ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂົງເຂດເອເຊຍ ກໍາລັງປະເຊີນ ກັບການຂາດເຂີນນໍ້າ ຫລາຍຂຶ້ນນັບມື້


ບັນດາຊ່ຽວຊານດ້ານຊັບພະຍາກອນເວົ້າວ່າ ຫຼາຍປະເທດໃນ ຂົງເຂດເອ ເຊຍ ແມ່ນປະເຊີນກັບວິກິດການນໍ້າດື່ມນໍ້າໃຊ້ທີ່ມີ ຄວາມເປັນໄດ້ສູງ ເວັ້ນເສຍແຕ່ວ່າ ພວກເຂົາເຈົ້າຈະ​ຂຸ້ນຂ້ຽວ ແກ້ໄຂວິທີ​ການຄຸ້ມຄອງນໍ້າທີ່ບໍ່ຖືກຕ້ອງ ອັນເປັນສະພາວະທີ່ ອາດສາມາດນໍາໄປສູ່ການຂາດເຂີນນໍ້າສະອາດຢ່າງຮຸນແຮງ ທີ່ສຸດ​ໄດ້​ນັ້ນ. ​ໃນ​ຂະນະ​ດຽວ​ກັນ ກໍ​ມີປະເທດອື່ນໆທີ່ພາກັນດິ້ນ ຮົນ ເພື່ອຄວບຄຸມບັນຫານໍ້າຖ້ວມຢ່າງ​ຂະໜານໃຫຍ່. ວີໂອເອ ມີລາຍງານກ່ຽວກັບເລຶ່ອງນີ້ຈາກຈັງຫວັດຊຽງໃໝ່ ປະເທດໄທ ບ່ອນຈັດກອງປະຊຸມສຸດຍອດລະດັບຂົງເຂດກ່ຽວກັບການຄຸ້ມ ຄອງສະບຽງນໍ້າດື່ມນໍ້າໃຊ້ ແລະຮັບ​ມື​ກັບໄພພິບັດຈາກ​ນໍ້າ.

XS
SM
MD
LG