ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຂົງເຂດເອເຊຍ ປະເຊີນ ກັບບັນຫາຂາດເຂີນນໍ້າ ຫລາຍຂຶ້ນນັບມື້ (ວີດິໂອ ລາວ/ອັງກິດ)


ຍິງຊາວອິນເດຍໃນໝູ່ບ້ານນຶ່ງ ທີ່ພາກັນຍ່າງໄປຕັກນໍ້າ ເພື່ອມາໃຊ້
ປະຈໍາວັນ
ຍິງຊາວອິນເດຍໃນໝູ່ບ້ານນຶ່ງ ທີ່ພາກັນຍ່າງໄປຕັກນໍ້າ ເພື່ອມາໃຊ້ ປະຈໍາວັນ
ບັນດາຊ່ຽວຊານດ້ານຊັບພະຍາກອນເວົ້າວ່າ ຫຼາຍປະເທດໃນ
ຂົງເຂດເອ ເຊຍ ແມ່ນປະເຊີນກັບວິກິດການນໍ້າດື່ມນໍ້າໃຊ້ທີ່ມີ
ຄວາມເປັນໄດ້ສູງ ເວັ້ນເສຍແຕ່ວ່າ ພວກເຂົາເຈົ້າຈະ​ຂຸ້ນຂ້ຽວ
ແກ້ໄຂວິທີ​ການຄຸ້ມຄອງນໍ້າທີ່ບໍ່ຖືກຕ້ອງ ອັນເປັນສະພາວະທີ່ ອາດສາມາດນໍາໄປສູ່ການຂາດເຂີນນໍ້າສະອາດຢ່າງຮຸນແຮງ
ທີ່ສຸດ​ໄດ້​ນັ້ນ. ​ໃນ​ຂະນະ​ດຽວ​ກັນ ກໍ​ມີປະເທດອື່ນໆທີ່ພາກັນດິ້ນ
ຮົນ ເພື່ອຄວບຄຸມບັນຫານໍ້າຖ້ວມຢ່າງ​ຂະໜານໃຫຍ່. Steve
Sandford ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບເລຶ່ອງນີ້ຈາກ
ຈັງຫວັດຊຽງໃໝ່ ປະເທດໄທບ່ອນຈັດກອງປະຊຸມສຸດຍອດລະ
ດັບຂົງເຂດກ່ຽວກັບການຄຸ້ມຄອງສະບຽງນໍ້າດື່ມນໍ້າໃຊ້ແລະຮັບ​
ມື​ກັບໄພພິບັດທີ່​ພົວພັນ​ກັບ​ນໍ້າ. ຊຶ່ງທອງປານຈະນໍາມາສະເໜີ
ທ່ານໃນອັນດັບຕໍ່ໄປ


ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ບໍ່ປາກົດເຫັນມີຮ່ອງຮອຍຂອງການຂາດເຂີນນໍ້າ ຢູ່ທີ່ພາກເໜືອຂອງປະເທດໄທແຕ່ຢ່າງ
ໃດ​ເລີຍ ເວລາຄະນະຜູ້ຕ່າງໜ້າ​ໄປເຕົ້າໂຮມກັນ ເພື່ອ​ເຂົ້າຮ່ວມກອງປະຊຸມສຸດຍອດ ເອເຊຍ-ປາຊິຟິກ ກ່ຽວກັບເລຶ່ອງນໍ້າ ຢູ່ຊຽງໃໝ່ ເມື່ອອາທິດຜ່ານມາ.

ແຕ່ວ່າຢູ່​ທາງໃນ​ຫ້ອງ​ປະຊຸມ​ນັ້ນ ມີການສົນທະນາໂອ້ລົມກັນ ກ່ຽວກັບວິກິດການທີ່ກໍາລັງ
ເຄຶ່ອນໃກ້ເຂົ້າມາ ປະເຊີນໜ້າຂົງເຂດເອເຊຍ.

Dr. Kulwant Singh ທີ່​ປຶກສາ​ປະ​ຈໍາ​ອົງ​ການ Habitat ຂອງ​ສະຫະ​ປະຊາ​ຊາດ ເວົ້າ
ວ່າ ​ ສໍາລັບ​ສອງປະເທດທີ່ຊົມໃຊ້ນໍ້າຫລາຍທີ່ສຸດຂອງຂົງເຂດ ກໍຄືອິນເດຍກັບຈີນນັ້ນ ​
ແມ່ນປະ​ເຊີນ​ກັບ​ບັນ​ຫາການ​ຊົມໃຊ້​ນໍ້າ​ຢ່າງ​ໜັກ​ ຍ້ອນ​ການ​ພັດທະນາ​ສ້າ​ງສາ.

ດຣ. ສິງ ເວົ້າວ່າ: “ປະການນຶ່ງກໍຄື ສ່ວນໃຫຍ່ຂອງ​ພວກອຸດສາຫະກໍທີ່ເປັນຕົວ
ຂັບດັນການເຕີບໂຕ
ທາງເສດຖະກິດຂອງຂົງເຂດນັ້ນ ແມ່ນຕ້ອງການສະບຽງ
ນໍ້າຈືດ
ທີ່​ກາງ​ຕໍ່​ໄດ້ ສໍາລັບພາກສ່ວນການຜະລິດຂອງພວກເຂົາເຈົ້າ. ປະການທີ
ສອງ ການຂະຫຍາຍຕົວ
ອອກ​ນັບ​ມື້ຂອງປະຊາກອນ ໃນ​ເຂດຕົວເມືອງຂອງ​ຂົງ​
ເຂດ
ແມ່ນຕ້ອງການນໍ້າຫລາຍ​ຂຶ້ນ ​ເພື່ອ​ກິ​ນດື່ມ ເພື່ອລ້າງອາບ ແລະເພື່ອອຸດສາ
ຫະກໍາ ເພື່ອສະຖາບັນຕ່າງໆ ແລະການ
ກະເສດໃນຕົວເມືອງ ເປັນຕົ້ນ.”

ຜົນການສຶກສາຄົ້ນຄວ້າຫຼາຍບັ້ນເວົ້າວ່າ ຄວາມຮຽກຮ້ອງຕ້ອງການນໍ້າໃນອິນເດຍ ຈະ
ເພີ່ມຂຶ້ນເປັນສອງເທົ່າຕົວໃນໄລຍະ 20 ປີຕໍ່ໜ້ານີ້ ​ເປັນ​ປະມານ 1.500 ຕື້ແມັດກ້ອນ ​
ໃນ​ຂະນະ​ທີ່ຄວາມຕ້ອງການນໍ້າຂອງຈີນຈະຖີບ ຕົວສູງຂຶ້ນ 32 ເປີເຊັນ.

ຂະນະດຽວກັນ ກໍ​ກໍາລັງ​ມີ​ການສ້າງເຂື່ອນຫຼາຍໆ​ແຫ່ງຢູ່ຕາມ​ລໍາແມ່ນໍ້າຂອງ ແລະຢ່າງ
ໜ້ອຍອີກ 11 ເຂື່ອນໃໝ່ ກໍາລັງຢູ່ໃນຂັ້ນວາງແຜນ ຊຶ່ງສ່ວນໃຫຍ່ແມ່ນຢູ່ພາຍໃນເຂດ
ນໍ້າແດນດິນຂອງຈີນ.

ການພັດທະນາສ້າງສາເຫຼົ່ານີ້ ເຮັດໃຫ້ຫຼາຍໆຄົນເປັນຫ່ວງທີ່ສຸດ ໂຮມທັງ ຄະນະຜູ້​ແທນ​
ຂອງ​ຫຼາຍໆລັດຖະບານ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ເລຶ່ອງນໍ້າ ຄັ້ງນີ້ດ້ວຍ.

ທ່ານ Nguyen Thien Nhan ຮອງ​ນາຍົກລັດຖະມົນຕີຫວຽດນາມ ກ່າວ​ວ່າ:

“60 ກວ່າເປີເຊັນຂອງຊັບພະຍາກອນນໍ້າທັງໝົດຂອງຫວຽດນາມ ແມ່ນມາ
ຈາກ ນອກເຂດປະເທດຂອງພວກເຮົາ ແລະກໍ
​ແຈກຈ່າຍອອກ​ໄປ ຢ່າງບໍ່ສະ
ໝໍ່າສະ ເໝີກັນ
ຢູ່ໃນທົ່ວປະ​ເທດ ​ໂດຍ​ທີ່ 60 ເປີ ເຊັນຂອງຊັບພະຍາກອນນໍ້າ
ແມ່ນມີ​ຢູ່ພາກໃຕ້ ໃນ​ເຂດປາກແມ່ນໍ້າຂອງ.”

ກອງປະຊຸມຍັງໄດ້ສຸມໃສ່ການປ້ອງກັນໄພພິບັດຈາກນໍ້າ ເຊັ່ນໄພນໍ້າຖ້ວມຄັ້ງໃຫຍ່ໃນ​ປີ
2011 ທີ່ໄດ້ເອົາຊີວິດຜູ້ຄົນໄປ 800 ຄົນ ໃນປະເທດໄທ.

ສຸພະຈັກ ວະຣີ ປະຈໍາສູນເຕືອນໄພພິບັດຂອງໄທ ກ່າວວ່າ ການປັບປຸງເທັກໂນໂລຈີ່ໃຫ້
ດີຂຶ້ນນັ້ນ ອາດຈະເປັນຕົວຊ່ວຍແກ້ໄຂບັນຫານີ້ໄດ້.

ທ່ານ ສຸພະຈັກ ເວົ້າວ່າ: “ພວກເຮົາຕິດຕາມເບິ່ງເຂດທີ່ຝົນຕົກຫຼາຍທີ່ສຸດ ແລະ
ໄດ້ອົບລົມເຄື່ອຂ່າຍຂອງປະຊາຊົນໃນຫຼາຍ
ເຂດກ່ຽວ​ກັບ​ເລື້ອງ​ນີ້ ເພື່ອວ່າ
ພວກເຮົາຈະສາມາດຢືນຢັນສະພາບການ
ກັບ​ພວກເຂົາ​ເຈົ້າ​ໄດ້ຢ່າງແມ່ນຍໍາ.
ພວກເຄືອ​ຂ່າຍ​ປະຊາຊົນ​ເຫລົ່າ​ນັ້ນ ​ເປັນ​ຄືກັນ​ກັບຕາກ້ອງໂທລະພາບ​ຈີນ
CCTV ສໍາລັບພວກເຮົາ.”

ເນື່ອງ​ຈາກ​ສະບຽງແລະປະລິມານ​ຂອງນໍ້າສະອາດ ຍັງເບິ່ງຄືວ່າ ຕົກ​ຢູ່​ໃນອັນຕະລາຍ
ທີ່​ຈະ​ໝົດ​ໄປໄດ້ນັ້ນ ຄວາມພະຍາຍາມເພື່ອຈະຄຸ້ມ​ຄອງ​ແລະຮັບ​ມືກັບຄວາມກະຫາຍ
ຊັບພະຍາກອນນໍ້າ ອັນມີຄ່າຂອງຂົງເຂດເອເຊຍນັ້ນ ກໍ​ແມ່ນຈະດໍາ​ເນີນສືບຕໍ່ໄປ.

ເບິ່ງວີດີໂອ ພາສາອັງກິດ:

Asian Water Summit Focuses on Security, Disaster
please wait

No media source currently available

0:00 0:02:22 0:00
ລິງໂດຍກົງ
XS
SM
MD
LG