ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ວາງກຳນົດເປົ້າໝາຍ ເພື່ອໃຫ້ສຳເລັດທາງລົດໄຟຄວາມໄວສູງ ເຊື່ອມຕໍ່ກັບຈີນ ພາຍໃນປີ 2028

 ແຟ້ມພາບ - ບັນດາຜູ້ທີ່ເຂົ້າຮ່ວມ ພາກັນເບິ່ງພາບການວາງສະແດງໃຫ້ເຫັນ ທາງລົດໄຟຄວາມໄວສູງ ອັນເປັນພິທີວາງສີລາລຶກຂອງການຮ່ວມມືະຫວ່າງ ໄທ ກັບຈີນ ຢູ່ທີ່ໂຄງການພັດທະນາລົດໄຟຄວາມໄວສູງ ຈາກບາງກອກ ຫາ ໜອງຄາຍ ໃນນະຄອນຣາຊະສີມາ, ປະເທດໄທ, ວັນທີ 21 ທັນວາ 2017.

ການໃຫ້​ສັນ​ຍາ​ວ່າຂອງໄທ ເມື່ອມໍ່ໆມານີ້ ທີ່ຈະສຳເລັດທາງລົດໄຟຄວາມໄວສູງ ຊຶ່ງຊັກຊ້າແກ່ຍາວມາດົນນານແລ້ວ ໃນການເຊື່ອມໂຍງກັບຈີນ ໂດຍຜ່ານລາວ ພາຍໃນ 6 ປີຂ້າງໜ້າ ເຮັດໃຫ້ເກີດຄວາມສົງໄສຂຶ້ນອີກຄັ້ງນຶ່ງ ກ່ຽວກັບຄວາມໝັ້ນໝາຍຂອງປະເທດ ແລະຕົນຈະຊຳລະໂຄງການຂະໜາດໃຫຍ່ ມູນຄ່າ 12 ຕື້ໂດລາ ໄດ້ຫຼືບໍ່.

ເຈົ້າໜ້າທີ່ຂອງກະຊວງຂົນສົ່ງແລະການຕ່າງປະເທດ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນທີ 6 ກໍລິກົດ ວ່າ ໄທ ຈະສຳເລັດທາງລົດໄຟ 609 ກິໂລແມັດ ຈາກບາງກອກ ໄປຫາຊາຍແດນລາວ ທີ່ໜອງຄາຍ ພາຍໃນປີ 2028, ປັດຈຸບັນນີ້ ພຽງກໍ່ສ້າງໄດ້ 5 ເປີເຊັນເທົ່ານັ້ນ. ໜອງຄາຍ ເປັນພຽງທາງຂ້າມແມ່ນ້ຳຂອງ ຈາກນະຄອນຫຼວງວຽງຈັນຂອງລາວ ບ່ອນທີ່ລົດໄຟຄວາມໄວສູງຈາກລາວ ໄປຫາຊາຍແດນຈີນ ໄດ້ເລີ້ມເປີດບໍລິການ ໃນເດືອນທັນວາ ປີກາຍນີ້.

ໂດຍລົດໄຟ ທີ່ແລ່ນໃນຄວາມໄວສູງສຸດ 250 ກິໂລແມັດຕໍ່ຊົ່ວໂມງ ເສັ້ນທາງໃໝ່ດັ່ງກ່າວ ຈະຕັດເວລາການເດີນທາງລົງ ຈາກບາງກອກ ຫາໜອງຄາຍ ຈາກການໃຊ້ລາງຄູ່ລະດັບມາດຕະຖານ ທີ່ມີຢູ່ແລ້ວ.

ການປະກາດພາຍໃນປີ 2028 ມີຂຶ້ນນຶ່ງວັນຫຼັງຈາກ ລັດຖະມົນຕີການຕ່າງປະ ເທດຂອງຈີນ ທ່ານຫວັງ ຢີ ໄດ້ພົບປະກັບທ່ານປຣະຢຸດ ຈັນໂອຊາ ນາຍົກລັດ ຖະມົນຕີຂອງໄທ ແລະທ່ານດອນ ປຣາມັດວິໄນ ລັດຖະມົນຕີການຕ່າງປະເທດ ໃນບາງກອກ. ຖະແຫລງການຂອງກະຊວງການຕ່າງປະເທດ ກ່ຽວກັບ ການຢ້ຽມຢາມຂອງທ່ານຫວັງ ນັ້ນ ກ່າວວ່າ ການພົບປະລວມມີການເຈລະຈາ ກ່ຽວກັບ “ການພັດທະນາເຊື່ອມຕໍ່ແລວທາງ ໄທ ຫາ ລາວ ຫາ ຈີນ.”

ແຟ້ມພາບ - ແຜນທີ່ສະແດງໃຫ້ເຫັນ ເສັ້ນທາງສາຍໄໝ ເສດຖະກົດ ນຶ່ງແລວທາງຂອງຈີນ ແລະການເດີນເຮືອສາຍໄໝ ສັດຕະວັດທີ, ຫຼື ອັນທີ່ເອີ້ນວ່າ 'ນຶ່ງແລວທາງ ນຶ່ງເສັ້ນທາງ One Belt, One Road' ໂຄງການຂະໜາດໃຫຍ່, ຢູ່ໃນການສົນທະນາດ້ານການເງິນຂອງເອເຊຍ (Asian Financial Forum) ໃນຮົ່ງກົງ ຂອງຈີນ, ວັນທີ 18 ມັງກອນ 2016.

ໂຄງການດັ່ງກ່າວ ເປັນສ່ວນນຶ່ງຂອງແຜນການໄລຍະຍາວຂອງປັກກິ່ງ ເພື່ອເຊື່ອມຕໍ່ ແຂວງຢຸນໜານຂອງຈີນ ກັບທ່າເຮືອທີ່ຄຶກຄື້ນຂອງສິງກະໂປ ດ້ວຍລົດໄຟຄວາມໄວສູງ ໂດຍຕັດຜ່ານລາວ ໄທ ແລະມາເລເຊຍ ທີ່ເປັນສ່ວນສຳຄັນຂອງໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງທີ່ຍິ່ງໃຫຍ່.

ເມື່ອໄທ ໄດ້ເລີ້ມວາງແຜນພາກສ່ວນທາງລົດໄຟຂອງຕົນກັບຈີນ ຕະຫຼອດໄລຍະນຶ່ງທົດສະວັດທີ່ຜ່ານມາ ເປົ້າໝາຍ ກໍແມ່ນວ່າ ໃຫ້ສຳເລັດພາຍໃນປະມານເວລາດຽວກັນ ດັ່ງທີ່ລາວ ໄດ້ສຳເລັດຂອງຕົນເອງ ທີ່ມີຄວາມຍາວ 414 ກິໂລແມັດ ຊຶ່ງເປັນການກ່າວ ຂອງທ່ານຣຸຕ ເບີມີວ (Ruth Banomyong) ອາຈານດ້ານການຄ້າລະຫວ່າງປະເທດ ການຂົນສົ່ງແລະໂລຈິສຕິກ ຢູ່ທີ່ມະຫາວິທະຍາໄລທຳມະສາດຂອງໄທ ທີ່ໄດ້ກ່າວຕໍ່ວີໂອເອ. ແຕ່ດ້ວຍເປົ້າໝາຍດັ່ງກ່າວນັ້ນ ໄດ້ຖືກປ່ອຍປະມາດົນນານແລ້ວ ທ່ານໄດ້ກ່າວວ່າ ເຈົ້າໜ້າທີ່ຄົມມະນາຄົມ ຂັ້ນສູງ ກໍຍັງບໍ່ໄດ້ໝັ້ນໝາຍກ່ຽວກັບເປົ້າໝາຍໃໝ່ ພຽງເດືອນແລ້ວນີ້ ຢູ່ທີ່ການສຳມະນາ ຊຶ່ງທ່ານໄດ້ເຂົ້າຮ່ວມ ໂດຍການປະກາດໃນວັນທີ 6 ກໍລະກົດ ທີ່ວ່າ “ຂ້ອນຂ້າງສັບສົນ.”

ທ່ານຣຸຕ ໄດ້ກ່າວວ່າ ເປົ້າໝາຍໃໝ່ຄິດໄລ່ແລ້ວແມ່ນເປັນໄປໄດ້ ແຕ່ອາດເປັນຖະແຫລງການດ້ານການເມືອງຫຼາຍກວ່າ “ດ້ານເຕັກນິກ”, ຊຶ່ງເປັນການແນມໃສ່ການເລືອກຕັ້ງແຫ່ງຊາດ ທີ່ມີກຳນົດໃນປີໜ້ານີ້ ແລະລັດຖະບານປະສົມທີ່ແຕກແຍກກັນ ກຳລັງເບິ່ງຄືວ່າ ບໍ່ທຸ່ນທ່ຽງຫຼາຍຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG