ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຂັດແຍ້ງໃນມຽນມາ ຈະເຮັດໃຫ້ລາວ ມີທັງໂອກາດ ແລະສິ່ງທ້າທາຍຫຼາຍ ໃນຖານະທີ່ເປັນປະທານອາຊຽນ ປີ 2024 ນີ້


ທ່ານ ສອນໄຊ ສີພັນດອນ ກ່າວຄຳປາໄສໃນພິທີສົ່ງຕໍ່ປະທານວຽນ ອາຊຽນ ຢູ່ກອງປະຊຸມສຸດຍອດອາຊຽນໃນນະຄອນຫຼວງ ຈາກາຕ້າ, ອິນໂດເນເຊຍ.
ທ່ານ ສອນໄຊ ສີພັນດອນ ກ່າວຄຳປາໄສໃນພິທີສົ່ງຕໍ່ປະທານວຽນ ອາຊຽນ ຢູ່ກອງປະຊຸມສຸດຍອດອາຊຽນໃນນະຄອນຫຼວງ ຈາກາຕ້າ, ອິນໂດເນເຊຍ.

ລາວກໍາລັງຈະເປັນປະທານຂອງອາຊຽນທ້າມກາງສະພາບປັ່ນປ່ວນທາງດ້ານຄວາມໝັ້ນຄົງຢູ່ໃນຫຼາຍຂົງເຂດຂອງໂລກລວມທັງມຽນມາ ແລະທະ ເລຈີນໃຕ້ ບວກກັບສະພາບເສດຖະກິດຝືດເຄືອງຢູ່ພາຍໃນປະເທດອີກ ຊຶ່ງມັນຈະນໍາເອົາທັງໂອກາດ ແລະສິ່ງທ້າທາຍຫຼາຍຢ່າງມາໃຫ້ລາວ. ໃນມື້ນີ້ ພວກເຮົາຈະນໍາເອົາລາຍງານກ່ຽວກັບສິ່ງທ້າທາຍ ແລະບົດບາດຂອງລາວໃນການຮັບມືກັບບັນຫາຂັດແຍ້ງໃນມຽນມາທີ່ເປັນບັນຫາໜັກຢູ່ໃນຂົງເຂດ ແລະອາດເປັນບັນຫາໃຫຍ່ສໍາລັບລາວອີກດ້ວຍ, ອີງຕາມນັກຊ່ຽວຊານ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນັບແຕ່ວັນທີ 1 ມັງກອນໄປຈົນໝົດປີ 2024 ລາວຈະໄດ້ເປັນປະທານຂອງສະມາ ຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ຫລືອາຊຽນ ຊຶ່ງເປັນຊ່ວງເວລາທີ່ບໍ່ມີຄວາມແນ່ນອນ ຫຼາຍທາງດ້ານຄວາມໝັ້ນຄົງ ຊຶ່ງຈະເປັນສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ລາວ ແລະກຸ່ມອາຊຽນໂດຍລວມ, ອີງຕາມ ດຣ. ແອນດຣູ ແວລສ໌-ແດັງ (Andrew Wells-Dang) ຊ່ຽວຊານກ່ຽວກັບລາວ, ຫວຽດນາມ ແລະກໍາປູເຈຍ ຢູ່ສະຖາບັນສັນຕິພາບຂອງສະຫະລັດທີ່ໂອ້ລົມກັບພວກເຮົາຜ່ານ Zoom ວ່າ:

ເຫັນໄດ້ຢ່າງຈະແຈ້ງເລີຍວ່າ ໂລກເປັນບ່ອນທີ່ມີສະພາບເຄັ່ງຕຶງແລະບໍ່ມີຄວາມ ໝັ້ນຄົງດຽວນີ້, ມັນມີທັດສະນະທີ່ແຕກຕ່າງກັນລະຫວ່າງບັນດາສະມາຊິກອາ ຊຽນກ່ຽວກັບສົງຄາມໃນຢູເຄຣນ, ກ່ຽວກັບສົງຄາມລະຫວ່າງອິສະຣາແອລ ກັບເຂດກາຊາ. ​ແລະສະນັ້ນ ຄວາມແຕກຕ່າງເຫຼົ່ານັ້ນຕ້ອງໄດ້ຮັບການຈັດການຢູ່ພາຍໃນອາຊຽນແລະແນ່ນອນພາຍໃນອາຊຽນເອງ, ຄວາມເປັນຫ່ວງດ້ານຄວາມໝັ້ນຄົງອັນໃຫຍ່ຫຼວງແມ່ນການຂັດແຍ້ງກັນຢູ່ໃນມຽນມາ. ຂ້າພະເຈົ້າແນ່ໃຈວ່ມັນຈະສືບຕໍ່ໃຊ້ເວລາແລະຄວາມພະຍາຍາມຫຼາຍ.”

ຄວາມຂັດແຍ້ງໃນມຽນມາທີ່ເພີ້ມຄວາມຮ້າຍແຮງຂຶ້ນນີ້ຍັງມີການພົວພັນກັນກັບການທີ່ຕີມໍຕາ​ເວັນ​ອອກ ຫຼື ຕີ​ມໍເລສເຕ ຈະເຂົ້າເປັນສະມາຊິກຂອງອາຊຽນອີກ ດັ່ງທີ່ ດຣ. ແວລສ໌-ແດັງ ໃຫ້ຄໍາເຫັນວ່າ:

ແນ່ນອນປະເທດທີ່ເປັນປະທານອາຊຽນຜ່ານມາກໍໄດ້ພະຍາຍາມຮັບມືກັບມັນໃນຫຼາຍວິທີການທີ່ແຕກຕ່າງກັນ. ບໍ່ມີໃຜມີຄວາມກ້າວຫນ້າໄດ້ຫຼາຍຍ້ອນຄວາມສັບ ສົນຂອງບັນຫາ. ແລະເນື່ອງຈາກວ່າ ມັນເປັນເລື່ອງພາຍໃນຂອງນຶ່ງໃນບັນດາ ປະເທດອາຊຽນ ແລະກົດບັດຂອງອາຊຽນ ແລະວິທີການເຮັດວຽກແມ່ນບໍ່ເຂັ້ມ ແຂງຫຼາຍ ທີ່ຈະຮັບມືກັບສະຖານະການເຫຼົ່ານັ້ນ ຍ້ອນການອອກແບບມາຈັ່ງ ຊັ້ນ. ອີກບັນຫານຶ່ງທີ່ ໄດ້ມີການສົນທະນາກັນມາເປັນເວລາຫຼາຍປີກໍຄືການຮັບເອົາ ຕີມໍ ເລສເຕ ເຂົ້າ ເປັນສະມາຊິກທີ 11 ຂອງອາຊຽນ, ແລະອັນນີ້ ໄດ້ຕິດພັນກັບ ມຽນມາໃນບາງດ້ານເພາະການນຳຂອງຕີມໍເລສເຕ ໄດ້ໃຫ້ການສະໜັບສະໜູນຢ່າງແຂງຂັນຕໍ່ຝ່າຍຄ້ານທີ່ສົ່ງເສີມປະຊາທິປະໄຕໃນມຽນມາ ແລະເມື່ອສອງສາມເດືອນຜ່ານມາ ເຂົາເຈົ້າໄດ້ກະທັ້ງເວົ້າວ່າບໍ່ຢາກເຂົ້າຮ່ວມອາຊຽນ ຕາບໃດບັນຫານີ້ ຍັງບໍ່ໄດ້ຖືກແກ້ໄຂ.”

ບັນດາຜູ້ນຳ ອາຊຽນ ຖ່າຍຮູບການຈັບມືທີ່ເປັນເອກະລັກໃນກອງປະຊຸມສຸດຍອດ ອາຊຽນ, ນະຄອນຫຼວງ ຈາກາຕ້າ, ອິນໂດເນເຊຍ, 5 ກັນຍາ 2023.
ບັນດາຜູ້ນຳ ອາຊຽນ ຖ່າຍຮູບການຈັບມືທີ່ເປັນເອກະລັກໃນກອງປະຊຸມສຸດຍອດ ອາຊຽນ, ນະຄອນຫຼວງ ຈາກາຕ້າ, ອິນໂດເນເຊຍ, 5 ກັນຍາ 2023.

ຄໍາຂວັນສໍາລັບໄລຍະທີ່ລາວເປັນປະທານປີ 2024 ນີ້ ແມ່ນການເຊື່ອມຈອດ ແລະ ຄວາມເຂັ້ມແຂງ. ສະນັ້ນສະພາບການນີ້ ຈະເປັນການທົດສອບ ທັງສອງຄໍາຂວັນ ທີ່ວ່ານັ້ນ.

ພວກນັກຊ່ຽວຊານຍັງເຊື່ອອີກວ່າ ການທີ່ເປັນປະທານຂອງອາຊຽນນັ້ນ ມັນອາດ ຈະເປັນໂອກາດດີສໍາລັບລາວ ທີ່ຈະໄດ້ມີບົດບາດໃນການແກ້ໄຂບັນຫານີ້ ດັ່ງທີ່ ທ່ານດຣູ ທອມສັນ (Drew Thompson) ນັກຄົ້ນຄວ້າຊາວອາເມຣິກັນ ຢູ່ສູນ ກາງເອເຊຍໂລກາພິວັດ ຫຼື Center for ASIA Globalization ໃນມະຫາວິທະຍາໄລແຫ່ງຊາດສິງກະໂປໃຫ້ຄໍາເຫັນຜ່ານທາງ What’s App ວ່າ:

ຂ້າພະເຈົ້າຄິດວ່າ ມຽນມາແມ່ນວິກິດການທີ່ແຜ່ລາມອອກໄປຊຶ່ງມາຮອດປັດຈຸບັນ ອາຊຽນຍັງບໍ່ສາມາດແກ້ໄຂໄດ້ ຢ່າງຕັ້ງໜ້າ. ເພາະສະນັ້ນ, ມັນໄດ້ກາຍ ເປັນວິ ກິດການຫຼາຍຂຶ້ນໃນໄລຍະສອງປີຜ່ານມານີ້. ລາວມີຊາຍແດນຕິດກັບ ມຽນມາ. ມັນມີການພົວພັນກັນຢ່າງສະໜິດ ແລະອາດຈະໄດ້ຮັບຜົນກະທົບທາງລົບຈາກ ຄວາມວຸ້ນວາຍທີ່ກຳລັງແຜ່ລາມອອກໄປ. ສະນັ້ນ, ​ລາວຈະໃຫ້ ແລະຫວັງວ່າລາວ ຈະໃຫ້ບຸລິມະສິດສູງຂຶ້ນພ້ອມກັນກັບໄທໃນການແກ້ໄຂຄວາມບໍ່ສະຫງົບ ແລະຜົນຮ້າຍທີ່ເກີດຂຶ້ນທີ່ອາດລາມມາໃສ່ປະເທດເພື່ອນບ້ານຂອງມຽນມາ. ​ແລະນັ້ນ ບາງທີ ອາດແມ່ນຂົງເຂດທີ່ລາວສາມາດມີບົດບາດທີ່ສ້າງສັນໄດ້.”

ສ່ວນ ດຣ. ແວລສ໌-ແດັງກໍບອກວ່າ ສະພາບການໃນມຽນມາກໍາລັງຜັນແປໄປ ຢ່າງໄວວາຊຶ່ງອາດຈະນໍາໄປສູ່ການເຈລະຈາກັນໄດ້ ເພາະກຸ່ມຕໍ່ຕ້ານລັດຖະບານ ທີ່ ເປັນກໍາລັງປະກອບອາວຸດຂອງພວກຊົນເຜົ່າສ່ວນນ້ອຍໄດ້ຄວບຄຸມດິນແດນ ໄດ້ຫຼາຍກວ່າເຄິ່ງນຶ່ງຂອງຈໍານວນຫົວເມືອງຕ່າງໆ ໃນປະເທດ ແຕ່ວ່າຖ້າລາວ ຢາກເຮັດບົດບາດນັ້ນທ່ານບອກວ່າ:

ເຖິງແມ່ນວ່າ ລາວເຄີຍມີຄວາມສໍາພັນຢ່າງໃກ້ຊິດກັບລະບອບການປົກຄອງຂອງລັດຖະບານທະຫານມຽນມາໃນອະດີດກໍຕາມ, ແຕ່ເຂົາເຈົ້າກໍບໍ່ຄວນຈຳກັດວິທີ ຮັບມືກັບບັນຫາຂັດແຍ້ງໃນປັດຈຸບັນ. ເຂົາເຈົ້າຄວນຊອກຫາວິທີເຮັດວຽກກັບ ພັກຝ່າຍຕ່າງໆ, ຊຶ່ງທີ່ຈິງແລ້ວນັ້ນແມ່ນເຈດຕະນາຂອງອາຊຽນ ທີ່ວ່າເຂົາເຈົ້າຈະມີການສົນທະນາທີ່ບໍ່ພຽງແຕ່ລວມເອົາຝ່າຍທະຫານແຕ່ຍັງລວມເອົາພັກ NLD, ຊຶ່ງເປັນພັກການເມືອງທີ່ຖືກເລືອກຕັ້ງທີ່ນໍາພາໂດຍທ່ານນາງອອງຊານ ຊູຈີ ແລະ ຝ່າຍທະຫານກໍບໍ່ອະນຸຍາດໃຫ້ເຮັດເຊັ່ນນັ້ນ. ​ເບິ່ງຄືວ່າ ໃນປີໜ້າຈະມີການຫັນປ່ຽນ ແລະຈະມີຄວາມເຕັມໃຈຫຼາຍຂຶ້ນໃນການເຈລະຈາລະຫວ່າງຜູ້ມີບົດບາດຕ່າງໆແລະຈາກນັ້ນ ບົດບາດຂອງອາຊຽນກໍຈະມີສຳຄັນຫຼາຍຂຶ້ນໃນດ້ານນັ້ນ.”

ໃນອາທິດຕໍ່ໄປ ພວກເຮົາຈະນໍາລາຍງານກ່ຽວກັບສິ່ງທ້າທາຍ ແລະໂອກາດສໍາ ລັບລາວໃນຖານະທີ່ເປັນປະທານຂອງອາຊຽນໃນປີ 2024 ຈະມີບົດບາດແນວ ໃດໃນການແກ້ໄຂບັນຫາຂໍ້ຂັດແຍ້ງຢູ່ທະເລຈີນໃຕ້ມາສະເໜີທ່ານ.

XS
SM
MD
LG