ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ຈະເລີ້ມການກໍ່ສ້າງ ທາງລົດໄຟ ທີ່ເຊື່ອມຕໍ່ ກັບລາວ ແລະຈີນ ໃນເດືອນຕຸລາ ປີນີ້


ນາຍົກລັດຖະມົນຕີໄທ ປຣະຍຸດ ຈັນໂອຊາ ເດີນທາງໄປຢ້ຽມຢາມລາວ ເມື່ອບໍ່ດົນມານີ້.
ນາຍົກລັດຖະມົນຕີໄທ ປຣະຍຸດ ຈັນໂອຊາ ເດີນທາງໄປຢ້ຽມຢາມລາວ ເມື່ອບໍ່ດົນມານີ້.

ນາຍົກລັດຖະມົນຕີ​ໄທຢືນຢັນ​ວ່າ ຈະ​ເລີ້ມ​ລົງມື​ສ້າງ​ທາງ​ລົດ​ໄຟ
​ເຊື່​ອມຕໍ່​ກັບ​ລາວ ​ແລະ ຈີນ​ໃນ​ເດືອນ​ຕຸລາ 2015 ນີ້ ​ໂດຍ​ທາງ
​ການ​ຈີນ ຈະ​ຮັບຜິ​ດຊອບ ​ໃນ​ການ​ສຶກສາ ​ແລະ​ ອອກແບບ
​ກໍ່ສ້າງ​ໃນ​ທຸກ​ເສັ້ນທາງ.

ພົນ​ເອກ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ຖະ​ແຫລ​ງຢືນຢັນ​ວ່າ ການ​ກໍ່ສ້າງ​ທາ​ງ
ລົດ​ໄຟ​ລາງ​ຄູ່ ລະດັບ​ຄວາມ​ໄວ​ປານ​ກາງໃນ​ໄທ ​ເພື່ອ​ເຊື່ອມ​ຕໍ່​ກັບ​ລາວ ​ແລະ ຈີນ​ນັ້ນ ຈະ​
ແບ່ງ ​ເປັນ 4 ​ໄລຍະ​ດ້ວຍ​ກັນ ຄື ກຸງ​ເທບ (ບາງກອກ) -​ແກ່ງ​ຄອຍ ​ແກ່ງ​ຄອຍ-ມາບ​ຕາ​ພຸດ
​ແກ່ງ​ຄອຍ-ນະຄອນຣາດຊະ​ສີມາ (​ໂຄຣາດ) ​ແລະ ​ໂຄຣາດ-ໜອງ​ຄາຍ ​ໂດຍ​ໄລຍະ​ທີ 1
ກັບ 2 ຈະ​ເລີ້ມ​ລົງມື​ກໍ່ສ້າງ​ໃນ​ເດືອນ​ຕຸລາ ສ່ວນ​ໄລຍະ​ທີ 3 ​ແລະ 4 ກໍ​ຈະ​ເລີ້ມ​ລົງມື​ກໍ່ສ້າງ​
ໃນ​ເດືອນ​ທັນວາ 2015 ນີ້ ດັ່ງ​ທີ່ ພົນ​ເອກ​ປຣະຍຸດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ຈະ​ເລີ້ມ​ທຳການ​ກໍ່ສ້າງ​ໄລຍະ​ທີ 1 ​ແລະ 2 ພາຍໃນ​ເດືອນ​ຕຸລານີ້ ຢືນຢັນໄດ້ ​ແລະ ຈະ​ກໍ່ສ້າງ​ໄລຍະ​ທີ ​3 ​ແລະ 4 ພາຍ​ໃນ​ເດືອນທັນວາ​ນີ້ ​ແຕ່​ຈະ​ບໍ່​ຈົບ​ຢູ່​ໃນປີໜ້າ ຫຼື ປີ​ຕໍ່​ໄປ​ອີກຕື່ມ ກໍ​ເປັນ​ໄປ​ຕາມ​ລະຍະ​ເວລາ ກໍ​ຈະ​ເຮັດ​ໃຫ້​ໄວ​ທີ່​ສຸດ​ ອັນ​ນີ້​ກໍ​ຕ້ອງ​ເຈລະຈາ​ເລື້ອ​ງ​ເງິນ​ກູ້​ຕ່າງໆ ກໍ​ຈະ​ເນັ້ນທັງ​ກູ້​ພາຍ​ໃນປະ​ເທດ ກູ້​ຈາກ​ຈີນ ​ແລ້ວ​ກໍ​ຈາກ​ກອງ​ທຶນ​ອື່ນ​ທີ່​ມີ​ຢູ່.”

​ແຕ່​ສຳ​ຫລັບ​ໃນ​ລະຍະ​ນີ້ ລັດຖະບານ​ໄທ ກໍ​ຈະ​ເປັນ​ຝ່າຍ​ທີ່​ຮັບຜິດຊອບ ​ໃນ​ການຈັດ​ກຽມ
​ແລະ ​ເວນ​ຄືນ​ທີ່​ດິນ​ເພື່ອ​ຮອງ​ຮັບ​ການ​ກໍ່ສ້າງ ສ່ວນ​ນຝ່າຍ​ລັດຖະບານ​ຈີນ ຈະຮັບຜິດຊອບ ​ການ​ສຶກສາ ​ແລະ ​ອອກ​ແບບ​ການ​ກໍ່ສ້າງ ​ໃນ​ທຸກ​ເສັ້ນທາງ ລວມທັງ​ການ​ຊ່ອຍ​ເຫຼືອ ລັດຖະບານ​ໄທ​ເພື່ອ​ການ​ຫາ​ແຫ​ລ່ງ​ເງິນ​ທຶນ​ກູ້​ຢືມ ທີ່​ຈະ​ນຳ​ໃຊ້​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ດັ່ງກ່າວ​ອີກ​ດ້ວຍ ຊຶ່ງ​ຄາດ​ວ່າ ຈະ​ກູ້​ຢືມ​ຈາກ​ທະນາຄານ​ ຂອງລັດຖະບານ​ຈີນ​ນັ້ນ​ເອງ.

ນາຍົກລັດຖະມົນຕີຈີນ ທ່ານຫຼີ ເກີ້ຈຽງ ແລະ ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ.
ນາຍົກລັດຖະມົນຕີຈີນ ທ່ານຫຼີ ເກີ້ຈຽງ ແລະ ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ.

ກ່ອນ​ໜ້າ​ນີ້ ທ່ານ​ສົມ​ສະຫວາດ ​ເລັ່ງ​ສະຫວັດ ຮອງ​ນາຍົກ
ລັດຖະມົນຕີ​ ຜູ້ຊີ້​ນຳ​ຂົງ​ເຂດ​ເສດຖະກິດ ການ​ຜະລິດ ​ແລະ​
ຈະລາຈອນ ​ໄດ້​ໃຫ້ການ​ຄາດໝາຍ​ວ່າ ລັດຖະບານ​ລາວ​ກັບ​ຈີນ
ຈະ​ບັນ​ລຸ​ຂໍ້​ຕົກລົງ​ຮ່ວມ​ມື​ ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ ທີ່​ເຊື່ອມ​ຕໍ່​
ລະຫວ່າງ​ລາວ​ກັບ​ຈີນ ພາຍ​ໃນ​ເດືອນ​ມີ​ຖຸ​ນາ 2015 ນີ້ ​ແລະ ຕໍ່​
ຈາກ​ນັ້ນ ລັດຖະບານ​ລາວ ກໍ​ຈະ​ສະ​ເໜີ​ຂໍ້​ຕົກລົງ​ດັ່ງກ່າວ ​ເພື່ອ​
ຂໍ​ການ​ອະນຸມັດ​ ຈາກ​ສະພາ​ແຫ່​ງຊາດ​ລາວ​ ໃນ​ທັນທີ.

ທ່ານ​ສົມ​ສະຫວາດ ​ໄດ້​ໃຫ້ການ​ຢືນຢັນ​ດ້ວຍ​ວ່າ ຮູບ​ແບບ​ຂອງ
​ການ​ຮ່ວມ​ມື ລະຫວ່າງ​ລັດຖະບານ​ລາວ ກັບ​ຈີນ​ໃນ​ການ​ກໍ່ສ້າງ​
ທາງ​ລົດໄຟ​ດັ່ງກ່າວ​ນີ້ ຈະ​ເປັນ​ການ​ຮ່ວມ​ລົງ​ທຶນ​ດ້ວຍ​ການ​ສ້າງຕັ້ງ ບໍ​ລິສັດ​ຂຶ້ນມາ​ເພື່ອ​ຮັບຜິດຊອບ​ການ​ກໍ່ສ້າງ ​ແລະ​ບໍລິຫານ​ໂຄງການ​ທັງ​ໝົດ ​ໂດຍ​ໃນ​ປັດຈຸບັນ ຄະນະ​ຮັບ
ຜິດຊອບ​ຂອງ​ທັງ​ສອງ​ຝ່າຍ ຍັງ​ສືບ​ຕໍ່​ການ​ເຈລະຈາ​ເພື່ອ​ຕົກລົງ​ກັນ ກ່ຽວ​ກັບ​ແບບ​ກໍ່ສ້າງ
​ແລະ​ກຳນົດ​ສັດສ່ວນ​ຂອງ​ການ​ລົງທຶນ ລວມທັງ​ການ​ຫາ​ແຫ​ລ່ງທຶນ​ກູ້​ຢືມ​ດ້ວຍ ດັ່ງ​ທີ່​ທ່ານ​
ໄດ້​ໃຫ້ການ​ຊີ້​ແຈງວ່າ:

“ເລັ່ງປຶກສາ​ຫາລື​ກັນ​ເຖິງ​ການ​ເຂົ້າຫາ​ແຫ​ລ່ງທຶນ​ກັບ​ການ​ລົງທຶນ​ເບື້ອງ​ຕົ້ນ ຂອງ​ບໍລິສັດ​ຮ່ວມ ລາວ-ຈີນ​ຫັ້ນໜ່າ ​ເຮົາ​ສິ​ຄວນ​ເອົາ​ເທົ່າ​ໃດ ສິ​ເອົາ 30 ​ເປີ​ເຊັນ​ບໍ່ 40 ​ເປີ​ເຊັນ​ບໍ່ ກະ​ຍັງ​ຢູ່​ໃນ​ຂັ້ນປຶກສາ​ກັນ​ເລື້ອງ​ນີ້​ນິ​ແຫລະ.”

ໂດຍ​ຄາດໝາຍ​ວ່າ ລັດຖະບານ​ລາວ​ກັບຈີນ ຈະ​ລົງທຶນ​ຂັ້ນ​ເບື້ອງ​ຕົ້ນ​ໃນ​ມູນ​ຄ່າ 840 ລ້ານ​ ດອນ​ລາ​ຕໍ່ 1,260 ລ້ານ​ດອນ​ລາ ​ແລະ​ຈະ​ກູ້​ຢືມ​ຈາກ​ທະນາຄານ​ການ​ຄ້າ​ຂາອອກ-
ຂາ​ເຂົ້າ ຂອງ​ລັດຖະບານ​ຈີນ ​ໃນ​ມູນ​ຄ່າ​ລວມບໍ່​ເຖິງ 5,000 ລ້ານ​ດອນ​ລາວ.

ກ່ອນ​ໜ້າ​ນີ້ ທ່ານຫຼີ ​ເກີ້​ຈຽງ ນາຍົກລັດຖະມົນຕີຈີນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ເຈ​ລະ​ຈາ​
ຮອບ​ໃໝ່ ຈະ​ມີ​ການ​ກຳນົດ​ຮູບ​ແບບ ການ​ຮ່ວມ​ມື ທີ່​ມີ​ປະສິດທິພາບ ທີ່​ທຸກ​ຝ່າຍ​ໄດ້​ຮັບ​ຜົນ​
ປະ​ໂຫຍ​ດ ​ແລະ ​ສອດ​ຄ້ອງ​ກັບ​ສະພາບ​ຕົວ​ຈິງ ​ໂດຍ​ທາງ​ການ​ຈີນ ​ເຫັນ​ວ່າ​ລົດ​ໄຟ​ຄວາມ​
ໄວ​ສູງ​ອາດ​ບໍ່​ເໝາະ​ສົມ ​ກັບ​ສະພາບ​ພູມິ​ປະ​ເທດ​ໃນ​ລາວ ທີ່ສ່ວນ​ໃຫຍ່ ​ເປັນ​ເຂດ​ພູດ​ອຍ
ຈຶ່ງ​ສະ​ເໜີ​ໃຫ້​ປ່ຽນ​ເປັນ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ​ລະບົບ​ລາງ​ຄູ່ ທີ່​ຂະ​ບວນ​ໂດຍສານ ​ແລະ ​ຂົນ​ສົ່ງ​ສິນຄ້າ​ມີ​ຄວາມ​ໄວ 160 ​ແລະ 120 ກິ​ໂລ​ແມັດຕໍ່​ຊົ່ວໂມງ​ຕາມ​ລຳດັບ.

ທັງ​ນີ້​ທາງ​ການ​ໄທ ກັບ​ຈີນ ​ໄດ້​ລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ວ່າ​ດ້ວຍ​ການ​ຮ່ວມ​ມື​ເພື່ອ​ການກໍ່ສ້າງ ​ທາງ​ລົດ​ໄຟ​ລາງຄູ່ຄວາມ​ໄວ​ປານ​ກາງ ​ເມື່ອ​ທ້າຍປີ 2014 ຢູ່​ບາງກອກ ​ໂດຍ​ມີ​ທ່ານຫຼີ ​ເກີ້ຈຽງ ນາຍົກລັດຖະມົນຕີຈີນ ກັບ​ພົນ​ເອກ​ປຣ​ະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ​ເປັນ​ປະ​ທານ​ຮ່ວມ​ກັນ.

​ໂດຍ​ການ​ລົງ​ນາມ​ດັ່ງກ່າວ ກໍ​ນັບ​ເປັນ​ການ​ຕົກລົງ​ຮ່ວມ​ມື ລະດັບລັດຖະບານ ລະຫວ່າ​ງ​ໄທ​ກັບ​ຈີນ ທີ່​ແນ​ໃສ່​ການ​ພັດທະນາ​ທາງ​ລົດ​ໄຟ ​ເພື່ອ​ເຊື່ອມ​ຕໍ່​ກັນ​ພາຍ​ໃນ​ປີ 2022 ດ້ວຍ​ກາ​ນ​ຮ່ວມລົງທຶນ​ເພື່ອ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ​ລາງ​ຄູ່​ຂະໜາດ​ກວ້າງ 1.435 ​ແມັດ ທີ່​ຈະ​ເຊື່ອມ​ຕໍ່​ກັບ​ລາວ ​ແລະ​ຈີນ ຊຶ່ງ​ມີ 3 ​ເສັ້ນທາງ​ໃນ​ໄທ ກໍ​ຄື​ບາງ​ກອກ-​ໂຄ​ຣາດ-ໜອງ​ຄາຍ ກັບ​ເສັ້ນທາງ​ທ່າ​ເຮືອ​ມາບ​ຕາພຸດ-​ໂຄຣາດ-ໜອງ​ຄາຍ ​ແລະ​ເສັ້ນທາງ ຣະຍອງ-ບາງກອກ-​ໂຄຣາດ-ໜອງ​ຄາຍ ທີ່​ຈະ​ເຊື່ອມ​ຕໍ່​ກັບ​ລາວ ​ແລະ​ຈີນ​ໃຫ້​ໄປ​ເຖິງ​ມາ​ເລ​ເຊຍ ​ແລະ ສິງກະ​ໂປ​ດ້ວຍ​ນັ້ນ​ເອງ.

XS
SM
MD
LG