ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ໄຫ​ບູ​ຮານ ທີ່​ຖືກ​ເຮັດ​ແຕກ​ໂດຍ​ເດັກ​ນ້ອຍ​ອາ​ຍຸ 4 ປີ​ຖືກ​ນຳ​ກັບ​ມາ​ວາງ​ສະ​ແດງ​ຄືນ ຢູ່​ຫໍ​ພິ​ພິ​ຕະ​ພັນ ອິ​ສ​ຣາ​ແອ​ລ ຫຼັງ​ຈາກ​ການ​ສ້ອມ​ແປງ 


ໄຫບູຮານຍຸກສະໄໝທອງແດງທີ່ຫາຍາກ, ໄດ້ກັບຄືນໄປວາງສະແດງຢູ່ຫໍພິພິຕະພັນ ລັງຈາກມັນຖືກເດັກນ້ອຍອາຍຸ 4 ປີລົ້ມທັບແຕກ, ຫໍພິພິຕະພັນ ເຮັກທ໌ ຂອງມະຫາວິທະຍາໄລ ໄຮຟາ, ອິສຣາແອລ, 11 ກັນຍາ​ 2024. (AP Photo/Mahmoud Illean)
ໄຫບູຮານຍຸກສະໄໝທອງແດງທີ່ຫາຍາກ, ໄດ້ກັບຄືນໄປວາງສະແດງຢູ່ຫໍພິພິຕະພັນ ລັງຈາກມັນຖືກເດັກນ້ອຍອາຍຸ 4 ປີລົ້ມທັບແຕກ, ຫໍພິພິຕະພັນ ເຮັກທ໌ ຂອງມະຫາວິທະຍາໄລ ໄຮຟາ, ອິສຣາແອລ, 11 ກັນຍາ​ 2024. (AP Photo/Mahmoud Illean)

ໄຫ​ຍຸກ​ທອງ​ແດງ​ທີ່​ຫາ​ຍາກ ທີ່ຖືກ​ເຮັດ​ແຕກ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈໂດຍ​ເດັກ​ນ້ອຍ​ອາ​ຍຸ 4 ປີ​ທີ່​ໄປ​ຢ້ຽມ​ຢາມ​ຫໍ​ພິ​ພິ​ຕະ​ພັນ, ໄດ້​ຖືກ​ນຳ​ມາ​ວາງ​ສະ​ແດງ​ໃນ​ວັນ​ພຸດ​ວານນີ້ ຫຼັງ​ຈາກ​ບັນ​ດາ​ນັກ​ຊ່ຽວ​ຊານ​ການສ້ອມ​ແປງ ສາ​ມາດ​ທີ່​ຈະ​ນຳ​ເອົາ​ສິ່ງ​ປະ​ດິດ​ດັ່ງ​ກ່າວ​ນັ້ນ​ມາ​ຕິດ​ເຂົ້າ​ກັນຄືນ​ຢ່າງ​ລະ​ມັດ​ລະ​ວັງ.

ໃນ​ເດືອນ​ແລ້ວນີ້, ຄອບ​ຄົວ​ນຶ່ງ​ຈາກ​ພາກ​ເໜືອ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ໄປ​ຢ້ຽມ​ຢາມ​ຫໍ​ພິ​ພິ​ຕະ​ພັນ​ ເວ​ລາ​ທີ່​ລູກຫຼ້າ​ຂອງ​ເຂົາ​ເຈົ້າ​ໄດ້​ລົ້ມ​ໃສ່​ໄຫ​ດັ່ງ​ກ່າວ, ເຊິ່ງ​ໄດ້​ແຕກ​ເປັນຫຼາຍ​ຊິ້ນ​ສ່ວນ.

ທ່ານ ອາ​ເລັກ​ສ໌, ພໍ່​ຂອງ​ເດັກ​ຊາຍ​ນັ້ນ ໄດ້​ກ່າວ​ວ່າ​ລູກ​ຂອງ​ຂ້ອຍ, ເຊິ່ງ​ແມ່ນ​ລູກຫຼ້າ​ສຸດ​ຈາກ​ສາມ​ຄົນ, ແມ່ນ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ, ແລະ ເວ​ລາ​ທີ່​ລາວ​ໄດ້ຍິນ​ສຽງ​ແຕກ​ນັ້ນ, ສິ່ງ​ທຳ​ອິດ​ທີ່​ແລ່ນ​ຂຶ້ນ​ມາ​ໃນ​ຫົວ​ກໍ​ແມ່ນ “ກະ​ລຸ​ນາ​ຢ່າ​ໃຫ້​ເປັນ​ລູກ​ຂອງ​ຂ້ອຍ​ເດີ.”

ໄຫ​ດັ່ງ​ກ່າວ​ໄດ້​ຖືກວາງ​ສະ​ແດງ​ຢູ່​ຫໍ​ພິ​ພິ​ຕະ​ພັນ ເຮັກ​ທ໌ ໃນ​ເມືອງ ໄຮ​ຟາ ເປັນ​ເວ​ລາ 35 ປີ. ມັນ​ແມ່ນ​ນຶ່ງ​ໃນ​ໄຫ​ພຽງ​ບໍ່​ເທົ່າ​ໃດ​ໜ່ວຍ​ໃນ​ຂະ​ໜາດ​ຂອງ​ມັນ ແລະ ເວ​ລາ​ທີ່​ມັນ​ຖືກ​ຄົ້ນ​ພົບ​ນັ້ນ​ຍັງມີ​ສະ​ພາບ​ທີ່​ສົມ​ບູນ​ຢູ່.

ອ່ານຂ່າວນີ້ເປັນພາສາອັງກິດ

A rare Bronze-Era jar accidentally smashed by a 4-year-old visiting a museum was back on display Wednesday after restoration experts were able to carefully piece the artifact back together.

Last month, a family from northern Israel was visiting the museum when their youngest son tipped over the jar, which smashed into pieces.

Alex Geller, the boy’s father, said his son — the youngest of three — is exceptionally curious, and that the moment he heard the crash, “please let that not be my child” was the first thought that raced through his head.

The jar has been on display at the Hecht Museum in Haifa for 35 years. It was one of the only containers of its size and from that period still complete when it was discovered.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG