ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຂອງໄທ ມີການຊັກຊ້າກວ່າແຜນການທີ່ວາງໄວ້ເຖິງສອງປີ


ຮູບພາບຂອງ ພິທີເລີ້ມຕົ້ນ ລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລະຫວ່າງໄທ ແລະຈີນ
ຮູບພາບຂອງ ພິທີເລີ້ມຕົ້ນ ລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລະຫວ່າງໄທ ແລະຈີນ

ການກໍ່ສ້າງທາງລົດໄຟຄວາມໄວສູງໃນໄທ ຊັກຊ້າກວ່າແຜນການທີ່ວາງໄວ້ເຖິງ 2 ປີ ຍ້ອນການລະບາດ ຂອງໄວຣັສໂຄວິດ-19 ອັນຈະເຮັດໃຫ້ການເຊື່ອມຕໍ່ທາງລົດໄຟ ໄທກັບລາວ ແລະຈີນຕ້ອງຊັກຊ້າໄປດ້ວຍ, ຊົງຣິດ ໂພນເງິນ ມີລາຍເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຄົມມະນາຄົມຂອງໄທຢືນຢັນວ່າ ການລະບາດຂອງໄວຣັສໂຄວິດ-19 ໃນໄທໄດ້ເຮັດໃຫ້ເກີດການຊັກຊ້າໃນການກໍ່ສ້າງທາງລົດໄຟຄວາມໄວສູງໃນໄທທີ່ມີເປົ້າໝາຍຈະເຊື່ອມຕໍ່ກັບລາວ ແລະຈີນນັ້ນ, ພ້ອມກັນນີ້ກໍ່ຍັງສົ່ງຜົນກະທົບ ຕໍ່ການເຈລະຈາລະຫວ່າງໄທ ກັບຈີນ ເພື່ອຈັດທໍາສັນຍາ ແລະຂໍ້ຕົກລົງກ່ຽວກັບການຮ່ວມມືໃນການກໍ່ສ້າງທາງລົດໄຟຄວາມໄວສູງດັ່ງກ່າວອີກດ້ວຍ ຈຶ່ງເຮັດໃຫ້ຄາດໝາຍໄດ້ວ່າການເຊື່ອມຕໍ່ທາງລົດໄຟລະຫວ່າງ ໄທ-ລາວ-ຈີນ ຈະຊັກຊ້າກວ່າເປົ້າໝາຍເດີມເປັນເວລາ 2 ປີ ກໍຄືເລື່ອນຈາກທ້າຍປີ 2026 ໄປເປັນທ້າຍປີ 2028 ນັ້ນເອງ.
ແຕ່ຢ່າງໃດກໍ່ຕາມ, ຄະນະກໍາມະການເພື່ອຄວາມຮ່ວມມືດ້ານລົດໄຟລະຫວ່າງໄທກັບຈີນ ກໍໄດ້ຕົກລົງຮ່ວມກັນເມື່ອບໍ່ດົນມານີ້ວ່າ ຈະຈັດໃຫ້ມີກອງປະຊຸມ 3 ຝ່າຍລະຫວ່າງ ລາວ-ຈີນ-ໄທ ເພື່ອເຈລະຈາຕົກລົງກ່ຽວກັບການເຊື່ອມຕໍ່ທາງລົດໄຟລະຫວ່າງ ໄທ-ລາວ-ຈີນ ໃຫ້ໄດ້ໄວທີ່ສຸດ ແລະຄາດຫວັງວ່າກອງປະຊຸມດັ່ງກ່າວຈະມີຂຶ້ນໃນທ້າຍປີ 2021 ນີ້ເພື່ອແຕ່ງຕັ້ງຄະນະປະຕິບັດງານຮ່ວມສາມຝ່າຍເພື່ອຮັບຜິດຊອບໃນການຈັດຕັ້ງປະຕິບັດ ແລະປະສານງານກັນຢ່າງໃກ້ຊິດ ເພື່ອຮັບປະກັນວ່າການດໍາເນີນງານໄດ້ເປັນໄປຕາມແຜນການທີ່ວາງໄວ້ໃນທຸກດ້ານ ແລະລັດຖະບານໄທຍັງຖືວ່າການເຊື່ອມຕໍ່ທາງລົດໄຟ ໄທ-ລາວ-ຈີນ ກໍຄືໂຄງການບູລິມະສິດທີ່ລິເລີ້ມໂດຍພົນເອກປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທອີກດ້ວຍ. ດັ່ງນັ້ນຈຶ່ງຕ້ອງເລັ່ງດໍາເນີນການໃນທຸກວິທີທາງ ເພື່ອໃຫ້ສາມາດບັນລຸເປົ້າໝາຍຢ່າງເປັນຮູບປະທໍາ ດັ່ງທີ່ທ່ານສັກສະຫຍາມ ຊິດຊອບ ລັດຖະ ມົນຕີກະຊວງຄົມມະນາຄົມ ໄດ້ໃຫ້ການຢືນຢັນວ່າ:

“ນາຍົກລັດຖະມົນຕີ ພົນເອກປະຍຸດ ຈັນໂອຊາ ທ່ານໄດ້ເປັນຜູ້ລິເລີ້ມໂຄງການນີ້ ແລ້ວກໍພະຍາຍາມທີ່ຈະເລັ່ງລັດໃຫ້ມີການດໍາເນີນການທີ່ຈະລົງນາມໃນສັນຍາລະຫວ່າງລັດຖະບານໄທ ກັບ ລັດຖະບານຈີນ ໃນເລື້ອງຂອງການທີ່ຈະທໍາສັນ ຍາ ກ່ຽວກັບເລື້ອງງານການວາງລະບົບຂອງລາງລົດໄຟ ງານລະບົບໄຟຟ້າ ແລະເຄື່ອງກົນ ລວມທັງຈັດຫາຂະບວນລົດໄຟ ແລະການຈັດຝຶກອົບຮົມບຸກຄະລາກອນ ເຊິ່ງຈະຕ້ອງດໍາເນີນການເພື່ອໃຫ້ສາມາດທີ່ຈະເຮັດໃຫ້ລົດໄຟຄວາມໄວສູງຈາກຈັງຫວັດກຸງເທບມະຫານະຄອນ ຜ່ານນະຄອນຣາດຊະສີມາໄປທີ່ຈັງຫວັດໜອງຄາຍສາມາດດໍາເນີນການໄດ້.”

ໂດຍການກໍ່ສ້າງທາງລົດໄຟຄວາມໄວສູງໃນໄທ ເພື່ອເຊື່ອມຕໍ່ລາວ ແລະຈີນຈະສໍາເລັດ ແລະເລີ້ມການເດີນລົດໄຟໄດ້ໃນປີ 2028 ທີ່ເຊື່ອມຕໍ່ຈາກເມືອງຄຸນໝິງ ແຂວງຢູນນານຂອງຈີນ ກັບນະຄອນວຽງຈັນ ແລະບາງກອກ, ໂດຍການກໍ່ສ້າງທາງລົດໄຟໃນໄທໄດ້ແບ່ງເປັນ 2 ໄລຍະ ກໍຄືໄລຍະທີ 1 ທີ່ກໍາລັງກໍ່ສ້າງຢູ່ໃນປັດຈຸບັນນີ້ ເປັນການເຊື່ອມຕໍ່ຈາກບາງກອກ-ນະຄອນຣາດຊະສີມາ (ໂຄຣາດ), ສ່ວນໄລຍະທິ 2 ກໍຈະເປັນການເຊື່ອມຕໍ່ຈາກໂຄຣາດ-ໜອງຄາຍ ແລະກໍ່ສ້າງຂົວລົດໄຟຂ້າມແມ່ນໍ້າຂອງ ເພື່ອເຊື່ອມຕໍ່ກັບນະຄອນຫຼວງວຽງຈັນ, ດັ່ງທີ່ທ່ານອາຄົມ ເຕີມພິທະຍາໄພສິດ ລັດຖະມົນຕີກະຊວງການເງິນຢືນຢັນວ່າ:

“ໃນໄລຍະທີ 2 ກໍຈະເປັນຊ່ວງຈາກນະຄອນຣາດຊະສີມາ ເຖິງໜອງຄາຍ ກໍ່ໄລຍະທາງທັງໝົດ 355 ກິໂລແມັດ, ແລ້ວກໍ່ເປັນທີ່ຕົກລົງກັບຝ່າຍຈີນວ່າ ທາງກະຊວງເອງ ກັບທາງການລົດໄຟເອງກໍຈະເປັນຜູ້ອອກແບບຄວາມໄວສູງສຸດກໍ 250 (ກິໂລແມັດຕໍ່ຊົ່ວໂມງ), ສ່ວນໄລຍະທີ 3 ນັ້ນ ກໍຈະເປັນຊ່ວງຂົວຂ້າມແມ່ນນໍ້າຂອງ ຈາກສະຖານີທີ່ໜອງຄາຍ, ອັນທີສອງກໍຈະເປັນຂົວລົດໄຟ ເຊິ່ງຂົວໂຕນີ້ກໍຈະສົ່ງລົດໄຟຂ້າມໄປທີ່ສະຖານີວຽງຈັນ.”

ທັງນີ້ ການກໍ່ສ້າງທາງລົດໄຟຄວາມໄວສູງ ທີ່ເຊື່ອມຕໍ່ຈາກບາງກອກ-ໂຄຣາດ-ໜອງຄາຍ ດັ່ງກ່າວມີໄລຍະທາງລວມ 608 ກິໂລແມັດ ໂດຍລັດຖະບານໄທລົງທຶນທັງ 100 ເປີເຊັນ ທີ່ຄິດເປັນມູນຄ່າລວມຫຼາຍກວ່າ 13,000 ລ້ານໂດລາ ດ້ວຍການວ່າຈ້າງກຸ່ມບໍລິສັດລົດໄຟແຫ່ງປະເທດຈີນ ໃຫ້ເປັນທີ່ປຶກສາຂອງໂຄງ ການ, ສ່ວນທາງລົດໄຟລາວ-ຈີນໃນລາວທີ່ເຊື່ອມຕໍ່ຈາກບໍ່ເຕັນ ມານະຄອນວຽງຈັນນັ້ນ ຈະຕ້ອງຂຸດເຈາະ ແລະກໍ່ສ້າງອຸໂມງ 75 ແຫ່ງກັບຂົວ 163 ແຫ່ງ ໃນຕະຫຼອດເສັ້ນທາງທີ່ມີໄລຍະທາງຍາວກວ່າ 422 ກິໂລແມັດ ຈຶ່ງເຮັດໃຫ້ຕ້ອງ ນໍາໃຊ້ເງິນທຶນ ເກືອບເຖິງ 6,000 ລ້ານໂດລາ ທີ່ເປັນການຮ່ວມທຶນ ລະຫວ່າງທາງການລາວ-ຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ, ໂດຍການກໍ່ສ້າງຄືບໜ້າເກີນກວ່າ 98 ເປີເຊັນ ຂອງແຜນການ ຈຶ່ງກໍາໜົດຈະເປີດການເດີນລົດ ໄຟຂະບວນປະຖົມມະເລີກໃນວັນຊາດລາວ ວັນທີ 2 ທັນວາ, ປີ 2021 ນີ້.

ແຕ່ຢ່າງໃດກໍ່ຕາມ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວຈໍານວນ 4,411 ຄອບຄົວໃນ 13 ເມືອງໃນແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະນະຄອນຫຼວງວຽງຈັນ ຫາກແຕ່ວ່າການຊົດເຊີຍຍັງມີການຊັກຊ້າ.

XS
SM
MD
LG