ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະຫລອງ ບຸນໄຟ ເຮັດໃຫ້ທ້ອງຟ້າ ໃນອີຣ່ານ ສະຫວ່າງສະໄຫວ


Iran Festival
please wait
Embed

No media source currently available

0:00 0:00:38 0:00

ຊາວ​ອີຣ່ານ ພາ​ການ​ຈູດ​ກອງ​ໄຟ ຈູດ​ບັ້ງ​ໄຟ​ດອກ ​ແລະ​ປ່ອຍ
ໂຄມ​ໄຟຂຶ້ນສູ່ທ້ອງຟ້າໃນ​ຄຳ່​ຄືນຂອງວັນອັງຄານ​ວານ​ນີ້ເພື່ອ​
ສ​ະຫລອງ “ບຸນ​ໄຟ” ຊຶ່ງເປັນປະ​ເພນີ​ທີ່​ມີ​ມາເກືອບ 4000 ປີ
​ຂອງຊາວ​ເປີ​ເຊຍ ທີ່ໄດ້​ຖືກ​ຫ້າມ​ໂດຍພວກ​ຜູ້ນຳສາ​ສະໜາ​ຫົວ
ແຂງກະດ້າງນັ້ນ.

ກາ​ນສະຫລອງ​ປະຈຳ​ປີດັ່ງກ່າວ ​ໄດ້​ມີ​ຂຶ້ນ​ຢ່າງໜ້ອຍ​ 1700 ປີ ກ່ອນຄຣິດຕະສັກກະລາດ ​
ແລະ​ພົວພັນ​ກັບລັດທິ Zoroastrianism.

ບຸນ​ດັ່ງກ່າ​ວ​ແມ່ນມີ​ຂຶ້ນ​ກ່ອນວັນ​ Nuwruz ຊຶ່ງ​ເປັນ​ວັນ​ປີໃໝ່​ຂອງ​ຊາວ​ເປີ​ເຊຍ ທີ່​ຈະສະ
ຫລອງ​ກັນ​ໃນ​ວັນ​ທີ 21 ​ເດືອນ​ມີນາ​ນີ້.

ຢູ່​ໃນ​ສວນສາທາລະນະແຫ່ງນຶ່ງ ​ໃນ​ນະຄອນ Tehran ບັນດາ​ຊາຍ​ໜຸ່ມ ພາກັນ​ເຕັ້ນ​ຂ້າມ
ກອງ​ໄຟ ຈູດ​ບັ້ງ​ໄຟ​ດອກ ​ແລະ​ຟ້ອນ​ລຳ​ກັບ​ດົນຕີ ທີ່​ດັງ​ກ້ອງອອກ​ມາ​ຈາກເຄື່ອງຫລິ້ນ
​stereo ຂອງລົດ.

ຕຳຫລວດ ​ໄດ້​ເຕືອນ​ຜູ້ຄົນ ​ບໍ່ໃຫ້ໂຮມຊຸມນຸມກັນ ຢູ່ຕາມ​ຖະໜົນຫົນທາງ ​ແລະ​ຈະ​ຕຸ​ລັດ​
ຕ່າງໆ ​ແຕ່ກໍບໍ່​ໄດ້​ດຳເນີນການໃດໆເພື່ອຂັບ​ໄລ່ພວກ​ທີ່​ໄປສະຫລອງ.

ນັບ​ແຕ່ການປະຕິວັດສາສະໜາອິສລາມໃນປີ 1979 ເປັນຕົ້ນມາ ພວກຫົວແຂງກະດ້າງ
ໄດ້​ຫ້າມ​ ບໍ່ໃຫ້​ສະຫລອງ​ບຸນ​ດັ່ງກ່າວ ​ໂດຍ​ໃຫ້​ຄວາ​ມ​ເຫັນ​ວ່າ ​ເປັນ​ບຸນ​ທີ່​ພົວພັນ​ກັບ​ພວກ
ນອກສາສະໜາ.


Iranians lit bonfires, set off fireworks and sent lanterns floating into the night sky on Tuesday to celebrate the "Festival of Fire," a nearly 4,000-year-old Persian tradition that has been discouraged by religious hardliners.

The annual ritual dates back to at least 1700 BC and is linked to Zoroastrianism.

It comes days before Nowruz, the Persian new year, which will be rung in on March 21.

In a park in Tehran, young men leapt over a bonfire, set off fireworks and danced to music blasting from a car stereo.

Police had warned people to stay away from main streets and squares but did not move to disperse the revellers.

Since the 1979 Islamic Revolution, hardliners have discouraged celebrations of the festival, viewing it as a pagan holdover.

XS
SM
MD
LG