ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ຄວາມສຳພັນ ທີ່ອົບອຸ່ນຂຶ້ນ ລະຫວ່າງ ເກົາຫຼີເໜືອ ກັບຈີນ ອາດບ່ອນທຳລາຍ ການລົງໂທດສາກົນ


ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງອືນ ຈັບມືກັບ ປະທານປະເທດຈີນ ທ່ານສີ ຈີ້ນຜິງ ທີ່ນະຄອນຫຼວງປັກກິ່ງ ທີ 28 ມີນາ 2018.

ໃນ​ຂະນະ​ທີ່​ຄວາມ​ສຳພັນ​ລະຫວ່າ​ງປັກ​ກິ່ງ ​ແລະ​ພຽງ​ຢາງ ອົບອຸ່ນຂຶ້ນ​ນ້ອຍ​ນຶ່ງນີ້ ໂອ
ກາດ​ທີ່​ຈີນ ​ຈະຫລຸດຜ່ອນການ​ລົງ​ໂທດຂອງຕົນຕໍ່​ເກົາຫຼີ​ເໜືອ ​ແລະຂັດຂວາງການປຸກ
ລະດົມ ເພື່ອ “​ກົດ​ດັນ​ສູງ​ສຸດ” ຂອງ​ ປະທານາທິບໍດີ​ສະຫະລັດ ທ່ານດໍ​ ໂນ​ລ ທຣໍາ ​ໄດ້​
ເຮັດ​ໃຫ້​ບັນດາ​ຜູ້​ຊ່ຽວຊານ ​ລະມັດລະວັງ.

​ໃນ​ຄວາມ​ພະຍາຍາມເພື່ອ​ຟື້ນຟູ​ຄວາມ​ສຳພັນ​ຄືນ​ໃໝ່​ກັບ​ຈີນນັ້ນ ຜູ້ນຳ​ເກົາຫຼີ​ເໜືອ​ທ່ານ
ກິມ ຈົງ ອຶນ ​ໄດ້​ໄປ​ຢ້ຽມຢາມ​ປັກ​ກິ່ງ​ແບບ​ບໍ່​ຄາດ​ຝັນ ​ເພື່ອ​ພົບ​ປະ​ກັບ ​ປະ ທານ​ປະ​ເທດ​
ຈີນ ທ່ານ​ສີ ຈິ້ນ​ຜິ​ງ ໃນອາທິ​ດ​ແລ້ວ​ນີ້.

ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດຂອງ​ເກົາ​ຫຼີ​ເໜືອ​ຄາດກັນ​ວ່າ ຜູ້ນຳ​ເກົາ​ຫຼີ​ເໜືອ ທ່ານ​
ກິມ ຈົງ ອຶນ ອາດ​ໄດ້​ຂໍຮ້ອງ ​ໃຫ້ທ່ານ​ສີ ຫລຸດ​ຜ່ອນ​ການ​ລົງ​ໂທດ ໃນລະ ຫວ່າງ​ການ
​ຢ້ຽມຢາມ​ຂອງ​ທ່ານ ​ແລະ​ຖ້າ​ຫາກ​ທ່າ​ນສີ ຄວາມ​ຈິງ​ແລ້ວ ໄດ້ຕົກລົງ ການ​ເຄື່ອນ​ໄຫວ​
ດັ່ງກ່າວ ອາດສ້າງຄວາມສັບ​ຊ້ອນໃຫ້ແກ່​ຄວາມ​ພະຍາຍາມ​ຂອງ​ສະຫະລັດ ທີ່​ຈະ​ໃຊ້​
ຄວາມ​ກົດ​ດັນຕໍ່​ເກົາຫຼີ​ເໜືອກ່ອນ​ໜ້າ​ກອງ​ປະຊຸມ​ສຸດ​ຍອດ​ນິວ ເຄລຍກັບ​ປະທານາທິ
ບໍດີ​ທຣໍາ ຊຶ່ງໄດ້ກຳນົດກັນໃນຂັ້ນຕົ້ນວ່າ​ຈະມີຂຶ້ນໃນ​ເດືອນ​ພຶດສະພາ​ຈະ​ມາ​ເຖິງ​ນີ້.

ທ່ານ​ວິລລຽມ ບຣາວນ໌ ນັກ​ປາຖະກະ​ຖາ ຈາກສະຖາບັນການ​ຕ່າງປະ​ເທດຂອງ
ມະຫາວິທະຍາ​ໄລ​ຈອຣຈ໌ທາວ ​ ກ່າວ​ວ່າ “ມັນ​ມີ​ເຫດຜົນດີ​ທີ່​ທ່ານ​ກິມ ​ໄປ​ຫາ​ຈີນ​ເພື່ອ
​ຮ້ອງ​ຂໍໃຫ້ມີ​ການບັນ​ເທົາ​ທຸກ.”

ທ່ານ​ບຣາວນ໌ ອ​ະດີດ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ສະຫະລັດ ຜູ້​ທີ່​ໄດ້​ພົວພັນ​ກັບສະ​ຖາ​ບັນ​ເສດ
ຖະກິດ​ເກົາຫຼີຂອງອາ​ເມຣິກາ ກ່າວ​ວ່າ “​ແລະ​ມັນ​ຍັງ​ມີ​ເຫດຜົນ​ທີ່​ຈີນຈະ​ໃຫ້ ການບັນ​
ເທົາ​ທຸກນ້ອຍ​ນຶ່ງແກ່ຜູ້ກ່ຽວ. ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ສົງ​ໄສ​ວ່າ ມີບາງສິ່ງບາງຢ່າງ
ແບບນີ້ ທີ່ກຳລັງ​ເກີດ​ຂຶ້ນ.”

ຜູ້ນຳເກົາຫຼີເໜືອທ່ານ ກິມ ຈົງອືນ ມີປະຕິກິລິຍາລະຫວ່າງການສະຫຼອງແກ່ນັກວິທະຍາສາດນິວເຄລຍ ແລະນັກວິສະວະກອນ ທີ່ບໍລິຈາກຕໍ່ການສ້າງລະເບີດນິວເຄລຍ ທີ່ນະຄອນພຽງຢາງ ວັນທີ 10 ກັນຍາ 2017.
ຜູ້ນຳເກົາຫຼີເໜືອທ່ານ ກິມ ຈົງອືນ ມີປະຕິກິລິຍາລະຫວ່າງການສະຫຼອງແກ່ນັກວິທະຍາສາດນິວເຄລຍ ແລະນັກວິສະວະກອນ ທີ່ບໍລິຈາກຕໍ່ການສ້າງລະເບີດນິວເຄລຍ ທີ່ນະຄອນພຽງຢາງ ວັນທີ 10 ກັນຍາ 2017.

ອີງ​ຕາມ​ຜູ້ຕາງ​ໜ້າ ສະມາຄົມສິດທິ​ມະນຸດ ​ຂອງ​ອົບ​ພະຍົບ​ເກົາຫຼີ​ເໜືອ ຊຶ່ງເປັນກຸ່ມ​ໃຫ້ຄວາມຊ່ວຍເຫຼືອ ຂອງເກົາຫຼີ​ໃຕ້ ​ແກ່​ຊາວ​ເກົາ​ຫຼີ​ເໜືອ​ທີ່​ໂຕນ​ໜີ ຊຶ່ງເປັນ ບ່ອນ​ນຶ່ງ
​ຢູ່​ໃນ​ຈີນ ທີ່​ໄດ້​ເຫັນ​ການ​ການ​ຫຼັ່ງ​ໄຫຼ ໃນ​ອັນ​ທີ່​ປາກົດ​ວ່າ​ ມີ​ພວກ​ແມ່ຍິງ ເກົາຫຼີ​ເໜືອ
ຫຼາຍຮ້ອຍຄົນ ພາກັນ​ໄປ​ເຖິງ​ຊາຍ​ແດນ​ເມືອງເຮລອງ ຫົວເມືອງຊາຍແດນ​ຈີນ. ແຫຼ່ງ
ຂ່າວແຈ້ງວ່າລາວໄດ້ເຫັນພວກແມ່ຍິງເກົາຫຼີເໜືອຂ້າມຊາຍແດນ ເຂົ້າໄປໃນເມືອງດັ່ງ
ກ່າວ ຂອງຈີນ ເມື່ອວັນ​ທີ 2 ​ເມສາຜ່ານມາ ພຽງ​ບໍ່​ເທົ່​ໃດ​ມື້​ຫຼັງ​ຈາກ​ການ​ຢ້ຽມຢາມປັກ​ກິ່ງ ​ຂອງທ່ານ​ກິມ ​ເພື່ອໄປ​ເຮັດ​ວຽກ​ຢູ່ຕາມໂຮງງານ​ຜະລິດເຄື່ອງ​ອີ​ເລັກ​ໂທຣນິກຕ່າງໆ.

ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງນິກກິ ເຮລີ ເຂົ້າຮ່ວມກອງປະຊຸມ ສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ນະຄອນນິວຢອກ ທີ 22 ທັນວາ 2017
ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງນິກກິ ເຮລີ ເຂົ້າຮ່ວມກອງປະຊຸມ ສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ນະຄອນນິວຢອກ ທີ 22 ທັນວາ 2017

ວີ​ໂອ​ເອໄດ້ພົບ​ເຫັນວ່າ ​ກຸ່ມປົກປ້ອງ​ສິດທິ​ມະນຸດຂອງ​ເກົາຫຼີ​ໃຕ້ດັ່ງກ່າວ​ເປັນ​ແຫຼ່ງ​ຂ່າວ
ທີ່ເຊື່ອ​ຖື​ໄດ້​ໃນໄລຍະ​ທີ່​ຜ່າ​ນມາ ​ແຕ່​ກຸ່ມດັ່ງກ່າວຍັງ​ບໍ່​ທັນໄດ້​ຢືນຢັນກ່ຽວກັບ ​ລາຍ​ງານ​
ຂອງ​ພວກ​ຄົນງານຂ້າມ​ຊາຍ​ແດນ​ເຂົ້າ​ໄປໃນ​ຈີນ ຫຼືໃຫ້ການຢືນຢັນກ່ຽວ ກັບວີ​ດີ​ໂອ​
ສັ້ນໆ ທີ່​ໄດ້​ນຳສະ​ເໜີ​ໂດຍກຸ່ມ​ປົກປ້ອງ​ສິດທິ​ມະນຸດດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG