ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກ​ປະ​ກອບ ກິດ​ຈະ​ການ ຫວັງ​ວ່າ​ເຂົ້າ​ໜົມ​ເພື່ອ​ສຸ​ຂະ​ພາບ ຈະ​ປ່ຽນ​ນິ​ໄສ​ການ​ກິນ​ອາ​ຫານ​ທີ່​ເປັນ​ອັນ​ຕະ​ລາຍ​ຕໍ່​ສຸ​ຂະ​ພາບ


The Fight Against Junk Food USAGM
please wait

No media source currently available

0:00 0:02:06 0:00

ຖ້າຈະເວົ້າສົມທຽບແລ້ວ, ຄົນ ອາເມຣິກັນ ແມ່ນມີນໍ້າໜັກຫຼາຍທີ່ສຸດໃນ ໂລກ. ປຶ້ມຂໍ້ມູນໂລກ ຂອງອົງການສູນກາງຂໍ້ມູນລັບໄດ້ລາຍງານ ອັດຕາໂຣກ ອ້ວນ ໃນສະຫະລັດ ວ່າມີ 36 ເປິເຊັນ. ແຕ່ນາງ ໂຊໄບດາ ຟາລາ ອາຍຸ 25 ປີຫວັງວ່າເຂົ້າໜົມທີ່ເຮັດຢູ່ບ້ານຂອງລາວ ຈະມີບົດບາດທີ່ ສຳຄັນໃນການປ່ຽນ ນິໄສທີ່ເປັນອັນຕະລາຍຕໍ່ສຸຂະພາບ. ນັກຂ່າວວີໂອເອ ຈາຟາ ຮາອານ ມີ ລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ອີງຕາມສະຖິຕິຂອງສູນກາງເພື່ອສຸຂະພາບແຫ່ງຊາດຂອງ ສະຫະລັດ ນັ້ນ, ຜູ້ໃຫຍ່ປະມານ 37 ເປີເຊັນບໍລິໂພກອາຫານຈານດ່ວນເປັນປະຈຳໃນແຕ່ລະວັນ. ສູນກາງດັ່ງກ່າວໄດ້ຄົ້ນພົບການ ເພີ່ມຂຶ້ນຂອງຈຳນວນກໍລະນີໂຣກອ້ວນຂັ້ນຮຸນແຮງ ຢ່າງຫຼວງຫຼາຍໃນພວກເດັກນ້ອຍທີ່ມີອາຍຸ 2 ຫາ 5 ປີ.

ທ່ານນາງ ໂຊໄບດາ ຟາລາ ນັກປະກອບກິດຈະການຊາວ ມຸສລິມ ທີ່ອາໄສຢູ່ ໃນລັດ ໂອໄຮໂອ ໄດ້ເປີດບໍລິສັດເຂົ້າໜົມຂອງລາວຊື່ວ່າ “CURE” ໃນເດືອນ ມິຖຸນາ 2016 ໃນຄວາມພະຍາ ຍາມທີ່ຈະຢຸດນິໄສການກິນອາຫານທີ່ ເປັນອັນ ຕະລາຍຕໍ່ຊີວິດ ແລະ ອົບຮົມສັ່ງສອນ ກ່ຽວກັບ ອາຫານການກິນທີ່ ຖືກຕ້ອງ ແລະ ຄຸນປະໂຫຍດຂອງມັນ.

ເພື່ອຕໍ່ສູ້ກັບໂຣກອ້ວນ ແລະ ອາຫານທີ່ບໍ່ມີປະໂຫຍດນັ້ນ ທ່ານນາງ ຟາລາ ໄດ້ຜະລິດທ່ອນເຂົ້າ ໜົມປອດສານພິດເພື່ອສຸຂະພາບ ສຳລັບຄົນທຸກລຸ້ນທຸກ ໄວຂຶ້ນມາ. ລາວໄດ້ມີິຄວາມຄິດນັ້ນ ອອກມາຕອນທີ່ລາວກຳລັງສອນຄະນິດສາດ ແລະ ພາສາອັງກິດໃຫ້ພວກເດັກນ້ອຍ.

ທ່ານນາງ ໂຊໄບດາ ຟາລາ ໄດ້ກ່າວວ່າ “ຂ້າພະເຈົ້າຈະເບິ່ງລູກສິດຂອງຂ້າພະ ເຈົ້າເຂົ້າມາໃນ ຫ້ອງຮຽນກິນເຂົ້າໜົມຈືນມັນຝຣັ່ງ, ນໍ້າອັດລົມ, ນໍ້າຕານ ແລະ ມີຄາໂບໄຮເດຣດທີ່ບໍ່ດີ. ເວລາ ໃດທີ່ຂ້າພະເຈົ້າຖາມວ່າ ເປັນຫຍັງເຈົ້າຄືກິນແຕ່ ແນວບໍ່ດີຕໍ່ສຸຂະພາບ, ຄຳຕອບທົ່ວໄປທີ່ເຂົາ ເຈົ້າເວົ້າອອກມາກໍແມ່ນ ອາຫານ ເພື່ອສຸຂະພາບມັນບໍ່ແຊບ.”

ດ້ວຍລົດຊາດຢູ່ໃນຄວາມຄິດຂອງລາວນັ້ນ, ທ່ານນາງ ຟາລາ ໄດ້ເລີ່ມທຳ ການວິໄຈສູດອາຫານ ທີ່ພິເສດ ເຊິ່ງມີແຮງບັນດາໃຈມາຈາກແມ່ເຖົ້າຂອງລາວ. ເຄື່ອງປຸງລວມມີເມັດໝາກຖົ່ວທັງ ຫຼາຍປະສົມກັນ, ເມັດທີ່ມີລົດຊາດ, ນໍ້າເຜິ້ງ ເມັດໝາກຖົ່ວດຳ.

ມັນໄດ້ມີການເລີ່ມຜະລິດ, ແຕ່ມາຮອດທຸກມື້ນີ້, ລາວຍັງດຳເນີນທຸລະກິດຂອງ ລາວຈາກບ້ານ, ຜະລິດຕາມການສັ່ງປະມານ 4 ຫາ 6,000 ຄັ້ງຕໍ່ເດືອນ.

ທ່ານນາງ ຟາລາ ບໍ່ພຽງແຕ່ຢາກປ່ຽນແປງສຸຂະພາບຂອງຄົນເທົ່ານັ້ນ ແຕ່ ລາວຍັງຢາກຕໍ່ສູ້ ກັບຄວາມອຶດຫິວ ໃນຂະນະທີ່ລາວບໍລິຈາກທ່ອນເຂົ້າໜົມຂອງ ລາວໃຫ້ຜູ້ທີ່ບໍ່ມີບ່ອນຢູ່ອາໄສ ສຳລັບເຂົ້າໜົມແຕ່ລະອັນທີ່ຖືກຂາຍ.

ທ່ານນາງ ຟາລາ ກ່າວວ່າ “ພວກເຮົາມີການເຄື່ອນໄຫວໃນສັງຄົມ ແລະ ມີພາລະກິດຢູ່ເບື້ອງຫຼັງ ບໍລິສັດ ເຊິ່ງໝາຍຄວາມວ່າເວລາທີ່ເຮົາເປີດຕົວ, ພວກເຮົາຈະບໍລິຈາກເຂົ້າໜົມນຶ່ງທ່ອນ ສຳລັບເຂົ້າໜົມທຸກໆທ່ອນທີ່ຖືກຂາຍ. ພວກເຮົາໄດ້ບໍລິຈາກໃຫ້ຄົນທີ່ປະສົບກັບການບໍ່ມີບ່ອນ ພັກອາໄສ. ໃນຂະນະ ທີ່ບໍລິສັດຂະຫຍາຍຕົວນັ້ນ ແທ້ຈິງແລ້ວພວກເຮົາໄດ້ບໍລິຈາກນຶ່ງເປີເຊັນ ຈາກລາຍໄດ້ຂອງພວກເຮົາ ເພື່ອລົບລ້າງການອຶດອາຫານໃນໂລກ.”

ທ່ານນາງ ຟາຣາ ເວົ້າວ່າບໍລິສັດຂອງລາວໄດ້ຊ່ວຍເຫຼືອຄົນທຸກຍາກໃນ ສະຫະລັດ ແລະ ຕ່າງ ປະເທດຫຼາຍກວ່າ 200,000 ຄົນ ລວມທັງອົບ ພະຍົບໃນປະເທດ ຊີເຣຍ, ໂມຣັອກໂກ, ປາແລັສໄຕນ໌ ແລະ ແກມເບຍ.

Comparatively speaking, Americans are heavier than the rest of the world. The World Factbook of the Central Intelligence Agency reports the obesity rate in the United States to be 36 percent.But 25-year-old Zobaida Falah is hoping that her homemade snack bar can play a small role in changing unhealthy habits. VOA's Jafar Haand has more.

According to the National Center for Health Statistics of the United States, roughly 37% of U.S. adults consume fast food on a daily basis. The Center found a significant rise in the number of severe obesity cases in very young children aged 2 to 5.

Zobaida Falah, an Ohio based Muslim entrepreneur launched her snack bar company called "CURE" in June 2016 in an effort to end unhealthy food habits and raise awareness about proper nutrition and its benefits.

To fight obesity and junk food habits, Falah created a line of organic healthy bars for all. The idea came to her when she was teaching math and English to kids.

I would watch my students; coming to classroom eating chips, soda, sugar and bad carbs, any time I asked them why you eat so poorly, a very common response was that healthy food just doesn't taste good."

With taste in her mind, Falah started experimenting on a unique recipe inspired by her grandmother. Ingredients include a mixture of nuts, flavorful seeds, honey and black seeds.

It took off, but to this day, she still runs her business from home meeting roughly 4-6,000 orders a month.

Falah doesn't just want to change people's health but also tackle hunger as she donates a snack bar to the homeless for each one sold.

We have a social moving and mission behind the company which means when we first launched, we would donate one bar for every bar that we sold. We were donating to people experiencing homelessness. As the company expanded, now we actually donate a percentage of our all profits toward alleviating a world hunger."

Falah says her company has helped more than200 thousand poor people in the U.S. And abroad including refugees in Syria, Morocco, The Palestinian Territories and Gambia.

XS
SM
MD
LG