ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດໄທເຊື່ອວ່າ ທ.ນ. ຍິ່ງລັກ ຊິນນະວັດ ໂຕນໜີ ແລະອອກຄໍາສັ່ງ ໝາຍຈັບທ່ານນາງ


FILE - ທ.ນ. ຍິ່ງລັກ ຊິນ​ນະ​ວັດ, ອະດີດ​ນາຍົກ​ລັດຖະມົນຕີ ໄທ (ກາງ) ກໍາລັວຮັບເອົາດອກໄມ້ຈາກຜູ້ສະໜັບສະໜຸນທ່ານນາງ ຢູ່ສານສູງສຸດ ພາຍຫລັງທີ່ ໄດ້ກ່າວຖະແຫລງການຄັ້ງທ້າຍສຸດ ຢູ່ໃນການໄຕ່ສວນຄະດີທາງອາຍາ ວ່າໄດ້ລະເລີຍຕໍ່ໜ້າທີ່ ໃນວັນທີ 1, ມິຖຸນາ 2017 ທີ່ບາງກອກ.
FILE - ທ.ນ. ຍິ່ງລັກ ຊິນ​ນະ​ວັດ, ອະດີດ​ນາຍົກ​ລັດຖະມົນຕີ ໄທ (ກາງ) ກໍາລັວຮັບເອົາດອກໄມ້ຈາກຜູ້ສະໜັບສະໜຸນທ່ານນາງ ຢູ່ສານສູງສຸດ ພາຍຫລັງທີ່ ໄດ້ກ່າວຖະແຫລງການຄັ້ງທ້າຍສຸດ ຢູ່ໃນການໄຕ່ສວນຄະດີທາງອາຍາ ວ່າໄດ້ລະເລີຍຕໍ່ໜ້າທີ່ ໃນວັນທີ 1, ມິຖຸນາ 2017 ທີ່ບາງກອກ.

ສານ​ສູງ​ສຸດ​ຂອງ​ປະ​ເທດ​ໄທ​ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຕົນ​ກຳລັງ​ອອກໃບສັ່ງ​ຈັບ​ກຸມ ອະດີດ​ນາຍົກ​ລັດຖະມົນຕີ ຍິ່ງລັກ ຊິນ​ນະ​ວັດ ພາຍຫລັງທີ່​ທ່ານ​ນາງ​ບໍ່​ໄປປາກົດ​ໂຕ​ຢູ່​ສານ ​ເພື່ອຟັງ​ການ​ຕັດສິນ​ຕໍ່ທ່ານນາງໃນ​ຄະດີທີ່​ປ່ອຍປະ​ລະ​ເລີຍຕໍ່ໜ້າທີ່.

ພວກ​ທະນາຍຄວາມ​ຂອງ​ທ່ານ​ນາງ​ກ່າວ​ວ່າ ທ່ານ​ບໍ່​ສະບາຍ​ໜັກຈົນບໍ່ສາມາດ​ໄປ​ສານໄດ້.

ສານ​ໄດ້​ກໍານົດເອົາ​ວັນ​ທີ 27 ​ເດືອນ​ກັນ​ຍາທີ່​ຈະ​ມາ​ເຖິງ​ນີ້ ວ່າເປັນມື້ທໍາ​ການ​ຕັດສິນຄັ້ງຕໍ່ໄປ. ຄໍາຖະ​ແຫລ​ງການຂອງ​ສານສູງ​ສຸດ​ໄດ້​ກ່າວວ່າ “ພວກ​ເຮົາ​ຄິດ​ວ່າ​ໂຈດ​ກຳລັງ​ໄປລີ້ ຫລື​ໄດ້​ຫລົບໜີໄປແລ້ວ”.

ທ່ານ​ນາງ​ຍິ່ງ​ລັກ ຜູ້ທີ່​ໄດ້​ກ່າວ​ວ່າ​ບໍ່​ມີ​ຄວາມ​ຜິດ​ຕໍ່​ການ​ກ່າວ​ຫາ ທີ່​ພົວພັນ​ກັບ​ການຊ່ວຍ​ເຫລືອ​ການ​ປູກ​ເຂົ້າ​ແກ່​ພວກ​ຊາວນາທີ່ເປັນໂຄງການທີ່​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ລັດຖະບານ​ຫລາຍ​ພັນ​ລ້ານ​ໂດ​ລານັ້ນ.​

ທ່ານນາຍົກປະຢຸດ ຈັນໂອຊາ ຜູ້ບັນຊາການທະຫານທີ່ໄດ້​ໂຄນ​ລົ້ມ​ລັດຖະບານຂອງທ່ານ​ນາງ​ຍິ່ງ​ລັກ ລົງໃນ​ການ​ເຮັດ​ລັດຖະປະຫານ​ໃນ​ປີ 2014 ນັ້ນ ໄດ້ກ່າວຢູ່ນະຄອນບາງກອກ ວ່າ ທ່ານບໍ່ຮູຈັກວ່າດຽວນີ້ທ່ານນາງຢູ່ໃສ ແຕ່ວ່າລັດຖະບານກໍກໍາລັງຊອກຫາທ່ານນາງຢູ່.

ທ່ານ​ນາງອາດ​ປະ​ເຊີນ​ໜ້າກັບ​ການ​ຕິດ​ຄຸກ 10 ປີ ຖ້າ​ຫາກ​ພົບ​ເຫັນວ່າ​ມີ​ຄວາມ​ຜິດ. ​ເຖິງ​ຢ່າງໃດ​ກໍຕາມທ່ານ​ນາງຍິ່ງ​ລັກ ກໍຍັງມີ​ສິດ​ໃນ​ການ​ອຸທອນຄືນອີກຢູ່.

ໃນຕອນບ່າຍວັນສຸກມື້ນີ້ ສານບາງກອກແຫ່ງນຶ່ງໄດ້ຕັດສິນລົງໂທດ ອະດີດລັດຖະມົນຕີ ກະຊວງການຄ້າໄທ ໃຫ້ຖືກຈໍາຄຸກເປັນເວລາ 40 ປີ ທີ່ກ່ຽວພັນກັບການໃຫ້ການຊ່ວຍ ເຫລືອດ້ານເຂົ້າ ທີ່ເປັນຂ່າວນອງນັນນັ້ນ.

ການ​ຊ່ວຍ​ເຫລືອ​ເຂົ້າຂອງ​ລັດຖະບານ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ແກ່​ພວກ​ຊາວນາຢູ່ໃນໄລຍະການ​ເລືອກ​ຕັ້ງ​ປີ 2011 ນັ້ນ ໄດ້​ຊ່ວຍໃຫ້​ພັກ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊະນະ​ການ​ລົງ​ຄະແນນ​ສຽງ.

ພວກ​ຝ່າຍຄ້ານ​ໄດ້​ກ່າວ​ວ່າ ການເຮັດແນວນັ້ນ ເປັນວິທີການຊື້ຄະແນນສຽງທີ່ມີປະສິດທິ​ຜົນດີ​ໃນຂະນະ​ທີ່ຜູ້​ສະໜັບສະໜຸນ​ທ່ານນາງ​ຍິ່ງ​ລັກ ຍິນ​ດີກັບ​ການ​ຊ່ວ​ຍ​ເຫລືອດັ່ງກ່າວ ​ແລະ​ໄດ້​ກ່າວ​ວ່າ ​ຄະດີທີ່ມີຕໍ່​ທ່ານ​ນາງແມ່ນ​ເປັນ​ເລື່ອງ​ການ​ເມືອງ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

Thailand politics
please wait
Embed

No media source currently available

0:00 0:00:41 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Thailand's Supreme Court said Friday it is issuing an arrest warrant for former prime minister Yingluck Shinawatra after she did not appear in court to hear the verdict in a negligence case against her.

Her lawyers said she was too sick to attend.

The court set September 27 for the next session to deliver the verdict. "We think the defendant is hiding or has fled," a Supreme Court statement said.

Yingluck had pleaded not guilty to charges linked to a rice subsidy scheme for farmers that cost the state billions of dollars.

Speaking in Bangkok, Prime Minister Prayuth Chan-ocha, the military ruler who ousted Yingluck's government in a military coup in 2014, said he did not know where she was, but the government was "looking for her."

Yingluck is facing a possible 10-year prison term if found guilty. However, if convicted, she has the right to appeal.

Later Friday a Bangkok court sentenced a former commerce minister (Boonsong Teriyapirom) to 42 years in jail in connection with the rice subsidy scandal. A deputy commerce minister (Phum Saraphon) was also sentenced to 36 years in prison for his role in falsifying government-to-government rice deals with China.

Rice subsidies, promised to farmers during the 2011 election, helped Yingluck's party to win the vote.

Opponents have said they were effectively a means to buy the election, while Yingluck supporters welcomed the subsidies and have said the case against her is politically motivated.

XS
SM
MD
LG