ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກັບຄືນປະເທດ ຂອງທ່ານທັກສິນ ພ້ອມທີ່ຈະເພີ້ມຄວາມຮ້ອນແຮງ ທາງການເມືອງ ຢູ່ໄທ


ແຟ້ມພາບ - ອະດີດນາຍົກລັດຖະມົນຕີຂອງໄທ ທ່ານທັກສິນ ຊິນນະວັດ ກຳລັງຕອບຄຳຖາມຕ່າງໆ ໃນລະຫວາ່ງການໃຫ້ສຳພາດໃນລາຍການຂ່າວ ຢູ່ໃນນະຄອນນິວຢອກ, ວັນທີ 9 ມີນາ 2016.
ແຟ້ມພາບ - ອະດີດນາຍົກລັດຖະມົນຕີຂອງໄທ ທ່ານທັກສິນ ຊິນນະວັດ ກຳລັງຕອບຄຳຖາມຕ່າງໆ ໃນລະຫວາ່ງການໃຫ້ສຳພາດໃນລາຍການຂ່າວ ຢູ່ໃນນະຄອນນິວຢອກ, ວັນທີ 9 ມີນາ 2016.

ອະດີດນາຍົກລັດຖະມົນຕີ​ໄທ ທັກສິນ ຊິນນະວັດ ຜູ້ຫລົບໜີຄະດີ ຈະສິ້ນສຸດການລີ້ໄພຢູ່ຕ່າງປະເທດເປັນ​ເວ​ລາ 15 ປີ ໂດຍການກັບຄືນໄປປະເທດ ໃນເດືອນໜ້ານີ້ ຊຶ່ງລູກສາວຂອງມະຫາເສດຖີພັນລ້ານ ໄດ້ກ່າວໃນວັນພຸດວານນີ້ ໂດຍເຮັດໃຫ້ຄວາມຮ້ອນແຮງ ທາງການເມືອງເພີ້ມຂຶ້ນ ໃນຂະນະທີ່ພັກຂອງຄອບຄົວທ່ານ ກຳລັງພະຍາຍາມທີ່ຈະຈັດຕັ້ງລັດຖະບານຊຸດໃໝ່.

ນາຍົກລັດຖະມົນຕີພົນລະເຮືອນຂອງໄທ ພຽງຄົນດຽວທີ່ໄດ້ຊະນະການເລືອກຕັ້ງຕິດຕໍ່ກັນ ທ່ານທັກສິນ ໄດ້ຖືກໂຄ່ນລົ້ມ ໃນການກໍ່ລັດຖະປະຫານ ເມື່ອປີ 2006 ແລະຕໍ່ຈາກນັ້ນ ກໍໄດ້ຫລົບໜີໄປຕ່າງປະເທດ ໃນອີກສອງປີຕໍ່ມາ ເພື່ອຫລີກເວັ້ນການຖືກຄຸມຂັງໃນຂໍ້ຫາສໍ້ລາດບັງຫຼວງຖ້າຖືກພົບເຫັນວ່າມີຄວາມຜິິດ ຊຶ່ງທ່ານກ່າວວ່າ ມີຈຸດ​ປະ​ສົງທາງດ້ານການເມືອງ.

ແຕ່ທ່ານທັກສິນ ໄວ 74 ປີ ຍັງຄົງເປັນຜູ້ນຳທີ່ມີອິດທິພົນຢ່າງຫຼວງຫຼາຍຂອງພັກເພື່ອໄທ.

ພັກດັ່ງກ່າວ ໄດ້​ຮັບ​ຄະ​ແນນເປັນອັນດັບສອງ ໃນການເລືອກຕັ້ງເມື່ອເດືອນພຶດສະພາ ແຕ່ດຽວນີ້ ແມ່ນຢູ່ໃນທ່າທີດີທີ່ສຸດທີ່ຈະໄດ້ຈັດຕັ້ງລັດຖະບານ ຫຼັງຈາກທີ່ພັກກ້າວໄກ ທີ່ໄດ້ຮັບໄຊຊະນະການເລືອກຕັ້ງ ຖືກກີດກັນບໍ່ໃຫ້ນຳພາຄະນະລັດຖະບານ ໂດຍບັນດາສະມາຊິກສະພາສູງທີ່ໄດ້ຮັບການແຕ່ງຕັ້ງນັ້ນ ຊຶ່ງເປັນພັນທະມິດກັບກອງທັບ.

ການກັບຄືນມາຂອງທ່ານທັກສິນ ເປັນໄປໄດ້ສູງວ່າ ຈະເຮັດໃຫ້ພວກຫົວອະນຸລັກນິຍົມ ທີ່ຈົງຮັກພັກດີຕໍ່ກະສັດ ຄຽດແຄ້ນ ຜູ້ທີ່ກ່າວຫາມະຫາເສດຖີພັນລ້ານໃນດ້ານໂທລະຄົມມະນາຄົມ ໃນການສ້າງຄວາມແຕກແຍກໃນຣາຊະອານາຈັກ ດ້ວຍການເມືອງທີ່ໃຊ້ເງິນ ແລະການສໍ້ລາດບັງຫຼວງ.

Fugitive former Prime Minister Thaksin Shinawatra will end 15 years of self-exile by returning to Thailand next month, the billionaire's daughter said Wednesday, turning up the political heat just as his family's party scrambles to form a new government.

Thailand's only civilian prime minister to win back-to-back elections, Thaksin was ousted in a 2006 coup and then fled overseas two years later to avoid prison for corruption convictions he says are politically motivated.

But Thaksin, 74, remains hugely influential as the figurehead of the Pheu Thai party.

The party placed second in elections in May but is now in a prime position to form a government after the election-winning Move Forward Party was blocked by an appointed Senate of army allies from leading an administration.

Thaksin's return is likely to anger royalist conservatives, who accuse the telecoms billionaire of dividing the kingdom with money, politics and corruption.

XS
SM
MD
LG