ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາວະການອ່ອນຄ່າລົງ ຂອງເງິນກີບ ເຮັດໃຫ້ ລາຄາສິນຄ້າ ໃນລາວ ປັບຕົວສູງຂຶ້ນ ນັບມື້


ເງິນຕາຕ່າງປະເທດ ສະກຸນໂດລາ ທີ່ລາວຕ້ອງການ ເພື່ອນຳໄປຊຳລະ ຄ່ານຳ້ມັນເຊື້ອໄຟທີ່ນຳເຂົ້າ ຈາກຕ່າງປະເທດ
ເງິນຕາຕ່າງປະເທດ ສະກຸນໂດລາ ທີ່ລາວຕ້ອງການ ເພື່ອນຳໄປຊຳລະ ຄ່ານຳ້ມັນເຊື້ອໄຟທີ່ນຳເຂົ້າ ຈາກຕ່າງປະເທດ

ສະພາວະການອ່ອນຄ່າລົງຂອງເງິນກີບ ທຽບໃສ່ເງິນບາດ ແລະໂດລາສະຫະລັດ ເຮັດ
ໃຫ້ລາຄາ ສິນຄ້າອຸປະໂພກໃນລາວ ປັບຕົວສູງຂຶ້ນນັບມື້ ໂດຍສະເພາະ ສິນຄ້ານຳເຂົ້າ
ຈາກຕ່າງປະເທດນັ້ນ.

ເຈົ້າໜ້າທີ່ຂັ້ນສູງຂອງທະນາຄານແຫ່ງ ສປປ ລາວ ເປີດເຜີຍວ່າ ສະພາວະການອ່ອນ
ຄ່າລົງຂອງເງິນກີບ ໃນອັດຕາສະເລ່ຍ 2.9 ເປີເຊັນ ທຽບໃສ່ເງິນໂດລາສະຫະລັດ ແລະ
12.3 ເປີເຊັນ ທຽບໃສ່ເງິນບາດໄທ ໃນໄລຍະ ຈາກເດືອນກໍລະກົດ 2018 ຫາເດືອນ
ກໍລະກົດ 2019 ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າ ອຸປະໂພກບໍລິໂພກໃນລາວ ປັບຕົວ
ສູງຂຶ້ນໃນທຸກລາຍການສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ ຮວມເຖິງລາຄາເຂົ້າສານ ທີ່ປັບຕົວສູງຂຶ້ນດ້ວຍເຊັ່ນກັນ ເນື່ອຈາກການຜະລິດເຂົ້າທີ່ໄດ້ຕ່ຳກວ່າແຜນການ ທີ່
ວາງໄວ້ ທັງນາປີ 2018 ແລະນາແຊງ 2019 ອັນເປັນຜົນກະທົບຈາກໄພນ້ຳຖ້ວມໃນ
ປີ 2018 ແລະໄພແຫ້ງແລ້ງໃນຕົ້ນປີ 2019 ນັ້ນ.

ໂດຍຈາກການສຳຫຼວດລາຄາສິນຄ້າອຸປະໂພກບໍລິໂພກ ຢູ່ຕະຫຼາດໜອງບົວທອງ
ໃນນະຄອນວຽງຈັນ ໃນຊ່ວງເດືອນມິຖຸນາ ຫາ ກໍລະກົດ 2019 ພົບວ່າ ໄດ້ມີການປັບ
ຂຶ້ນລາຄາສິນຄ້າຕັ້ງແຕ່ 1,000-2,000 ກີບ ເຊັ່ນ ແປ້ງນົວ (ຖົງນ້ອຍ) ປັບຂຶ້ນຈາກ
6,000 ເປັນ 7,000 ກີບ ນ້ຳປາ ຈາກ 6,000 ເປັນ 8,000 ກີບ ສ່ວນເຂົ້າສານ ກໍໄດ້
ປັບຂຶ້ນ ຈາກ 50,000 ຫາ 70,000 ກີບ ເປັນ 70,000 ຫາ 110,000 ກີບຕໍ່ 12 ກິໂລ
ກຣາມ ເພາະວ່າ ຕົ້ນທຶນຢູ່ໂຮງສີເຂົ້າ ໄດ້ເພີ້ມຂຶ້ນຈາກລາຄາພະລັງງານ ທີ່ປັບຕົວ
ສູງຂຶ້ນ ດ້ວຍເຊັ່ນກັນ.

ທັງນີ້ ທ່ານສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ
ຢືນຢັນວ່າ ໃນສ່ວນກ່ຽວກັບການປັບລາຄາຈຳໜ່າຍນ້ຳມັນເຊື້ອໄຟໃນລາວ ຕາມການ
ປັບລາຄາຂຶ້ນ-ລົງຂອງລາຄານ້ຳມັນ ໃນຕະຫຼາດໂລກນັ້ນ ກໍເປັນອີກປັດໄຈນຶ່ງທີ່ສົ່ງຜົນ
ກະທົບຕໍ່ລາຄາສິນຄ້າໃນລາວ ເພາະລາວຕ້ອງນ້ຳເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ
ທັງ 100 ເປີເຊັນ ຂອງການຊົມໃຊ້ທັງໝົດໃນລາວ ເມື່ອສົມທົບກັບເງິນກີບ ກໍງັບບໍ່
ສາມາດນຳໃຊ້ເພື່ອຊຳລະລາຄາສິນຄ້ານຳເຂົ້າ ຈາກຕ່າງປະເທດໄດ້ ຈຶ່ງກະທົບຕໍ່
ອັດຕາແລກປ່ຽນເງິນຕາໃນລາວໂດຍກົງ ດັ່ງທີ່ທ່ານສົມຈິດ ໄດ້ໃຫ້ການຢືນຢັນວ່າ:

“ການນຳເຂົ້າ ມັນກະໄປກະທົບໃສ່ອັດຕາແລກປ່ຽນ ຄັນວ່າເຮົາມີເງິນຕາຕ່າງປະເທດ
ຫຼາຍ ມັນກະບໍ່ຫຍຸ້ງຍາກ ຖ້າວ່າເງິນຕາບໍ່ພໍ ກະການຈັດຊື້ພວກເຮົາເອົາເງິນກີບໄປຊື້
ບໍ່ໄດ້ ເຮົາກໍຕ້ອງແລກເອົາເງິນໂດລາ ຫຼືວ່າເງິນບາດ ຈັ່ງຊັ້ນຖ້າວ່າອັດຕາແລກປ່ຽນ
ເໜັງຕີງ ມັນກະມາກະທົບໃສ່ລາຄາຄືກັນ ຖ້າຈະເວົ້າແລ້ວ ກກະບໍ່ແນ່ວ່າ ມັນຈະເປັນ
ແນວໃດ ຖ້າວ່າລາຄານ້ຳມັນໂລກ ຫາກຍັງສືບຕໍ່ມີການເໜັງຕີງ ມັນກະຕ້ອງມີການປັບ
ໄປອີກ.”

ແມ່ຄ້ານັ່ງຢູ່ທາງຫຼັງຖົງເຂົ້າ ໃນຕະຫຼາດທ້ອງຖິ່ນແຫ່ງນຶ່ງໃນນະຄອນຫຼວງ ວຽກຈັນ. 28 ກໍລະກົດ 2005.
ແມ່ຄ້ານັ່ງຢູ່ທາງຫຼັງຖົງເຂົ້າ ໃນຕະຫຼາດທ້ອງຖິ່ນແຫ່ງນຶ່ງໃນນະຄອນຫຼວງ ວຽກຈັນ. 28 ກໍລະກົດ 2005.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງກອງທຶນການເງິນສາກົນ ຫຼື IMF ປະຈຳອາຊຽນ ເປີດ
ເຜີຍວ່າ ການຂາດດຸນການຄ້າຕ່າງປະເທດຂອງລາວ ຄືສາເຫດສຳຄັນທີ່ເຮັດໃຫ້ເງິນ
ກີບອ່ອນຄ່າລົງ ແລະອັດຕາເງິນເຟີ້ກໍປັບຕົວສູງຂຶ້ນດ້ວຍເຊັ່ນກັນ ທັງຍັງເຮັດໃຫ້ທຶນ
ສຳຮອງ ເງິນຕາຕ່າງປະເທດຂອງລັດຖະບານລາວ ລົດລົງຢ່າງຕໍ່ເນື່ອງດ້ວຍ ເພາະ
ການຂາດດຸນການຄ້າຕ່າງປະເທດ ເຮັດໃຫ້ລັດຖະບານລາວ ຕ້ອງໃຊ້ເງິນຕາຕ່າງ
ປະເທດ ເພື່ອຊຳລະລາຄາສິນຄ້າທີ່ນຳເຂົ້າຫຼາຍກວ່າ ການສົ່ງອອກໄປຕ່າງປະເທດ
ນັ້ນເອງ.

ໃນຊ່ວງ 5 ເດືອນຕົ້ນປີ 2019 ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 4,111.66
ລ້ານໂດລາ ໃນນີ້ ເປັນການສົ່ງອອກ 1,833.78 ລ້ານໂດລາ ແລະນຳເຂົ້າ 2,277.88
ລ້ານໂດລາ ຊຶ່ງເກີນກວ່າ 53 ເປີີເຊັນ ເປັນການນຳເຂົ້າສິນຄາຈາກໄທ ໃນຂະນະທີ່ລາວ
ສົ່ງສິນຄ້າໄປໄທໄດ້ພຍງແຕ່ 22.7 ເປີເຊັນ ຂອງມູນຄ່າການຄ້າດັ່ງກ່າວ ຈຶ່ງຄາດວ່າ ລາວ
ຈະຂາດດຸນການຄ້າຕໍ່ໄທ ຄິດເປັນມູນຄ່າລວມເຖິງ 1,500 ລ້ານໂດລາ ໃນຕະຫຼອດປີ
2019 ນີ້.

ທາງດ້ານ ນັກຊ່ຽວຊານດ້ານການເງິນຂອງທະນາຄານໂລກ ປະຈຳລາວ ບອກວ່າ ລັດ
ຖະບານລາວ ຍັງຈະຕ້ອງປະເຊີນກັບການເປັນໜີ້ເພີ້ມຂຶ້ນດ້ວຍ ໂດຍມີສາເຫດມາຈາກ
ການກູ້ຢືມເງິນຕ່າງປະເທດ ເພື່ອນຳມາໃຊ້ເພື່ອການດຸ່ນດ່ຽງ ດ້ານລາຍຈ່າຍທີ່ສູງກວ່າ
ລາຍຮັບໃນແຕ່ລະປີ ໂດຍປີ 2018 ໜີ້ສິນຂອງລັດຖະບານລາວ ມີມູນຄ່າລວມຫຼາຍກວ່າ
12,104 ລ້ານໂດລາ ຄິດເປັນ 65.3 ເປີເຊັນ ຂອງ GDP ແລະຄາດໝາຍວ່າ ຈະເພີ້ມຂຶ້ນ
ເປັນ 13,491 ລ້ານໂດລາ ຫຼືຄິດເປັນ 68 ເປີເຊັນຂອງ GDP ໃນປີ 2019 ອີກດ້ວຍ.

XS
SM
MD
LG