ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານ ລັດຖະທຳມະນູນໄທ ສັ່ງໃຫ້ ນາຍົກ ຍິ່ງລັກ ລາອອກ ຈາກຕຳແໜ່ງ ( ວີດີໂອ)


THAILAND POLITICS CNPK
please wait

No media source currently available

0:00 0:01:43 0:00

ເບິ່ງວີດີໂອເລື້ອງນີ້

ຄະນະ​ລັດຖະບານ​ຮັກສາ​ການ​ຊົ່ວຄາວ​ຂອງ​ໄທ ​ໄດ້​ແຕ່ງ​ຕັ້ງ​
ນາຍົກ​ຮັກສາ​ການ​ຊົ່ວຄາວ​ຄົນ​ໃໝ່ ຫຼັງ​ຈາກສານ​ລັດຖະທຳ
​ມະນູນ​ຂອງ​ໄທໄດ້​ສັ່ງ​ໃຫ້​ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ
​ວັດແລະ​ສະມາຊິກ​ຫຼາຍ​ຄົນໃນ​ຄະນະ​ລັດຖະບານ​ຂອງ​ທ່ານ
​ນາງ ລາ​ອອກ​ຈາກ​ຕຳ​ແໜ່​ງ.

ລັດຖະມົນຕີ​ການ​ຄ້າ ທ່ານ​ນິວັດ​ທຳຣົງ ບຸນ​ສົງ​ໄພສານ ​ໄດ້​ຖືກ
​ແຕ່ງ​ຕັ້ງ​ໃຫ້​ເປັນ ​ນາຍົກລັດຖະມົນຕີຮັກສາການ​ຊົ່ວຄາວ.

​ໃນ​ວັນ​ພຸດ​ມື້​ນີ້ ສານ​ໄດ້​ອອກ​ຄຳ​ຕັດສິນ​ຢ່າງ​ເປັນ​ເອກະສັນ​ວ່າ
ໃນ​ປີ 2011 ​ທ່ານ​ນາງ​ຍິ່ງ​ລັກ ​ໄດ້​ປ່ຽນ​ໜ້າ​ທີ່ ​ຜູ້​ທີ່​ເປັນ​ຫົວໜ້າ
​ຝ່າຍຄວາມໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທ່ານ​ນາງໃນ​ເວລາ​ນັ້ນ ​ຢ່າງ​ບໍ່​ເໝາະ​ສົມ ​ແລະວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ລັດຖະທຳ​ມະນູນ ​ແລະ​ໄດ້​ກະທຳ​
ໄປ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ໂຕ​ທ່ານ​ນາງ​ເອງ.

ຜູ້​ພິພາກສາ ​ຈະຣຸນ ອິນທະ​ຈັນ ​ເປັນ​ຜູ້ປະກາດ​ຄຳ​ຕັດສິນ​ຂອງ​ສານ ຕໍ່​ທ່ານ​ນາງ​ຍິ່ງ​ລັກ ທີ່
ເປັນ​ນາຍົກລັດຖະມົນຕີ​ແມ່ຍິງຄົນ​ທຳ​ອິດ ຂອງໄທ​.

ທ່ານ​ຈະຣຸນ ກ່າວ​ວ່າ “​ສານ​ລັດຖະທຳ​ມະນູນ​ໄດ້ວິນິດ​ໄສ ດ້ວຍ​ຄວາມ​ເຫັນ​
ພ້ອມ​ກັນ​ຢ່າງ​ເປັນ​ເອກ​ສັນ ວ່າ ​ຜູ້​ຖືກ​ຟ້ອງ​ຮອ້ງ ​ໄດ້ໃຊ້​ສະຖານະ​ພາບ ​ຫລື
ຕຳ​ແໜ່​ງການ​ເປັນນາຍົກລັດຖ​ະມົນຕີ ​ເຂົ້າ​ໄປ​ກ້າວ​ກ່າຍ​ຫລື​ແຊກ​ແຊງ ​
ເພື່ອ​ປະ​ໂຫຍ​ດຂອງ​ຕົນ​ເອງແລະ​ຂອງ​ຜູ້​ອື່ນ ​ເລື້ອງ​ການບັນຈຸ ​ແຕ່ງ​ຕັ້ງ ​
ຍົກ​ຍ້າຍ ​ໂອນ ຫລື​ການ​ພົ້ນ​ຈາກ​ຕຳ​ແໜ່ງຂອງ​ຜູ້​ໄດ້​ຮັບ​ເຄາະ ຊຶ່ງ​ມີ​ຕຳ​
ແໜ່​ງຫລື​ເງິນ​ເດືອນ​ປະຈຳ ​ແລະ​ບໍ່​ແມ່ນລັດຖະກອນ​ການ​ເມືອງ.”


​ຕາມ​ທຳ​ມະ​ດາ​ນັ້ນ ​ນາຍົກລັດຖະມົນຕີ​ໄທ ​ແມ່ນ​ຖືກ​ເລືອກ​ເອົາ​ໂດຍ​ສະພາ​ຜູ້​ແທນ​
ລາດ​ສະ​ດອນ ​ແຕ່​ສະພາ​ດັ່ງກ່າວ​ໄດ້​ຖືກທ່ານ​ນາງ​ຍິ່ງ​ລັກ​ສັ່ງ​ໃຫ້​ຍຸບ​ໄປ​ແລ້ວ​ ໃນ​ປີ
​ແລ້ວ​ນີ້ ​ເວລາ​ທ່ານ​ນາງ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກຕັ້ງ​ຂຶ້ນກ່ອນ​ກຳນົດ​ ​ໃນ​ຄວາມ​ພະ
ຍາຍາມ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ໃນ​ປະ​ເທດ​ນັ້ນ.

ທ່ານ​ນາງ​ຍິ່ງ​ລັກ ທີ່​ໄດ້​ໄປ​ປ້ອງ​ກັນ​ໂຕ​ທີ່​ສານ​ໃນ​ວັນ​ອັງຄານ​ວານ​ນີ້ ໄດ້​ ຍອມຮັບ​
ເອົາ​ຄວາມ​ປະລາ​ໄຊ​ໃນ​ຄຳ​ຖະ​ແຫລ​ງໃນມື້​ນີ້ ​ແຕ່​ກໍກ່າວ​ວ່າ ທ່ານ​ນາງ​ບໍ່​ໄດ້​ເຮັດ
​ຫຍັງ​ຜິດ.
THAILAND YINGLUCK PROFILE - VO
please wait

No media source currently available

0:00 0:00:57 0:00
XS
SM
MD
LG