ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກະສັດຂອງ ໄທ ຊົງກ່າວເຖິງ ສິ່ງທີ່ເປັນການປະນີປະນອມ ກັບຜູ້ປະທ້ວງ


ກະສັດ ມະຫາ ວະຈີຣາລົງກອນ ແລະ ລາຊະນີ ສຸດທິດາ ທັກທາຍຜູ້ສະໜັບສະໜູນ ໃນ ບາງກອງ, ປະເທດ ໄທ. 1 ພະຈິກ, 2020.
ກະສັດ ມະຫາ ວະຈີຣາລົງກອນ ແລະ ລາຊະນີ ສຸດທິດາ ທັກທາຍຜູ້ສະໜັບສະໜູນ ໃນ ບາງກອງ, ປະເທດ ໄທ. 1 ພະຈິກ, 2020.

ກະສັດຂອງ ໄທ ໄດ້ກ່າວວ່າປະເທດຂອງເພິ່ນແມ່ນ “ດິນແດນແຫ່ງການປະນີປະນອມກັນ” ໃນລະຫວ່າງການໃຫ້ສຳພາດທີ່ດົນໆເກີດຂຶ້ນເທື່ອນຶ່ງ ກ່ຽວກັບ ການປະທ້ວງຫຼາຍເດືອນທີ່ຮຽກຮ້ອງໃຫ້ມີການປະຕິຮູບການເມືອງ ແລະ ສັງຄົມຫຼາຍຂຶ້ນ, ລວມທັງສະຖາບັນກະສັດນຳດ້ວຍ.

ກະສັດ ມະຫາ ວະຈິຣາລົງກອນ ໄດ້ໃຫ້ຄຳເຫັນຕໍ່ໂທລະພາບຂ່າວຊ່ອງ 4 ທີ່ ມີຫ້ອງການຕັ້ງຢູ່ປະ ເທດ ອັງກິດ ໃນວັນອາທິດວານນີ້ໃນຂະນະທີ່ເພິ່ນ ແລະ ລາຊິນີ ສຸດທິດາ ໄດ້ຍ່າງຜ່ານຜູ້ສະໜັບ ສະໜູນ ພະຣາດຊະວົງຈຳນວນຫຼວງຫຼາຍ ຫຼັງຈາກໄດ້ເຂົ້າຮ່ວມພິທີທາງສາສະໜາຢູ່ນອກພະຣາດຊະວັງໃນ ບາງກອກ. ການໃຫ້ຄຳເຫັນດັ່ງກ່າວແມ່ນການຕອບຄຳຖາມນຶ່ງທີ່ວ່າ ກະສັດຈະປະຕິບັດຕາມຄຳຮຽກຮ້ອງຂອງຜູ້ປະທ້ວງ ເພື່ອຫຼຸດອິດທິພົນຂອງສະຖາບັນກະສັດຫຼືບໍ່.

ເມື່ອຖືກຖາມ ກ່ຽວກັບ ສິ່ງທີ່ເພິ່ນຈະເວົ້າຕໍ່ຜູ້ປະທ້ວງນັ້ນ, ກະສັດ ວະຈິຣາລົງກອນ ໄດ້ກ່າວວ່າ “ພວກເຮົາຮັກເຂົາເຈົ້າທັງໝົດເໝືອນກັນ,” ໂດຍກ່າວຢໍ້າຄຳເວົ້ານັ້ນສອງຄັ້ງ.

ບາງກອກ ໄດ້ກາຍເປັນຈຸດຂອງການປະທ້ວງຂະໜາດໃຫຍ່ຫຼາຍອາທິດແລ້ວ ທີ່ມັນໄດ້ເລີ່ມຂຶ້ນຄັ້ງທຳອິດດ້ວຍການຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ລາອອກຕຳແໜ່ງ, ເຊິ່ງທ່ານແມ່ນອະດີດນາຍພົນທະຫານຜູ້ທີ່ໄດ້ຍຶດອຳນາດ ໃນການກໍ່ລັດຖະປະຫານເມື່ອປີ 2014 ທີ່ໄດ້ຂັບ ໄລ່ລັດຖະບານພົນລະເຮືອນທີ່ຖືກເລືອກເອົາອອກຈາກອຳນາດ. ທ່ານໄດ້ຊະນະການເລືອກຕັ້ງເອົາຕຳແໜ່ງເມື່ອປີທີ່ຜ່ານມາ, ແຕ່ພວກຜູ້ປະທ້ວງເວົ້າວ່າການເລືອກຕັ້ງໄດ້ຖືກສໍ້ໂກງໃຫ້ທ່ານໄດ້ຊະ ນະຍ້ອນກົດໝາຍທີ່ຖືກຮ່າງຂຶ້ນໂດຍກອງທັບ.

ແຕ່ການປະທ້ວງຍັງໄດ້ຂະຫຍາຍອອກທີ່ລວມມີການຮຽກຮ້ອງສຳລັບການປະຕິຮູບສະຖາບັນກະ ສັດພາຍໃຕ້ລັດຖະທຳມະນູນຂອງ ໄທ, ເຊິ່ງຍັງຄົງຮັກສາສະຖານະທີ່ເໝືອນເທບພະເຈົ້າໃນບັນດາກຸ່ມຜູ້ມີອິດທິພົນຂອງ ໄທ ແລະ ໄດ້ຮັບການສະໜັບສະໜູນຢ່າງແຂງແກ່ນຈາກກອງທັບ. ພວກປະ ທ້ວງຍັງໄດ້ກະທຳເກີນຂອບເຂດເຖິງກັບການວິພາກວິຈານລະບອບກະສັດຢ່າງເປີດເຜີຍ, ຄັດຄ້ານກົດໝາຍ “ການດູໝິ່ນສະຖາບັນກະສັດ” ເຊິ່ງຈະກຳນົດໂທດຂັງຄຸກຕໍ່ທຸກຄົນທີ່ຖືກຕັດສິນມີຄວາມຜິດ ກ່ຽວກັບ ການດູໝິ່ນກະສັດ ແລະ ຄອບຄົວຂອງພະອົງ.

ຜູ້ປະທ້ວງໄດ້ເດີນຂະບວນຢູ່ສະຖານທູດ ເຢຍຣະມັນ ໃນອາທິດທີ່ຜ່ານມາ ເພື່ອຮຽກຮ້ອງໃຫ້ລັດ ຖະບານ ເຢຍຣະມັນ ສືບສວນສອບສວນວ່າ ກະສັດ ວະຈິຣາລົງກອນ ໄດ້ດຳເນີນທຸລະກິດລັດ ໃນລະຫວ່າງການຢູ່ອາໄສທີ່ຍາວນານຂອງເພິ່ນຢູ່ທີ່ນັ້ນ ແລະ ກວດກາປະຫວັດພາສີຂອງເພິ່ນ.

ກະສັດໄດ້ເສີມອຳນາດໃຫ້ຕົນເອງ ດ້ວຍການຄວບຄຸມກອງທັບບົກບາງໜ່ວຍ ເປັນການສ່ວນຕົວ, ພ້ອມກັບເງິນຫຼາຍພັນລ້ານໂດລາທີ່ຄອບຄອງໂດຍພະຣາດຊະວັງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG