ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສ​ຫລ ກຳ​ລັງ​ສອດ​ດ້າຍ​ ເສັ້ນແລບໆ ເຂົ້າ​ໄປ​ຫວ່າງ​ກາງ ຂອງຜົນ​ປະ​ໂຫຍດ​ທາງ​ທະ​ຫານ​ກັບ ການ​ສົ່ງ​ເສີມ​ປະ​ຊາ​ທິ​ປະ​ໄຕ ໃນ​ໄທ


ທ່ານ ທະ​ນັດ ອະ​ພິ​ຈອນ​ພົງ​ສາ​ຄອນ, ຫົວ​ໜ້າ​ພັກ​ອະ​ນາ​ຄົດ​ໃໝ່ ໂບກ​ມື​ໃສ່​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ເມື່ອ​ທ່ານ​ໄປ​ເຖິງ​ສານ​ໃນ​ນະ​ຄອນ​ບາງກອກ, ວັນ​ທີ 6 ເມ​ສາ, 2019
ທ່ານ ທະ​ນັດ ອະ​ພິ​ຈອນ​ພົງ​ສາ​ຄອນ, ຫົວ​ໜ້າ​ພັກ​ອະ​ນາ​ຄົດ​ໃໝ່ ໂບກ​ມື​ໃສ່​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ເມື່ອ​ທ່ານ​ໄປ​ເຖິງ​ສານ​ໃນ​ນະ​ຄອນ​ບາງກອກ, ວັນ​ທີ 6 ເມ​ສາ, 2019

ທ່ານ ທະ​ນັດ ອະ​ພິ​ຈອນ​ພົງ​ສາ​ຄອນ, ນັກ​ທຸ​ລະ​ກິດອາ​ຍຸ 34 ປີ ເກືອບ​ຈະລົ້ມ​ເລີກໃຈ​ໄປ​ແລ້ວ ​ໃນ​ເລື້ອງ​ການ​ເມືອງ​ຂອງ​ໄທ. ແຕ່​ພາຍ​ຫລັງທີ່​ທ່ານ​ເຫັນ​ວ່າ ບັນ​ດາ​ນັກ​ການ​ເມືອງ​ໜຸ່ມ​ໄດ້​ຕັ້ງ​ພັກ​ໃໝ່​ຂຶ້ນ, ທ່ານ​ກໍ​ໄດ້ໄປ​ລົງ​ສະ​ໝັກ​ເລືອກ​ຕັ້ງ ​ໃນ​ປີ​ກາຍນີ້ ໂດຍ​ມີ​ທັດ​ສະ​ນະ​ຄະ​ຕິ​ໃໝ່ທີ່ບໍ່​ພຽງແຕ່​ລົງ​ຄະ​ແນນ​ສຽງ​ວ່າ “ບໍ່” ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ​ໄດ້​ເຮັດ ​ໃນການ​ເລືອກ​ຕັ້ງ ສອງ​ຄັ້ງ​ຜ່ານ​ມາ​ນັບ​ແຕ່​ປີ 2011 ເປັນ​ຕົ້ນ​ມາ.

ທ່ານ ທະ​ນັດ ໄດ້​ອອກ​ຈາກ​ບ່ອນ​ປ່ອນ​ບັດ​ໄປ​ໃນ​ວັນ​ທີ 24 ມີ​ນາປີ 2019 ​ດ້ວຍ​ຄວາມ​ຮູ້​ສຶກ​ມີ​ຫວັງຫລາຍ​ສຳ​ລັບ​ພັກ​ອະນາຄົດ​ໃໝ່. ໂດຍ​ຕັ້ງ​ຂຶ້ນ​ມາ​ໄດ້ບໍ່​ຮອດ 1 ປີ ຊ້ຳ ພັກ​ທີ່​ທ່ານ​ໃຫ້​ການສະ​ໜັບ​ສະ​ໜຸນນັ້ນກໍໄດ້​ຖືກ​ສານ​ຕັດ​ສິນ​ວ່າການ​ປະ​ຕິ​ບັດ​ການ​ດ້ານ​ການ​ເງິນ​ຂອງ​ພັກ​ດັ່ງ​ກ່າວຜິດ, ຊຶ່ງ​ເປັນ​ການ​ຕັດ​ສິນຂັດ​ຕໍ່​ຄວາມ​ຄິດ​ເຫັນ​ໃນ​ເມື່ອ​ກ່ອນ ຂອງ​ທ່ານທະ​ນັດ​ໃນ​ເລື້ອງ​ການ​ເມືອງ.

ທ່ານ​ກ່າວ​ວ່າ “ບໍ່​ວ່າ​ໃຜ​ກໍ​ຕາມ​ທີ່​ຈະ​ເປັນ​ລັດ​ຖະ​ບານ​ໃໝ່, ກໍ​ຈະ​ມີ​ຄົນ​ປະ​ເພດ​ດຽວ​ກັນ ຫລື​ອົງ​ການ​ດຽວ​ກັນ. ຈະ​ບໍ່​ມີ​ຫຍັງ​ປ່​ຽນ​ແປງ​ໄດ້.”

ການ​ສິ້ນ​ສຸດ​ລົງ​ຂອງ​ພັກ​ອະນາຄົດ​ໃໝ່ ຊຶ່​ງ​ເປັນ​ພັກ​ຝ່າຍ​ຄ້ານ​ໃຫຍ່​ອັນ​ດັບ​ສອງ​ຂອງ​ປະ​ເທດ ໄດ້​ຍົກ​ເອົາ​ສິ່ງ​ທ້າ​ທາຍ​ຢູ່​ໃນ​ສະ​ພາ​ອອກ​ໄປ​ສຳ​ລັບ ລັດ​ຖະ​ບານ ​ທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກ​ທະ​ຫານ ແລະກອງ​ກຳ​ລັງ​ທະ​ຫານ ແລະໄດ້​ສົ່ງ​ຜົນ​ກະ​ທົບ ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ໄທ. ມັນ​ເປັນ​ການ​ທົດ​ສອບ​ຄວາມ​ສາ​ມາດ​ຂອງ​ສະ​ຫະ​ລັດ ​ທີ່​ຈະ​ສອດ​ດ້າຍ​ເສັ້ນແລບໆເຂົ້າ​ໄປໃນ​ຫວ່າງ​ກາງ ​ຂອງ​ການ​ເພີ້ມ​ຄວາມ​ແຂງ​ແກ່ນ​ໃຫ້​ແກ່ສາຍ​ພົວ​ພັນ​ທາງ​ທະ​ຫານ​ກັບ​ພັນ​ທະ​ມິດ​ເກົ່າ​ຢູ່​ໃນ​ເຂດ​ເອ​ເຊຍ​ຂຶ້ນ ກັບການ​ຫາ​ທາງ​ສະ​ໜັບສະ​ໜຸນ​ແກ່​ປະ​ຊາ​ທິ​ປະ​ໄຕ​ຢູ່​ໃນ​ຂົງ​ເຂດ​ທີ່​ມີ​ຜູ້ຊາຍ​ແຂງ​ແກ່ນ ລວມ​ທັງ ທ່ານ ຮຸນ​ ເຊນ​ຂອງ​ກຳ​ປູ​ເຈຍ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣາ​ຢຸດ ຈັນ​ໂອ​ຊາ ທີ່ໂຜ່​ຕົວ​ຂຶ້ນ​ມາເປັນ​ຜູ້​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຕ່າງໆ ຊຶ່ງ​ບັນ​ດານັກ​ສັງ​ເກດ​ການ​ລະ​ດັບ​ສາ​ກົນ​ເຫັນ​ວ່າ​ເປັນ​ເລື້ອງບໍ່​ຖືກ​ຕ້ອງນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ​ເພີ້ມ

XS
SM
MD
LG