ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕົ້ນທຶນການຂົນສົ່ງສິນຄ້າ ໂດຍລົດໄຟ ລາວ-ຈີນ ຍັງສູງກວ່າ ການຂົນສົ່ງໂດຍລົດບັນທຸກ ຈາກໄທຜ່ານ ລາວ ໄປ ຈີນ


ເສັ້ນທາງຂົນສົ່ງສິນຄ້າ ທາງລົດໄຟຈີນ.
ເສັ້ນທາງຂົນສົ່ງສິນຄ້າ ທາງລົດໄຟຈີນ.

ຕົ້ນທຶນການຂົນສົ່ງສິນຄ້າ ໂດຍລົດໄຟ ລາວ-ຈີນ ຍັງສູງກວ່າ ການຂົນສົ່ງໂດຍລົດບັນທຸກຈາກໄທຜ່ານ ລາວ ໄປ ຈີນ ເພາະວ່າຄ່າທໍານຽມການໃຊ້ບໍລິການທ່າບົກໃນລາວ ສູງກວ່າອັດຕາມາດຕະຖານ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດໄທໃນລາວ ເປີດເຜີຍວ່າ ສາເຫດສໍາຄັນທີ່ເຮັດໃຫ້ຕົ້ນທຶນການຂົນສົ່ງສິນຄ້າຂອງລາວ ສູງກວ່າປະເທດເພື່ອນບ້ານກໍຄື ອັດຕາຄ່າທໍານຽມ ທີ່ສູງກວ່າອັດຕາມາດຕະຖານສາກົນນໍານັ້ນ ຈຶ່ງເຮັດໃຫ້ການມີລົດໄຟທີ່ເຊື່ອມຕໍ່ລາວກັບຈີນນັ້ນ ບໍ່ໄດ້ສົ່ງຜົນໃຫ້ຕົ້ນທຶນການຂົນສົ່ງສິນຄ້າ ຈາກລາວໄປຈີນຫຼຸດລົງແຕ່ແນວໃດເລີຍ ທັງຍັງເຮັດໃຫ້ການຂົນສົ່ງສິນຄ້າຈາກໄທໄປຈີນໂດຍລົດໄຟລາວ-ຈີນ ມີລາຄາສູງກວ່າ ການຂົນສົ່ງໂດຍລົດບັນທຸກຈາກໄທຜ່ານລາວໄປຈີນອີກ, ດັ່ງທີ່ນັກທຸລະກິດໄທ ຢືນຢັນວ່າ:

“ການຂົນສົ່ງສິນຄ້ານິ ຂ້າພະເຈົ້າເບິ່ງແລ້ວຍັງບໍ່ໄດ້ຜົນເທົ່າໃດ ເພາະວ່າຍັງຄວບຄຸມລາຄາຄ່າຂົນສົ່ງໃຫ້ຕໍ່າກວ່າການຂົນສົ່ງຜ່ານລະບົບຖະໜົນຍັງບໍ່ໄດ້ ຄືໂດຍສະເລ່ຍແລ້ວນິ ຄ່າຂົນສົ່ງຕໍ່ຕູ້ລົດໄຟທີ່ເຮົາຕ້ອງເອົາຂ້າມແດນໄປນິ ພວກໝາກໄມ້ຂ້າມແດນໄປນິ ມັນ 2 ແສນກວ່າບາດ, ແຕ່ຂະນະທີ່ເຮົາໃຊ້ການຂົນສົ່ງຜ່ານ R3A ຂຶ້ນໄປສົ່ງຢູ່ຊາຍແດນຈີນ ຄ່າສະເລ່ຍການຂົນສົ່ງມັນຕົກຢູ່ປະມານແສນກວ່າບາດຕໍ່ຕູ້.”

ສ່ວນນັກທຸລະກິດລາວໃຫ້ທັດສະນະວ່າ ເພື່ອເປັນການສົ່ງເສີມໃຫ້ສິນຄ້າຂອງລາວສາມາດແຂ່ງຂັນທາງດ້ານລາຄາ ໃນຕະຫຼາດການຄ້າສາກົນ ໃຫ້ໄດ້ຢ່າງແທ້ຈິງ ຈຶ່ງມີຄວາມຈໍາເປັນທີ່ສຸດທີ່ຈະຕ້ອງປັບຫຼຸດ ແລະກໍານົດອັດຕາຄ່າທໍານຽມການໃຊ້ບໍລິການທ່າບົກໃຫ້ເປັນມາດຕະຖານດຽວໃນທົ່ວປະເທດ ລວມທັງການບໍ່ອະນຸຍາດໃຫ້ເກັບຊື້ສິນຄ້າອຸດສາຫະກໍາໃນລາວ ດ້ວຍການຊໍາລະລາຄາສິນຄ້າເປັນເງິນຕາຕ່າງປະເທດອີກ, ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ ການຢືນຢັັນວ່າ:

“ອັນທີ 1 ກໍແມ່ນການກໍານົດມາດຕະຖານຂອງທ່າບົກ ໃນການເກັບຄ່າບໍລິ ການ ໃນການໃຫ້ຄວາມສະດວກນີ້ມັນຕ້ອງຄືກັນລະຫວ່າງນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ. ອັນທີ 2 ກະແມ່ນທາງລັດຖະບານເຮົານີ້ ຈະຕ້ອງອອກແຮງໃນການປຸກລະດົມໃຫ້ຄົນລາວເຮົານີ້ໃຊ້ເງິນກີບ, ປັດຈຸບັນນີ້ ຢູ່ບາງແຂວງກໍຍັງໃຊ້ແຕ່ເງິນຕາຕ່າງປະເທດໃນການເກັບຊື້ສິນ ຄ້າກະສິກໍາ. ແລະອັນທີ 3 ກະແມ່ນກ່ຽວກັບເລື້ອງການເຈລະຈາທາງດ້ານການຄ້າລະຫວ່າງ 2 ລັດຖະບານ ໂດຍສະເພາະປະເທດອ້ອມຂ້າງຍັງມີການທີ່ບໍ່ອໍານວຍຄວາມສະດວກເຊິ່ງກັນ ແລະກັນຢູ່, ສະນັ້ນ ກະມີອັນໄດ້ປຽບ ອັນເສຍປຽບ.”

ນອກຈາກນັ້ນ, ການຈັດຕັ້ງແຜນການພັດທະນາລາວ ໃຫ້ເປັນສູນກາງຂອງການເຊື່ອມໂຍງດ້ານການຂົນສົ່ງສິນຄ້າໃນລຸ່ມແມ່ນໍ້າຂອງ ກໍຍັງປະສົບກັບບັນຫາຊັກຊ້າມາໂດຍຕະຫຼອດ ໂດຍສະເພາະໂຄງການ Vientiane Logistics Park ທີ່ຮອງຮັບການຂົນສົ່ງສິນຄ້າໂດຍທາງລົດໄຟ ລາວ-ຈີນ ເຊິ່ງໄດ້ດໍາເນີນການເວນຄືນທີ່ດິນຂອງປະຊາຊົນນັບແຕ່ປີ 2019 ເປັນຕົ້ນມານັ້ນປາກົດວ່າ ບໍລິສັດລົງທຶນໃນໂຄງການໄດ້ຈ່າຍຄ່າຊົດເຊີຍທີ່ດິນ ແລະສິ່ງປຸກສ້າງໃຫ້ກັບປະຊາຊົນທີ່ຖືກກະທົບໄດ້ພຽງແຕ່ 19 ກໍລະນີເທົ່ານັ້ນ ຈາກຜູ້ທີ່ຖືກກະທົບທັງໝົດ 89 ກໍລະນີ, ທັງຍັງໄດ້ປັບຫຼຸດຄ່າເວນຄືນລົງອີກດ້ວຍ ເຖິງແມ່ນວ່າ ຄ່າເວນຄືນໃນໄລຍະຜ່ານມາ ເປັນອັດຕາທີ່ຕໍ່າກວ່າລາຄາແທ້ຢູ່ແລ້ວກໍຕາມ.

ສ່ວນໂຄງການທາງລົດໄຟ ລາວ-ຈີນ ໃນລາວທີ່ໄດ້ເວນຄືນທີດິນ ແລະສິ່ງປຸກສ້າງຕ່າງໆຂອງປະຊາຊົນຈໍານວນ 8,139 ຄອບຄົວ, ໃນນີ້ ສາມາດຕົກລົງ ແລະຈ່າຍເງິນຊົດເຊີຍຕາມລະບຽບກົດໝາຍຂອງລາວໄດ້ແລ້ວ 7,306 ຄອບຄົວ ຄິດເປັນມູນຄ່າຊົດເຊີຍ 1,530 ກວ່າຕື້ກີບ ຈຶ່ງຍັງເຫຼືອ 833 ຄອບຄົວທີ່ຍັງບໍ່ຍອມຮັບເອົາຄ່າຊົດເຊີຍໃນມູນຄ່າ 313.48 ຕື້ກີບ ເພາະເຫັນວ່າເປັນການຊົດເຊີຍທີ່ຕໍ່າກວ່າຄວາມເປັນຈິງ ທັງຍັງປາກົດວ່າທາງການລາວບໍ່ສາມາດຕິດຕາມໂຕຜູ້ທີ່ເປັນເຈົ້າຂອງທີ່ດິນຈໍານວນນອ່ງໄດ້ເລີຍຈົນເຖິງປັດຈຸບັນນີ້ ເຊິ່ງກໍເປັນຍ້ອນພວກເຂົາເຈົ້າບໍ່ຍອມຮັບຄ່າຊົດເຊີຍທີ່ຕໍ່າເກີນໄປນັ້ນ ໂດຍສະເພາະຢູ່ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ເຊິ່ງມີການຊົດເຊີຍໃນອັດຕາ 15,000-137,000 ກີບຕໍ່ຕາແມັດ, ໃນຂະນະທີ່ ທີ່ດິນຢູ່ໃນເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີລາຄາຊື້-ຂາຍເກີນກວ່າ 2.7 ລ້ານກີບ ຕໍ່ຕາແມັດໃນປັດຈຸບັນນີ້ ໝາຍຄວາມວ່າຄ່າຊົດເຊີຍທີ່ດິນໃນໂຄງການທາງລົດໄຟ ລາວ-ຈີນຕໍ່າກວ່າລາຄາໂຕຈິງຮອດ 20 ເທົ່າ ໂຕນັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG