ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ່າງກົດໝາຍວ່າດ້ວຍ ການແຕ່ງງານ ລະຫວ່າງເພດດຽວກັນ ຂອງປະເທດໄທ ຜ່ານຂຶ້ນໄປສະພາສູງ ເພື່ອການລົງຄະແນນສຽງ


ແຟ້ມພາບ - ຄູ່ຮັກເພດດຽວກັນ ໃສ່ຊຸດແຕ່ງງານ ເປັນສະມາຊິກຂອງຊຸມຊົນຊາວ LGBTQ ເຂົ້າຮ່ວມໃນຂະບວນແຫ່ ທີ່ເອີ້ນວ່າ Pride March ໃນນະຄອນຫຼວງ ບາງກອກ ເມື່ອວັນທີ 5 ມິຖຸນາ 2022.
ແຟ້ມພາບ - ຄູ່ຮັກເພດດຽວກັນ ໃສ່ຊຸດແຕ່ງງານ ເປັນສະມາຊິກຂອງຊຸມຊົນຊາວ LGBTQ ເຂົ້າຮ່ວມໃນຂະບວນແຫ່ ທີ່ເອີ້ນວ່າ Pride March ໃນນະຄອນຫຼວງ ບາງກອກ ເມື່ອວັນທີ 5 ມິຖຸນາ 2022.

ໃນວັນອັງຄານມື້ນີ້ ສະພາສູງຂອງໄທ ຈະອະພິປາຍກ່ຽວກັບຮ່າງກົດໝາຍວ່າ ດ້ວຍການແຕ່ງງານລະຫວ່າງຄົນເພດດຽວກັນໃຫ້ຖືກຕ້ອງຕາມກົດໝາຍ ຂະນະ ທີ່ຣາຊະອານາຈັກແຫ່ງນີ້ ກຳລັງກ້າວເຂົ້າສູ່ການເປັນປະເທດທຳອິດໃນເຂດ ເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ທີ່ຮັບຮູ້ເຖິງຄວາມເທົ່າທຽມກັນໃນການ ແຕ່ງງານ.

ປະເທດໄທ ໄດ້ມີຊື່ສຽງລະດັບນານາຊາດມາຍາວນານໃນກ​ານ​ມີ​ຄວາມ​ຜ່ອນ​ຜັນ ຕໍ່ຊຸມຊົນຊາວ LGBTQ ແຕ່ບັນດານັກເຄື່ອນໄຫວໄດ້ຕໍ່​ສູ້​ດີ້ນ​ຮົນມາເປັນເວລາ ຫຼາຍທົດສະວັດຕໍ່ທັດສະນະຄະຕິ ແລະ ຄຸນ​ຄ່າ​ຫົວອະນຸລັກນິຍົມ.

ສະພາຕ່ຳໄດ້ຮັບຮອງຮ່າງກົດໝາຍດັ່ງກ່າວຢ່າງງ່າຍດາຍ ເມື່ອອາທິດແລ້ວນີ້ ແລະ ບັດນີ້ຮ່າງກົດໝາຍສ​ະ​ບັບນີ້ ໄດ້ຖືກນຳຂຶ້ນໄປສະພາສູງ ທີ່ບັນດາສະມາ ຊິກບໍ່ໄດ້ຖືກເລືອກຕັ້ງ, ເຊິ່ງເຕັມໄປດ້ວຍບັນດາສະມາຊິກຫົວອະນຸລັກນິຍົມ ທີ່ຖືກແຕ່ງຕັ້ງໂດຍລັດຖະບານທະຫານຊຸດກ່ອນ.

ບັນດາສະມາຊິກສະພາຈະປຶກສາຫາລືຮ່າງກົດໝາຍນີ້ ເຊິ່ງປ່ຽນແປງຄຳສັບທີ່ ອ້າງເຖິງ “ຜູ້ຊາຍ” “ແມ່ຍິງ” “ສາມີ” ແລະ “ພັນລະຍາ” ໃນກົດໝາຍການແຕ່ງ ງານໃຫ້ເປັນຄຳທີ່ເປັນກາງທາງເພດ ແລະຈະຈັດການລົງຄະແນນສຽງຄັ້ງທຳອິດ ກ່ອນຈະສົ່ງໄປໃຫ້ຄະນະກຳມະການ ເພື່ອພິຈາລະນາຕໍ່ໄປ.

ສະພາສູງ ບໍ່ສາມາດປະຕິເສດຮ່າງກົດໝາຍນີ້ໄດ້ ແຕ່​ເຂົາ​ເຈົ້າສາມາດສົ່ງມັນ ກັບຄືນໄປໃຫ້ບັນດາສະມາຊິກຂອງສະພາຕ່ຳ ເພື່ອການອະພິປາຍຕື່ມອີກເປັນ ເວລາ 180 ວັນ.

ມັນຈະຖືກສົ່ງກັບຄືນໄປໃຫ້ສະພາສູງລົງຄະແນນສຽງອີກສອງຄັ້ງ ໂດຍຄັ້ງຕໍ່ໄປ ອາດຈະບໍ່ໄວກວ່າເດືອນກໍລະກົດ. ນາງ ພໍລີ ນາຕາຍາ ພາວມີພັນ ຜູ້ທີ່ໄດ້ ຊະນະໃນການແຂ່ງຂັນ Miss Trans Thailand ໃນປີ 2023 ໄດ້ກ່າວວ່າ

ຈົນມາ​ຮອດ​ດຽວນີ້ ນາງບໍ່ເຄີຍຝັນເລີຍວ່າ ຄົນປ່ຽນເພດຈະສາມາດແຕ່ງງານ ຢູ່ໃນປະເທດໄທ ຢ່າງຖືກຕ້ອງຕາມກົດໝາຍໄດ້.

“ຂ້ອຍຄຶດວ່າ ມັນເປັນຍ້ອນບັນດານັກການເມືອງຕ້ອງໄດ້ປັບຕົວຂອງພວກເຂົາ ເຈົ້າໃຫ້​ເຂົາ​ເຈົ້າ​ກັບໂລກທີ່ກຳລັງປ່ຽນແປງ” ນາງໄດ້ກ່າວຕໍ່ອົງການຂ່າວ ເອແອັຟພີ ແລະກ່າວຕື່ມວ່ານາງ ແລະ ແຟນຊາຍຂອງນາງທີ່​ໄດ້​ຄົບ​ກັນ​ມາໄດ້ສາມປີແລ້ວໄດ້​ມີແຜນ​ຈະ​ແຕ່າງ​ງານ​ກັນ ຖ້າວ່າກົດໄດ້ຖືກຮັບຜ່ານ.

The Thai Senate will debate a bill Tuesday to legalize same-sex marriage, as the kingdom moves towards becoming the first Southeast Asian country to recognize marriage equality.

Thailand has long enjoyed an international reputation for tolerance of the LGBTQ community, but activists have struggled for decades against conservative attitudes and values.

The lower house easily approved the law last week and the legislation now moves to the country's unelected Senate, which is stacked with conservative appointees named by the last junta.

Senators will discuss the bill, which changes references to "men," "women," "husbands" and "wives" in the marriage law to gender-neutral terms and will hold a first vote before passing it to a committee for further consideration.

The Senate cannot reject the legislation, but it can send it back to the House of Representatives for further debate for 180 days.

It will come back for two more Senate votes, with the next probably no earlier than July.

Paulie Nataya Paomephan, who won Miss Trans Thailand in 2023, said until recently she had never dreamed that transgender people would be able to legally marry in Thailand.

"I think it is because politicians have to adapt themselves to the changing world," she told AFP, adding that she and her boyfriend of three years planned to marry if the law passed.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG