່ອທີ່ວ່າຈະໄດ້ເປີດການ
ເດີນລົດໄຟຂະບວນປະຖົມມະເລີກ ລະຫວ່າງ ລາວ-ຈີນ ໃຫ້ໄດ້ໃນວັນຊາດລາວທີ 2
ທັນວາ ປີ 2021 ອັນຖືເປັນບາດກ້າວສຳ ຄັນ ຂອງການເຊື່ອມຕໍ່ລົດໄຟໄປປະເທດໄທ
ສິງກະໂປ ແລະຫວຽດນາມ ໃນອະນາຄົດອີກດ້ວຍ ດັ່ງທີີ່ທ່ານບຸນຈັນ ໄດ້ໃຫ້ການ
ຢືນຢັນວ່າ:

“ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການທີ່ມີຄວາມສຳຄັນ ໃນການເຊື່ອມ
ຈອດລະຫວ່າງຈີນ-ລາວ-ໄທ ໄປຫາສິງກະໂປ ມາຮອດປັດຈຸບັນໂຄງການ ດັ່ງກ່າວໄດ້
ມີຜົນສຳເລັດຕາມຄາດໝາຍ ແລະຄາດວ່າຈະໄດ້ຈັດຕັ້ງປະຕິບັດເປີດ ການນຳໃຊ້ໃນ
ວັນທີ 2 ທັນວາ 2021 ນອກຈາກນີ້ຍັງຈະໄດ້ສືບຕໍ່ໂຄງການທາງ ລົດໄຟລາວ-ໄທ ໄລ
ຍະ 2 ແລະໂຄງການລົດໄຟລາວ-ຫວຽດນາມໃນອັນດັບ ຕໍ່ໄປ.”

ແຕ່ຢ່າງໃດກໍຕາມ ສຳລັບການເຊື່ອມຈອດລົດໄຟລາວ-ຈີນ ກັບໄທນັ້ນຢັງຈະຕ້ອງ

ລໍຖ້າໄປຈົນເຖິງປີ 2029 ເພາະວ່າໂຄງການກໍ່ສ້າງທາງລົດໄຟໄລຍະທີ 1 ໃນໄທ ຈະ
ເຊື່ອມຕໍ່ຈາກບາງກອກ ເຖິງໂຄຣາດເທົ່ານັ້ນ ຄາດວ່າຈະກໍ່ສ້າງແລ້ວເສັດໃນປີ 2027
ສ່ວນໂຄງການກໍ່ສ້າງທາງລົດໄຟໄລຍະທີ 2 ຈາກໂຄຣາດເຖິງໜອງຄາຍ

ນັ້ນ ຈະຕ້ອງລໍຖ້າການອະນຸມັດງົບປະມານ ຈາກລັດຖະບານໄທເສຍກ່ອນ ຈຶ່ງ ຄາດວ່າ
ການກໍ່ສ້າງຈະແລ້ວເສັດ ແລະເຊື່ອມຕໍ່ກັບລົດໄຟລາວ-ຈີນໄດ້ໃນປີ 2029 ນັ້ນເອງ.

ທັງນີ້ລັດຖະບານລາວຖືວ່າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນສັນຍາລັກທີ່
ສະແດງເຖິງການເປັນຮຸ້ນສ່ວນຍຸດຖະສາດການພັດທະນາຢ່າງຮອບດ້ານລະຫວ່າງ
ລາວ-ຈີນ ພາຍໃຕ້ໂຄງການນຶ່ງແລວ-ນຶ່ງເສັ້ນທາງຂອງຈີນ ໂດຍທາງລົດໄຟ ລາວ-ຈີນ
ທີ່ເຊື່ອມຕໍ່ຈາກບໍ່ເຕັນມາເຖິງນະຄອນຫຼວງວຽງຈັນ ຕ້ອງຂຸດເຈາະ ແລະກໍ່ສ້າງອຸໂມງ
75 ແຫ່ງໃນຕະຫຼອດເສັ້ນທາງທີ່ມີກໄລຍະທາງ 414 ກິໂລແມັດ

ໂດຍການດຳເນີນງານນັບແຕ່ທ້າຍປີ 2016ເປັນຕົ້ນມາທີ່ມີການນຳໃຊ້ ນາຍຊ່າງ ແລະ
ກຳລັງແຮງງານຈາກຈີນຫຼາຍກວ່າ 50,000 ຄົນ ໃນປັດຈຸບັນ ນີ້ກໍເຮັດໃຫ້ສະພາບໍລິ
ຫານຂອງບໍລິສັດລົດໄຟລາວ-ຈີນຈຳກັດ ຊຶ່ງມີທ່ານຈູ ກົວ ຈຽງ ເປັນປະທານນັ້ນໝັ້ນໃຈ
ວ່າການກໍ່ສ້າງທາງລົດໄຟລາວຈີນ ຈະແລ້ວເສັດ ແລະເປີດການເດີນລົດໄຟຂະບວນ
ປະຖົມມະເລີກຈາກເມືອງຂຸນໝິງ ມາ ນະຄອນຫຼວງ ວຽງຈັນ ໄດ້ໃນວັນຊາດລາວ ທີ 2
ທັນວາ 2021 ຢ່າງແນ່ນອນ.

ແຕ່ຢາງໃດກໍຕາມ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກໍໄດ້ສົ່ງຜົນກະທົບຕໍ່ ປະຊາ
ຊົນລາວຈຳນວນ 4,411 ຄອບຄົວ ໃນ 13 ເມືອງ ໃນແຂວງຫຼວງນໍ້າທາ ອຸດົມໄຊ ຫຼວງ
ພະບາງ ວຽງຈັນ ແລະນະຄອນຫຼວງວຽງຈັນ ໂດຍມີທີ່ດິນຖືກ ກະທົບເຖິງ 3,832 ເຮັກຕາ
ສິ່ງປູກສ້າງ 3,346 ຫຼັງ ຕົ້ນໄມ້ຕ່າງໆ ແລະໄມ້ ກິນໝາກລວມກັນ 1 ລ້ານຕົ້ນ

ໂດຍການຊົດເຊີຍຄ່າທີ່ດິນໃນເຂດແຂວງຫຼວງ ນໍ້າທາ ອຸດົມໄຊ ແລະຫຼວງພະບາງນັ້ນ
ມີອັດຕາຕັ້ງແຕ່ 11,000-80,000 ກີບຕໍ່ ຕາແມັດ.

ສ່ວນທີ່ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ກໍໄດ້ຊົດເຊີຍລະຫວ່າງ 15,000-
137,000 ກີບຕໍ່ຕາແມັດ ເຊັ່ນການຈ່າຍຊົດເຊີຍໃຫ້ປະຊາຊົນ 63 ລາຍຢູ່ໃນເຂດບ້ານ
ແຈ້ງສະຫວ່າງ ແລະບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ຄິດ
ເປັນມູນຄ່າລວມເກືອບເຖິງ 17.3 ຕື້ກີບນັ້ນ ຫາກ ແຕ່ກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ Land Information Working Group ໄດ້ສະເໜີລາຍງານວ່າ ທີ່ດິນຢູ່ເຂດເມືອງນາຊາຍທອງ
ມີລາຄາຊື້ຂາຍໂຕຈິງ ທີ່ ລາຄາສະເລ່ຍ 1 ລ້ານ 3 ແສນກີບຕໍ່ຕາແມັດ ແຕ່ກໍປາກົດວ່າ
ປະຊາຊາຊົນ ໄດ້ຮັບການຊົດເຊີຍພຽງ 137,000 ກີບ ຕໍ່ຕາແມັດ ຫຼືຄິດເປັນ 10 ເປີເຊັນ
ຂອງລາຄາຈິງ.

ກ່ອນໜ້ານີ້ ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຖະ ແຫຼງຢືນ
ຢັນວ່າ ການເວນຄືນທີ່ດິນຂອງປະຊາຊົນໃນເຂດນະຄອນຫຼວງວຽງຈັນ ໄດ້ເຮັດໃຫ້ເກີດ
ການຄັດແຍ້ງເພີ້ມຂຶ້ນນັບມື້ ໂດຍມີຫຼາຍກວ່າ 4,000 ກໍລະນີທີ່ ຕົກລົງກັນບໍ່ໄດ້ລະຫວ່າງ
ຜູ້ລົງທຶນໃນໂຄງການຕ່າງໆ ກັບປະຊາຊົນໂດຍມີສາ ເຫດມາຈາກ ການປະເມີນລາຄາທີ່
ດິນບໍ່ສອດຄອງກັບໂຕຈິງ.

XS
SM
MD
LG