ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີໄທ ຊອກຫາຈຸດຢືນຮ່ວມ ກັບປະທານາທິບໍດີທຣໍາ


ປະທານາທິບໍດີ ດໍໂນລ ທຣໍາ ກ່າວລະຫວ່າງການພົບປະ ກັບນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ທີ່ທຳນຽບຂາວ ນະຄອນຫລວງ ວໍຊິງຕັນ ເມື່ອທີ 2 ຕຸລາ 2017.
ປະທານາທິບໍດີ ດໍໂນລ ທຣໍາ ກ່າວລະຫວ່າງການພົບປະ ກັບນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ທີ່ທຳນຽບຂາວ ນະຄອນຫລວງ ວໍຊິງຕັນ ເມື່ອທີ 2 ຕຸລາ 2017.

ນາຍົກລັດຖະມົນຕີ​ໄທ ທ່ານ​ປຣະຍຸດ ຈັນ​ໂອຊາ ​ໄດ້​ພົບ​ປະ​ກັບປະທານ​າທິບໍດີ ດໍ​ໂນ​ລ
ທຣໍາ ໃນອາທິດ​ນິ້ ​ໃນ​ຂະນະ​ທີ່​ປະ​ເທດ​ທັງ​ສອງ​ ຊອກ​ຫາຊ່ອງທາງຟື້ນຟູຄວາມ​ສຳພັນ​ ທີ່ໄດ້ຊຸດໂຊມລົງ ນັບ​ແຕ່​ອະດີດ​ນາຍ​ພົນທ່ານນີ້ໄດ້​ຂັບ​ໄລ່​ລັດຖະບານ​ທີ່​ຖືກ​ເລືອກ​ຕັ້ງ
ແບບ​ປະຊາທິປະ​ໄຕ ໃນ​ການ​ເຮັດ​ລັດຖະປະຫານທະຫານ ​ໃນ​ປີ 2014.

ທ່ານ​ປຣະຍຸດ ອະດີດ​ຜູ້​ບັນຊາ​ການ​ ກອງທັບ​ລາດ​ຊະ​ອານາຈັກ​ໄທກ່າວ​ຕໍ່ວີ​ໂອເອພະ
​ແນ​ກພາສາ​ໄທ ລະຫວ່າງ​ການໃຫ້​ສຳພາດ​ພິ​ເສດ​ວ່າ “ໃນໄລຍະສາມ​ປີ​ທີ່​ຜ່ານ​ມານີ້ ​
ໄດ້​ມີ​ການເຄື່ອນໄຫວໃນທາງ​ບວກ​ ​ເພາະສະຫະລັດ ໄດ້ມອງ​ເຫັນ​ວ່າ ພວກ​ເຮົາໄດ້​ເຮັດຫຍັງແດ່. ​ເຂົາເຈົ້າໄດ້ມອງເຫັນເຖິງແມ່ນ​ພວກ​ເຮົາ​ໄດ້​ເຂົ້າ​ມາ​ກຳ​ອຳນາດ​ຢ່າງ​ໃດ.”

ທ່ານ​ປຣະຍຸດ ​ໄດ້​ພົບ​ປະ​ກັບທ່ານ​ທຣໍາ​ເປັນ​ເທື່ອ​ທຳ​ອິດ ບໍ່ເທົ່າໃດມື້ຫລັງ​ຈາກ​ສານ​ໄທ
​ ໄດ້​ຕັດສິນ​ລັບຫລັງ ນາຍົກລັດຖະມົນ​ຕີ ທີ່​ທ່ານ​ໄດ້ໂຄ່ນລົ້ມ ລົງຈາກ​ຕຳ​ແໜ່​ງ ທ່ານ​
ນາງ​ຍິ່ງລັກ ຊິນນະ​ວັດ ໃຫ້​ຕິດ​ຄຸກ​ຫ້າ​ປີ ​ໃນ​ຄວາມ​ຜິດຖານ​ປະລະໜ້າທີ່ທີ່​ພົວພັນ​ກັບ
ໂຄງການຊື້ເຂົ້າ​ລາຄາ​ແພງ ທີ່ປະສົບກັບຄວາມ​ລົ້ມແຫລວເພື່ອຊ່ວຍ​ພວກຊາວນາ.

ອະດີດນາຍົກລັດຖະມົນຕີໄທ ທີ່ຖືກໄລ່ອອກຈາກຕຳແໜ່ງ ທ່ານນາງຍິ່ງລັກ ຊິນນະວັດ ກຳລັງທັກທາຍກັບບັນດາຜູ້ສະໜັບສະໜູນ.
ອະດີດນາຍົກລັດຖະມົນຕີໄທ ທີ່ຖືກໄລ່ອອກຈາກຕຳແໜ່ງ ທ່ານນາງຍິ່ງລັກ ຊິນນະວັດ ກຳລັງທັກທາຍກັບບັນດາຜູ້ສະໜັບສະໜູນ.

​ບັນດາ​ກຸ່ມປົກປ້ອງ​ສິດທິມະນຸດ ​ແລະ​ສະຫະລັດ​ ໄດ້ຕ້ອງ​ຕິ​ການ​ແຊກ​ແຊງ​ຂອງ​ພວກ
ທະຫານ​ໄທ ໂດຍກ່າວວ່າ ເຮັດໃຫ້ສະພາບການ ດ້ານ​ສິດ​ທິມະນຸດຊຸດໂຊມ ແລະ​ສະ
​ຖາ​ບັນ​ປະຊາທິປະ​ໄຕ ເຊັນ​ວ່າ​ເສລີພາບດ້ານ​ຂ່າວ​ສານດັ່ງ​ທີ່ໄດ້ສະແດງໃຫ້​ເຫັນ​ໂດຍ
ການ​ມິດ​ງຽບ​ຂອງ​ນັກ​ຂ່າວ​ທີ່​ມີ​ຊື່​ສຽງທ່ານ Pravit Rojanaphruk.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson,ຊ້າຍ, ຈັບມືກັບ ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ຢູ່ຫ້ອງການລັດຖະບານ ທີ່ບາງກອກ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson,ຊ້າຍ, ຈັບມືກັບ ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ຢູ່ຫ້ອງການລັດຖະບານ ທີ່ບາງກອກ.

ທ່ານ​ປຣະຍຸດ​ໄດ້​ໂຕ້​ຖຽງ​ວ່າ ການ​ປະຕິບັດ​ດັ່ງກ່າວແມ່ນ​ຈຳ​ເປັນ​ເພື່ອ​ຮັກສາໄວ້ ຊຶ່ງ
ຄວາມ​ທຸ່ນ​ທ່ຽງຂອງ​ປະ​ເທດ.

ການ​ເຮັດລັດຖະປະຫານ​ໄດ້​ມີ​ຂຶ້ນ​ຫລັງ​ຈາກ​ປະຊາຊົນ​ບໍ່ພໍ​ໃຈ​ ກ່ຽວ​ກັບຂ່າວນອງນັນ
ຂອງລັດຖະບານທ່ານນາງຍິ່ງລັກ ຊຶ່ງການປະທ້ວງ ໄດ້ກ້າວ​ເຂົ້າ​ສູ່​ເດືອນ​ທີ່​ຫົກຢູ່​ຕາມ
​ຖະໜົນ​ຫົນທາງ. ການ​ເມືອງ​ໄທ​ໄດ້​ຄອບ​ງໍາ​ມາ​ເປັນ​ເວລາ​ກວ່າ​ທົດ​ສະ​ວັດ ​ໂດຍ​ການ
ຕໍ່ສູ້ທາງການເມືອງ ​ລະຫວ່າງພວກຜູ້ນຳຊົນຊັ້ນ​ສູງຂອງ​ປະ​ເທດ​ໄທ ຮວມທັງ​ທະຫານ ​ແລະພວກ​ທີ່​ຮັ່ງ​ມີ​ໃນ​ບາງກອກ ​ແລະ​ຄອບ​ຄົວ​ຂອງ​ຊິນນະ​ວັດ ທີ່​ຮວມທັງອ້າຍ​ຂອງ
ທ່ານນາງຍິ່ງລັກ ອະດີີດ​ນາຍົກລັດຖະມັນ​ຕີ ທັກສິນ ຊິນນະ​ວັດ.

ທ່ານ​ປຣະຍຸດ​ເປັນ​ນາຍົກ​ຄົນ​ທຳ​ອິດ​ຂອງ​ປະ​ເທດ​ໄທ ທີ່​ມາ​ຢ້ຽມຢາມ​ທຳນຽບຂາວ​ໃນ
ຮອບ 12 ປີ ​ແລະ​ທ່ານ​ທຣໍາ ​ໄດ້ເຊື້ອ​ເຊີນ​ທ່ານ​ປຣະຍຸດ​ໃນ​ທ້າຍ​ເດືອນ​ເມສາ​ທີ່​ຜ່ານ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG