ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກລັດຖະບານ ຂອງໄທ ຫາທາງ ໃຫ້ຍຸບ ພັກຝ່າຍຄ້ານ ປະຊາທິປັດ (ສະໄລດ໌/ວີດີໂອ)


ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ກ່າວຕໍ່ບັນດານັກຂ່າວ ທີ່ກອງບັນຊາການທະຫານ
ອາກາດ ຢູ່ບາງກອກ.
ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ກ່າວຕໍ່ບັນດານັກຂ່າວ ທີ່ກອງບັນຊາການທະຫານ ອາກາດ ຢູ່ບາງກອກ.
ພັກ​ເພື່ອ​ໄທ​ ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ກຳລັງ​ພະຍາຍາມ​
ຫາ​ທາງຍຸບພັກຝ່າຍ​ຄ້ານຄືພັກປະຊາທິປັດ​ ຊຶ່ງ​ໝາຍ​ຄວາມ​ວ່າ
ທັງ​ສອງ​ຝ່າຍ​ທີ່ພວມ​ປະ​ເຊີນ​ໜ້າກັນ​ທາງດ້ານ​ການ​ເມືອງ​ຢ່າງ​
ເຄັ່ງຂຶມ ບັດ​ນີ້ ຕ່າງ​ກໍພະຍາຍາມ​ຫາທາງກຳຈັດອີກຝ່າຍ​ນຶ່ງອອກ
​ທາງ​ດ້ານ​ກົດໝາຍ.

​ໂຄສົກ​ພັກ​ເພື່ອ​ໄທ​ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ​ໄດ້​ສົ່ງ​ຄຳ​ຮ້ອງໄປ​
ຍັງ​ຄະນະ​ກຳມະການ​ການ​ເລືອກ​ຕັ້ງ ​ໂດຍ​ໂຕ້​ແຍ້​ງວ່າ ພວກ​ພັກ​
ປະຊາທິປັດ​ໄດ້​ພະຍາ ຍາມ​ໂຄ່ນ​ລົ້ມ​ລັດຖະບານ ​ໂດຍ​ໃຫ້ການ​
ສະໜັບສະໜຸນ​ຕໍ່​ພວກ​ປະ​ທ້ວງ​ເພື່ອ​ລົບ​ກວນ​ການ​ປ່ອນບັດເລືອກ​
ຕັ້ງ ​ທີ່​ມີ​ຂຶ້ນ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້.



ການກະທຳ​ເຊັ່ນ​ນີ້ ​ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກ​ພວກພັກ​ປະຊາທິປັດ​ ໂຕ້​ແຍ້​ງ​ເພື່ອໃຫ້​ຍຸບ​ພັກ​ລັດ
ຖະບານ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ໂດຍ​ການ​ສົ່ງ​ຄຳ​ຮ້ອງ​ສອງສະບັບ​ໄປ​ຍັງ​ສານ​ລັດ
ຖະທຳ​ມະນູນ ທີ່​ກ່າວ​ຫາ​ວ່າ ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ ແມ່ນ​ຄວາມ​ພະຍາຍາມ​ ເພື່ອ​
“ຄອງ​ອຳນາດ​ໂດຍ​ຜ່ານ​ວິທີທາງ​ທີ່​ບໍ່​ຖືກຕ້ອງ​ຕາມ​ກົດໝາຍລັດຖະທຳ​ມະນູນ.”

ການເຄື່ອນໄຫວຕ່າງໆເຫຼົ່ານີ້ສະແດງໃຫ້ເຫັນວ່າ ສະພາບການທາງດ້ານການເມືອງທີ່
ຕົກຢູ່ໃນສະພາບບໍ່ໄປບໍ່ມາຂອງປະເທດມາໄດ້ຫຼາຍເດືອນແລ້ວນີ້ອາດ ກ້າວເຂົ້າສູ່ບາດ
ລ້ຽວໃໝ່ ທີ່ຈະອະນຸມັດໃຫ້ພວກສານຕ່າງໆຫຼິ້ນບົດບາດອັນສຳຄັນ ຫຼັງຈາກການເລືອກ
ຕັ້ງກ່ອນກຳນົດ ພິສູດໃຫ້ເຫັນວ່າ ບໍ່ສຳເລັດຜົນນັ້ນ.

ເຖິງແມ່ນບໍ່ມີການປະທະກັນ ໃນວັນເລືອກຕັ້ງກໍຕາມ ແຕ່ຜູ້ຄົນອອກໄປໃຊ້ສຽງເລືອກຕັ້ງ
ບໍ່ຮອດ 50 ເປີເຊັນ. ໃນຫຼາຍເຂດພວກປະທ້ວງຕໍ່ຕ້ານລັດຖະບານໄດ້ກີດກັນແລະກໍ່ກວນ
ການປ່ອນບັດເລືອກຕັ້ງ.

ຄາດກັນວ່າ ຜົນຂອງການເລືອກຕັ້ງ ຍັງອີກຫຼາຍອາທິດ ຈຶ່ງຈະຮູ້ກັນ ແຕ່ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ ເກືອບວ່າເປັນທີ່ແນ່ນອນແລ້ວຈະເປັນຜູ້ໄດ້ຮັບໄຊຊະນະໃນການເລືອກ ຕັ້ງຄັ້ງນີ້.

ເບິ່ງວີດີໂອກ່ຽວຂ້ອງ:

Thailand Protestors Accuse Former Prime Minister of Disloyalty to King
please wait

No media source currently available

0:00 0:02:34 0:00
ລິງໂດຍກົງ
XS
SM
MD
LG