ອົງມົງກຸດລາຊະກຸມານແຫ່ງປະເທດໄທ ໄດ້ປະກົດກາຍຕໍ່ສາທາລະນະ ເຊິ່ງເປັນເຫດການທີ່ຫາເຫັນໄດ້ຍາກ ໃນງານເພື່ອເປັນກຽດໃຫ້ແກ່ພະລາຊິນີ ທີ່ເປັນມານດາຂອງພະອົງ. ນັກຂ່າວ ວີໂອເອ ປະຈຳ ບາງກອກ Steve Herman ມີລາຍງານນີ້ ເຊິ່ງເກີດຂຶ້ນ ໃນເວລາ ທີ່ມີ ຄວາມກັງວົນ ກ່ຽວກັບ ການສືບທອດບັນລັງໃນ ລາຊະອານາຈັກໄທ ເຊິ່ງ ພຸດທະສອນ ມີລາຍລະອຽດມານຳ ສະເໜີ ທ່ານ.
ປະເທດ ໄທ ບໍ່ເຄີຍຄິດຮຽນແບບ ລະບອບລາຊາທິປະໄຕປັ່ນລົດຖີບແຫ່ງ Scandinavia.
ແຕ່ວ່າ ອົງມົງກຸດລາຊະກຸມານແຫ່ງປະເທດ ໄທ ໃນວັນອາທິດທີ່ຜ່ານມານີ້ ໄດ້ຈັດກິດຈະກຳດັ່ງກ່າວ ແລະ ໄດ້ນຳພານັກປັ່ນລົດຖີບຫຼາຍສິບພັນຄົນ ໃນການປັ່ນລົດຖີບ 43 ກິໂລແມັດ, ທີ່ຮູ້ກັນວ່າ “ປັ່ນລົດຖີບເພື່ອມານດາ” ເພື່ອເປັນກຽດໃຫ້ແກ່ພະມານດາຂອງພະອົງ, ພະລາຊິນີ ສິຣິກິດ.
ອົງມົງກຸດ ແມ່ນເປັນໂອລົດ ພຽງຄົນດຽວຂອງ ພະເຈົ້າພູມິພົນ ແລະ ຜູ້ທຳອິດໃນແຖວທີ່ຈະສືບທອດບັນລັງແທນບິດາ ທີ່ເຄົາລົບນັບຖືຢ່າງສູງ ແລະ ກໍເປັນກະສັດທີ່ຄອງລາດຊະບັນລັງ ດົນທີ່ສຸດໃນໂລກ.
ທ້າວ ອະພິຊາດ ພໍ່ຄ້າແຄມທາງ ກ່າວວ່າ “ຂ້ອຍຢາກຂໍອວຍພອນໃຫ້ພະລາຊິນີ ແລະ ອົງມົງກຸດຈົ່ງຊົງພະຈະເລີນ, ຕະຫລອດທັງວົງສານຸວົງທຸກພະອົງ. ໂດຍສະເພາະ ແມ່ນ ກະສັດພູມີພົນ ທີ່ໄດ້ຊົງກະທຳສິ່ງທີ່ດີຫຼາຍຢ່າງ ເພື່ອພວກເຮົາໝົດທຸກຄົນ ແລະ ປະເທດຊາດ, ດັ່ງນັ້ນຂ້ອຍຈິ່ງຮູ້ສຶກເຖິງບຸນຄຸນຢ່າງຍິ່ງ ແລະ ຂ້ອຍກໍນັບເຊື້ອພະວົງ ທຸກພະອົງ.”
ບາງຄົນເຫັນງານລະດັບສູງ ຄັ້ງນີ້ວ່າ ເປັນຄວາມພະຍາຍາມທີ່ສະແດງໃຫ້ເຫັນດ້ານທີ່ມີ ການຜ່ອນຄາຍຂອງອົງມົງກຸດ ມະຫາ ວະຈິຣາລົງກອນ ໃນຂະນະທີ່ລະບອບລາຊະວົງ ຂອງໄທ ຫຍັບໃກ້ເຂົ້າມາເຖິງທາງແຍກ.
ທັງກະສັດ ພູມິພົນ ອະດຸນຍະເດດ ແລະ ພະລາຊີນີ ຕ່າງກໍມີພະຊົນມາຍຸ 87 ປີ ແມ່ນມີສຸຂະພາບທີີ່ຊຸດໂຊມລົງ ແລະ ບໍ່ໄດ້ປະກົດຕົວຕໍ່ທີ່ສາທາລະນະມາເປັນເວລາຫຼາຍປີແລ້ວ.
ອົງມົງກຸດ, ເຊິ່ງເປັນບຸກຄົນທີ່ຫ່າງເຫີນ, ບໍ່ໄດ້ບັນລຸລະດັບສະເຫຼີມພະກຽດ ທີ່ໜ້າຊື່ນຊົມ ຕໍ່ຜູ້ໃຫ້ກຳເນີດຂອງພະອົງ.
ຜູ້ທີ່ຖືກພົບເຫັນເປັນປະຈຳຫຼາຍກວ່າ ແມ່ນພະກະນິຖາຂອງພະອົງ, ເຈົ້າຍິງ ສິລິນທອນ, ເຊິ່ງ ມີຊື່ສຽງສຳລັບວຽກງານການກຸສົນຂອງພະອົງ.
ການສົນທະນາກ່ຽວກັບການສືບທອດບັນລັງ ແມ່ນສິ່ງຕ້ອງຫ້າມ ແລະ ຫາກໄດ້ຮັບຮູ້ເຖິງຄວາມຄິດເຫັນໃດໆທີ່ເປັນການໝິ່ນປະໝາດຕໍ່ກະສັດ ກໍຈະເປັນການກະທຳຜິດທາງອາຍາທີ່ຮ້າຍແຮງ.
ຫ້ອງການສິດທິມະນຸດ ສະຫະປະຊາຊາດ ຢາກໃຫ້ ໄທ ແກ້ໄຂກົດ ໝາຍໝິ່ນປະໝາດກະສັດ ຂອງພວກເຂົາ, ຊຶ່ງໄດ້ມີການນຳໃຊ້ຫຼາຍຂຶ້ນ ຫຼັງຈາກການກໍ່ລັດຖະປະຫານຂອງ ທະຫານ ໃນປີກາຍນີ້.
ທ່ານ Ravina Shamdasani ຂ້າຫຼວງໃຫຍ່ ສິດທິມະນຸດ ສະຫະປະຊາຊາດ ໄດ້ກ່າວວ່າ “ພວກເຮົາເປັນຫ່ວງໃນການປັບໂທດຈຳຄຸກທີ່ຮ້າຍແຮງຕໍ່ກໍລະນີດັ່ງກ່າວໂດຍສານທະຫານ, ເຊິ່ງພວກເຂົາເອງກໍຍັງບໍ່ສາມາດ ທີ່ຈະບັນລຸມາດຕະຖານສິດທິມະນຸດສາກົນ, ລວມທັງສິດທິໃນການພິຈາລະນາຄະດີຢ່າງຍຸດຕິທຳ.”
ປະຊາຊົນໄທ ຫຼາຍພັນຄົນ, ຢ່າງໜ້ອຍໃນວັນອາທິດພຽງມື້ດຽວ, ທຸກໆທີ່ມີຄວາມເປັນຫ່ວງດັ່ງກ່າວນັ້ນ ແມ່ນຕ້ອງໄດ້ພັກໄວ້ກ່ອນ ໃນຂະນະທີ່ພວກເຂົາຕິດຕາມ ທາຍາດຜູ້ສືບທອດບັນລັງຂອງພວກເຂົາໄປຕາມຫົນ ທາງ.
ຄວາມຫວັງຂອງພວກເຂົາກໍແມ່ນວ່າ ອະນາຄົດຂອງສະຖາບັນກະສັດ ຈະໄດ້ຮັບຄວາມສຳລານໃຈເທົ່າກັບການຖີບລົດທີ່ນິ້ມນວນນີ້ເຊັ່ນກັນ.