ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທເປີດຊາຍແດນຄືນ​ ເພື່ອຮັບນັກທ່ອງທ່ຽວ ແຕ່ກໍຍັງຄົງໄດ້ລະມັດລະວັງຢູ່


ຮູບພາບ-ບາງກອກ ຂຶ້ນຊື່ໃນເລື້ອງອາຫານການກິນຢູ່ແຄມທາງ ແລະຍິ່ງນັກທ່ອງທ່ຽວຕ່າງປະເທດມາຫລາຍເທົ່າໃດ ນັ້ນກໍໝາຍຄວາມວ່າມີທຸລະກິດຫລາຍຂຶ້ນ ເຊິ່ງມີຜົນດີຕໍ່ລະບົບເສດຖະກິດ, ບາງກອກ, ປະເທດໄທ, ວັນທີ 12 ກັນຍາ, ປີ 2021. (Tommy Walker/VOA)
ຮູບພາບ-ບາງກອກ ຂຶ້ນຊື່ໃນເລື້ອງອາຫານການກິນຢູ່ແຄມທາງ ແລະຍິ່ງນັກທ່ອງທ່ຽວຕ່າງປະເທດມາຫລາຍເທົ່າໃດ ນັ້ນກໍໝາຍຄວາມວ່າມີທຸລະກິດຫລາຍຂຶ້ນ ເຊິ່ງມີຜົນດີຕໍ່ລະບົບເສດຖະກິດ, ບາງກອກ, ປະເທດໄທ, ວັນທີ 12 ກັນຍາ, ປີ 2021. (Tommy Walker/VOA)

ປະເທດໄທເປີດຊາຍແດນຄືນແລ້ວ​ໃນອາທິດນີ້ ເພື່ອໃຫ້ຜູ້ເດີນ​ທາງທີ່ໄດ້ຮັບການ ສັກຢາວັກຊີນແລ້ວເຂົ້າ​ປະ​ເທດເປັນເທື່ອທໍາອິດໃນຮອບ 18 ເດືອນຜ່ານ​ມາ, ເນື່ອງຈາກປະເທດດັ່ງກ່າວ ພະຍາຍາມກະຕຸ້ນສົ່ງເສີມເສດຖະກິດທີ່ຍັງຄົງອ່ອນແອຢູ່ ຍ້ອນການລະບາດຂອງ​ພະ​ຍາດຄັ້ງໃຫຍ່ນັ້ນ.

ນັກທ່ອງທ່ຽວຈາກຫຼາຍກວ່າ 60 ປະເທດ ເຊິ່ງໄດ້ຮັບການພິຈາລະນາວ່າ “ມີຄວາມສ່ຽງຕໍ່າ” ແມ່ນໄດ້ຮັບອະນຸຍາດໃຫ້ໄປຢ້ຽມຢາມປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນໄດ້ ໂດຍບໍ່ມີການກັກໂຕ.

ທ່ານພິພັທ ຣັຕຊະກິດປຣາການ ລັດຖະມົນຕີກະຊວງທ່ອງທ່ຽວ ແລະກິລາ ກ່າວວ່າ ປະເທດໄທໄດ້ກຽມພ້ອມເພື່ອກັບມາເປີດປະເທດອີກຄັ້ງນຶ່ງ ໃຫ້ນັກທ່ອງທ່ຽວເຂົ້າ​ໄປ ໂດຍການເປີດຊ່ອງທາງການທ່ອງທ່ຽວເຊັ່ນວ່າ ໂຄງ​ການ ພູເກັດແຊນບັອກສ (Phuket Sandbox). ທ່ານກ່າວວ່າ ການເປີດຊາຍແດນ ແມ່ນຄໍ້າປະກັນວ່າປະເທດໄທຍັງຄົງຢູ່ໃນ “ວົງການແຂ່ງຂັນ” ຢູ່ ເພື່ອດຶງດູດນັກທ່ອງທ່ຽວ, ແລະກ່າວ​ອີກວ່າ ຂໍ້ກໍາໜົດໃຫ້ກັກໂຕ ຈະເປັນການຂັດຂວາງ ທີ່ເຮັດໃຫ້ນັກທ່ອງທ່ຽວໜີໄປບ່ອນອື່ນ.

ປະເທດໄທ ແມ່ນ​ເພິ່ງ​ພາອາໄສດ້ານການທ່ອງທ່ຽວຢ່າງ​ຫລວງຫຼາຍ, ເຊິ່ງກ່ອນ ເກີດການລະບາດໜັກຂອງພະຍາດໂຄວິດ-19 ນັ້ນ ແມ່ນກວາມ​ເອົາປະມານ 1 ສ່ວນ 5 ຂອງ​ລວມຍອດ​ຜະ​ລິດ​ຕະ​ພັນພາຍໃນ ຫລື GDP ຂອງປະເທດ, ແລະກວາມ​ເອົາ 20 ເປີເຊັນຂອງການ​ສ​ະ​ໜອງວຽກເຮັດງານທໍາທັງ​ໝົດໃຫ້ແກ່​ຄົນ, ອີງຕາມການລາຍງານຂອງກອງທຶນສາ​ກົນ ຫລື IMF.

ແຕ່ບັນດາຜູ້ຊ່ຽວຊານ ແລະເຈົ້າຂອງທຸລະກິດທັງຫຼາຍຍັງຄົງຕ້ອງໄດ້ລະມັດລະວັງໃນການເປີດປະ​ເທດ​ຄືນ​ອີກ​ໃນຄັ້ງນີ້.

ທ່ານປຣະວິດ ໂຣຈະນະພຣຶກ, ນັກຂ່າວຜູ້ທີ່ເຮັດວຽກໃຫ້ກັບໜັງ​ສື​ພິມຂ່າວສົດ ພາສາອັງກິດ ຊຶ່ງ​ເປັນ​ຂ່າວ​ທາງເວັບໄຊທ໌ຕັ້ງຢູ່ໃນບາງກອກກ່າວວ່າ ການເປີດ ປະເທດຄືນອີກສາມາດກໍ່ໃຫ້ເກີດຄວາມລົ້ມແຫຼວຕໍ່ຄວາມກ້າວໜ້າໃນການຕໍ່ສູ້ກັບໂຣກລະບາດຄັ້ງໃຫຍ່ຂອງປະເທດໄທ.

ນອກຈາກນີ້, ການເປີດປະເທດຄືນຂອງໄທ ຍັງເກີດຂຶ້ນໃນ​ຂະ​ນະ​ທີ່ການປະທ້ວງຕໍ່ຕ້ານລັດຖະບານຍັງດໍາເນີນໄປຢູ່ໃນບາງກອກ. ພວກປະທ້ວງຮຽກຮ້ອງໃຫ້ມີການປະຕິຮູບໂດຍເປົ້າໝາຍແນ​ໃສ່ບົດບາດຂອງສະຖາບັນຂອງກະສັດ ແລະການຕ້ອງຕິລັດຖະບານໃນການບໍລິຫານຈັດການກັບໂຣກລະບາດຄັ້ງໃຫຍ່. ຫຼາຍໆຄົນໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີຂອງໄທ ທ່ານປຣະຍຸດ ຈັນໂອຊາ ລາອອກ. ແຕ່ທ່ານໄດ້ປະຕິເສດທີ່ຈະເຮັດເຊັ່ນນັ້ນ.

ຜູ້ຊ່ຽວຊານທາງດ້ານການແພດກ່າວວ່າ ໃນເມື່ອ​ກ່ອນ ໄທດໍາເນີນການໄດ້ດີໃນການຕ້ານການລະບາດຂອງພະຍາດໂຄວິດ-19, ແຕ່ຈໍານວນຜູ້ຕິດເຊື້ອທີ່ເພີ້ມຂຶ້ນໃນເດືອນເມສາທີ່ຜ່ານມໄດ້ເຮັດໃຫ້ເຈົ້າໜ້າທີ່ຕ້ອງຕົກໃຈ, ເຊິ່ງໄດ້ກະຕຸ້ນໃຫ້ທາງການຕ້ອງຕັ້ງຂໍ້ຈໍາກັດຫຼາຍດ້ານ, ປິດເມືອງ ແລະຫ້າມ​ຄົນອອກ​ຈາກ​ບ້ານ​ເຮືອນ​ເກີນ​ເວ​ລາ​ກຳ​ໜົດ​ ໃຫ້ເປັນເວລາຕັ້ງຫຼາຍເດືອນ. ໃນຊ່ວງໄລຍະຂອງການລະບາດຄັ້ງທີ 3, ປະເທດໄທພົບຜູ້ຕິດເຊື້ອຫຼາຍກວ່າ 20,000 ຄົນຕໍ່ມື້.

ບັນດານັກທ່ອງທ່ຽວຕ້ອງໄດ້ທໍາການກວດຫາໂຄວິດ-19 ເມື່ອເວລາມາເຖິງ ແລະລໍຖ້າຜົນກວດໃນໂຮງແຮມທີ່ຈອງໄວ້ລ່ວງໜ້ານັ້ນ. ເຈົ້າໜ້າທີ່ກ່າວວ່າ ຖ້າຜົນກວດອອກມາເປັນລົບ, ພວກເຂົາເຈົ້າສາມາດເດີນທາງໄປສະຖານທີ່ຕ່າງໆຢ່າງເປັນອິດສະຫຼະໃນທົ່ວປະເທດໄດ້. ສໍາລັບນັກທ່ອງທ່ຽວທີ່ບໍ່ໄດ້ຮັບການສັກຢາວັກຊີນ ແມ່ນຍັງຄົງຕ້ອງຖືກກັກບໍລິເວນເປັນເວລາ 7 ມື້ໃນໂຮງແຮມທີ່ໄດ້ຮັບການອະນຸມັດແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG