ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ສປຊ ນຳເອົາກໍລະນີ ແມ່ຍິງຊາອຸດີ ຫຼົບໜີຈາກຄອບຄົວ ມາພິຈາລະນາ ຢູ່ໃນໄທ


ໃນພາບນີ້ ທີ່ເປີດເຜີຍ ໂດຍຫົວໜ້າຕຳຫຼວດກວດຄົນເຂົ້າເມືອງ ຂອງໄທ ພົນຕີ ຊູຣະເຊດ ຮັກພານ (Surachate Hakparn), ຂວາ, ກຳລັງຍ່າງຄຽງຂ້າງ ແມ່ຍິງຊາວຊາອຸດີ ນາງ ຣາຮັຟ ໂມຮາມເມັດ ອາລ-ກູນັນ ກ່ອນຈະອອກໄປຈາກສະໜາມບິນ ສຸວັນນະພູມ ໃນບາງກອກ, ປະເທດໄທ, ວັນທີ 7 ມັງກອນ 2019.
ໃນພາບນີ້ ທີ່ເປີດເຜີຍ ໂດຍຫົວໜ້າຕຳຫຼວດກວດຄົນເຂົ້າເມືອງ ຂອງໄທ ພົນຕີ ຊູຣະເຊດ ຮັກພານ (Surachate Hakparn), ຂວາ, ກຳລັງຍ່າງຄຽງຂ້າງ ແມ່ຍິງຊາວຊາອຸດີ ນາງ ຣາຮັຟ ໂມຮາມເມັດ ອາລ-ກູນັນ ກ່ອນຈະອອກໄປຈາກສະໜາມບິນ ສຸວັນນະພູມ ໃນບາງກອກ, ປະເທດໄທ, ວັນທີ 7 ມັງກອນ 2019.

ອົງການອົບພະຍົບຂອງສະຫະປະຊາຊາດ ກ່າວວ່າ ຕົນກຳລັງສືບສວນສອບສວນ
ກໍລະນີ ຂອງແມ່ຍິງ ຊາອຸດີ ອາຣາເບຍ ອາຍຸ 18 ປີ ຜູ້ທີ່ໄດ້ຫລົບໜີ ໄປຍັງປະເທດໄທ
ແລະໄດ້ຂັງຕົນເອງໄວ້ ຢູ່ໃນຫ້ອງພັກຂອງໂຮງແຮມ ທີ່ສະໜາມບິນ ຢູ່ບາງກອກ.

ນາງ ຣາຮັຟ ໂມຮາມເມັດ ອາລ-ກູນັນ ໄດ້ເດີນທາງໄປຮອດບາງກອກເມື່ອ ວັນເສົາ
ຜ່ານມານີ້ ໃນຖ້ຽວບິນ ຈາກຄູເວດ ຫຼັງຈາກທີ່ໄດ້ຫລົບໜີ ຈາກຄອບຄົວຂອງນາງ ໂດຍ
ກ່າວອ້າງວ່າ ພວກເຂົາເຈົ້າ ຈະຂ້ານາງ ຖ້ານາງຖືກສົ່ງ ກັບຄືນໄປ. ນາງໄດ້ດຶງດູດ
ຄວາມສົນໃຈ ກ່ຽວ​ກັບສະພາບການຂອງນາງ ຈາກທົ່ວໂລກ ໂດຍການເຂົ້າໄປໃນ
ສື່ສັງຄົມ ແລ້ວນຳເອົາຮູບພາບ ແລະຂໍ້ຄວາມຕ່າງໆຂອງນາງເອງ ຢູ່ໃນຫ້ອງພັກທີ່​
ນາງ​ກັກ​ຂັງ​ຕົນ​ເອງຂອງໂຮງແຮມ ລົງໃຫ້ໂລກໄດ້ເຫັນ.

ຄວາມສົນໃຈດັ່ງກ່າວນັ້ນ ໄດ້ກະຕຸ້ນໃຫ້ ບັນດາເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງໄທ
ໄດ້ຕ່າວປີ້ນການຕັດສິນໃຈຂອງພວກເຂົາເຈົ້າ ໃນເບື້ອງຕົ້ນ ທີ່ຈະ ສົ່ງນາງ ຣາຮັຟ ກັບ
ຄືນໄປ ຊາອຸດີ ອາຣາເບຍ. ທ່ານ ກຸຍເຊັບເປ ເດີ ວິນເຊັນຕີສ໌ ຜູ້ຕາງໜ້າ ອົງການ
ອົບພະຍົບຂອງສະຫະປະຊາຊາດ ປະຈຳໄທ ໄດ້ກ່າວວ່າ ຕົນຈະໃຊ້ເວລາ “ສອງສາມ
ວັນ ເພື່ອດຳເນີນການ ໃນກໍລະນີນີ້ ແລະ ຈະພິຈາລະນາບາດກ້າວຕໍ່ໄປ.”

ປະຫວັດເລື່ອງສິດທິມະນຸດຂອງຊາອຸດີ ອາຣາເບຍ ແມ່ນໄດ້ຕົກຢູ່ພາຍໃຕ້ການກວດ
ສອບຢ່າງໜັກໜ່ວງ ນັບຕັ້ງແຕ່ ມີການສັງຫານ ທີ່ໂຮດຮ້າຍ ຂອງນັກຂ່າວ ທີ່ບໍ່ເຫັນພ້ອມ
ກັບລັດຖະບານ ທ່ານ ຈາມາລ ຄາຊອກກີ ເມື່ອປີກາຍນີ້ ຢູ່ທີ່ ສະຖານກົງສຸນຂອງຕົນ
ໃນປະເທດເທີກີ. ຣາຊະອານາຈັກຊາ​ອຸ​ດີ ທີ່ຮັກສາຮີດຄອງປະເພນີ ຢ່າງເຄັ່ງຂັດ ໄດ້
ຈຳກັດສິດ ຂອງພວກແມ່ຍິງ ຢ່າງເຂັ້ມງວດ ທີ່ລວມທັງ ການບັງຄັບໃຫ້ພວກເຂົາເຈົ້າ
ຕ້ອງໄດ້ຮັບອະນຸຍາດ ຈາກສະມາຊິກຂອງຄອບຄົວ ທີ່ເປັນເພດຊາຍ ກ່ອນຈະເດີນ
ທາງໄດ້.

​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The U.N. Refugee Agency says it is investigating the case of an 18-year-old Saudi woman who fled to Thailand and barricaded herself in a Bangkok airport hotel room.

Rahaf Mohammed al-Qunun arrived in Bangkok last Saturday on a flight from Kuwait after running away from her family, claiming they would kill her if she were sent back. She drew global attention to her plight by going on social media, posting pictures and texts of herself in her barricaded hotel room.

The attention prompted Thai immigration authorities to reverse their earlier decision to send Rahaf back to Saudi Arabia. Guiseppe de Vincentiis, the U.N. refugee agency's representative in Thailand, said it could take "several days to process the case and determine the next steps."

Saudi Arabia's human rights record has come under heavy scrutiny since the brutal murder of dissident journalist Jamal Khashoggi last year at its consulate in Turkey. The ultra-conservative kingdom has strict restrictions on women, including a requirement that they must have the permission of male family members to travel.

XS
SM
MD
LG