ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ໄທ ຍຶດໄດ້ ງາຊ້າງ ຈາກອາຟຣິກາ ຈຳນວນຫລາຍທີ່ສຸດ ໃນປະຫວັດສາດ


ເຈົ້າໜ້າທີ່ໄທ ເອົາງາຊ້າງຈາກອາຟຣິກາ ທີ່ຍຶດໄດ້ ມາວາງ ສະແດງໃຫ້ເບິ່ງ, ວັນທີ 20 ເມສາ 2015.

ໄທ​ລາຍ​ງານ​ວ່າ ຕົນ​ຈັບໄດ້ ງາ​ຊ້າງ​ຈຳນວນ​ຫລາຍ​ທີ່​ສຸດ ທີ່ຖືກ
​ລັກລອບ​ສົ່ງເຂົ້າ​ມາປະ​ເທດເທື່ອ​ດຽວພ້ອມ​ກັນ ​ໃນ​ການ​ປະຕິບັດ
​ງານ ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ຂອງລັດຖະບານ​ໄທ ​
ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ໝາຍ​ໝັ້ນ​ຂອງ​ຕົນ ທີ່​ຈະ​ປາບ
​ປາມ​ການຄ້າ​ສັດປ່າ​ທີ່​ຜິດ​ກົດໝາຍ ຕໍ່ໜ້າ​ການ​ລົງ​ໂທດ​ທີ່​ຈະ​ມີ​
ຂຶ້ນ​ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Steve Herman ມີ​ລາຍ​ງານ​ຈາກ​
ບາງກອກ ຊື່​ງດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

ໃນວັນ​ຈັນ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ໄທ​ໄດ້​ເອົາມາວາງສະ​ແດງ ງາ​ຊ້າງພັນ​ອາ​ຟຣິກາ ຈຳນວນ 739
ອັນ​ ທີ່ຖືກລັກລອບ​ສົ່ງ​ເຂົ້າ​ມາ​ໄທ​ຢ່າງ​ຜິດ​ກົດໝາຍ ມີ​ນ້ຳໜັກ​ເຖິງ 4 ​ໂຕນ ທີ່​ເຈົ້າ​ໜ້າ​ທີ່ຍຶດ
ມາ​ໄດ້ ຈາກ​ທ່າ​ເຮືອຄອງ​ເຕີຍ ທີ່​ບາງກອກ ​ເມື່ອ​ວັນ​ເສົາ​ຜ່ານ​ມາ.

ທ່ານ Richard Thomas ຜູ້​ປະສານ​ງານຝ່າ​ຍສື່ສານ​ທົ່ວ​ໂລກ ທີ່​ນະຄອນຫລວງ​ລອນ​ດອນ ສຳ​ຫລັບ​ອົງການ TRAFFIC International ຊຶ່ງ​ເປັນ​ເຄືອ​ຂ່າຍຕິດຕາມ​ເບິ່ງ​ການ​ຄ້າ​ສັດປ່າ
ທີ່​ຜິດ​ກົດໝາຍ ບອກ​ກັບ ວີ​ໂອ​ເອ ວ່າ ນີ້​ແມ່ນ​ການ​ຍຶດ​ງາ​ຊ້າງ​ລາຍ​ໃຫຍ່ທີ່​ສຳຄັນ​ອີ່ຫລີ.

ທ່ານ Richard Thomas ​ເວົ້າ​ວ່າ “ການເຄື່ອນ​ຍ້າຍເຄື່ອງ​ຂອງ​ຈັດ​ສົ່ງ ໜັກ 4 ​ໂຕນ ​
ໄປ​ເຄິ່ງຂ້ອນ​ໂລກ ບໍ່​ແມ່ນ​ກິດຈະກຳເລັກໆ​ນ້ອຍໆ​ເລີຍ. ການ​ເຄື່ອນ​ຍ້າຍ​ປະ​ເພດ​ນີ້
ແມ່ນ​ເປັນ​ສິ່ງ​ຊີ້​ບອກຢ່າງ​ແຂງ​ແຮງ​ທີ່​ສຸດ ​ເຖິງ​ການ​ກໍ່​ອາ​ຊະ​ຍາ​ກຳ​ແບບ​ມີ​ການຈັດ​ຕັ້ງ.”

ຖ້າ​ເວົ້າ​ຕາມ​ນ້ຳໜັກ​ແລ້ວ​ ການ​ຍຶດງາ​ຊ້າງເທື່ອ​ນີ້​ແມ່ນເປັນ​ຄັ້ງໃຫຍ່ທີ່​ສຸດ ​ໃນ​ປະ​ຫວັດ​ສາດ
ຂອງ​ລາດ​ຊະ​ອານາຈັກ​ໄທ ອິງ​ຕາມ​ຄຳ​ຖະ​ແຫລ​ງ ຂອງ​ເຈົ້າ​ໜ້າ​ທີ່​ພາສີ​ໄທ ​ແຕ່ມັນ​ກໍ​ບໍ່​ແມ່ນ​ຈຳນວນ​ຫລວງຫລາຍ​ທີ່​ສຸດ​ໃນ​ຂົງ​ເຂດ. ​ເມື່ອ​ປີ 2002 ສິງກະໂປຍຶດ​ໄດ້​ງາ​ຊ້າງ 7.2 ​ໂຕນ
ແລະ​ເຈົ້າໜ້າ​ທີ່​ມາ​ເລ​ເຊຍ ກໍ​ຍຶດ​ໄດ້ 6 ​ໂຕນ ​ໃນ​ປີ 2012.

​ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ ງາ​ຊ້າງ​ທີ່​ຍຶ​ດ​ໄດ້ ຊຶ່ງ​ຊຸກ​ເຊື່ອງ​ໄວ້​ໃນ​ຖົງ​ໝາກ​ຖົ່ວ ​ແມ່ນ​ຖືກ​ສົ່ງ​ອອກ​ມາ​ຈາກ ສາທາ​ລະນະ​ລັດ​ປະຊາທິປະ​ໄຕ Congo ​ໂດຍ​ມີ​ຈຸດໝາຍ​ປາຍທາງ​ທີ່ ສປປ ລາວ ຊຶ່ງ​ເຮັດໃຫ້​ເປັນ​ໄປ​ໄດ້​ວ່າ ຕະຫລາດປາຍທາງ​ສຸດ​ທ້າຍ​ແທ້ໆ​ນັ້ນ ແມ່ນ​ປະ​ເທດ​ຈີນ.

​ໄທ ສາທາ​ລະນະ​ລັດ​ປະຊາທິປະ​ໄຕ Congo ​ແລະ​ໄນ​ຈີ​ເຮ​ຍ ​ແມ່ນ​ເປັນ​ສາມ​ປະ​ເທດ ທີ່​ຖືກ​ລະບຸ​ຊື່ວ່າ ມີ​ສ່ວນ​ພົວພັນ​ໃນ​ການ​ຄ້າ​ຂາຍ ງາ​ຊ້າງ​ຢ່າງ​ຜິດ​ກົດໝາຍ​ໃນ​ທົ່ວ​ໂລກ. ​ໂຄສົກ Thomas ​ແຫ່ງ​ເຄືອຂ່າຍຕິດຕາມ​ເບິ່ງ​ການ​ຄ້າ​ສັດປ່າ​ທີ່​ຜິດ​ກົດໝາຍ TRAFFIC International ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ໄທຄວນຈະ​ໄດ້​ຮັບ​ກຳລັງ​ໃຈ ​ແລະ​ໄດ້​ຮັບ​ການ​ສະໜັບສະໜຸນ ໃຫ້ຕິດຕາມການ​ຍຶດງາ​ຊ້າງ​ໄດ້​ຄັ້ງ​ນີ້ຕໍ່ໄປ ​ໂດຍ​ທຳການສືບສວນ​ຢ່າງ​ລະ
ອຽດ ກ່ຽວ​ກັບ​ຕາ​ໜ່າງ​ລັກລອບ​ຂົນສົ່ງ​ງາ​ຊ້າງ​ນັ້ນ.

ທ່ານ Richard Thomas ​ກ່າວ​ວ່າ “​ແນ່ນອນ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ໄທ​ ຄວນ​ຈະ​ໄດ້
​ຮັບ​ການຍົກຍ້ອງ​ຊົມ​ເຊີຍ ທີ່ຈັບການ​ຂົນ​ສົ່ງ​ງາ​ຊ້າງຄັ້ງໃຫຍ່​ແລະສຳຄັນແບບ​ນີ້​ໄດ້ ​
ແຕ່​ມັນ​ກໍ​ເນ້ນ​ໜັກ​ໃຫ້​ເຫັນວ່າ ກິດ​ຈະກຳ​ຜິດ​ກົດໝາຍ​ທຳນອງນີ້ ທີ່​ກຳລັງ​ດຳ​ເນີນ​
ຢູ່ຕໍ່ມານັ້ນ ມັນ​ຮ້າຍ​ແຮງ​ສ່ຳ​ໃດ.”

​ເຈົ້າ​ໜ້າ​ທີ່​ໄທ​ໄດ້​ເອົາ​ບົດ​ບາດ​ຢ່າງ​ແຂງ​ຂັນ​ຕັ້ງໜ້າ​ຫລາຍ​ຂຶ້ນ ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາ
ຍາມ​ເພື່ອ​ຍຶດ​ເອົາ ການ​ລັກລອບ​ຂົນ​ສົ່ງ​ງາ​ຊ້າງ​ຢ່າງ​ຜິດ​ກົດໝາຍ​ນັ້ນ ຫລັງ​ຈາກ​ທີ່​ອົງການ CITES (Convention on International Trade in Endangered Species) ທີ່​ວາງ
ກົດ​ລະບຽບ ຄວບ​ຄຸມ​ການ​ຄ້າ​ສັດປ່າ ​ໄດ້​ແຈ້ງ​ໃຫ້​ໄທ​ຊາບວ່າ ທຸລະ​ກິດ​ກ່ຽວ​ກັບ​ສັດປ່າ​ທັງໝົດ​
ຂອງ​ໄທ​ ຈະ​ປະ​ເຊີນ​ກັບການ​ລົງ​ໂທດນາໆ​ປະການ ຖ້າ​ຫາກວ່າ​ໄທ​ບໍ່​ຍັບ​ຍັ້ງ​ການ​ຄ້າ​ງາ​ຊ້າງ
ຢູ່​ໃນ​ຜືນ​ແຜ່ນດິນ​ຂອງ​ຕົນ ພາຍໃນ​ເດືອ​ນສິງຫາ​ປີ​ນີ້.

ພວກງາ​ຊ້າງຈາກ​ຊ້າງທີ່​ລ້ຽງ​ຢູ່​ໃນ​ປະ​ເທດ​ ​ແລະ​ຂຶ້ນ​ທະບຽນ​ກັບ​ທາງ​ການນັ້ນ ​ແມ່ນ​ຂາຍ​ໄດ້
ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ຢູ່​ໃນ​ໄທ. ມີ​ການ​ຖິ້ມ​ໂທດ​ໃສ່​ການ​ອະນຸ​ຍາດດັ່ງກ່າວ​ນີ້​ວ່າ ​ເຮັດ
ໃຫ້ມັນ​ງ່າຍ​ຂຶ້ນຫລາຍ ສຳ​ຫລັບ​ການ​ນຳ​ເອົາງາ​ຊ້າງ ທີ່ໄດ້​ມາຈາກການ​ລັກຂ້າ​ຊ້າງ​ຢູ່​ອາຟຣິ
ກາ ​ເຂົ້າ​ມາ​ຟອກ​ຢູ່​ໃນ​ປະ​ເທດ​ໄທ.

ບັນດາ​ນັກ​ອະນຸລັກ​ສິ່ງ​ແວດ​ລ້ອມ ກ່າວ​ວ່າ ໃນ​ຈຳນວນຊ້າງອາ​ຟຣິກາ 500,000 ຕົວ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ ​20,000 ຕົວ ​ໄດ້​ຖືກ​ຂ້າໃນ​ປີ 2013 ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຖືກ​ລັກ​ຂ້າ​ເອົາ​ງາ ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ຢູ່​ໃນ​ເອ​ເຊຍ.

ມີ​ການ​ກະ​ປະມານ​ກັນ​ວ່າ ຈີນ​ແມ່ນ​ເປັນ​ປາຍທາງ ສຳຫລັບຫລາຍ​ເຖິງ 70 ສ່ວນ​ຮ້​ອຍຂອງ​ຕະຫລາດງາ​ຊ້າງຜິດ​ກົດໝາຍ. ຊາວ​ຈີນສະ​ໄໝ​ໃໝ່ ຊັ້ນ​ກາງ​ແລະ​ຊັ້ນ​ສູງ ຫລາຍໆ​ຄົນເຊື່ອ
ວ່າ ງາ​ຊ້າງ​ແລະ​ວັດຖຸທີ່​ເຮັດ​ຈາກງາ​ຊ້າງ ຈະ​ນຳໂຊກ​ລາບ​ມາ​ໃຫ້ ຫລື​ເປັນ​ເຄື່ອງ​ເອ້​ສະ​ແດງ
ເຖິງ​ສະຖານະ​ພາບ ທີ່​ຮັ່ງມີ.

ອົງການ CITES ຊຸກຍູ້ໃຫ້ໄທ ຍັບຍັ້ງການຄ້າງາຊ້າງ ຫລືວັດຖຸທີ່ເຮັດດ້ວຍງາຊ້າງ:

Thailand Urged To Curb Illegal Ivory Trade
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ

XS
SM
MD
LG